ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຕໍ່​ໜ້າ​ຕໍ່​ຕາ​ເຮົາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2025


14:1

ຕໍ່​ໜ້າ​ຕໍ່​ຕາ​ເຮົາ

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ກຳ​ລັງ​ເຕີບ​ໂຕ​ຂຶ້ນ​ໃນ​ຈຳ​ນວນ​ສະ​ມາ​ຊິກ ແລະ ຄອບ​ຄົວ, ເຂດ​ເຜີຍ​ແຜ່ ແລະ ຜູ້​ສອນ​ສາດ​ສະ​ໜາ, ອາ​ຄານ​ປະ​ຊຸມ ແລະ ພຣະ​ວິ​ຫານ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ກະ​ຕັນ​ຍູ​ຫລາຍ​ທີ່​ໄດ້​ຢູ່​ກັບ​ທ່ານ. ພວກ​ເຮົາ​ຮັກ​ທ່ານ; ພວກ​ເຮົາ​ກະ​ຕັນ​ຍູ​ສຳ​ລັບ​ທ່ານ, ແລະ ພວກ​ເຮົາ​ຮູ້​ສຶກ​ໄດ້​ຮັບ​ພອນ​ໂດຍ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ໃຫຍ່​ທີ່​ຜ່ານ​ມາ​ວ່າ: “ທ່ານ​ເຫັນ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ຕໍ່​ໜ້າ​ຕໍ່​ຕາ​ເຮົາ​ຫລື​ບໍ່? ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ເຮົາ​ຈະ​ບໍ່​ພາດ​ຄວາມ​ສະ​ຫງ່າ​ງາມ​ຂອງ​ຊ່ວງ​ເວ​ລາ​ນີ້! ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ​ແທ້ໆ.”

ກຳ​ລັງ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ. ຄຳ​ວ່າ “ເລັ່ງ” ແມ່ນ​ຄຳ​ທີ່​ສຳ​ຄັນ. ມັນ​ສະ​ແດງ​ເຖິງ​ການ​ເຄື່ອນ​ໄຫວ​ທີ່​ວ່ອງ​ໄວ, ເລັ່ງ​ຄວາມ​ໄວ, ແລະ ແມ່ນ​ແຕ່​ເລັ່ງ​ດ່ວນ. ໃນ​ການ​ເຕີບ​ໂຕ​ຂອງ​ສາດ​ສະ​ໜາ​ຈັກ ແລະ ແຜນ​ຂອງ​ພຣະ​ຄຣິດ, ການ​ເລັ່ງ​ກຳ​ລັງ​ເກີດ​ຂຶ້ນ. ແລະ ພວກ​ເຮົາ​ທຸກ​ຄົນ​ລ້ວນ​ແຕ່​ເປັນ​ສ່ວນ​ໜຶ່ງ​ໃນ​ນັ້ນ.

ໃນ​ເດືອນ​ເມ​ສາ ປີ 1834 ໃນ​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ເຕົ້າ​ໂຮມ​ທຸກ​ຄົນ​ຜູ້​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ເຮືອນ​ໂຮງ​ຮຽນ​ນ້ອຍໆ​ຫລັງ​ໜຶ່ງ, ປະ​ມານ 14 ຕະ​ລາງ​ຟຸດ (4.3 ຕະ​ລາງ​ແມັດ). ເຮົາ​ສາ​ມາດ​ເອົາ​ເຮືອນ​ໂຮງ​ຮຽນ​ເຫລົ່າ​ນັ້ນ​ຫລາຍ​ສິບ​ຫລັງ​ມາ​ໃສ່​ໃນ​ສູນ​ກາງ​ປະ​ຊຸມ​ໃຫຍ່​ແຫ່ງ​ນີ້, ໂດຍ​ຍັງ​ມີ​ບ່ອນ​ວ່າງ​ເຫລືອ. ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ວ່າ, “ຄ່ຳ​ຄືນ​ນີ້ ມີ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນ​ຢູ່​ໃນ​ບ່ອນ​ນີ້, ແຕ່​ສາດ​ສະ​ໜາ​ຈັກ​ນີ້​ຈະ​ເຕັມ​ຢູ່​ໃນ​ອາ​ເມ​ຣິ​ກາ​ເໜືອ ແລະ ໃຕ້—ມັນ​ຈະ​ເຕັມ​ຢູ່​ໃນ​ໂລກ.”

ຄຳ​ທຳ​ນາຍ​ນັ້ນ​ກຳ​ລັງ​ສຳ​ເລັດ​ຄົບ​ຖ້ວນ “ຕໍ່​ໜ້າ​ຕໍ່​ຕາ​ເຮົາ.” ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ກຳ​ລັງ​ເຕີບ​ໂຕ​ຂຶ້ນ​ໃນ​ຈຳ​ນວນ​ສະ​ມາ​ຊິກ ແລະ ຄອບ​ຄົວ, ເຂດ​ເຜີຍ​ແຜ່ ແລະ ຜູ້​ສອນ​ສາດ​ສະ​ໜາ, ອາ​ຄານ​ປະ​ຊຸມ ແລະ ພຣະ​ວິ​ຫານ, ແລະ ໃນ​ການ​ລົງ​ທະ​ບຽນ​ຮຽນ​ໃນ​ຫ້ອງ​ຮຽນ​ສາດ​ສະ​ໜາ, ສະ​ຖາ​ບັນ, ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ທົ່ວ​ໂລກ.

