ຄວາມຊື່ນຊົມຜ່ານທາງການເປັນສານຸສິດແຫ່ງພັນທະສັນຍາ
ເມື່ອເຮົາຜູກມັດຕົວເຮົາເອງທີ່ຈະປະຕິບັດ ໃນຖານະສານຸສິດແຫ່ງພັນທະສັນຍາ, ຄວາມສຳພັນຂອງເຮົາກັບພຣະບິດາ ແລະ ພຣະບຸດກໍຖືກເສີມສ້າງ, ຄວາມຊື່ນຊົມຂອງເຮົາກໍຖືກປັບປຸງ, ແລະ ທັດສະນະຄະຕິນິລັນດອນຂອງເຮົາກໍຖືກຂະຫຍາຍ.
ມີມື້ໜຶ່ງໃນປີ 2023, ອູຍານກາ ອາທານສຸກ ໄດ້ຢູ່ບ່ອນທຳງານຢູ່ເມືອງດາຄານໃນພາກເໜືອຂອງປະເທດມົງໂກລີ ເມື່ອປະທານເຜີຍແຜ່ທີ່ມົງໂກລີໄດ້ເຂົ້າໄປໃນທີ່ທຳງານຂອງນາງ. ໃນຖ້ອຍຄຳຂອງນາງ:
“ຂ້ານ້ອຍໄດ້ເຫັນເພິ່ນ ແລະ ໄດ້ຄິດວ່າເພິ່ນມີຄວາມສະຫວ່າງຢູ່ໃນໃບໜ້າຂອງເພິ່ນ. ເພິ່ນເປັນຄົນໃຈດີ ແລະ ມ່ວນຊື່ນຫລາຍກັບຜູ້ຄົນທີ່ຢູ່ອ້ອມຮອບເພິ່ນ, ແລະ ຂ້ານ້ອຍໄດ້ຮູ້ສຶກອົບອຸ່ນ. ກ່ອນເພິ່ນຈາກໄປ, ຂ້ານ້ອຍໄດ້ຖາມເພິ່ນກ່ຽວກັບບາງຢ່າງ. ສາມສິ່ມື້ຕໍ່ມາ, ເພິ່ນໄດ້ເຂົ້າມາທີ່ບ່ອນທຳງານຂອງຂ້ານ້ອຍອີກຄັ້ງ ແລະ ໄດ້ຖາມວ່າຂ້ານ້ອຍໄປໂບດຂອງເພິ່ນໄດ້ຫລືບໍ່. ຂ້ານ້ອຍໄດ້ຄິດວ່າມັນອາດຊ່ວຍໄດ້. ຂ້ານ້ອຍເປັນຫ່ວງອະນາຄົດຂອງລູກໆ, ຂະນະທີ່ສັງຄົມກໍເບິ່ງຄືວ່າເຕັມໄປດ້ວຍຄວາມຕຶງຄຽດ ແລະ ຄວາມມືດມົວ. ຂ້ານ້ອຍຢາກໃຫ້ລູກໆຂອງຂ້ານ້ອຍເປັນເໝືອນຜູ້ຊາຍຄົນນີ້ ດ້ວຍມີຄວາມສະຫວ່າງໃນໃບໜ້າຂອງພວກເຂົາ, ແຜ່ກະຈາຍຄວາມຊື່ນຊົມໃຫ້ກັບຄົນອື່ນທີ່ຢູ່ອ້ອມຮອບພວກເຂົາ.
