ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ລະ​ບົບ​ການ​ຊີ້​ນຳ​ຈາກ​ສະ​ຫວັນ​ຂອງ​ເຮົາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2025


10:48

ລະ​ບົບ​ການ​ຊີ້​ນຳ​ຈາກ​ສະ​ຫວັນ​ຂອງ​ເຮົາ

ເມື່ອ​ເຮົາ​ສຸມ​ຊີ​ວິດ​ຂອງ​ເຮົາ​ໃສ່​ທີ່​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ພົບ​ເຫັນ​ເສັ້ນ​ທາງ​ກັບ​ບ້ານ​ຂອງ​ເຮົາ, ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ແລະ ປິ​ຕິ​ຍິນ​ດີ​ຈົນ​ເຖິງ​ທີ່​ສຸດ.

ພຣະ​ເຢ​ຊູ​ຄຣິດ​ໄດ້​ປ່ຽນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ໄວ 26 ປີ ທີ່ ເມືອງ​ຟະ​ຣູ​ຕີ​ຢາ, ຈີ​ເລ, ປະ​ເທດ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ. ໃນ​ເວ​ລາ​ນັ້ນ, ວຽກ​ງານ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ຂ້າ​ພະ​ເຈົ້າ​ຂ້າມ​ມະ​ຫາ​ສະ​ໝຸດ, ແມ່​ນ້ຳ, ແລະ ທະ​ເລ​ສາບ​ພາ​ຕາ​ໂກ​ເນຍ​ທີ່​ສວຍ​ງາມ​ຂອງ​ປະ​ເທດ​ຈີ​ເລ. ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວຽກ​ງານ ແລະ ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ທາງ​ທີ່​ໃໝ່ ແລະ ແຕກ​ຕ່າງ, ຮັບ​ຮູ້​ຢ່າງ​ແທ້​ຈິງ​ວ່າ “ທຸກ​ສິ່ງ​ທຸກ​ຢ່າງ​ຊີ້​ໃຫ້​ເຫັນ​ວ່າ ມັນ​ມີ​ພຣະ​ເຈົ້າ.”

ໃນ​ທຳ​ມະ​ຊາດ, ປາ​ແຊມ​ມອນ​ແມ່ນ​ເກີດ​ໃນ​ແຫລ່ງ​ຂອງ​ແມ່​ນ້ຳ​ລຳ​ທານ. ໃນ​ຈຸດ​ໃດ​ຈຸດ​ໜຶ່ງ​ຂອງ​ຊີ​ວິດ​ມັນ, ມັນ​ຕ້ອງ​ລອຍ​ລ່ອງ​ລົງ​ຕາມ​ແມ່​ນ້ຳ​ເພື່ອ​ອອກ​ໄປ​ເຖິງ​ມະ​ຫາ​ສະ​ໝຸດ, ບ່ອນ​ທີ່​ມັນ​ຈະ​ພົບ​ເຫັນ​ອາ​ຫານ ແລະ ສະ​ພາບ​ການ​ທີ່​ຈຳ​ເປັນ​ເພື່ອ​ການ​ພັດ​ທະ​ນາ​ການ​ຂອງ​ມັນ.