ພວກ​ເຮົາ​ກະ​ຕັນ​ຍູ​ທີ່​ໄດ້​ຢູ່​ເທິງ​ໂລກ​ນີ້ ເມື່ອ​ສາດ​ສະ​ໜາ​ຈັກ​ກຳ​ລັງ​ເພີ່ມ​ຂຶ້ນ​ໃນ​ຈຳ​ນວນ​ຕົວ​ເລກ ແລະ ອິດ​ທິ​ພົນ, ແຕ່​ທີ່​ສຳ​ຄັນ​ໄປ​ກວ່າ​ນັ້ນ ໃນ​ໃຈ ແລະ ຊີ​ວິດ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ເຮົາ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ກ່ຽວ​ກັບ​ພຣະ​ອົງ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ວິ​ທີ​ທາງ​ຂອງ​ພຣະ​ອົງ, ແລະ ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ. ເຮົາ​ເປັນ​ຄົນ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ຕົກ​ຕະ​ລຶງ​ກັບ​ສິ່ງ​ທີ່​ປະ​ທານ​ແນວ​ສັນ​ເອີ້ນ​ວ່າ “ຄວາມ​ສະ​ຫງ່າ​ງາມ​ຂອງ​ຊ່ວງ​ເວ​ລາ​ນີ້” ແລະ ສະ​ແດງ​ອອກ​ເຖິງ​ຄວາມ​ກະ​ຕັນ​ຍູ​ອັນ​ເລິກ​ເຊິ່ງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ວຽກ​ງານ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຊຸກ​ຍູ້​ເຮົາ​ໃຫ້​ຢືນ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ​ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ອົງ, ຜູ້​ເຫັນ​ເຫດ​ການ​ການ​ສຳ​ເລັດ​ຄົບ​ຖ້ວນ​ຂອງ​ຄຳ​ທຳ​ນາຍ, ທັງ​ສະ​ໄໝ​ບູ​ຮານ ແລະ ສະ​ໄໝ​ໃໝ່.

ຈະມີ​ຜູ້​ຄັດ​ຄ້ານ​ທີ່​ຮ້ອງ​ຂຶ້ນ​ວ່າ, “‘ເບິ່ງ​ແມ, ບ່ອນ​ນີ້’ ແລະ … ‘ເບິ່ງ​ແມ, ບ່ອນ​ນັ້ນ!’” ດັ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ​ໃນ​ວັນ​ເວ​ລາ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ເປັນ ແລະ ຈະ​ເປັນ​ພຽງ​ແຕ່​ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ​ເທົ່າ​ນັ້ນ ໃນ​ວຽກ​ງານ​ອັງ​ສູງ​ສົ່ງ​ນີ້. ໃຫ້​ຈື່​ຖ້ອຍ​ຄຳ​ຂອງ​ໂຈ​ເຊັບ ສະ​ມິດ ທີ່​ວ່າ: “ມື​ທີ່​ບໍ່​ສັກ​ສິດ​ຈະ​ບໍ່​ສາ​ມາດ​ຢຸດ​ຢັ້ງ​ວຽກ​ງານ​ນີ້​ຈາກ​ຄວາມ​ກ້າວ​ໜ້າ​ໄດ້; ການ​ຂົ່ມ​ເຫັງ​ອາດ​ເດືອດ​ຂຶ້ນ, … ແຕ່​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ​ຈະ​ກ້າວ​ໄປ​ໜ້າ​ຢ່າງ​ອາດ​ຫານ, ສູງ​ສົ່ງ, ແລະ ເປັນ​ເອ​ກະ​ລາດ, ຈົນ​ກວ່າ​ມັນ​ໄດ້​ເຂົ້າ​ໄປ​ເຖິງ​ທຸກ​ທະ​ວີບ, ໄດ້​ຢ້ຽມ​ຢາມ​ທຸກ​ພາກ​ພື້ນ​ຂອງ​ແຜ່ນ​ດິນ, ໄດ້​ຜ່ານ​ໄປ​ໃນ​ທຸກ​ປະ​ເທດ, ແລະ ທຸກ​ຄົນ​ໄດ້​ຍິນ, ຈົນ​ກວ່າ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ຈະ​ສຳ​ເລັດ​ຄົບ​ຖ້ວນ, ແລະ ພຣະ​ເຢ​ໂຮ​ວາ​ອົງ​ຍິ່ງ​ໃຫຍ່​ຈະ​ກ່າວ​ວ່າ ວຽກ​ງານ​ສຳ​ເລັດ​ແລ້ວ.”

ໃນ​ວຽກ​ງານ​ມອບ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ​ປີ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ຢູ່​ແຖວ​ໜ້າ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ. ສາດ​ສະ​ໜາ​ຈັກ​ກຳ​ລັງ​ສ້າງ​ພຣະ​ວິ​ຫານ​ໃນ​ຄວາມ​ໄວ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ໂດຍ​ໃຫ້​ສະ​ມາ​ຊິກ​ໄດ້​ມີ​ໂອ​ກາດ​ທີ່​ຈະ​ນະ​ມັດ​ສະ​ການ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຍິ່ງ​ຂຶ້ນ. ສອງ, ວຽກ​ງານ​ເຜີຍ​ແຜ່​ກຳ​ລັງ​ທ້ອນ​ໂຮມ​ຈຳ​ນວນ​ຄົນ​ສູງ​ສຸດ​ເຂົ້າ​ສູ່​ຝູງ​ຂອງ​ຜູ້​ລ້ຽງ​ແກະ​ທີ່​ດີ, ພຣະ​ເຢ​ຊູ​ຄຣິດ. ແລະ ສາມ, ການ​ສຶກ​ສາ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ຮູບ​ແບບ​ຕ່າງໆ ແມ່ນ​ຢູ່​ໃນ​ລະ​ດັບ​ທີ່​ສູງ​ທີ່​ສຸດ​ໃນ​ການ​ສິດ​ສອນ​ຜູ້​ທີ່ “ສະ​ແຫວງ​ຫາ​ພຣະ​ເຢ​ຊູ​ອົງ​ນີ້.”