“ມື້ໜຶ່ງຜູ້ສອນສາດສະໜາໄດ້ສິດສອນພວກເຮົາກ່ຽວກັບກົດສ່ວນສິບ. ລູກໆຂອງຂ້ານ້ອຍໄດ້ເວົ້າດ້ວຍຄວາມຕື່ນເຕັ້ນວ່າ, ‘ພວກເຮົາຕ້ອງຈ່າຍສ່ວນສິບຂອງພວກເຮົາໄດ໋, ແມ່.’ ຂ້ານ້ອຍສາມາດເຫັນສັດທາຂອງລູກໆຂອງຂ້ານ້ອຍໃນເວລານັ້ນ. ກ່ອນຂ້ານ້ອຍໄດ້ເຂົ້າຮ່ວມສາດສະໜາຈັກ, ຂ້ານ້ອຍໄດ້ເບິ່ງກອງປະຊຸມໃຫຍ່ ແລະ ໄດ້ຟັງປະທານຣະໂຊ ເອັມ ແນວສັນ ກ່າວປາໄສ. ເພິ່ນໄດ້ປະກາດພຣະວິຫານແຫ່ງໃໝ່ຕະຫລອດທົ່ວໂລກ ແລະ ໄດ້ກ່າວວ່າ ພຣະວິຫານແຫ່ງໃໝ່ຈະຖືກກໍ່ສ້າງຂຶ້ນຢູ່ທີ່ ເມືອງອູລານບາເທີ, ປະເທດມົງໂກລີ. ຂ້ານ້ອຍປິຕິຍິນດີ ແລະ ໄດ້ຫລັ່ງນ້ຳຕາ, ເຖິງແມ່ນວ່າຂ້ານ້ອຍບໍ່ເຂົ້າໃຈວ່າເປັນເພາະຫຍັງ. ດ້ວຍຄວາມຊື່ນຊົມ, ຂ້ານ້ອຍບອກໄດ້ວ່າ ສັດທາ ແລະ ປະຈັກພະຍານຂອງຂ້ານ້ອຍກຳລັງເຕີບໂຕ.”
ອູຍານກາ, ຄືກັນກັບຄົນອື່ນໆຫລາຍໆລ້ານຄົນ, ເປັນສ່ວນໜຶ່ງຂອງການເຕົ້າໂຮມອິດສະຣາເອນໃນການກະກຽມສຳລັບການສະເດັດມາຄັ້ງທີສອງຂອງພຣະເຢຊູຄຣິດ. ນາງໄດ້ເລີ່ມຕົ້ນການເດີນທາງຂອງນາງຢູ່ໃນເສັ້ນທາງແຫ່ງພັນທະສັນຍາ ແລະ ໄດ້ກາຍມາເປັນສານຸສິດຂອງພຣະຄຣິດ. ການເປັນສານຸສິດຂອງພຣະຄຣິດໝາຍຄວາມວ່າແນວໃດ? ຂ້າພະເຈົ້າຊາບຊຶ້ງກັບຖ້ອຍຄຳທີ່ເປັນພາສາຍີ່ປຸ່ນສຳລັບຄຳທີ່ວ່າ ສານຸສິດ—ເດຊິ—ເດ ໝາຍຄວາມວ່າ ນ້ອງຊາຍ, ແລະ ຊິ ໝາຍຄວາມວ່າ ເດັັກນ້ອຍ.
ພຣະເຢຊູຄຣິດ ໄດ້ປະກາດວ່າ, “ແລະ ບັດນີ້, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ເຮົາໄດ້ຢູ່ໃນການເລີ່ມຕົ້ນກັບພຣະບິດາ, ແລະ ເຮົາເປັນພຣະບຸດຫົວປີ.” ເພາະ ການທີ່ ພຣະອົງ ເປັນໃຜ ແລະ ສິ່ງທີ່ ພຣະອົງ ໄດ້ກະທຳ, ເຮົາຈຶ່ງນະມັດສະການພຣະອົງ, ເຮົາຄາລະວະພຣະອົງ, ເຮົາສັນລະເສີນພຣະອົງ, ແລະ ເຮົາຕິດຕາມພຣະອົງ. ພຣະຄຣິດໄດ້ໄຖ່ເຮົາ, ແລະ ເຮົາກະຕັນຍູຕະຫລອດໄປສຳລັບການເສຍສະລະຊົດໃຊ້ອັນເປັນນິດຂອງພຣະອົງ.
