ສັດທາ: ສາຍສຳພັນແຫ່ງຄວາມໄວ້ວາງໃຈ ແລະ ຄວາມຈົງຮັກພັກດີ
ສັດທາງອກງາມເມື່ອເຮົາໄວ້ວາງໃຈໃນພຣະເຢຊູຄຣິດ ແລະ ເບັ່ງບານ ເມື່ອເຮົາຊື່ສັດ ແລະ ຈົງຮັກພັກດີຕໍ່ພຣະອົງ.
ຕອນຂ້າພະເຈົ້າອາຍຸໄດ້ 17 ປີ, ຂ້າພະເຈົ້າໄດ້ຕົກລົງກັບໝູ່ຂອງຂ້າພະເຈົ້າ ໂຮເຊ ຫລຸຍສ໌ ວ່າຈະສອນລາວລອຍນ້ຳ. ສະນັ້ນ ເຊົ້າມື້ໜຶ່ງ ພວກເຮົາໄດ້ທຸ້ມເທເວລາໃຫ້ກັບການຝຶກຊ້ອມ. ເມື່ອບົດຮຽນຂອງພວກເຮົາຈົບລົງ ແລະ ຂ້າພະເຈົ້າກຳລັງຈະອອກໄປຈາກສະນ້ຳ, ຂ້າພະເຈົ້າໄດ້ຍິນໝູ່ຂອງຂ້າພະເຈົ້າຮ້ອງຂໍຄວາມຊ່ວຍເຫລືອ. ລາວກຳລັງຈົມນ້ຳຢູ່ບ່ອນເລິກຂອງສະ.
ຂ້າພະເຈົ້າໄດ້ໂດດລົງໄປໃນນ້ຳ ແລະ ໄດ້ລອຍໄປຫາລາວ ຂະນະທີ່ອະທິຖານຂໍຄວາມຊ່ວຍເຫລືອ. ຂະນະທີ່ຂ້າພະເຈົ້າຈັບມືລາວ ເພື່ອດຶງລາວຂຶ້ນມາໜ້ານ້ຳ, ໝູ່ທີ່ສິ້ນຫວັງຂອງຂ້າພະເຈົ້າໄດ້ປີນຂຶ້ນຫລັງຂອງຂ້າພະເຈົ້າ ແລະ ຮັດຄໍຂອງຂ້າພະເຈົ້າ. ບັດນີ້ ພວກເຮົາທັງສອງກຳລັງຈະຈົມນ້ຳ. ໂດຍທີ່ພະຍາຍາມຈົນສຸດຄວາມສາມາດຂອງຂ້າພະເຈົ້າ ເພື່ອທີ່ຈະໂຜ່ໃຫ້ຂຶ້ນໜ້ານ້ຳ, ຂ້າພະເຈົ້າໄດ້ອະທິຖານຂໍການມະຫັດສະຈັນຈາກພຣະເຈົ້າ. ແລ້ວ, ຊ້າໆ ແຕ່ສະໝ່ຳສະເໝີ, ອຳນາດຂອງພຣະເຈົ້າໄດ້ຖືກສະແດງໃຫ້ປະຈັກ ຂະນະທີ່ຂ້າພະເຈົ້າຮູ້ສຶກເຖິງມືທີ່ພະຍຸງຂ້າພະເຈົ້າໄປຫາສ່ວນຕື້ນຂອງສະ, ໂດຍນຳພວກເຮົາໄປສູ່ຄວາມປອດໄພ.
ປະສົບການນີ້ໄດ້ຢືນຢັນບົດຮຽນອັນເລິກເຊິ່ງຂອງປະທານຣະໂຊ ເອັມ ແນວສັນ ທີ່ຄັ້ງໜຶ່ງເຄີຍສິດສອນວ່າ: “ເມື່ອທ່ານຢື້ຂຶ້ນຫາພະລັງຂອງພຣະຜູ້ເປັນເຈົ້າ ໃນຊີວິດຂອງທ່ານ ດ້ວຍຄວາມຕັ້ງໃຈດຽວກັນນີ້ ຄືກັນກັບຄົນທີ່ກຳລັງຈະຈົມນ້ຳ ທີ່ຢື້ຂຶ້ນເພື່ອຫາຍໃຈ, ພະລັງຈາກພຣະເຢຊູຄຣິດ ຈະເປັນຂອງທ່ານ.”