ແຕ່​ມະ​ຫາ​ສະ​ໝຸດ​ກໍ​ຍັງ​ເປັນ​ສະ​ຖານ​ທີ່​ອັນ​ຕະ​ລາຍ​ດ້ວຍ ບ່ອນ​ທີ່​ສັດ​ລ່າ​ລີ້​ຕົວ ແລະ ບ່ອນ​ທີ່​ຊາວ​ປະ​ມົງ​ພະ​ຍາ​ຍາມ​ຕຶກ​ເອົາ​ປາ​ແຊມ​ມອນ​ດ້ວຍ​ຂໍ​ເບັດ​ທີ່​ມີ​ແສງ​ແວບ​ປອມ​ເປັນ​ອາ​ຫານ​ແຕ່​ຈະ​ບໍ່​ບຳ​ລຸງ​ລ້ຽງ​ມັນ. ຖ້າ​ຫາກ​ປາ​ແຊມ​ມອນ​ລອດ​ຊີ​ວິດ​ຈາກ​ໄພ​ຂົ່ມ​ຂູ່​ເຫລົ່າ​ນີ້​ໄດ້, ມັນ​ກໍ​ພ້ອມ​ຈະ​ໃຊ້​ລະ​ບົບ​ການ​ຊີ້​ນຳ​ອັນ​ມີ​ພະ​ລັງ​ຂອງ​ມັນ ເພື່ອ​ກັບ​ຂຶ້ນ​ແມ່​ນ້ຳ​ໄປ​ສູ່​ບ່ອນ​ທີ່​ມັນ​ເກີດ, ປະ​ເຊີນ​ໜ້າ​ກັບ​ສິ່ງ​ທີ່​ທ້າ​ທາຍ​ອັນ​ໃໝ່ ແລະ ບາງ​ສິ່ງ​ທີ່​ຄຸ້ນ​ເຄີຍ. ນັກ​ວິ​ທະ​ຍາ​ສາດ​ໄດ້​ສຶກ​ສາ​ພຶດ​ຕິ​ກຳ​ການ​ເຄື່ອນ​ຍ້າຍ​ຂອງ​ມັນ​ເປັນ​ເວ​ລາ​ຫລາຍ​ປີ ແລະ ໄດ້​ຄົ້ນ​ພົບ​ວ່າ​ມັນ​ໃຊ້​ແຜນ​ທີ່​ປະ​ເພດ​ແມ່​ເຫລັກ, ຄ້າຍ​ຄື​ກັນ​ກັບ​ລະ​ບົບ GPS, ເພື່ອ​ນຳ​ພາ​ມັນ​ໄປ​ສູ່​ຈຸດ​ໝາຍ​ປາຍ​ທາງ​ສຸດ​ທ້າຍ​ຂອງ​ມັນ​ດ້ວຍ​ຄວາມ​ຄັກ​ແນ່​ທີ່​ບໍ່​ໜ້າ​ເຊື່ອ.

ມື້​ໃດ​ມື້​ໜຶ່ງ ເຮົາ​ທຸກ​ຄົນ​ກໍ​ສາ​ມາດ​ກັບ​ຄືນ​ໄປ​ສູ່​ບ້ານ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ ບ່ອນ​ທີ່​ເຮົາ​ໄດ້​ຈາກ​ມາ. ແລະ ເໝືອນ​ດັ່ງ​ປາ​ແຊມ​ມອນ, ເຮົາ​ກໍ​ມີ​ແຜນ​ທີ່​ແມ່​ເຫລັກ​ຂອງ​ເຮົາ​ເອງ ຫລື ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ, ເພື່ອ​ຊີ້​ນຳ​ເຮົາ​ໄປ​ສູ່​ທີ່​ນັ້ນ. ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ, ເປັນ​ຄວາມ​ຈິງ, ແລະ ເປັນ​ຊີ​ວິດ: ບໍ່​ມີ​ຜູ້​ໃດ​ມາ​ເຖິງ​ພຣະ​ບິ​ດາ​ໄດ້​ນອກ​ຈາກ​ມາ​ທາງ​ເຮົາ.”

ເມື່ອ​ເຮົາ​ສຸມ​ຊີ​ວິດ​ຂອງ​ເຮົາ​ໃສ່​ທີ່​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ພົບ​ເຫັນ​ເສັ້ນ​ທາງ​ກັບ​ບ້ານ​ຂອງ​ເຮົາ, ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ແລະ ປິ​ຕິ​ຍິນ​ດີ​ຈົນ​ເຖິງ​ທີ່​ສຸດ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ, “ຄວາມ​ສຸກ​ທີ່​ເຮົາ​ຮູ້​ສຶກ ບໍ່​ຂຶ້ນ​ກັບ​ສະ​ຖາ​ນະ​ການ​ໃນ​ຊີ​ວິດ​ຂອງ​ເຮົາ ແຕ່​ມັນ​ຂຶ້ນ​ກັບ​ວ່າ ເຮົາ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ໃດ ໃນ​ຊີ​ວິດ​ຂອງ​ເຮົາ.”

ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຮົາ

ຈາກ​ການ​ປະ​ກາດ​ເລື່ອງ​ຄອບ​ຄົວ​ເຮົາ​ອ່ານ​ວ່າ “[ເຮົາ] ແຕ່​ລະ​ຄົນ​ກໍ​ເປັນ​ບຸດ ຫລື ທິ​ດາ​ທາງ​ວິນ​ຍານ​ທີ່​ຮັກ​ຫອມ​ຂອງ​ພຣະ​ບິ​ດາ​ມານ​ດາ​ແຫ່ງ​ສະ​ຫວັນ ແລະ ເມື່ອ​ເປັນ​ເຊັ່ນ​ນັ້ນ, ເຮົາ​ແຕ່​ລະ​ຄົນ ຈຶ່ງ​ມີ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ມີ​ຈຸດ​ໝາຍ​ປາຍ​ທາງ. … ໃນ​ໂລກ​ກ່ອນ​ເກີດ, ບຸດ ແລະ ທິ​ດາ​ທາງ​ວິນ​ຍານ​ທຸກ​ຄົນ​ຮູ້​ຈັກ ແລະ ນະ​ມັດ​ສະ​ການ​ພຣະ​ເຈົ້າ ວ່າ​ເປັນ​ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຂົາ​ເຈົ້າ ແລະ ຍອມ​ຮັບ​ເອົາ​ແຜນ​ຂອງ​ພຣະ​ອົງ ຊຶ່ງ​ໃນ​ແຜນ​ນັ້ນ ລູກໆ​ຂອງ​ພຣະ​ອົງ​ຈະ​ໄດ້​ຮັບ​ຮ່າງ​ກາຍ ແລະ ມີ​ປະ​ສົບ​ການ​ຕ່າງໆ​ຢູ່​ໃນ​ໂລກ ເພື່ອ​ຈະ​ໄດ້​ພັດ​ທະ​ນາ​ຕົນ ຈົນ​ເຖິງ​ຂັ້ນ​ດີ​ພ້ອມ​ທຸກ​ຢ່າງ ແລະ ຮັບ​ເອົາ​ມໍ​ລະ​ດົກ​ຂອງ​ຕົນ​ທີ່​ເປັນ​ຊີ​ວິດ​ນິ​ລັນ​ດອນ.”

ກ່ອນ​ການ​ກຳ​ເນີດ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ມະ​ຕະ, ພຣະ​ເຢ​ຊູ​ຄຣິດ ໄດ້​ປະ​ກົດ​ຕົວ​ຕໍ່ ໂມ​ເຊ ແລະ ໄດ້​ກ່າວ​ກັບ​ເພິ່ນເປັນຕົວ​ແທນ​ພຣະ​ບິ​ດາ. ພຣະ​ອົງ​ໄດ້​ບອກ​ໂມ​ເຊ​ວ່າ ພຣະ​ອົງ​ມີ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ໃຫ້​ເພິ່ນ​ເຮັດ. ລະ​ຫວ່າງ​ການ​ພົບ​ປະ​ນັ້ນ,​ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເພິ່ນ​ວ່າ “ບຸດ​ຂອງ​ເຮົາ” ຫລາຍ​ເທື່ອ.

ຫລັງ​ຈາກ​ປະ​ສົບ​ການ​ນັ້ນ, ຊາ​ຕານ​ໄດ້​ມາ​ລໍ້​ລວງ​ເພິ່ນ, ໂດຍ​ກ່າວ​ວ່າ, “ໂມ​ເຊ, ບຸດ​ມະ​ນຸດ, ຈົ່ງ​ນະ​ມັດ​ສະ​ການ​ເຮົາ.”