ເຮົາມີພຣະບິດາເທິງສະຫວັນ, ຜູ້ຮັກເຮົາໃນຖານະລູກໆຂອງພຣະອົງ. ຄວາມຮັກທີ່ພຣະອົງມີໃຫ້ເຮົາແມ່ນສົມບູນແບບ. ພຣະເຢຊູຄຣິດ ແລະ ພາລະກິດຂອງພຣະອົງສະແດງໃຫ້ເຫັນຄວາມຮັກຂອງພຣະເຈົ້າທີ່ມີໃຫ້ເຮົາ. ດັ່ງທີ່ໂຢຮັນໄດ້ຂຽນວ່າ, “ເພາະວ່າ ພຣະເຈົ້າຮັກໂລກຫລາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.”
ໃນການສະແຫວງຫາຂອງເຮົາທີ່ຈະເຂົ້າໃຈສິ່ງທີ່ເຮົາບໍ່ຮູ້, ບາງເທື່ອເຮົາອາດຈະເພິ່ງພາປະສົບການມະຕະທີ່ຄຸ້ນເຄີຍຂອງເຮົາ, ຫລື ສິ່ງທີ່ເຮົາ ຮູ້ຢູ່. ຍົກຕົວຢ່າງ, ເຮົາສາມາດຮຽນຮູ້ບາງສິ່ງເຖິງພຣະເຈົ້າອົງເປັນພຣະບິດາຜ່ານທາງການເປັນພໍ່ແມ່ ແລະ ຄວາມສຳພັນຂອງຄອບຄົວມະຕະຂອງເຮົາເອງ. ເຖິງຢ່າງໃດກໍຕາມ, ເຮົາຄວນລະມັດລະວັງໃນການນຳໃຊ້ການປຽບທຽບເຫລົ່ານີ້ຫລາຍເກີນໄປໃນຄວາມພະຍາຍາມຂອງເຮົາທີ່ຈະເຂົ້າໃຈພຣະບິດາເທິງສະຫວັນຂອງເຮົາ. ຄຸນສົມບັດຂອງພຣະເຈົ້າອົງເປັນພຣະບິດາແມ່ນເໜືອກວ່າຄຸນສົມບັດຂອງມະນຸດມະຕະທີ່ ບໍ່ດີພ້ອມ. ພຣະເຈົ້າອົງເປັນພຣະບິດາເປັນພຣະບິດາທີ່ດີພ້ອມ. ພຣະອົງຮັກ, ມີເມດຕາ, ອົດທົນ, ແລະ ເຂົ້າພຣະໄທຢ່າງສົມບູນແບບ, ແລະ ຮຸ່ງໂລດຢ່າງສົມບູນແບບ. ເຮົາສາມາດໄວ້ວາງໃຈພຣະອົງຢ່າງສົມບູນແບບ. ຄວາມຮັກຂອງພຣະຄຣິດສະທ້ອນເຖິງຄວາມຮັກຂອງພຣະເຈົ້າອົງເປັນພຣະບິດາ ແລະ ເປັນຕົວແທນໃຫ້ແກ່ຄວາມຮັກນັ້ນ.
ພຣະເຢຊູຄຣິດເປັນທັງຕົວຢ່າງ ແລະ ວິທີການນັ້ນ. ໃນ ພຣະຄຣິດ, ເຮົາສາມາດເຂົ້າໃຈຄຸນສົມບັດທີ່ສົມບູນແບບຂອງພຣະບິດາ ແລະ ແຜນຂອງພຣະອົງໄດ້ດີຂຶ້ນ. ຜ່ານທາງ ພຣະຄຣິດ, ເຮົາໄດ້ຮັບພະລັງທີ່ເຮັດໃຫ້ເປັນໄປໄດ້ ທີ່ຈະເອົາຊະນະແນວໂນ້ມທຳມະຊາດຂອງຊາຍ ແລະ ຍິງ ເພື່ອວ່າເຮົາອາດກາຍເປັນເໝືອນດັ່ງພຣະບິດາຫລາຍຂຶ້ນ.