ເດັກນ້ອຍ ແລະ ຄົນໜຸ່ມທີ່ຮັກແພງ, ມື້ນີ້ຂ້າພະເຈົ້າຢາກກ່າວກັບພວກເຈົ້າກ່ຽວກັບຫລັກທຳທີ່ສຳຄັນຂອງສັດທາໃນພຣະເຢຊູຄຣິດ.
ສັດທາໃນພຣະຄຣິດໝາຍເຖິງການໄວ້ວາງໃຈພຣະອົງ
ການມີສັດທາໃນພຣະຄຣິດໝາຍຄວາມວ່າແນວໃດ? ໝາຍຄວາມວ່າ ເຮົາ ເຊື່ອໃນພຣະອົງ ຫລື ມີປະຈັກພະຍານວ່າ ພຣະອົງມີຈິງບໍ? ນັ້ນອາດເປັນການເລີ່ມຕົ້ນ, ແຕ່ມັນເປັນຫລາຍກວ່ານັ້ນ. ພວກເຈົ້າເຄີຍຄິດເຖິງສັດທາວ່າເປັນຄວາມ ໄວ້ວາງໃຈ ຫລືບໍ່? ລອງຄິດເຖິງຄົນທີ່ພວກເຈົ້າໄວ້ວາງໃຈທີ່ສຸດ—ບາງທີກໍເປັນຄົນໃນຄອບຄົວ ຫລື ໝູ່ເພື່ອນ. ເປັນຫຍັງພວກເຈົ້າຈຶ່ງໄວ້ວາງໃຈເຂົາເຈົ້າ? ອາດເປັນເພາະວ່າພວກເຈົ້າໄດ້ເຫັນ ຄວາມຮັກ ແລະ ການຊ່ວຍເຫລືອ ທີ່ບໍ່ປ່ຽນແປງຂອງເຂົາເຈົ້າ.
ເມື່ອເຮົາມີສັດທາໃນພຣະຄຣິດ, ເຮົາຈະຮັບຮູ້ພອນຂອງພຣະອົງ ແລະ ພັດທະນາຄວາມສຳພັນແຫ່ງຄວາມໄວ້ວາງໃຈກັບພຣະອົງ.
ພວກເຈົ້າຈະສາມາດເພີ່ມຄວາມໄວ້ວາງໃຈໃນພຣະຄຣິດໄດ້ແນວໃດ?
ໃນກອງປະຊຸມໃຫ້ຄຳດົນໃຈຂອງຊາວໜຸ່ມເມື່ອບໍ່ດົນມານີ້, ພວກເຈົ້າໄດ້ຖືກເຊື້ອເຊີນໃຫ້ຕຶກຕອງເຖິງເວລາໃນຊີວິດຂອງພວກເຈົ້າ ເມື່ອພວກເຈົ້າໄດ້ຮັບແສງສະຫວ່າງຈາກສະຫວັນ. ໃຫ້ລອງໃຊ້ການຝຶກຫັດນີ້!
ເລີ່ມຕົ້ນໂດຍການຕຶກຕອງກ່ຽວກັບພຣະຄຣິດ ແລະ ຄວາມສຸກທີ່ການຊົດໃຊ້ ແລະ ພຣະກິດຕິຄຸນຂອງພຣະອົງນຳມາສູ່ຊີວິດຂອງພວກເຈົ້າ. ພ້ອມນີ້, ໃຫ້ບັນທຶກ “ຄວາມຊົງຈຳທີ່ເປັນຕົວກຳນົດທາງວິນຍານ” ທີ່ພຣະເຈົ້າໄດ້ຢູ່ຄຽງຂ້າງພວກເຈົ້າ, ຄົນທີ່ພວກເຈົ້າຮັກ, ແລະ ຜູ້ຄົນໃນພຣະຄຳພີ. ຕອນນີ້, ປະຈັກພະຍານເຫລົ່ານີ້ຈະບໍ່ນຳອຳນາດມາສູ່ຊີວິດຂອງພວກເຈົ້າ ຈົນກວ່າພຣະວິນຍານຈະ “ຂຽນໃສ່” ຫົວໃຈຂອງພວກເຈົ້າ. ສະນັ້ນ ຈົ່ງໄຕ່ຕອງ ແລະ ບັນທຶກສິ່ງທີ່ພຣະເຈົ້າກຳນົດໄວ້ ເພື່ອການມະຫັດສະຈັນເຫລົ່ານີ້ຈະມາເຖິງໃນເວລາອັນເໝາະສົມ.