ໂມ​ເຊ​ໄດ້​ໂຕ້​ຕອບ​ຕໍ່​ການ​ລໍ້​ລວງ​ໂດຍ​ການ​ລະ​ນຶກ​ເຖິງ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ​ຂອງ​ເພິ່ນ, ໂດຍ​ກ່າວ​ວ່າ, “ທ່ານ​ເປັນ​ໃຜ? ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ.” ຄວາມ​ຈິງ​ໄດ້​ປົດ​ປ່ອຍ ໂມ​ເຊ ໃຫ້​ເປັນ​ອິດ​ສະ​ລະ​ຈາກ​ການ​ໂຈມ​ຕີ​ຂອງ​ຜູ້​ປໍ​ລະ​ປັກ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ເບັດ​ຂອງ​ຄວາມ​ເປັນ​ມະ​ຕະ​ມີ​ຈິງ. ມັນ​ມັກ​ຈະ​ດຶງ​ດູດ​ໃຈ​, ແຕ່​ມັນ​ສະ​ແຫວງ​ຫາ​ເປົ້າ​ໝາຍ​ດຽວ​ເທົ່າ​ນັ້ນ: ເພື່ອ​ຈະ​ດຶງ​ເຮົາ​ໃຫ້​ອອກ​ນອກ​ສາຍ​ນ້ຳ​ທີ່​ປ່ຽມ​ດ້ວຍ​ຊີ​ວິດ ທີ່​ນຳ​ເຮົາ​ໄປ​ຫາ​ພຣະ​ບິ​ດາ ແລະ ສູ່​ຊີ​ວິດ​ນິ​ລັນ​ດອນ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ​ຂໍ​ເບັດ​ຂອງ​ຄວາມ​ເປັນ​ມະ​ຕະ​ນັ້ນ​ເປັນ​ແນວ​ໃດ. ວັນ​ອາ​ທິດ​ໜຶ່ງ, ຕອນ​ເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່, ຂ້າ​ພະ​ເຈົ້າ​ໄດ້​ສິດ​ສອນ​ຫ້ອງ​ຮຽນ​ຖາ​ນະ​ປະ​ໂລ​ຫິດ​ເມື່ອ​ມີ​ການ​ສົນ​ທະ​ນາ​ທີ່​ບໍ່​ສະ​ຫງົບ​ໄດ້​ເກີດ​ຂຶ້ນ. ຂ້າ​ພະ​ເຈົ້າ​ໄດ້​ດີ້ນ​ລົນ​ເພື່ອ​ຈະ​ສອນ​ບົດ​ຮຽນ​ໃຫ້​ຈົບ. ຂ້າ​ພະ​ເຈົ້າ​ຂຸ່ນ​ເຄືອງ​ໃຈ ແລະ ໄດ້​ຮູ້​ສຶກ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ຜູ້​ຮັບ​ເຄາະ. ໂດຍ​ບໍ່​ໄດ້​ເວົ້າ​ຫຍັງ​ເລີຍ, ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ​ຍ່າງ​ອອກ​ໄປ ດ້ວຍ​ຄວາມ​ຄິດ​ທີ່​ວ່າ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ກັບ​ຄືນ​ມາ​ໂບດ​ອີກ​ເປັນ​ເວ​ລາ​ນານ.

ໃນ​ວິ​ນາ​ທີ່​ນັ້ນ​ເອງ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ເປັນ​ຫ່ວງ​ໄດ້​ຢືນ​ຕັນ​ໜ້າ​ຂ້າ​ພະ​ເຈົ້າ. ດ້ວຍ​ຄວາມ​ຮັກ​ເພິ່ນ​ໄດ້​ເຊື້ອ​ເຊີນ​ໃຫ້​ຂ້າ​ພະ​ເຈົ້າ​ສຸມ​ໃຈ​ໃສ່​ທີ່​ພຣະ​ຄຣິດ ແລະ ບໍ່​ແມ່ນ​ໃສ່​ທີ່​ສະ​ຖາ​ນະ​ການ​ທີ່​ພວກ​ເຮົາ​ໄດ້​ປະ​ສົບ​ຢູ່​ໃນ​ຫ້ອງ​ຮຽນ. ເມື່ອ​ຫວນ​ຄິດ​ຄືນ​ຫລັງ​ເຖິງ​ປະ​ສົບ​ການ​ນັ້ນ​ກັບ​ເພິ່ນ, ເພິ່ນ​ໄດ້​ແບ່ງ​ປັນ​ກັບ​ຂ້າ​ພະ​ເຈົ້າ​ວ່າ ເພິ່ນ​ໄດ້​ຍິນ​ສຸ​ລະ​ສຽງ​ບອກ​ເພິ່ນ​ວ່າ, “ຕາມ​ລາວ​ໄປ; ລາວ​ສຳ​ຄັນ​ຕໍ່​ເຮົາ.”

ແອວ​ເດີ ວາ​ກາສ໌ ແລະ ຜູ້​ນຳ​ທີ່​ຕິດ​ຕາມ​ເພິ່ນ​ໄປ.

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາ ທຸກ​ຄົນ ສຳ​ຄັນ​ຕໍ່​ພຣະ​ອົງ. ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ “ຍ້ອນ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ, ພຣະ​ອົງ​ຈະ​ບໍ່​ມີ​ວັນ​ອິດ​ເມື່ອຍ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ພຣະ​ອົງ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ, ແລະ ເຮົາ​ຈະ​ບໍ່​ເຮັດ​ໃຫ້​ຄວາມ​ອົດ​ທົນ​ທີ່​ເມດ​ຕາ​ຂອງ​ພຣະ​ອົງ​ສຳ​ລັບ​ເຮົາ​ໝົດ​ໄປ.” ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ​ອະ​ນຸ​ຍາດ​ໃຫ້​ເຮົາ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ.