ທຸກ​ມື້​ນີ້ ສາດ​ສະ​ໜາ​ຈັກ​ມີ​ພຣະ​ວິ​ຫານ 367 ແຫ່ງ ໃນ​ຫລາຍໆ​ຂັ້ນ​ຕອນ​ຂອງ​ການ​ອອກ​ແບບ, ການ​ກໍ່​ສ້າງ, ຫລື ການ​ເປີດ​ດຳ​ເນີນ​ການ. ແລະ ເພື່ອ​ຈຸດ​ປະ​ສົງ​ຫຍັງ? ຄຳ​ຕອບ​ໄດ້​ຖືກ​ປະ​ກາດ​ເທິງ​ພຣະ​ວິ​ຫານ​ແຕ່​ລະ​ແຫ່ງ: “ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ.” ພຣະ​ວິ​ຫານ​ເປີດ​ຫົນ​ທາງ​ສູ່​ພອນ​ສູງ​ສຸດ​ທີ່​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ມີ​ໄວ້​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ. ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ກຳ​ລັງ​ເລັ່ງ​ຄວາມ​ສັກ​ສິດ ເມື່ອ​ເຮົາ​ໃຊ້​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ​ສຳ​ລັບ​ພຣະ​ວິ​ຫານ, ເມື່ອ​ເຮົາ​ນະ​ມັດ​ສະ​ການ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ເພື່ອ​ຕົວ​ເຮົາ​ເອງ ແລະ ແທນ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ທີ່​ຢູ່​ຟາກ​ມ່ານ​ອີກ​ເບື້ອງ​ໜຶ່ງ.

ປະ​ທານ​ແນວ​ສັນ​ເຄີຍ​ກ່າວ​ໄວ້​ວ່າ: “ການ​ໂຈມ​ຕີ​ຂອງ​ຜູ້​ປໍ​ລະ​ປັກ ແມ່ນ​ເພີ່ມ​ທະ​ວີ​ຫລາຍ​ຂຶ້ນ, ໃນ​ຄວາມ​ຮຸນ​ແຮງ ແລະ ໃນ​ຫລາຍ​ຮູບ​ແບບ. ການ​ໄປ​ພຣະ​ວິ​ຫານ​ເປັນ​ປະ​ຈຳ​ຂອງ​ເຮົາ ແມ່ນ​ຈຳ​ເປັນ​ຫລາຍ​ກວ່າ​ທີ່​ຜ່ານ​ມາ. ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ຈົ່ງ​ກວດ​ກາ​ເບິ່ງ​ເວ​ລາ​ທີ່​ທ່ານ​ໃຊ້​ເຮັດ​ສິ່ງ​ຕ່າງໆ ດ້ວຍ​ການ​ອະ​ທິ​ຖານ.” ໃນ​ບ້ານ​ຂອງ​ພຣະ​ອົງ ເຮົາ​ສາ​ມາດ​ຮູ້​ສຶກ​ໄດ້​ເຖິງ​ທີ່​ປະ​ທັບ​ອັນ​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຄວາມ​ສະ​ຫງົບ​ສຸກ​ທີ່​ເໜືອ​ທຳ​ມະ​ຊາດ.

ແອວ​ເດີ ແລະ ຊິດ​ສະ​ເຕີ ແຣັສ໌​ແບນ ທີ່​ພຣະ​ວິ​ຫານ​ເມັນ​ໂດ​ຊາ ອາກ​ຊັງ​ຕິນ.

ປີ​ກາຍ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃຫ້​ຄວບ​ຄຸມ​ການ​ອຸ​ທິດ​ພຣະ​ວິ​ຫານ​ເມັນ​ໂດ​ຊາ ອາກ​ຊັງ​ຕິນ. ໃນ​ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ອ້າງ​ອີງ​ເຖິງ​ຄຳ​ທຳ​ນາຍ​ປີ 1926 ຂອງ​ແອວ​ເດີ ເມວ​ວິນ ເຈ ບາ​ເລີດ ວ່າ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຕີບ​ໂຕ​ຂຶ້ນ​ຢ່າງ​ຊ້າໆ​ຊົ່ວ​ໄລ​ຍະ​ໜຶ່ງ​ໃນ​ອາ​ເມ​ຣິ​ກາ​ໃຕ້, “ເໝືອນ​ດັ່ງ​ຕົ້ນ​ໂອກ​ທີ່​ເຕີບ​ໂຕ​ຂຶ້ນ​ຢ່າງ​ຊ້າໆ​ຈາກ​ເມັດ​ໝາກ​ໂອກ. ມັນ​ຈະ​ບໍ່​ໃຫຍ່​ຂຶ້ນ​ບາດ​ດຽວ​ໃນ​ມື້​ດຽວ,” ແຕ່​ຄົນ​ເປັນ​ພັນໆ​ຄົນ​ຈະ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ, ແລະ ຊົນ​ຊາດ​ແຫ່ງ​ອາ​ເມ​ຣິ​ກາ​ໃຕ້​ຈະ​ກາຍ​ເປັນ “ພະ​ລັງ​ໃນ​ສາດ​ສະ​ໜາ​ຈັກ.” ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄຳ​ທຳ​ນາຍ​ນັ້ນ​ສຳ​ເລັດ​ຄົບ​ຖ້ວນ​ຕໍ່​ໜ້າ​ຕໍ່​ຕາ​ຂ້າ​ພະ​ເຈົ້າ.

ເມັນ​ໂດ​ຊາ, ທີ່​ຄັ້ງ​ໜຶ່ງ​ເຄີຍ​ເປັນ​ເມັດ​ໝາກ​ໂອກ​ນ້ອຍໆ, ໄດ້​ກາຍ​ເປັນ​ຕົ້ນ​ໂອກ​ທີ່​ຍິ່ງ​ໃຫຍ່. ການ​ເຕີບ​ໂຕ​ນັ້ນ​ໄດ້​ເກີດ​ຂຶ້ນ​ຢ່າງ​ຊໍ້າໆ​ທົ່ວ​ທະ​ວີບ ແລະ ເກາະ​ຕ່າງໆ​ໃນ​ທະ​ເລ.