ຕໍ່ໄປ, ຈົ່ງໃຊ້ການຝຶກຫັດນີ້ເປັນໂອກາດໃນການເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ. ອະທິຖານຫາພຣະບິດາເທິງສະຫວັນຂອງພວກເຈົ້າ ຄືກັບວ່າມັນເປັນຄັ້ງທຳອິດ. ສະແດງຄວາມຮັກ ແລະ ຄວາມກະຕັນຍູຂອງພວກເຈົ້າສຳລັບພອນຂອງພຣະອົງ. ແມ່ນແຕ່ທູນຖາມພຣະອົງວ່າ ພຣະອົງຮູ້ສຶກແນວໃດກ່ຽວກັບພວກເຈົ້າ ແລະ ກ່ຽວກັບທິດທາງ ທີ່ຊີວິດຂອງພວກເຈົ້າກຳລັງດຳເນີນໄປ.
ຖ້າຫາກພວກເຈົ້າຈິງໃຈ ແລະ ຖ່ອມຕົວ, ພວກເຈົ້າຈະໄດ້ຍິນຄຳຕອບຂອງພຣະອົງ ແລະ ເລີ່ມມີຄວາມສຳພັນສ່ວນຕົວ ແລະ ຍືນຍົງກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ບໍ່ພຽງເທົ່ານັ້ນ, ນິໄສທາງສາດສະໜາຂອງພວກເຈົ້າຈະກາຍເປັນສິ່ງທີ່ມີຄວາມໝາຍ! ຍົກຕົວຢ່າງ, ພວກເຈົ້າຈະຕັ້ງຕາລໍຄອຍການອະທິຖານ, ການສຶກສາສ່ວນຕົວ, ແລະ ການນະມັດສະການໃນພຣະວິຫານຂອງພວກເຈົ້າວ່າ ເປັນໂອກາດທີ່ຈະໄດ້ຮູ້ຈັກພວກພຣະອົງ ແລະ ຢູ່ກັບພວກພຣະອົງ.
ສັດທາເຕີບໂຕດ້ວຍຄວາມຈົງຮັກພັກດີ
ໃຫ້ສັງເກດວ່າ ສັດທາງອກງາມເມື່ອເຮົາໄວ້ວາງໃຈໃນພຣະເຢຊູຄຣິດ ແລະ ເບັ່ງບານ ເມື່ອເຮົາຊື່ສັດ ແລະ ຈົງຮັກພັກດີຕໍ່ພຣະອົງ. ຖ້າຫາກພວກເຈົ້າຕ້ອງການມີຄວາມສຳພັນທີ່ແທ້ຈິງກັບພຣະຄຣິດ, ຈົ່ງສະແດງໃຫ້ພຣະອົງເຫັນໂດຍການເຮັດພັນທະສັນຍາ ແລະ ໃຫ້ກຽດພັນທະສັນຍາເຫລົ່ານັ້ນດ້ວຍຄວາມຊື່ສັດ ແລະ ຄວາມຈົງຮັກພັກດີ. ການເຮັດພັນທະສັນຍາກັບພຣະເຢຊູຄຣິດເສີມສ້າງຄວາມຫວັງ. ການໃຫ້ກຽດແກ່ພັນທະສັນຍາເສີມສ້າງສັດທາ.