ຄວາມ​ຕ້ອງ​ການ​ການ​ບຳ​ລຸງ​ລ້ຽງ

ເຊັ່ນ​ດຽວ​ກັນ​ທີ່​ປາ​ແຊມ​ມອນ​ຕ້ອງ​ການ​ການ​ບຳ​ລຸງ​ລ້ຽງ​ໃນ​ມະ​ຫາ​ສະ​ໝຸດ​ເພື່ອ​ຈະ​ເຕີບ​ໂຕ, ເຮົາ​ກໍ​ຈຳ​ເປັນ​ຕ້ອງ​ບຳ​ລຸງ​ລ້ຽງ​ຕົວ​ເຮົາ​ເອງ​ທາງ​ວິນ​ຍານ ເພື່ອ​ຈະ​ຫລີກ​ລ້ຽງ​ການ​ຕາຍ​ຍ້ອນ​ການ​ຂາດ​ສານ​ອາ​ຫານ​ທາງ​ວິນ​ຍານ​ເຊັ່ນ​ກັນ. ການ​ອະ​ທິ​ຖານ, ພຣະ​ຄຳ​ພີ, ພຣະ​ວິ​ຫານ, ແລະ ການ​ໄປ​ຮ່ວມ​ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ​ເປັນ​ປະ​ຈຳ​ແມ່ນ​ຈຳ​ເປັນ​ໃນ​ລາຍ​ການ​ອາ​ຫານ​ທາງ​ວິນ​ຍານ​ຂອງ​ເຮົາ.

ໃນ​ເດືອນ​ພະ​ຈິກ​ປີ 1956, ຣີ​ຄາ​ໂດ ກາ​ຊີ​ອາ ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ປະ​ເທດ​ຈີ​ເລ, ກາຍ​ເປັນ​ສະ​ມາ​ຊິກ​ຄົນ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ປະ​ເທດ​ຂອງ​ຂ້າ​ພະ​ເຈົ້າ. ພຽງ​ແຕ່​ມື້​ດຽວ​ກ່ອນ​ລາວ​ໄດ້​ເສຍ​ຊີ​ວິດ, ລາວ​ໄດ້​ປະ​ກາດ​ຕໍ່​ຄອບ​ຄົວ ແລະ ໝູ່​ເພື່ອນ​ຂອງ​ລາວ​ວ່າ, “ເມື່ອ​ຫລາຍ​ປີ​ກ່ອນ, ຜູ້​ສອນ​ສາດ​ສະ​ໜາ​ໄດ້​ເຊື້ອ​ເຊີນ​ຂ້ອຍ​ໃຫ້​ມີ​ຄວາມ​ສຸກ​ພ້ອມ​ກັບ​ຄອບ​ຄົວ​ຂອງ​ຂ້ອຍ. ຂ້ອຍ​ມີ​ຄວາມ​ສຸກ. ຈົ່ງ​ບອກ​ທຸກ​ຄົນ​ວ່າ ໃນ​ຈີ​ເລ ພຣະ​ກິດ​ຕິ​ຄຸນ​ແມ່ນ​ຄວາມ​ສຸກ.”

ຫລັງ​ຈາກ​ໄດ້​ຮັບ​ການ​ບຳ​ລຸງ​ລ້ຽງ​ດ້ວຍ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຣີ​ຄາ​ໂດ​ໄດ້​ອຸ​ທິດ​ຊີ​ວິດ​ທັງ​ໝົດ​ຂອງ​ລາວ​ຕໍ່​ການ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ເພື່ອນ​ບ້ານ​ຂອງ​ລາວ​ດ້ວຍ​ຄວາມ​ຮັກ. ຕົວ​ຢ່າງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ​ຂອງ​ລາວ​ໄດ້​ເປັນ​ພອນ​ໃຫ້​ແກ່​ຫລາຍໆ​ລຸ້ນ​ຄົນ, ລວມ​ທັງ​ຂ້າ​ພະ​ເຈົ້າ​ດ້ວຍ. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ “ຄົນ​ທີ່​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ຈະ​ບໍ່​ພໍ​ໃຈ​ພຽງ​ແຕ່​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ຕົນ​ເທົ່າ​ນັ້ນ, ແຕ່​ຈະ​ຂະ​ຫຍາຍ​ຂອບ​ເຂດ​ໄປ​ທົ່ວ​ໂລກ, ເພາະ​ເຂົາ​ປາດ​ຖະ​ໜາ​ຈະ​ເປັນ​ພອນ​ໃຫ້​ແກ່​ມວນ​ມະ​ນຸດ​ທັງ​ປວງ.”

