ແຜນແຫ່ງຄວາມເມດຕາ
ພຣະຜູ້ເປັນເຈົ້າມີເມດຕາ ແລະ ແຜນແຫ່ງຄວາມລອດຂອງພຣະບິດາເທິງສະຫວັນຂອງເຮົາເປັນແຜນແຫ່ງຄວາມເມດຕາແທ້ໆ.
ຄຳເຊື້ອເຊີນຂອງສາດສະດາ
ເດືອນເມສາແລ້ວນີ້, ບໍ່ດົນຫລັງຈາກຂ່າວທີ່ໜ້າຊື່ນຊົມວ່າ ສາດສະໜາຈັກໄດ້ຊື້ພຣະວິຫານເຄີດແລນ, ປະທານຣະໂຊ ເອັມ ແນວສັນ ໄດ້ເຊື້ອເຊີນເຮົາໃຫ້ສຶກສາຄຳອະທິຖານອຸທິດພຣະວິຫານເຄີດແລນ, ທີ່ຖືກບັນທຶກໄວ້ໃນ ພາກທີ 109 ຂອງຄຳສອນ ແລະ ພັນທະສັນຍາ. ຄຳອະທິຖານອຸທິດ, ປະທານແນວສັນໄດ້ກ່າວ, “ເປັນບົດຮຽນກ່ຽວກັບວິທີທີ່ພຣະວິຫານເສີມພະລັງທາງວິນຍານໃຫ້ທ່ານ ແລະ ຂ້າພະເຈົ້າ ເພື່ອຮັບມືກັບຄວາມທ້າທາຍຂອງຊີວິດ ໃນຍຸກສຸດທ້າຍເຫລົ່ານີ້.”
ຂ້າພະເຈົ້າແນ່ໃຈວ່າ ການສຶກສາຂອງທ່ານໃນພາກທີ 109 ໃຫ້ຄວາມຮູ້ແຈ້ງທີ່ເປັນພອນໃຫ້ແກ່ທ່ານ. ຕອນແລງນີ້, ຂ້າພະເຈົ້າຈະແບ່ງປັນສອງສາມຢ່າງທີ່ຂ້າພະເຈົ້າໄດ້ຮຽນຮູ້ ຂະນະທີ່ຂ້າພະເຈົ້າເຮັດຕາມຄຳເຊື້ອເຊີນຂອງສາດສະດາຂອງເຮົາ. ເສັ້ນທາງທີ່ໃຫ້ສັນຕິສຸກທີ່ການສຶກສາຂອງຂ້າພະເຈົ້າໄດ້ນຳພາມາ ໄດ້ເຕືອນຂ້າພະເຈົ້າວ່າ ພຣະຜູ້ເປັນເຈົ້າມີເມດຕາ ແລະ ວ່າແຜນແຫ່ງຄວາມລອດຂອງພຣະບິດາເທິງສະຫວັນຂອງເຮົາເປັນແຜນແຫ່ງຄວາມເມດຕາແທ້ໆ.
ຜູ້ສອນສາດສະໜາທີ່ຫາກໍໄດ້ຮັບການເອີ້ນ ກຳລັງຮັບໃຊ້ໃນພຣະວິຫານ
ດັ່ງທີ່ທ່ານອາດຮູ້, “ຜູ້ສອນສາດສະໜາທີ່ຫາກໍໄດ້ຮັບການເອີ້ນຖືກຊຸກຍູ້ໃຫ້ຮັບພິທີການຂອງປະທານສັກສິດພຣະວິຫານ ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ແລະ ໄປພຣະວິຫານເລື້ອຍໆເທົ່າທີ່ສະຖານະການຈະເອື້ອອຳນວຍ.”3 ເມື່ອໄດ້ຮັບຂອງປະທານສັກສິດແລ້ວ, ເຂົາເຈົ້າກໍ “ສາມາດຮັບໃຊ້ເປັນພະນັກງານ … ພຣະວິຫານ ກ່ອນເຂົາເຈົ້າເລີ່ມຕົ້ນການຮັບໃຊ້ເຜີຍແຜ່.”