ເຮົາ​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ​ໃນ​ເຂດ​ເຜີຍ​ແຜ່. ໃນ​ປີ 2024, ຜູ້​ສອນ​ສາດ​ສະ​ໜາ 80,000 ຄົນ ກຳ​ລັງ​ຮັບ​ໃຊ້​ໃນ​ເຂດ​ເຜີຍ​ແຜ່ 450 ເຂດ ສາມ​ສິບ​ຫົກ​ເຂດ​ໃນ​ນັ້ນ ແມ່ນ​ເຂດ​ເຜີຍ​ແຜ່​ໃໝ່. ປີ​ກາຍ​ນີ້ ວຽກ​ງານ​ເຜີຍ​ແຜ່​ໄດ້​ນຳ​ສະ​ມາ​ຊິກ​ໃໝ່​ຫລາຍ​ກວ່າ 308,000 ຄົນ ເຂົ້າ​ມາ​ສູ່​ສາດ​ສະ​ໜາ​ຈັກ. ຫລາຍ​ກວ່າ​ຕົວ​ເລກ, ພຣະ​ວິນ​ຍານ​ແຫ່ງ​ການ​ເຕົ້າ​ໂຮມ​ກໍ​ຄື​ການ​ນຳ​ຈິດ​ວິນ​ຍານ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ອັກ​ຄະ​ສາ​ວົກ ບຣິ​ກຳ ຢັງ ແລະ ອັກ​ຄະ​ສາ​ວົກ ຮີ​ເບີ ຊີ ຄິມ​ໂບ, ຜູ້​ທີ່​ໄດ້​ອອກ​ໄປ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ປີ 1839 ສູ່​ໝູ່​ເກາະ​ອັງ​ກິດ. ພວກ​ເພິ່ນ​ປ່ວຍ​ໂຊ; ພວກ​ເພິ່ນ​ໄດ້​ປະ​ຄອບ​ຄົວ​ຂອງ​ພວກ​ເພິ່ນ​ທີ່​ກຳ​ລັງ​ປ່ວຍ​ໂຊ ແລະ ອົດ​ຢາກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທັງ​ສອງ​ໄດ້​ປີນ​ຂຶ້ນ​ກວຽນ, ແລະ ຂະ​ນະ​ທີ່​ຍັງ​ຢູ່​ໃນ​ສາຍ​ຕາ​ຂອງ​ຄົນ​ທີ່​ພວກ​ເພິ່ນ​ຮັກ, ຮີ​ເບີ​ໄດ້​ເວົ້າ​ວ່າ, “ພວກ​ເຮົາ​ລຸກ​ຂຶ້ນ ແລະ ໃຫ້​ກຳ​ລັງ​ໃຈ​ພວກ​ເຂົາ​ກັນ​ເທາະ.” ທັງ​ສອງ​ພະ​ຍາ​ຍາມ​ລຸກ​ຂຶ້ນ​ຢືນ ແລະ ຮ້ອງ​ວ່າ, “ໄຊ​ໂຢ, ໄຊ​ໂຢ ເພື່ອ​ອິດ​ສະ​ຣາ​ເອນ.”

ກຳ​ລັງ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຢູ້​ໃນ​ເມືອງ​ລິ​ມາ, ປະ​ເທດ​ເປ​ຣູ.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາມ​ກະ​ຕື​ລື​ລົ້ນ​ດຽວ​ກັນ​ນີ້​ເພື່ອ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ເມືອງ​ລິ​ມາ, ປະ​ເທດ​ເປ​ຣູ, ເມື່ອ​ຂ້າ​ພະ​ເຈົ້າ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຈາກ​ສູນ​ຝຶກ​ອົບ​ຮົມ​ຜູ້​ສອນ​ສາດ​ສະ​ໜາ ແລະ ເຂດ​ເຜີຍ​ແຜ່​ໃນ​ເມືອງ​ລິ​ມາ. ຊ່າງ​ເປັນ​ພາບ​ທີ່​ເປັນ​ຕາ​ເບິ່ງ​ແທ້ໆ! ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ການ​ເລັ່ງ​ຕໍ່​ໜ້າ​ຕໍ່​ຕາ​ຂ້າ​ພະ​ເຈົ້າ. ຕອນ​ນີ້ ມີ​ເຂດ​ເຜີຍ​ແຜ່​ເຈັດ​ເຂດ​ພຽງ​ແຕ່​ໃນ​ເມືອງ​ລິ​ມາ​ເມືອງ​ດຽວ.

ໃນ​ຕອນ​ທ້າຍ​ຂອງ​ກອງ​ປະ​ຊຸມ​ຂອງ​ພວກ​ເຮົາ, ຜູ້​ສອນ​ສາດ​ສະ​ໜາ​ໄດ້​ກຽມ​ເຊີ​ໄພ້​ພິ​ເສດ​ສຳ​ລັບ​ຂ້າ​ພະ​ເຈົ້າ. ພວກ​ເຂົາ​ໄດ້​ຢືນ​ຂຶ້ນ ແລະ ໂຮ່​ຮ້ອງ​ວ່າ, “ໄຊ​ໂຢ ເພື່ອ​ອິດ​ສະ​ຣາ​ເອນ.” ຂ້າ​ພະ​ເຈົ້າ​ຈະ​ບໍ່​ມີ​ວັນ​ລືມ​ຊ່ວງ​ເວ​ລາ​ນັ້ນ; ຂ້າ​ພະ​ເຈົ້າ​ເສຍ​ດາຍ​ທີ່​ພວກ​ທ່ານ​ທຸກ​ຄົນ​ບໍ່​ສາ​ມາດ​ໄດ້​ຢູ່​ທີ່​ນັ້ນ​ນຳ​ກັນ. ຕໍ່​ໜ້າ​ຕໍ່​ຕາ​ຂ້າ​ພະ​ເຈົ້າ​ແມ່ນ​ບັນ​ດາ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ໄດ້​ປະ​ຖິ້ມ “ສິ່ງ​ທີ່​ເປັນ​ຂອງ​ໂລກ” ເພື່ອ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ຊ່ວຍ​ເລັ່ງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ.