ເໝືອນດັ່ງພຣະບິດາເທິງສະຫວັນຂອງເຮົາ, ພຣະເຢຊູຄຣິດມີເມດຕາ ແລະ ຍຸດຕິທຳຢ່າງສົມບູນແບບ. ຄຸນສົມບັດແຫ່ງສະຫວັນຂອງຄວາມຍຸດຕິທຳ ແລະ ຄວາມເມດຕາເຫລົ່ານີ້ບໍ່ໄດ້ຢູ່ຝ່າຍຄ້ານກັນ. ມັນເຕີມເຕັມໃຫ້ກັນ. ຄວາມຍຸດຕິທຳ ແລະ ຄວາມເມດຕາ ທັງສອງສະແດງເປັນຕົວຢ່າງເຖິງຄວາມຮັກອັນສົມບູນແບບຂອງພຣະເຈົ້າທີ່ມີໃຫ້ແກ່ລູກໆຂອງພຣະອົງ. ເຮົາສາມາດໄວ້ວາງໃຈພຣະເຈົ້າອົງເປັນພຣະບິດາ ແລະ ພຣະເຢຊູຄຣິດ ເພາະພວກພຣະອົງຍຸດຕິທຳ ແລະ ເປັນທຳກັບເຮົາທຸກຄົນ.
ພຣະເຈົ້າອົງເປັນພຣະບິດາ ແລະ ພຣະບຸດຂອງພຣະເຈົ້າ, ພຣະເຢຊູຄຣິດ, ແມ່ນສອດຄ່ອງກັນຢ່າງສົມບູນແບບໃນຈຸດປະສົງ ແລະ ຄວາມຮັກ. ເປັນເພາະພຣະເຈົ້າ ແລະ ພຣະເຢຊູຄຣິດຮັກເຮົາ, ເຮົາຈຶ່ງໄດ້ຮັບໂອກາດ ແລະ ສິດທິພິເສດໃນຖານະສານຸສິດທີ່ແທ້ຈິງ ທີ່ຈະເຮັດພັນທະສັນຍາກັບພວກພຣະອົງ. ໂດຍການທີ່ເຮົາເຮັດສິ່ງນີ້, ຄວາມສຳພັນຂອງເຮົາກັບພຣະຄຣິດຈຶ່ງຖືກຂະຫຍາຍ: “ແລະ ບັດນີ້ເພາະພັນທະສັນຍາທີ່ພວກທ່ານເຮັດໄວ້ ພວກທ່ານຈະຖືກເອີ້ນວ່າ ລູກຂອງພຣະຄຣິດ, ບຸດຂອງພຣະອົງ, ແລະ ທິດາຂອງພຣະອົງ; ເພາະຈົ່ງເບິ່ງ, ມື້ນີ້ພຣະອົງໄດ້ໃຫ້ກຳເນີດພວກທ່ານທາງວິນຍານ; ເພາະພວກທ່ານເວົ້າວ່າ ໃຈຂອງພວກທ່ານປ່ຽນແປງແລ້ວ ໂດຍມີສັດທາໃນພຣະນາມຂອງພຣະອົງ; ສະນັ້ນ, ພວກທ່ານຈຶ່ງຖືກກຳເນີດຈາກພຣະອົງ ແລະ ມາເປັນບຸດ ແລະ ທິດາຂອງພຣະອົງ.”
ໃນຖານະສານຸສິດ, ເມື່ອເຮົາເຮັດ ແລະ ຮັກສາພັນທະສັນຍາສັກສິດ, ເຮົາໄດ້ຮັບພອນດ້ວຍພະລັງທາງວິນຍານ. ເຮົາເຊື່ອມຕໍ່ເຂົ້າກັບພຣະຄຣິດ ແລະ ພຣະເຈົ້າອົງເປັນພຣະບິດາ ໃນຄວາມສຳພັນອັນພິເສດ ແລະ ສາມາດປະສົບຄວາມຮັກ ແລະ ຄວາມຊື່ນຊົມຂອງພວກພຣະອົງໃນມາດຕະການທີ່ສະຫງວນໄວ້ສຳລັບຜູ້ທີ່ໄດ້ເຮັດ ແລະ ຮັກສາພັນທະສັນຍາ. ຄວາມສາມາດຂອງເຮົາທີ່ຈະຮູ້ສຶກເຖິງຄວາມຮັກທີ່ເຕັມປ່ຽມຂອງພຣະເຈົ້າ, ຫລື ຈະດຳເນີນຕໍ່ໄປໃນຄວາມຮັກຂອງພຣະອົງ, ແມ່ນຂຶ້ນຢູ່ກັບຄວາມປາດຖະໜາ ແລະ ການກະທຳທີ່ຊອບທຳຂອງເຮົາ.