ເວລາໃນພຣະວິຫານກ່ອນການເຂົ້າໄປໃນສູນຝຶກອົບຮົມຜູ້ສອນສາດສະໜາ (MTC) ສາມາດເປັນພອນທີ່ປະເສີດໃຫ້ແກ່ຜູ້ສອນສາດສະໜາໃໝ່ ຂະນະທີ່ເຂົາເຈົ້າຮຽນຮູ້ເພີ່ມເຕີມກ່ຽວກັບພັນທະສັນຍາພຣະວິຫານ ກ່ອນທີ່ຈະແບ່ງປັນພອນຂອງພັນທະສັນຍາເຫລົ່ານັ້ນກັບໂລກ.
ແຕ່ໃນການສຶກສາພາກທີ 109, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ໃນພຣະວິຫານ, ພຣະເຈົ້າໄດ້ປະທານພະລັງໃຫ້ແກ່ຜູ້ສອນສາດສະໜາໃໝ່—ແທ້ຈິງແລ້ວ, ເຮົາທຸກຄົນ—ໃນທາງທີ່ສັກສິດເພີ່ມເຕີມ. ໃນຄຳອະທິຖານອຸທິດ, ຊຶ່ງມອບໃຫ້ໂດຍການເປີດເຜີຍ, ສາດສະດາໂຈເຊັບ ສະມິດ ໄດ້ອະທິຖານວ່າ “ເມື່ອຜູ້ຮັບໃຊ້ຂອງພຣະອົງຈະອອກໄປຈາກບ້ານຂອງພຣະອົງ … ເພື່ອສະແດງປະຈັກພະຍານເຖິງພຣະນາມຂອງພຣະອົງ,” “ຫົວໃຈ” ຂອງ “ທຸກຄົນ” ຈະ “ອ່ອນລົງ”—ທັງ “ຜູ້ຍິ່ງໃຫຍ່ຂອງໂລກ” ແລະ “ຄົນຍາກຈົນ, ຄົນຂັດສົນ, ແລະ [ຄົນ] ທຸກທໍລະມານ … ຈະອ່ອນລົງ.” ເພິ່ນໄດ້ອະທິຖານວ່າ “ອະຄະຕິຂອງພວກເຂົາຈະເປີດທາງໃຫ້ຄວາມຈິງ, ແລະ ຜູ້ຄົນຂອງພຣະອົງຈະໄດ້ຮັບຄວາມໂປດປານໃນສາຍຕາຂອງຜູ້ຄົນທັງປວງ; ເພື່ອວ່າທີ່ສຸດທັງໝົດຂອງແຜ່ນດິນໂລກຈະຮູ້ວ່າພວກຂ້າພຣະອົງ, ຜູ້ຮັບໃຊ້ຂອງພຣະອົງ, ໄດ້ຍິນສຸລະສຽງຂອງພຣະອົງ, ແລະ ວ່າພຣະອົງໄດ້ສົ່ງພວກຂ້າພຣະອົງມາ.”
ນີ້ເປັນຄຳສັນຍາທີ່ສວຍງາມສຳລັບຜູ້ສອນສາດສະໜາທີ່ຫາກໍຖືກເອີ້ນ—ເພື່ອໃຫ້ອະຄະຕິ “ເປີດທາງໃຫ້ຄວາມຈິງ,” ເພື່ອ “ຮັບຄວາມໂປດປານໃນສາຍຕາຂອງຜູ້ຄົນທັງປວງ,” ແລະ ເພື່ອໃຫ້ໂລກຮູ້ວ່າ ເຂົາເຈົ້າຖືກສົ່ງມາໂດຍພຣະຜູ້ເປັນເຈົ້າ. ເຮົາແຕ່ລະຄົນຕ້ອງການພອນອັນດຽວກັນນີ້ຢ່າງແນ່ນອນ. ຈະເປັນພອນແນວໃດຖ້າຫາກໃຈອ່ອນລົງ ເມື່ອເຮົາປະຕິສຳພັນກັບເພື່ອນບ້ານ ແລະ ເພື່ອນຮ່ວມງານ. ຄຳອະທິຖານອຸທິດບໍ່ໄດ້ອະທິບາຍຢ່າງຊັດເຈນວ່າ ເວລາທີ່ເຮົາຢູ່ໃນພຣະວິຫານຈະເຮັດໃຫ້ໃຈຂອງຄົນອື່ນອ່ອນລົງໄດ້ແນວໃດ, ແຕ່ຂ້າພະເຈົ້າເຊື່ອວ່າ ມັນຜູກມັດກັບເວລາທີ່ຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ ເຮັດໃຫ້ໃຈຂອງເຮົາອ່ອນລົງແນວໃດ ໂດຍເຮັດໃຫ້ເຮົາມີຈຸດໃຈກາງຢູ່ທີ່ພຣະເຢຊູຄຣິດ ແລະ ຄວາມເມດຕາຂອງພຣະອົງ.