ຂ້າພະເຈົ້າຂໍໃຊ້ຕົວຢ່າງສ່ວນຕົວ: ຕອນຂ້າພະເຈົ້າຍັງນ້ອຍ, ຂ້າພະເຈົ້າໄດ້ເຫັນແມ່ຂອງຂ້າພະເຈົ້າຮ້ອງໄຫ້ຄົນດຽວໃນມື້ໜຶ່ງ. ເມື່ອຂ້າພະເຈົ້າຖາມເພິ່ນວ່າເປັນຫຍັງ, ເພິ່ນເວົ້າຢ່າງອ່ອນຫວານວ່າ, “ແມ່ຕ້ອງການໃຫ້ເຈົ້າເປັນເດັກດີ.” ເຖິງແມ່ນຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າບໍ່ແມ່ນສາເຫດທີ່ເພິ່ນທຸກໃຈ, ແຕ່ຂ້າພະເຈົ້າກໍຮັກ ແລະ ໄວ້ວາງໃຈເພິ່ນຫລາຍກວ່າຄົນອື່ນ ແລະ ຢາກເຮັດໃຫ້ຊີວິດຂອງເພິ່ນງ່າຍຂຶ້ນ. ສະນັ້ນ, ດ້ວຍນ້ຳຕາຄາປໍ້ ແລະ ດ້ວຍຄວາມຈິງຈັງເທົ່າທີ່ເດັກອາຍຸເກົ້າປີສາມາດເຮັດໄດ້, ຂ້າພະເຈົ້າໄດ້ສັນຍາກັບເພິ່ນໃນມື້ນັ້ນວ່າ ຂ້າພະເຈົ້າຈະພະຍາຍາມເປັນລູກຊາຍທີ່ດີທີ່ສຸດ ແລະ ເຮັດໃຫ້ເພິ່ນພູມໃຈສະເໝີ.
ພວກເຈົ້າສາມາດຈິນຕະນາການໄດ້ບໍວ່າ ຄຳສັນຍານັ້ນໄດ້ມີພະລັງ—ແລະ ຍັງມີພະລັງ—ຕໍ່ຂ້າພະເຈົ້າຫລາຍພຽງໃດ?
ຄຳສັນຍານັ້ນກັບເພິ່ນຈະນຳພາຊີວິດຂອງຂ້າພະເຈົ້າ. ກ່ອນຈະຕັດສິນໃຈ, ຂ້າພະເຈົ້າໄດ້ພິຈາລະນາວ່າ ການກະທຳຂອງຂ້າພະເຈົ້າຈະເຮັດໃຫ້ເພິ່ນພໍໃຈຫລືບໍ່. ສາຍສຳພັນຂອງຄຳສັນຍານີ້ ແລະ ຄວາມສຳພັນກັບແມ່ຂອງຂ້າພະເຈົ້າໄດ້ເປັນຄືກັນກັບສະໝໍຍຶດໝັ້ນສຳລັບການປະພຶດຂອງຂ້າພະເຈົ້າຕະຫລອດຊີວິດຂອງຂ້າພະເຈົ້າ.
ຫລາຍປີຕໍ່ມາ, ເມື່ອຂ້າພະເຈົ້າໄດ້ມາຮູ້ຈັກພຣະເຢຊູຄຣິດຫລາຍຂຶ້ນ, ຂ້າພະເຈົ້າກໍໄດ້ຮູ້ວິທີທີ່ຈະວາງສັດທາຂອງຂ້າພະເຈົ້າໃນພຣະອົງແລ້ວ. ຂ້າພະເຈົ້າໄດ້ເຮັດພັນທະສັນຍາກັບພຣະຜູ້ເປັນເຈົ້າ, ແລະ ໃນຂະນະທີ່ຂ້າພະເຈົ້າສະແຫວງຫາທີ່ຈະໃຫ້ກຽດແກ່ພັນທະສັນຍາ, ພຣະອົງໄດ້ໃຫ້ອະໄພບາບຂອງຂ້າພະເຈົ້າ, ໄດ້ນຳພາຊີວິດຂອງຂ້າພະເຈົ້າ, ແລະ ເຮັດໃຫ້ຂ້າພະເຈົ້າ “ເຕັມໄປດ້ວຍຄວາມຮັກຂອງພຣະອົງ” ເຖິງແກ່ນແທ້ຂອງຕົວຕົນຂອງຂ້າພະເຈົ້າ. ພຣະຄຣິດໄດ້ປູກຝັງຄວາມຮັກ, ຄວາມເຄົາລົບ, ແລະ ຄວາມຈົງຮັກພັກດີທີ່ເລິກເຊິ່ງຕໍ່ພຣະອົງໃນຕົວຂ້າພະເຈົ້າ.