ໃນ ໂຢຮັນ ບົດທີ 15, ຂໍ້ທີ 9, ເຮົາອ່ານວ່າ, “ພຣະບິດາເຈົ້າຮັກເຮົາຢ່າງໃດ ເຮົາກໍຮັກພວກເຈົ້າຢ່າງນັ້ນ.” ແລະ ແລ້ວ ເຮົາກໍໄດ້ຮັບຄຳເຊື້ອເຊີນວ່າ: “ຈົ່ງຕັ້ງຢູ່ໃນຄວາມຮັກຂອງເຮົາ.”
ໃນ ຂໍ້ຕໍ່ໄປ, ເຮົາໄດ້ຮັບວິທີທີ່ຈະດຳເນີນຕໍ່ໄປໃນຄວາມຮັກຂອງພຣະອົງ: “ຖ້າພວກເຈົ້າເຊື່ອຟັງບັນຍັດຂອງເຮົາ, ພວກເຈົ້າກໍຈະຕັ້ງຢູ່ໃນຄວາມຮັກຂອງເຮົາ ເໝືອນດັ່ງເຮົາໄດ້ເຊື່ອຟັງບັນຍັດຂອງພຣະບິດາຂອງເຮົາ ແລະ ຕັ້ງຢູ່ໃນຄວາມຮັກຂອງພຣະອົງ.”
ແລ້ວເຮົາກໍໄດ້ເຫັນຈຸດປະສົງຂອງການຮັກສາພຣະບັນຍັດຢູ່ໃນ ຂໍ້ທີ 11: “ເຮົາໄດ້ບອກຂໍ້ຄວາມເຫລົ່ານີ້ແກ່ພວກເຈົ້າ, ເພື່ອຄວາມຊົມຊື່ນຍິນດີຂອງພວກເຈົ້າຈະຄົບເຕັມບໍລິບູນ.”
ຜ່ານທາງການເປັນສານຸສິດແຫ່ງພັນທະສັນຍາທີ່ແທ້ຈິງ, ເຮົາສາມາດເລີ່ມເຂົ້າໃຈທຳມະຊາດຂອງພຣະເຈົ້າດີຂຶ້ນ ແລະ ຄວາມຊື່ນຊົມທີ່ພຣະອົງປະສົງໃຫ້ລູກໆຂອງພຣະອົງທຸກຄົນໄດ້ປະສົບ. ເຮົາຍັງສາມາດເລີ່ມເຂົ້າໃຈຫລັກທຳບາງຢ່າງ ທີ່ໃນຕອນຕົ້ນອາດເບິ່ງຄືວ່າສັບສົນ. ຍົກຕົວຢ່າງ, ພຣະເຈົ້າສາມາດມີຄວາມຊື່ນຊົມທີ່ສົມບູນໄດ້ແນວໃດເມື່ອລູກຂອງພຣະອົງບາງຄົນກຳລັງທຸກທໍລະມານຫລາຍຢູ່? ຄຳຕອບແມ່ນຂຶ້ນຢູ່ກັບທັດສະນະຄະຕິທີ່ສົມບູນແບບ ແລະ ໃນແຜນທີ່ສົມບູນແບບຂອງພຣະອົງ. ພຣະອົງເຫັນເຮົາຕັ້ງແຕ່ຈຸດເລີ່ມຕົ້ນຈົນເຖິງອະນາຄົດທີ່ຮຸ່ງໂລດດ້ວຍສັກກະຍະພາບຂອງເຮົາ. ພຣະອົງໄດ້ຈັດຫາວິທີທາງ, ຜ່ານທາງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ໃຫ້ແກ່ເຮົາທຸກຄົນ, ລູກໆຂອງພຣະອົງ, ເພື່ອເອົາຊະນະຄວາມເຈັບປວດ, ຄວາມທຸກທໍລະມານ, ບາບ, ຄວາມຮູ້ສຶກຜິດ, ແລະ ຄວາມໂດດດ່ຽວຂອງຄວາມເປັນມະຕະຂອງເຮົາ. ພຣະເຈົ້າໄດ້ຈັດຫາວິທີທາງ ແລະ ທາງເລືອກໃຫ້ແກ່ເຮົາ.