ເຮົາ​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເລັ່ງ​ໂອ​ກາດ​ທາງ​ການ​ສຶກ​ສາ​ສຳ​ລັບ​ສະ​ມາ​ຊິກ​ຂອງ​ພວກ​ເຮົາ ແລະ ແມ່ນ​ແຕ່​ຜູ້​ທີ່​ບໍ່​ແມ່ນ​ສະ​ມາ​ຊິກ​ທົ່ວ​ໂລກ. ໜຶ່ງ​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ແຕກ​ຕ່າງ​ຈາກ​ຄົນ​ອື່ນ​ໃນ​ຖາ​ນະ​ສາດ​ສະ​ໜາ​ຈັກ​ກໍ​ຄື ການ​ເນັ້ນ​ເລື່ອງ​ການ​ສຶກ​ສາ​ຂອງ​ພວກ​ເຮົາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ໃນ​ຊ່ວງ​ຕົ້ນ​ຂອງ​ການ​ຟື້ນ​ຟູ​ໃຫ້ “ສະ​ແຫວງ​ຫາ​ການ​ຮຽນ​ຮູ້, ແມ່ນ​ແຕ່​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ​ນຳ​ອີກ.” ສິ່ງ​ນັ້ນ​ກຳ​ລັງ​ເກີດ​ຂຶ້ນ​ໃນ​ທຸກ​ມື້​ນີ້ ແລະ ສົມ​ຄວນ​ໄດ້​ຮັບ​ສຽງ “ໄຊ​ໂຢ” ທີ່​ດັງ​ກ້ອງ.

ປະ​ຈຸ​ບັນ ນັກ​ຮຽນ​ຫລາຍ​ກວ່າ 800,000 ຄົນ​ທົ່ວ​ໂລກ​ໄດ້​ລົງ​ທະ​ບຽນ​ເຂົ້າ​ຮຽນ​ໃນ​ຫ້ອງ​ຮຽນ​ສາດ​ສະ​ໜາ ແລະ ສະ​ຖາ​ບັນ, ຊຶ່ງ​ເປັນ​ຈຳ​ນວນ​ລົງ​ທະ​ບຽນ​ທີ່​ສູງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ. ຄົນ​ໜຸ່ມ​ຂອງ​ເຮົາ​ເຕົ້າ​ໂຮມ​ກັນ​ໃນ​ຮູບ​ແບບ​ທີ່​ຫລາກ​ຫລາຍ, ຕັ້ງ​ແຕ່​ຫ້ອງ​ຮຽນ​ຕອນ​ເຊົ້າໆ, ຕອນ​ກາງ​ເວັນ, ແລະ ຕອນ​ແລງ ໄປ​ຈົນ​ເຖິງ​ຫ້ອງ​ຮຽນ​ອອນ​ລາຍ ແລະ ການ​ສຶກ​ສາ​ໃນ​ບ້ານ. ພວກ​ເຂົາ​ເປັນ​ກອງ​ທັບ​ທີ່​ແຂງ​ແກ່ນ ແລະ ຊອບ​ທຳ, ໂດຍ​ໄດ້​ກຳ​ລັງ​ມາ​ຈາກ​ກັນ​ແລະ​ກັນ ຂະ​ນະ​ທີ່​ພວກ​ເຂົາ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ຕິດ​ຕາມ, ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ອົງ​ວ່າ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

ກຳ​ລັງ​ກ່າວ​ກັບ​ນັກ​ສຶກ​ສາ​ຂອງ​ຫ້ອງ​ຮຽນ​ສາດ​ສະ​ໜາ ແລະ ສະ​ຖາ​ບັນ.

ລະ​ດູ​ໃບ​ໄມ້​ລົ່ນ​ທີ່​ຜ່ານ​ມາ ຂ້າ​ພະ​ເຈົ້າ​ໄດ້​ຂຶ້ນ​ກ່າວ​ປາ​ໄສ​ຢູ່​ທີ່​ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ໃຫ້​ກັບ​ນັກ​ຮຽນ​ຫ້ອງ​ຮຽນ​ສາດ​ສະ​ໜາ ແລະ ສະ​ຖາ​ບັນ ແລະ ພໍ່​ແມ່​ຂອງ​ພວກ​ເຂົາ ທີ່​ເຕັມ​ສະ​ໜາມ​ກິ​ລາ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ​ທາ. ການ​ມາ​ຮ່ວມ​ງານ​ຂອງ​ພວກ​ເຂົາ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຂົາ​ທີ່​ຈະ​ຮູ້​ຈັກ ແລະ ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ. ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ເຖິງ​ນັກ​ຮຽນ​ເຫລົ່າ​ນັ້ນ​ຊັດ​ເຈນ: ມອບ​ເວ​ລາ​ທີ່​ເທົ່າ​ກັນ​ໃຫ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ແນະ​ນຳ​ພວກ​ເຂົາ​ວ່າ​ໃຫ້​ຄວາມ​ສົມ​ດຸນ​ກັບ​ການ​ສຶກ​ສາ​ຂອງ​ພວກ​ເຂົາ ພ້ອມ​ດ້ວຍ​ການ​ຮຽນ​ຮູ້​ທີ່​ແທ້​ຈິງ ແລະ ສູງ​ກວ່າ, ແມ່ນ​ແຕ່​ການ​ສຶກ​ສາ​ກ່ຽວ​ກັບ “ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່.”