ພວກເຈົ້າເຂົ້າໃຈບໍ່ວ່າ ເປັນຫຍັງ “ສັດທາຈຶ່ງເປັນຫລັກທຳຂອງການກະທຳ” ແລະ ວ່າ “ຖ້າບໍ່ມີ [ສັດທາ] ແລ້ວ ຈະເປັນທີ່ພໍພຣະໄທພຣະເຈົ້າບໍ່ໄດ້”?
ເມື່ອພວກເຈົ້າພະຍາຍາມເຮັດສິ່ງທີ່ພໍພຣະໄທພຣະອົງ, ພວກເຈົ້າຈະເວົ້າຄືກັນກັບໂຢເຊັບໃນເອຢິບ ເມື່ອເພິ່ນຖືກພັນລະຍາຂອງໂປຕີຟາລໍ້ລວງວ່າ, “ຂ້ອຍຈະກ້າລ່ວງປະເວນີ ແລະ ເຮັດຜິດບາບຕໍ່ສູ້ພຣະເຈົ້າໄດ້ຢ່າງໃດ?” ແລະ ເມື່ອປະເຊີນກັບການຕໍ່ຕ້ານ, ພວກເຈົ້າຈະເວົ້າຄືກັນກັບສາດສະດາໂຈເຊັບໜຸ່ມວ່າ, “ຂ້າພະເຈົ້າຈຶ່ງຮູ້ ແລະ ຂ້າພະເຈົ້າຮູ້ວ່າ ພຣະເຈົ້າຮູ້ຄືກັນ ແລະ ຂ້າພະເຈົ້າປະຕິເສດມັນບໍ່ໄດ້, … ຂ້າພະເຈົ້າຮູ້ວ່າ ຖ້າເຮັດແນວນັ້ນ ຂ້າພະເຈົ້າຈະເຮັດໃຫ້ພຣະເຈົ້າຂຸ່ນເຄືອງ.”
ສະນັ້ນ ສັດທາໃນພຣະເຢຊູຄຣິດຈຶ່ງເປັນສາຍສຳພັນແຫ່ງຄວາມໄວ້ວາງໃຈ ທີ່ຫລໍ່ຫລອມດ້ວຍຄວາມຈົງຮັກພັກດີ ແລະ ຄວາມຮັກ. ໃນອີກຄຳໜຶ່ງ, ໃນຄວາມກະຕັນຍູສຳລັບຄວາມຮັກອັນເມດຕາຂອງພຣະເຈົ້າ (hesed [ເຮເຊດ]), ເຮົາສະແດງຄວາມຮັກທີ່ຈົງຮັກພັກດີຂອງເຮົາ (emunah [ເອມູນາ]) ໂດຍການຮັກສາພຣະບັນຍັດຂອງພຣະອົງ.
ພຣະຄຣິດສັນຍາວ່າ, “ຜູ້ທີ່ມີກົດບັນຍັດຂອງເຮົາ, ແລະ ເຊື່ອຟັງກົດບັນຍັດນັ້ນ … ພຣະບິດາເຈົ້າຂອງເຮົາຈະຮັກຜູ້ທີ່ຮັກເຮົາ, ແລະ ເຮົາຈະຮັກເຂົາເໝືອນກັນ, ທັງຈະປະກົດຕົວເຮົາໃຫ້ແກ່ເຂົາ.” ຖ້າພວກເຈົ້າຕັ້ງໃຈທີ່ຈະຈົງຮັກພັກດີຕໍ່ພຣະອົງ, ພຣະອົງຈະສະແດງຄວາມຮັກຂອງພຣະອົງໃຫ້ປະຈັກຕໍ່ພວກເຈົ້າ.