ຕົວຢ່າງຂອງຜູ້ຄົນທີ່ໄດ້ປະສົບຄວາມຊື່ນຊົມຜ່ານທາງການເປັນສານຸສິດອາດຊ່ວຍເຮົາໃຫ້ເຂົ້າໃຈແນວຄິດນີ້ດີຂຶ້ນ. ບາງທີທ່ານເຄີຍໄດ້ຍິນວະລີທີ່ວ່າ ເຮົາມີຄວາມສຸກເທົ່າກັນກັບລູກຜູ້ບໍ່ມີຄວາມສຸກທີ່ສຸດຂອງເຮົາ. ຂ້າພະເຈົ້າເຄີຍໄດ້ເຫັນວ່າ ບໍ່ຈຳເປັນຕ້ອງເປັນແບບນີ້. ແມ່ຂ້າພະເຈົ້າໄວ 94 ປີມີລູກຫລານທີ່ມີຊີວິດຢູ່ຫລາຍກວ່າ 200 ຄົນ. ໃນຈຸດໃດຈຸດໜຶ່ງ, ວ່າຢ່າງໜ້ອຍກໍຈະມີຄົນໜຶ່ງໃນຈຳນວນ 200 ຄົນທີ່ຈະບໍ່ມີຄວາມສຸກ. ຖ້າຄຳຖະແຫລງນີ້ເປັນຄວາມຈິງ, ແມ່ຂອງຂ້າພະເຈົ້າກໍຈະຕົກຢູ່ໃນສະພາບທີ່ບໍ່ມີຄວາມສຸກຕະຫລອດການ, ຊຶ່ງເພິ່ນກໍບໍ່ໄດ້ເປັນແບບນັ້ນ. ຜູ້ຄົນທີ່ຮູ້ຈັກເພິ່ນກໍຮູ້ວ່າເພິ່ນເປັນຄົນທີ່ມີຄວາມຊື່ນຊົມຫລາຍຂະໜາດໃດ.
ບັດນີ້ຂ້າພະເຈົ້າຢາກແບ່ງປັນອີກປະສົບການໜຶ່ງ. ໃນເດືອນມັງກອນຂອງປີ 2019, ແດບບີ້ ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າ ໄດ້ຮັບເຊີນໄປທີ່ຫ້ອງທຳງານຂອງປະທານແນວສັນ. ເພິ່ນໄດ້ວາງຕັ່ງໄວ້ໃກ້ໆພວກເຮົາ, ແລະ ພວກເຮົາກໍໄດ້ນັ່ງໃກ້ໆກັນ ຫົວເຂົ່າເກືອບຊົນຫົວເຂົ່າ. ຫລັງຈາກໄດ້ສະເໜີການເອີ້ນໃນປະຈຸບັນໃຫ້ແກ່ພວກເຮົາ, ປະທານແນວສັນໄດ້ຫັນໜ້າໄປຫາແດບບີ້ ແລະ ໄດ້ສຸມໃສ່ນາງ. ເພິ່ນເປັນຄົນມີເມດຕາ, ຮັກແພງ, ອ່ອນໂຍນ, ແລະ ເຕັມໄປດ້ວຍຄວາມຊື່ນຊົມ, ຄືກັນກັບພໍ່ ຫລື ພໍ່ຕູ້ທີ່ສົມບູນແບບ. ເພິ່ນໄດ້ຈັບມືແດບບີ້ ແລະ ຕົບມັນຄ່ອຍໆ, ໃຫ້ຄວາມໝັັ້ນໃຈກັບນາງວ່າມັນຈະເປັນໄປດ້ວຍດີ ແລະ ວ່າຄອບຄົວຂອງພວກເຮົາຈະໄດ້ຮັບພອນ. ສຳລັບພວກເຮົາແລ້ວ ເບິ່ງຄືວ່າ ໃນວິນາທີນັ້ນ ພວກເຮົາເປັນຜູ້ຄົນທີ່ສຳຄັນທີ່ສຸດສຳລັບເພິ່ນ ແລະ ວ່າເພິ່ນໄດ້ມີເວລາຫລາຍໆສຳລັບພວກເຮົາ. ພວກເຮົາໄດ້ອອກໄປຈາກຫ້ອງທຳງານຂອງເພິ່ນໃນບ່າຍວັນສຸກນັ້ນ ຮູ້ສຶກໝັ້ນໃຈ, ເປັນທີ່ຮັກ, ແລະ ມີຄວາມຊື່ນຊົມ.