ພຣະຜູ້ເປັນເຈົ້າຕອບຄຳອ້ອນວອນຂໍຄວາມເມດຕາຂອງໂຈເຊັບ ສະມິດ
ຂະນະທີ່ຂ້າພະເຈົ້າສຶກສາຄຳອະທິຖານອຸທິດພຣະວິຫານເຄີດແລນ, ຂ້າພະເຈົ້າຍັງຕົກໃຈອີກວ່າ ໂຈເຊັບໄດ້ອ້ອນວອນຂໍຄວາມເມດຕາເທື່ອແລ້ວເທື່ອອີກ—ສຳລັບສະມາຊິກຂອງສາດສະໜາຈັກ, ສຳລັບສັດຕູຂອງສາດສະໜາຈັກ, ສຳລັບຜູ້ນຳຂອງປະເທດ, ສຳລັບປະຊາຊາດຂອງໂລກ. ແລະ, ເປັນການສ່ວນຕົວ, ເພິ່ນໄດ້ອ້ອນວອນຂໍໃຫ້ພຣະຜູ້ເປັນເຈົ້າລະນຶກເຖິງເພິ່ນ ແລະ ເມດຕາຕໍ່ເອມມາທີ່ຮັກຂອງເພິ່ນ ແລະ ລູກໆຂອງພວກເພິ່ນ.
ໂຈເຊັບຄົງຮູ້ສຶກແນວໃດ ເມື່ອໜຶ່ງອາທິດຕໍ່ມາ, ໃນວັນອີດສະເຕີ, ວັນທີ 3 ເດືອນເມສາ, 1836, ໃນພຣະວິຫານເຄີດແລນ, ພຣະຜູ້ຊ່ວຍໃຫ້ລອດໄດ້ມາປະກົດຕົວຕໍ່ເພິ່ນ ແລະ ອໍລີເວີ ຄາວເດີຣີ ແລະ, ດັ່ງທີ່ຖືກບັນທຶກໄວ້ໃນ ພາກທີ 110 ຂອງຄຳສອນ ແລະ ພັນທະສັນຍາ, ໄດ້ກ່າວວ່າ, “ເຮົາໄດ້ຍອມຮັບເອົາບ້ານແຫ່ງນີ້, ແລະ ນາມຂອງເຮົາຈະຢູ່ທີ່ນີ້; ແລະ ເຮົາຈະສະແດງຕົນໃຫ້ປະຈັກແກ່ຜູ້ຄົນຂອງເຮົາໃນຄວາມເມດຕາໃນບ້ານແຫ່ງນີ້.” ຄຳສັນຍາແຫ່ງຄວາມເມດຕານີ້ ຕ້ອງມີຄວາມໝາຍພິເສດຕໍ່ໂຈເຊັບ. ແລະ ດັ່ງທີ່ປະທານແນວສັນໄດ້ສິດສອນໃນເດືອນເມສາທີ່ຜ່ານມານີ້, ຄຳສັນຍານີ້ກໍຍັງ “ໃຊ້ໄດ້ກັບພຣະວິຫານທີ່ອຸທິດແລ້ວ ທຸກ ແຫ່ງໃນປະຈຸບັນເຊັ່ນກັນ.”