ສັດທາໃນການປະເຊີນໜ້າກັບຄວາມຍາກລຳບາກ
ແຕ່ພວກເຈົ້າຄວນຕອບສະໜອງຕໍ່ສະຖານະການທີ່ບໍ່ເພິ່ງປາດຖະໜາ ທີ່ຕ້ອງການການມະຫັດສະຈັນຂອງພຣະອົງແນວໃດ? ຂະນະທີ່ການທ້າທາຍເປັນສິ່ງທີ່ຫລີກລ້ຽງບໍ່ໄດ້ ແລະ ບາງເທື່ອກໍເປັນຕາຢ້ານ, ພຽງແຕ່ເດີນໄປຫາພຣະອົງ ຢ່າງບໍ່ຫວັ່ນໄຫວ, ດັ່ງທີ່ຫົວຂໍ້ຂອງກອງປະຊຸມຊາວໜຸ່ມ ປີ 2025 ເຊື້ອເຊີນວ່າ: “ຈົ່ງເບິ່ງທີ່ເຮົາໃນຄວາມນຶກຄິດທຸກຢ່າງ; ຢ່າສົງໄສ, ຢ່າສູ່ຢ້ານ.”
ພວກເຈົ້າຈະເດີນໄປຫາພຣະອົງຢ່າງບໍ່ຫວັ່ນໄຫວໄດ້ແນວໃດ?
ໃຫ້ລອງຈິນຕະນາການວ່າ ພວກເຈົ້າເປັນນັກສຳຫລວດໃນອານາເຂດທີ່ບໍ່ເຄີຍຖືກສຳຫລວດມາກ່ອນ. ເພື່ອເອົາຊະນະອຸປະສັກທີ່ຢູ່ຂ້າງໜ້າ, ພວກເຈົ້າຕ້ອງມີແຫລ່ງໃຫ້ແສງສະຫວ່າງ. ຄວາມຊື່ສັດຂອງພວກເຈົ້າຕໍ່ພຣະເຈົ້າ ແລະ ການປະຕິສຳພັນກັບພຣະອົງທີ່ບໍ່ປ່ຽນແປງ ຄືເຊື້ອໄຟສຳລັບໂຄມໄຟຂອງພວກເຈົ້າ. ສະນັ້ນ ເມື່ອພວກເຈົ້າພົບກັບສະຖານະການທີ່ມືດມົນ ແລະ ອັນຕະລາຍ, ແທນທີ່ຈະເດີນເຂົ້າໄປຫາມັນໃນຄວາມມືດ, ພວກເຈົ້າຈະເປີດໂຄມໄຟຂອງພວກເຈົ້າທີ່ເຕັມໄປດ້ວຍນ້ຳມັນແຫ່ງສັດທາໃນພຣະຄຣິດ ເພື່ອສ່ອງປະກາຍຄວາມຫວັງໃນເສັ້ນທາງທີ່ບໍ່ແນ່ນອນ. ປະສົບການໃນອະດີດຂອງພວກເຈົ້າຈະເພີ່ມຄວາມຫວັງຂອງພວກເຈົ້າວ່າ ພຣະຜູ້ເປັນເຈົ້າຈະຄ້ຳຈູນພວກເຈົ້າ ໃນການເດີນທາງຂອງພວກເຈົ້າ.
ພວກເຈົ້າຈະໄປໄດ້ໄກສໍ່າໃດດ້ວຍຄວາມຫວັງ ແລະ ສັດທາໃນພຣະຄຣິດ?