ໃນວັນຈັນພວກເຮົາໄດ້ເຫັນຂ່າວ. ລະຫວ່າງມື້ດຽວກັນທີ່ປະທານແນວສັນໄດ້ໃຊ້ເວລາກັບພວກເຮົານັ້ນ, ລູກສາວຄົນໜຶ່ງຂອງເພິ່ນໄດ້ເສຍຊີວິດດ້ວຍໂຣກມະເລັງ. ພວກເຮົາກໍຕົກຕະລຶງ. ພວກເຮົາໄດ້ຮູ້ສຶກຕື້ນຕັນໃຈຂະນະທີ່ພວກເຮົາໄດ້ໄວ້ທຸກນຳເພິ່ນ ແລະ ຄອບຄົວຂອງເພິ່ນ. ຫົວໃຈຂອງພວກເຮົາກໍຍັງເຕັມໄປດ້ວຍຄວາມກະຕັນຍູສຳລັບຄວາມເອົາໃຈໃສ່ເໝືອນດັ່ງພຣະຄຣິດຂອງເພິ່ນກັບພວກເຮົາ ໃນຂະນະທີ່ເພິ່ນໄວ້ທຸກນຳລູກສາວຂອງເພິ່ນຜູ້ທີ່ທົນທຸກທໍລະມານ.
ຂະນະທີ່ພວກເຮົາໄດ້ໄຕ່ຕອງປະສົບການນີ້, ພວກເຮົາໄດ້ຖາມຕົວເອງວ່າ, “ເພິ່ນມີເມດຕາ, ຮັກແພງ, ແລະ ແມ່ນແຕ່ເຕັມໄປດ້ວຍຄວາມຊື່ນຊົມໃນຊ່ວງເວລາທີ່ຍາກລຳບາກເຊັ່ນນັ້ນໄດ້ແນວໃດ?” ຄຳຕອບກໍເປັນເພາະ ເພິ່ນຮູ້. ເພິ່ນຮູ້ວ່າ ພຣະຄຣິດໄດ້ໄຊຊະນະແລ້ວ. ເພິ່ນຮູ້ວ່າເພິ່ນຈະໄດ້ຢູ່ກັບລູກສາວຂອງເພິ່ນອີກ ແລະ ຈະໄດ້ໃຊ້ເວລາຕະຫລອດຊົ່ວນິລັນດອນກັບນາງ. ຄວາມຊື່ນຊົມ ແລະ ທັດສະນະຄະຕິນິລັນດອນມາຈາກການໄດ້ຜູກມັດເຂົ້າກັບພຣະຜູ້ຊ່ວຍໃຫ້ລອດ ໂດຍການເຮັດ ແລະ ຮັກສາພັນທະສັນຍາ ແລະ ຜ່ານທາງການເປັນສານຸສິດເໝືອນດັ່ງພຣະຄຣິດ.