ກັບ​ຄືນ​ສູ່​ບ້ານ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ

ເລິກໆ​ພາຍ​ໃນ​ຕົວ​ເຮົາ​ແຕ່​ລະ​ຄົນ​ກໍ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ກັບ​ຄືນ​ສູ່​ບ້ານ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ, ແລະ ພຣະ​ເຢ​ຊູ​ຄຣິດ​ກໍ​ເປັນ​ລະ​ບົບ​ການ​ຊີ້​ນຳ​ຈາກ​ສະ​ຫວັນ​ຂອງ​ເຮົາ. ພຣະ​ອົງ​ເປັນ​ຫົນ​ທາງ​ນັ້ນ. ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ສັກ​ສິດ​ກັບ​ພຣະ​ເຈົ້າ. ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ແລ້ວ, ເປັນ​ບາງ​ຄັ້ງ​ເຮົາ​ຈະ​ພົບ​ເຫັນ​ຕົວ​ເອງ​ດີ້ນ​ລົນ​ຕໍ່​ສູ້​ກັບ​ກະ​ແສ​ທີ່​ພະ​ຍາ​ຍາມ​ແຍກ​ເຮົາ​ອອກ​ໄປ​ຈາກ​ອິດ​ທິ​ພົນ​ຂອງ​ພຣະ​ເຈົ້າ. ອັນ​ຕະ​ລາຍ, ຄວາມ​ຜິດ​ຫວັງ, ການ​ລໍ້​ລວງ, ແລະ ຄວາມ​ຍາກ​ລຳ​ບາກ​ຈະ​ທົດ​ລອງ​ສັດ​ທາ ແລະ ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ຂອງ​ເຮົາ. ຈົ່ງ​ຂໍ​ຄວາມ​ຊ່ວຍ​ເຫລືອ. ພຣະ​ເຢ​ຊູ​ຄຣິດ​ເຂົ້າ​ພຣະ​ໄທ ແລະ ກະ​ຕື​ລື​ລົ້ນ​ສະ​ເໝີ​ທີ່​ຈະ​ຊ່ວຍ​ແບກ​ຫາບ​ພາ​ລະ​ໜັກ​ຂອງ​ເຮົາ.

ຂໍ​ໃຫ້​ຈຳ​ໄວ້​ວ່າ ພຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ, “ທ່ານ​ໄດ້​ທົນ​ທຸກ​ນາໆ ແລະ ທົນ​ຕໍ່​ຄວາມ​ເຈັບ​ປວດ.” ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ວ່າ, “ໃນ​ໂລກ​ນີ້​ພວກ​ເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳ​ບາກ: ແຕ່​ຈົ່ງ​ຊື່ນ​ໃຈ​ເທາະ; ເພາະ​ຝ່າຍ​ເຮົາ​ໄດ້​ຊະ​ນະ​ໂລກ​ແລ້ວ.” ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ ຍອມ​ໃຫ້​ບາບ​ຂອງ​ເຮົາ​ຮັບ​ການ​ອະ​ໄພ, ຈົນ​ເຖິງ​ຈຸດ​ທີ່​ພຣະ​ອົງ​ບໍ່​ຈື່​ຈຳ​ມັນ​ອີກ​ເລີຍ.