ຈື່ເລື່ອງລາວຂອງຂ້າພະເຈົ້າຢູ່ສະນ້ຳໄດ້ບໍ? ໃນຊ່ວງເວລາທີ່ສິ້ນຫວັງນັ້ນ, ການມະຫັດສະຈັນໄດ້ເກີດຂຶ້ນໃນແບບທີ່ຂ້າພະເຈົ້າຄາດຫວັງໄວ້, ແຕ່ພຣະເຈົ້າບໍ່ໄດ້ຮັບປະກັນວ່າ ມັນຈະເປັນໄປຕາມຄວາມປາດຖະໜາຂອງເຮົາສະເໝີໄປ. ສັດທາຂອງເຮົາຕ້ອງມີສູນກາງຢູ່ທີ່ພຣະຄຣິດ ແລະ ຄວາມຫວັງຂອງເຮົາຢູ່ທີ່ພອນຂອງພຣະອົງ, ຕາມທີ່ພຣະອົງເລືອກທີ່ຈະສົ່ງມາ. “ຄາດຫວັງການມະຫັດສະຈັນ,” ແຕ່ “ໃຫ້ພຣະເຈົ້າໄຊຊະນະ.”
ຄຳສັນຍາຂອງພຣະເຈົ້າຕໍ່ຜູ້ຄົນທີ່ຊື່ສັດຂອງພຣະອົງ
ເພື່ອນໜຸ່ມຂອງຂ້າພະເຈົ້າເອີຍ, ພວກເຮົາຮັກ ແລະ ໄວ້ວາງໃຈພວກເຈົ້າຫລາຍ! ພວກເຈົ້າ ເປັນພາກສ່ວນ ໃນຄອບຄົວຂອງພຣະເຈົ້າ ແລະ ເປັນລູກໆແຫ່ງພັນທະສັນຍາ. ຈົ່ງ ເຊື່ອ ແລະ ໄວ້ວາງໃຈໃນພຣະເຢຊູຄຣິດ. ພຣະອົງຈະໃຫ້ພວກເຈົ້າ ກາຍເປັນ ສານຸສິດຂອງພຣະອົງຢ່າງແນ່ນອນ.
ຂ້າພະເຈົ້າເຊື້ອເຊີນພວກເຈົ້າໃຫ້ເລີ່ມຕົ້ນໃນມື້ນີ້ ເພື່ອບຳລຸງລ້ຽງຄວາມສຳພັນຂອງພວກເຈົ້າກັບພຣະເຢຊູຄຣິດ. ໃຫ້ຄຳໝັ້ນສັນຍາທີ່ຈະບໍ່ປະຖິ້ມພຣະອົງ.
ຄວາມຈົງຮັກພັກດີ, ຄວາມຮັກ, ແລະ ຄວາມໄວ້ວາງໃຈໃນພຣະຄຣິດຈະຫລໍ່ຫລອມລັກສະນະນິໄສ ແລະ ເອກະລັກຂອງພວກເຈົ້າ ຕາມຂອງພຣະອົງ. ພວກເຈົ້າຈະມີຄວາມໝັ້ນໃຈ ແລະ ຄວາມເຂັ້ມແຂງທີ່ຈະເອົາຊະນະການໂຈມຕີຂອງຊາຕານ. ແລະ ເມື່ອພວກເຈົ້າເຮັດຜິດພາດ, ພວກເຈົ້າຈະໂຫຍຫາການໃຫ້ອະໄພຈາກພຣະອົງ. ໃນທີ່ສຸດ, ຄວາມຫວັງຂອງພວກເຈົ້າສຳລັບອະນາຄົດຈະສົດໃສ. ພຣະອົງຈະໄວ້ວາງພຣະໄທພວກເຈົ້າກັບອຳນາດຂອງພຣະອົງ ເພື່ອບັນລຸທຸກສິ່ງທີ່ພຣະອົງຄາດຫວັງຈາກພວກເຈົ້າ, ແມ່ນແຕ່ອຳນາດທີ່ຈະກັບຄືນໄປສູ່ທີ່ປະທັບຂອງພຣະອົງ.
ຂ້າພະເຈົ້າເປັນພະຍານກັບພວກເຈົ້າເຖິງຄວາມຊື່ນຊົມທີ່ມາຈາກການຮ້ອງ “ເພງສັນລະເສີນຄວາມຮັກທີ່ໄຖ່” ແລະ ຖືກ “ລ້ອມໄວ້ໃນພຣະພາຫາແຫ່ງຄວາມຮັກຂອງພຣະອົງ.” ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.