ຂ້າ​ພະ​ເຈົ້າ​ຂໍ​ສິ່ງ​ດຽວ​ກັນ​ຈາກ​ທຸກ​ຄົນ​ໃນ​ມື້​ນີ້: ສິ່ງ​ໃດ​ກໍ​ຕາມ​ທີ່​ຢູ່​ໃນ​ລາຍ​ການ “ຕ້ອງ​ເຮັດ” ຂອງ​ທ່ານ, ຈົ່ງ​ໃຫ້​ເວ​ລາ​ທີ່​ເທົ່າ​ກັນ, ບໍ່​ແມ່ນ​ເວ​ລາ​ທີ່​ເຫລືອ, ໃຫ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ການ​ສ່ວນ​ຕົວ, ການ​ສຶກ​ສາ ຈົ່ງ​ຕາມ​ເຮົາ​ມາ ເປັນ​ຄອບ​ຄົວ, ການ​ອະ​ທິ​ຖານ, ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ການ​ຮັບ​ສ່ວນ​ສິນ​ລະ​ລຶກ, ການ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ, ແລະ ການ​ໄຕ່​ຕອງ​ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ກ່າວ​ໄວ້​ວ່າ, “ຮຽນ​ຮູ້​ຈາກ​ເຮົາ … ແລ້ວ​ຈິດ​ໃຈ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາ​ເມື່ອຍ.” ຈົ່ງ​ເຮັດ​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ. ແລະ ໃຫ້​ເວ​ລາ​ພຣະ​ອົງ​ເທົ່າ​ກັນ.

ປະ​ທານ​ແນວ​ສັນ​ໄດ້​ກ່າວ​ໄວ້​ວ່າ: “ຂ້າ​ພະ​ເຈົ້າ​ອ້ອນ​ວອນ​ກັບ​ທ່ານ​ວ່າ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ທ່ານ. ຈົ່ງ​ມອບ​ເວ​ລາ​ຂອງ​ທ່ານ​ໃຫ້​ພຣະ​ອົງ​ຫລາຍ​ພໍ. ຂະ​ນະ​ທີ່​ທ່ານ​ເຮັດ, ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ໃນ​ທາງ​ບວກ​ຂອງ​ທ່ານ.”

ເຮົາ​ເຫັນ​ແຮງ​ຜັກ​ດັນ​ນັ້ນ​ທີ່​ຫ້ອງ​ຮຽນ​ສາດ​ສະ​ໜາ, ສະ​ຖາ​ບັນ, ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ສາດ​ສະ​ໜາ​ຈັກ. ໃນ​ສະ​ພາບ​ແວດ​ລ້ອມ​ເຫລົ່າ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ. ສະ​ນັ້ນ ພຣະ​ອົງ​ຈຶ່ງ​ຄວນ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ​ແຕ່​ລະ​ຄົນ.

ອີກ​ຂົງ​ເຂດ​ໜຶ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ອິດ​ທິ​ພົນ​ທີ່​ກຳ​ລັງ​ເຕີບ​ໂຕ​ຂອງ​ການ​ສຶກ​ສາ​ໃນ​ສາດ​ສະ​ໜາ​ຈັກ ແມ່ນ BYU–Pathway ທົ່ວ​ໂລກ. ທົ່ວ​ໂລກ, ມີ​ຜູ້​ລົງ​ທະ​ບຽນ​ເຂົ້າ​ຮຽນ​ເກືອບ​ເຖິງ 75,000 ຄົນ ແລະ ຍັງ​ສືບ​ຕໍ່​ເຕີບ​ໂຕ​ຂຶ້ນ​ຢ່າງ​ວ່ອງ​ໄວ. ສ່ວນ​ຫລາຍ​ແມ່ນ​ສະ​ມາ​ຊິກ, ແລະ ຫລາຍ​ກວ່າ​ໜຶ່ງ​ສ່ວນ​ສາມ​ແມ່ນ​ຢູ່​ໃນ​ອາ​ຟຣິ​ກາ. Pathway ແມ່ນ​ເລື່ອງ​ກ່ຽວ​ກັບ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ. ການ​ຮຽນ​ຈົບ​ຫລັກ​ສູດ​ໝາຍ​ເຖິງ​ການ​ເຂົ້າ​ເຖິງ​ການ​ຈ້າງ​ງານ, ແລະ ການ​ເຂົ້າ​ເຖິງ​ການ​ຈ້າງ​ງານ​ໝາຍ​ເຖິງ​ຊີ​ວິດ​ທີ່​ດີ​ຂຶ້ນ​ສຳ​ລັບ​ຄອບ​ຄົວ ແລະ ມີ​ໂອ​ກາດ​ຫລາຍ​ຂຶ້ນ​ທີ່​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ.

ກຳ​ລັງ​ພົບ​ກັບ​ຜູ້​ນຳ​ສະ​ເຕກ​ໃນ​ປະ​ເທດ​ອູ​ກັນ​ດາ.

ຕອນ​ທີ່​ຂ້າ​ພະ​ເຈົ້າ​ພົບ​ປະ​ກັບ​ຜູ້​ນຳ​ສະ​ເຕກ​ໃນ​ອູ​ກັນ​ດາ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ຝ່າຍ​ປະ​ທານ​ສະ​ເຕກ​ທັງ​ໝົດ​ເຄີຍ​ເຂົ້າ​ຮຽນ​ໃນ BYU–Pathway. ຍິ່ງ​ເຮົາ​ກຽມ​ພ້ອມ​ທາງ​ໂລກ ແລະ ທາງ​ວິນ​ຍານ​ຫລາຍ​ເທົ່າ​ໃດ, ເຮົາ​ກໍ​ຈະ​ສາ​ມາດ​ຕໍ່​ຕ້ານ​ການ​ໂຈມ​ຕີ​ອັນ​ມີ​ເລ່​ຫລ່ຽມ​ຂອງ​ຜູ້​ປໍ​ລະ​ປັກ​ໄດ້​ຫລາຍ​ເທົ່າ​ນັ້ນ. ໃຫ້​ຈື່​ຖ້ອຍ​ຄຳ​ຂອງ​ເປ​ໂຕ​ທີ່​ວ່າ: “ມານ​ທຽວ​ວົນ​ວຽນ​ໄປ​ມາ​ເໝືອນ​ໂຕ​ສິງ​ທີ່​ແຜດ​ສຽງ, ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.”