ເຮົາ​ອາດ​ບໍ່​ສາ​ມາດ​ລືມ​ບາບ​ຂອງ​ເຮົາ​ທັງ​ໝົດ ເພາະ​ເປັນ​ພາກ​ສ່ວນ​ຂອງ​ການ​ຮຽນ​ຮູ້​ຂອງ​ຊີ​ວິດ​ມະ​ຕະ​ຂອງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ຈື່​ຈຳ​ຈະ​ບໍ່​ເຮັດ​ບາບ​ນັ້ນ​ຊ້ຳ​ອີກ. ແທນ​ທີ່, ເຮົາ​ຈະ​ຈື່​ຈຳ​ພຣະ​ອົງ​ຂະ​ນະ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ຢູ່​ທີ່​ໂບດ​ທຸກໆ​ວັນ​ອາ​ທິດ. ພິ​ທີ​ການ​ນີ້​ເປັນ​ພາກ​ສ່ວນ​ທີ່​ຈຳ​ເປັນ​ຂອງ​ການ​ນະ​ມັດ​ສະ​ການ ແລະ ພັດ​ທະ​ນາ​ການ​ທາງ​ວິນ​ຍານ. ຄວາມ​ຊື່ນ​ຊົມ​ຈະ​ມີ​ມາ​ເມື່ອ​ເຮົາ​ເຂົ້າ​ໃຈ​ວ່າ ນີ້​ບໍ່​ໄດ້​ເປັນ​ພຽງ​ແຕ່​ອີກ​ມື້​ໜຶ່ງ​ເທົ່າ​ນັ້ນ. “ວັນ​ຊະ​ບາ​ໂຕ​ຖືກ​ຕັ້ງ​ໄວ້​ເພື່ອ​ປະ​ໂຫຍດ​ອັນ​ນຳ​ຄວາມ​ສຸກ​ມາ​ສູ່​ມະ​ນຸດ” ດ້ວຍ​ເຈດ​ຕະ​ນາ​ທີ່​ຈະ​ໃຫ້​ເຮົາ​ພັກ​ຜ່ອນ​ຈາກ​ໂລກ ແລະ ຟື້ນ​ຟູ​ຮ່າງ​ກາຍ ແລະ ວິນ​ຍານ​ຂອງ​ເຮົາ.

ເຮົາ​ຍັງ​ຈື່​ຈຳ​ພຣະ​ອົງ​ເມື່ອ​ເຮົາ​ໄປ​ພຣະ​ວິ​ຫານ—ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ວິ​ຫານ​ໃຫ້​ຄວາມ​ຮູ້​ທີ່​ລະ​ອຽດ​ຫລາຍ​ຂຶ້ນ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ແກ່​ເຮົາ ທີ່​ເປັນ​ສູນ​ກາງ​ແຫ່ງ​ພັນ​ທະ​ສັນ​ຍາ ທີ່​ນຳ​ເຮົາ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ, ຊຶ່ງ​ເປັນ​ຂອງ​ປະ​ທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ … ໃນ​ຂອງ​ປະ​ທານ​ທັງ​ໝົດ​ຂອງ​ພຣະ​ເຈົ້າ.

ການ​ໄປ​ພຣະ​ວິ​ຫານ​ໄດ້​ໃຫ້​ການ​ປອບ​ໂຍນ​ແກ່​ຂ້າ​ພະ​ເຈົ້າ ແລະ ຄວາມ​ຫວັງ​ອັນ​ຍິ່ງ​ໃຫຍ່​ກ່ຽວ​ກັບ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ໄດ້​ປະ​ສົບ​ການ​ເຊື່ອມ​ຕໍ່​ແຫ່ງ​ສະ​ຫວັນ​ກັບ​ຜູ້​ຄົນ​ຢູ່​ທັງ​ສອງ​ຟາກ​ມ່ານ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ການ​ມະ​ຫັດ​ສະ​ຈັນ​ທີ່​ປິ່ນ​ປົວ​ໃນ​ຊີ​ວິດ​ຂອງ​ລູກໆ​ທີ່​ຍັງ​ນ້ອຍ​ຂອງ​ຂ້າ​ພະ​ເຈົ້າ, ທີ່​ສອງ​ຄົນ​ມີ​ຊີ​ວິດ​ຢູ່​ກັບ​ການ​ເຈັບ​ປ່ວຍ​ທີ່​ມອງ​ບໍ່​ເຫັນ ທີ່​ຮຽກ​ຮ້ອງ​ການ​ດູ​ແລ​ປະ​ຈຳ​ວັນ​ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເຂົາ.