ປະທານແນວສັນໄດ້ສິດສອນວ່າ: “ບໍ່ພຽງແຕ່ພຣະຜູ້ຊ່ວຍໃຫ້ລອດສະເໜີຄວາມສະຫງົບທີ່ ‘ເກີນຄວາມເຂົ້າໃຈ’ [ຟີລິບປອຍ 4:7], ເທົ່ານັ້ນ ແຕ່ພຣະອົງກໍຍັງສະເໜີພະລັງ ແລະ ຄວາມສຸກທັງຫລາຍທີ່ເກີນກວ່າເຫດຜົນ ຫລື ຄວາມເຂົ້າໃຈຂອງມະນຸດນຳອີກ. ຍົກຕົວຢ່າງ, ເບິ່ງຄືວ່າຈະເປັນໄປບໍ່ໄດ້ທີ່ຈະຮູ້ສຶກເຖິງຄວາມສຸກເມື່ອລູກຂອງທ່ານທົນທຸກຢູ່ກັບຄວາມເຈັບປ່ວຍທີ່ປິ່ນປົວບໍ່ຫາຍ ຫລື ເມື່ອທ່ານໄດ້ຕົກງານ ຫລື ເມື່ອຄູ່ຄອງຂອງທ່ານໄດ້ນອກໃຈທ່ານ. ແຕ່ນັ້ນແຫລະຄືຄວາມສຸກທີ່ພຣະຜູ້ຊ່ວຍໃຫ້ລອດສະເໜີໃຫ້ເຮົາ.”
ຂະນະທີ່ເຮົາເຮັດ ແລະ ຮັກສາພັນທະສັນຍາ, ຕາມທຳມະຊາດເຮົາຈະຫັນໜ້າອອກໄປ ແລະ ມີຄວາມປາດຖະໜາທີ່ຈະຊ່ວຍຄົນອື່ນໃຫ້ຮູ້ສຶກເຖິງຄວາມຊື່ນຊົມ ແລະ ຄວາມຮັກທີ່ເຮົາຮູ້ສຶກໃນຄວາມສຳພັນແຫ່ງພັນທະສັນຍາຂອງເຮົາ. ເຮົາສາມາດເປັນພາກສ່ວນຂອງອຸດົມການທີ່ຍິ່ງໃຫຍ່ທີ່ສຸດໃນໂລກໃນວັນເວລານີ້—ການເຕົ້າໂຮມອິດສະຣາເອນ. ເຮົາສາມາດຊ່ວຍນຳພາລູກໆຂອງພຣະເຈົ້າມາຫາພຣະຄຣິດ. ດັ່ງທີ່ສາດສະດາຢາໂຄບໄດ້ສິດສອນວ່າ, “ແລະ ພວກເຈົ້າເປັນສຸກແລ້ວ; ເພາະເນື່ອງດ້ວຍວ່າພວກເຈົ້າອອກແຮງງານຢ່າງພາກພຽນກັບເຮົາໃນສວນອະງຸ່ນຂອງເຮົາ, ແລະ ຮັກສາບັນຍັດຂອງເຮົາເປັນຢ່າງດີ, ແລະ ນຳເອົາ ໝາກເດີມມາໃຫ້ເຮົາອີກ, … ພວກເຈົ້າຈະມີຄວາມສຸກກັບເຮົາແລ້ວເພາະໝາກໄມ້ໃນສວນອະງຸ່ນຂອງເຮົາ.”
ເມື່ອເຮົາຜູກມັດຕົວເຮົາເອງທີ່ຈະປະຕິບັດ ໃນຖານະສານຸສິດແຫ່ງພັນທະສັນຍາ, ບໍ່ວ່າຄວາມສາມາດຂອງເຮົາຈະຢູ່ໃນລະດັບໃດກໍຕາມ, ຄວາມສຳພັນຂອງເຮົາກັບພຣະບິດາ ແລະ ພຣະບຸດກໍຖືກເສີມສ້າງ, ຄວາມຊື່ນຊົມຂອງເຮົາກໍຖືກປັບປຸງ, ແລະ ທັດສະນະຄະຕິນິລັນດອນຂອງເຮົາກໍຖືກຂະຫຍາຍ. ແລ້ວເຮົາຈະໄດ້ຮັບພອນດ້ວຍພະລັງ ແລະ ສາມາດຮູ້ສຶກຄວາມຊື່ນຊົມໃນມາດຕະການທີ່ຖືກສະຫງວນໄວ້ສຳລັບສານຸສິດແຫ່ງພັນທະສັນຍາທີ່ແທ້ຈິງຂອງພຣະເຈົ້າ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.