ຂ້າ​ພະ​ເຈົ້າ​ຮູ້​ຈັກ​ວ່າ ໃນ​ທ່າມ​ກາງ​ຂ່າວ​ດີ​ແຫ່ງ​ພຣະ​ກິດ​ຕິ​ຄຸນ, ມີ​ຜູ້​ທີ່​ດີ້ນ​ລົ້ນ, ຜູ້​ທີ່​ມີ​ຄວາມ​ທ້າ​ທາຍ​ດ້ານ​ສັດ​ທາ, ຄວາມ​ສົງ​ໄສ, ແລະ ຄຳ​ຖາມ​ທີ່​ເບິ່ງ​ຄື​ວ່າ​ບໍ່​ມີ​ຄຳ​ຕອບ. ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ​ເອີຍ, ພຣະ​ເຢ​ຊູ​ຄຣິດ​ຄື​ຄຳ​ຕອບ. ເລີ່ມ​ຕົ້ນ​ຈາກ​ພຣະ​ອົງ. ຊອກ​ຫາ​ພຣະ​ຫັດ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ທ່ານ. ຟັງ​ພຣະ​ອົງ. “ຢ່າ​ວຸ້ນ​ວາຍ​ເປັນ​ທຸກ​ໃຈ,” ພຣະ​ອົງ​ໄດ້​ກ່າວ​ຕໍ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໃນ​ຊ່ວງ​ຊົ່ວ​ໂມງ​ສຸດ​ທ້າຍ​ກ່ອນ​ເຄັດ​ເຊ​ມາ​ເນ, ກ່ອນ​ການ​ແບກ​ໄມ້​ກາງ​ແຂນ​ຂອງ​ພຣະ​ອົງ​ຜ່ານ​ຖະ​ໜົນ​ໃນ​ເຢ​ຣູ​ຊາ​ເລັມ, ກ່ອນ​ໂຄ​ລະ​ໂຄ​ທາ, ບ່ອນ​ທີ່​ພຣະ​ອົງ​ໄດ້​ສຳ​ເລັດ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ—ສິ່ງ​ທີ່​ມີ​ພຽງ​ແຕ່​ພຣະ​ອົງ, ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ, ສາ​ມາດ​ເຮັດ​ໄດ້.

ຈົ່ງ​ຮູ້​ວ່າ ພຣະ​ອົງ​ເຂົ້າ​ໃຈ. ພຣະ​ອົງ​ໄດ້​ຮັບ​ເອົາ​ບາບ​ທັງ​ໝົດ​ຂອງ​ເຮົາ​ໄວ້​ກັບ​ພຣະ​ອົງ​ເອງ, ພ້ອມ​ທັງ​ຄວາມ​ຜິດ​ພາດ, ຄວາມ​ທຸກ​ທໍ​ລະ​ມານ, ແລະ ມື້​ທີ່​ບໍ່​ດີ​ຫລາຍ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຢູ່​ກັບ​ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ໃນ​ນິ​ລັນ​ດອນ​ອີກ​ຄັ້ງ. ພຣະ​ອົງ​ໄດ້​ກ່າວ​ໄວ້​ວ່າ, “ຈົ່ງ​ເບິ່ງ​ທີ່​ເຮົາ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ; ຢ່າ​ສົງ​ໄສ, ຢ່າ​ສູ່​ຢ້ານ.” ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຍົກ​ທ່ານ​ຂຶ້ນ ແລະ ປິ່ນ​ປົວ​ຈິດ​ວິນ​ຍານ​ຂອງ​ທ່ານ​ທີ່​ຖືກ​ບາດ​ເຈັບ. ຈົ່ງ​ໄວ້​ວາງ​ໃຈ​ພຣະ​ອົງ ແລະ ທ່ານ​ຈະ​ເລັ່ງ​ການ​ກັບ​ຄືນ​ມາ​ຂອງ​ທ່ານ​ສູ່ “ພຣະ​ພາ​ຫາ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ.”

ຂ້າ​ພະ​ເຈົ້າ​ຂໍ​ເນັ້ນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຂອງ​ເຮົາ​ທີ່​ມີ​ຊີ​ວິດ​ຢູ່​ອີກ​ຄັ້ງ​ໜຶ່ງ​ວ່າ: “ທ່ານ​ເຫັນ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ ຕໍ່​ໜ້າ​ຕໍ່​ຕາ​ເຮົາ​ຫລື​ບໍ່? ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ເຮົາ​ຈະ​ບໍ່​ພາດ​ຄວາມ​ສະ​ຫງ່າ​ງາມ​ຂອງ​ຊ່ວງ​ເວ​ລາ​ນີ້! ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ.” ຂໍ​ໃຫ້​ເຮົາ ໃນ​ຖາ​ນະ​ສາ​ນຸ​ສິດ​ແຫ່ງ​ວັນ​ເວ​ລາ​ຂອງ​ເຮົາ ຮ້ອງ​ຂຶ້ນ​ວ່າ, “ໄຊ​ໂຢ ເພື່ອ​ອິດ​ສະ​ຣາ​ເອນ” ຂະ​ນະ​ທີ່​ເຮົາ​ກຽມ​ພ້ອມ​ສຳ​ລັບ​ການ​ກັບ​ຄືນ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “The Lord Jesus Christ Will Come Again,” Liahona, Nov. 2024, 121; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:73 ນຳ​ອີກ: “ຈົ່ງ​ເບິ່ງ, ເຮົາ​ຈະ​ເລັ່ງ​ວຽກ​ງານ​ຂອງ​ເຮົາ​ເມື່ອ​ເຖິງ​ເວ​ລາ​ຂອງ​ມັນ.”

  2. Teachings of Presidents of the Church: Joseph Smith (2007), 137.

  3. Russell M. Nelson, “The Lord Jesus Christ Will Come Again,” 121; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:73: “ຈົ່ງ​ເບິ່ງ, ເຮົາ​ຈະ​ເລັ່ງ​ວຽກ​ງານ​ຂອງ​ເຮົາ​ເມື່ອ​ເຖິງ​ເວ​ລາ​ຂອງ​ມັນ.”

  4. ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:5.