ຄອບ​ຄົວ​ຂອງ​ພວກ​ເຮົາ​ປິ​ຕິ​ຍິນ​ດີ​ຂະ​ນະ​ທີ່​ພວກ​ເຮົາ​ແບ່ງ​ປັນ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ສຸກ. ໃບ​ໜ້າ​ຂອງ​ລູກໆ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ​ຂຶ້ນ​ເມື່ອ​ພວກ​ເຂົາ​ໄດ້​ຍິນ​ວ່າ ເປັນ​ເພາະ​ພຣະ​ເຢ​ຊູ​ຄຣິດ, “ຄວາມ​ທຸກ​ທໍ​ລະ​ມານ​ຂອງ [ພວກ​ເຂົາ] ຈະ​ເປັນ​ຢູ່​ພຽງ​ຊົ່ວ​ຄາວ.” ພວກ​ເຮົາ​ຮັກ​ລູກໆ​ຂອງ​ພວກ​ເຮົາ​ຢ່າງ​ເລິກ​ເຊິ່ງ, ແລະ ພວກ​ເຮົາ​ຮູ້​ວ່າ​ມື້​ໜຶ່ງ, ດັ່ງ​ທີ່​ປະ​ທານ​ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ສິດ​ສອນ​ວ່າ, ພວກ​ເຂົາ “ຈະ​ຢືນ​ຢູ່​ຕໍ່​ໜ້າ​ເຮົາ ຮຸ່ງ​ໂລດ ແລະ ສະ​ຫງ່າ​ງາມ, ສວຍ​ງາມ​ຢ່າງ​ສົມ​ບູນ​ແບບ ໃນ​ຮ່າງ​ກາຍ ແລະ ຈິດ​ໃຈ.” ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ນຳ​ເຮົາ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ ເຖິງ​ຈຸດ​ທີ່​ເຮັດ​ໃຫ້​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້​ເປັນ​ໄປ​ໄດ້, ເຕີມ​ເຕັມ​ຊ່ອງ​ວ່າງ​ຂອງ​ຄວາມ​ມືດ ແລະ ຄວາມ​ສົງ​ໄສ ດ້ວຍ​ຄວາມ​ສະ​ຫວ່າງ ແລະ ຄວາມ​ສະ​ຫງົບ​ສຸກ.

ເປັນ​ເພາະ​ພຣະ​ເຢ​ຊູ​ຄຣິດ, ຍັງ​ມີ​ຄວາມ​ຫວັງ ແລະ ເຫດ​ຜົນ​ທີ່​ມີ​ພື້ນ​ຖານ​ດີໆ ເພື່ອ​ຈະ​ຮັກ, ອະ​ທິ​ຖານ, ແລະ ສະ​ໜັບ​ສະ​ໜູນ​ຜູ້​ຄົນ​ທີ່​ເຮົາ​ຫ່ວງ​ໃຍ​ຕໍ່​ໄປ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ. ພຣະ​ອົງ​ຮູ້​ຈັກ​ເຮົາ ແລະ ຮັກ​ເຮົາ. ພຣະ​ອົງ​ເປັນ​ທາງ​ນັ້ນ, ເປັນ​ຄວາມ​ຈິງ, ແລະ ເປັນ​ຊີ​ວິດ​ຂອງ​ໂລກ.

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ເຮົາ​ທຸກ​ຄົນ​ໃນ​ມື້​ນີ້​ໃຫ້ ສຸມ​ຊີ​ວິດ​ຂອງ​ເຮົາ​ໃສ່​ທີ່​ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ. ການ​ເຮັດ​ເຊັ່ນ​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ຫລີກ​ລ້ຽງ​ຈາກ​ການ​ຍອມ​ຕໍ່​ການ​ລໍ້​ລວງ, ການ​ຂຸ່ນ​ເຄືອງ​ໃຈ, ແລະ ການ​ສົງ​ສານ​ຕົວ​ເອງ. ເຮົາ​ຈະ​ຄົງ​ຢູ່​ດັ່ງ​ພຣະ​ວິ​ຫານ—ບໍ​ລິ​ສຸດ, ໝັ້ນ​ຄົງ, ແລະ ແນ່ວ​ແນ່. ເຮົາ​ຈະ​ອົດ​ທົນ​ຕໍ່​ການ​ທົດ​ລອງ ແລະ ຄວາມ​ທ້າ​ທາຍ, ແລະ ເຮົາ​ຈະ​ກັບ​ເຖິງ​ບ້ານ, ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ແລະ ປິ​ຕິ​ຍິນ​ດີ​ຈົນ​ເຖິງ​ທີ່​ສຸດ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.