  5. Joseph Smith, in History, 1838–1856, vol. C-1, 1285, josephsmithpapers.org.

  6. ອີ​ເທີ 12:41.

  7. ຂໍ້​ຄວາມ​ຈາ​ລຶກ “ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ” ແມ່ນ​ຢູ່​ທາງ​ນອກ​ຂອງ​ພຣະ​ວິ​ຫານ​ທຸກໆ​ແຫ່ງ​ຂອງ​ສາດ​ສະ​ໜາ​ຈັກ. ພຣະ​ວິ​ຫານ​ສ່ວນ​ຫລາຍ​ຈະ​ລວມ​ວະ​ລີ​ທີ່​ວ່າ “ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ນຳ​ອີກ.

  8. Russell M. Nelson, “Becoming Exemplary Latter-day Saints,” Ensign ຫລື Liahona, Nov. 2018, 114.

  9. Melvin J. Ballard, ໃນ Melvin R. Ballard, Melvin J. Ballard: Crusader for Righteousness (1966), 84.

  10. ເບິ່ງ Mary Richards, host, Church News podcast, episode 217, “Elder W. Mark Bassett and David N. Weidman of the Church’s Missionary Department on the Expanding Role of Missionary Work,” Church News, Dec. 3, 2024, thechurchnews.com.

  11. ເບິ່ງ “The Church of Jesus Christ Will Create 36 New Missions in 2024,” Newsroom, Nov. 1, 2023, newsroom.ChurchofJesusChrist.org.

  12. ຂໍ້​ມູນ​ຈາກ​ພະ​ແນກ​ເຜີຍ​ແຜ່​ຂອງ​ສາດ​ສະ​ໜາ​ຈັກ. ໃນ​ປີ 2022, ຈຳ​ນວນ​ບັບ​ຕິ​ສະ​ມາ​ຂອງ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ແມ່ນ 212,172 ຄົນ. ໃນ​ປີ 2023, ມັນ​ໄດ້​ເພີ່ມ​ຂຶ້ນ​ເປັນ 251,763 ຄົນ. ໃນ​ປີ 2024, 308,682 ຄົນ​ໄດ້​ຮັບ​ບັບ​ຕິ​ສະ​ມາ.

  13. ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ຢໍ້າ​ເຕືອນ​ທ່ານ​ວ່າ ອຸ​ດົມ​ການ​ທີ່​ເຮົາ​ກຳ​ລັງ​ມີ​ສ່ວນ​ຮ່ວມ​ຢູ່​ນີ້ ບໍ່​ແມ່ນ​ອຸ​ດົມ​ການ​ທຳ​ມະ​ດາ. ນີ້​ແມ່ນ​ອຸ​ດົມ​ການ​ຂອງ​ພຣະ​ຄຣິດ. ນີ້​ແມ່ນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ຂອງ​ເຮົາ. ນີ້​ແມ່ນ​ການ​ສ້າງ​ຊີ​ໂອນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ” (“An Ensign to the Nations,” Ensign, Nov. 1989, 53).

  14. ໃນ Orson F. Whitney, Life of Heber C. Kimball, an Apostle; the Father and Founder of the British Mission (1888), 276.

  15. ຂໍ້​ມູນ​ຈາກ​ພະ​ແນກ​ເຜີຍ​ແຜ່​ຂອງ​ສາດ​ສະ​ໜາ​ຈັກ.

  16. ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມັດ​ທາຍ 6:38 (ໃນ ມັດ​ທາຍ 6:33, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ).

  17. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:118.

  18. ເບິ່ງ Tad Walch, “Enrollment Growth at Latter-day Saint Universities Rebuts Narrative About Young Adults Losing Faith,” Deseret News, Nov. 23, 2024, deseret.com.

  19. ເບິ່ງ Rachel Sterzer Gibson, “Give the Lord ‘Equal Time,’ Elder Rasband Encourages During Devotional to 10,000 Youth and Young Adults,” Church News, Oct. 14, 2024, thechurchnews.com.

  20. ມັດ​ທາຍ 16:16.

  21. ມັດ​ທາຍ 11:29.

  22. Russell M. Nelson, “The Power of Spiritual Momentum,” Liahona, May 2022, 99.

  23. ເບິ່ງ Walch, “Enrollment Growth at Latter-day Saint Universities,” Deseret News, Nov. 23, 2024, deseret.com.

  24. 1 ເປ​ໂຕ 5:8.

  25. ເບິ່ງ Russell M. Nelson, “The Answer Is Always Jesus Christ,” Liahona, May 2023, 127–28.

  26. ໂຢ​ຮັນ 14:27.

  27. ເບິ່ງ ມັດ​ທາຍ 26:36–38.

  28. ເບິ່ງ ລູ​ກາ 23:26; ໂຢ​ຮັນ 19:17.

  29. ເບິ່ງ ໂຢ​ຮັນ 19:17; 1 ນີ​ໄຟ 11:33; 3 ນີ​ໄຟ 27:14–15.

  30. ເບິ່ງ ແອວ​ມາ 7:14; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:41–42.

  31. ເບິ່ງ ໂມ​ເຊ 1:39.

  32. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36.

  33. ເບິ່ງ ໂມ​ໂຣ​ໄນ 9:25.

  34. ເບິ່ງ ເພງ​ສັນ​ລະ​ເສີນ 147:3; ຢາ​ໂຄບ 2:8.

  35. ເບິ່ງ ສຸ​ພາ​ສິດ 3:5.

  36. 2 ນີ​ໄຟ 1:15.

  37. Russell M. Nelson, “The Lord Jesus Christ Will Come Again,” 121, ເນັ້ນ​ຄຳ​ເນີ້ງ; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:73 ນຳ​ອີກ: “ຈົ່ງ​ເບິ່ງ, ເຮົາ​ຈະ​ເລັ່ງ​ວຽກ​ງານ​ຂອງ​ເຮົາ​ເມື່ອ​ເຖິງ​ເວ​ລາ​ຂອງ​ມັນ.”