ການພົບຄວາມເມດຕາໃນບ້ານຂອງພຣະຜູ້ເປັນເຈົ້າ
ມີຫລາຍວິທີທາງທີ່ເຮົາແຕ່ລະຄົນສາມາດພົບຄວາມເມດຕາໃນບ້ານຂອງພຣະຜູ້ເປັນເຈົ້າ. ສິ່ງນີ້ເປັນຄວາມຈິງມາຕັ້ງແຕ່ພຣະຜູ້ເປັນເຈົ້າໄດ້ບັນຊາໃຫ້ຊາວອິດສະຣາເອນສ້າງຫໍເຕັນສັກສິດ ແລະ ວາງ “ພຣະທີ່ນັ່ງແຫ່ງຄວາມເມດຕາ” ໄວ້ກາງຫ້ອງ. ໃນພຣະວິຫານ, ເຮົາພົບຄວາມເມດຕາໃນພັນທະສັນຍາທີ່ເຮົາເຮັດ. ພັນທະສັນຍາເຫລົ່ານັ້ນ, ນອກເໜືອໄປຈາກພັນທະສັນຍາແຫ່ງການບັບຕິສະມາ, ຜູກມັດເຮົາໄວ້ກັບພຣະບິດາ ແລະ ພຣະບຸດ ແລະ ໃຫ້ເຮົາເຂົ້າເຖິງສິ່ງທີ່ປະທານແນວສັນໄດ້ສິດສອນຄື “ຄວາມຮັກ ແລະ ຄວາມເມດຕາຊະນິດພິເສດ … ເອີ້ນວ່າ hesed [ເຮເຊດ]” ໃນພາສາເຮັບເຣີ.
ເຮົາພົບຄວາມເມດຕາໃນໂອກາດທີ່ຖືກຜະນຶກເຂົ້າກັບຄອບຄົວຂອງເຮົາຊົ່ວນິລັນດອນ. ໃນພຣະວິຫານ, ເຮົາກໍຍັງເຂົ້າໃຈຢ່າງຊັດເຈນຫລາຍຍິ່ງຂຶ້ນວ່າ ການນິລະມິດສ້າງ, ການຕົກ, ການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ແລະ ຄວາມສາມາດຂອງເຮົາທີ່ຈະເຂົ້າໄປໃນທີ່ປະທັບຂອງພຣະບິດາເທິງສະຫວັນຂອງເຮົາອີກຄັ້ງ—ແນ່ນອນ, ທຸກພາກສ່ວນໃນແຜນແຫ່ງຄວາມລອດ—ຄືການສະແດງໃຫ້ປະຈັກເຖິງຄວາມເມດຕາ. ມັນອາດຈະເວົ້າໄດ້ວ່າ ແຜນແຫ່ງຄວາມລອດເປັນແຜນແຫ່ງຄວາມສຸກຢ່າງແນ່ນອນ ເພາະວ່າມັນເປັນ “ແຜນແຫ່ງຄວາມເມດຕາ.”
ການສະແຫວງຫາການໃຫ້ອະໄພເປີດປະຕູສູ່ພຣະວິນຍານບໍລິສຸດ
ຂ້າພະເຈົ້າກະຕັນຍູສຳລັບຄຳສັນຍາທີ່ສວຍງາມຢູ່ໃນ ພາກທີ 110 ທີ່ພຣະຜູ້ເປັນເຈົ້າຈະສະແດງພຣະອົງເອງໃຫ້ປະຈັກ ໃນຄວາມເມດຕາໃນພຣະວິຫານ. ຂ້າພະເຈົ້າຍັງມີຄວາມກະຕັນຍູສຳລັບສິ່ງທີ່ຖືກເປີດເຜີຍກ່ຽວກັບວິທີທີ່ພຣະຜູ້ເປັນເຈົ້າສະແດງພຣະອົງເອງໃຫ້ປະຈັກໃນຄວາມເມດຕາ ທຸກຄັ້ງທີ່ເຮົາ, ເຊັ່ນດຽວກັບໂຈເຊັບ, ອ້ອນວອນຂໍຄວາມເມດຕາ.
ການອ້ອນວອນຂໍຄວາມເມດຕາຂອງໂຈເຊັບ ສະມິດ ຢູ່ໃນພາກທີ 109 ບໍ່ແມ່ນຄັ້ງທຳອິດທີ່ການອ້ອນວອນຂໍຄວາມເມດຕາຂອງເພິ່ນທີ່ກະຕຸ້ນໃຫ້ເກີດການເປີດເຜີຍ. ໃນປ່າສັກສິດ, ໂຈເຊັບໜຸ່ມໄດ້ອະທິຖານບໍ່ພຽງເພື່ອຢາກຮູ້ວ່າ ສາດສະໜາຈັກໃດທີ່ແທ້ຈິງ, ແຕ່ເພິ່ນຍັງກ່າວວ່າ ເພິ່ນໄດ້ “ຮ້ອງຂໍຄວາມເມດຕາຈາກພຣະຜູ້ເປັນເຈົ້າ ເພາະບໍ່ມີຄົນອື່ນທີ່ຂ້າພະເຈົ້າສາມາດໄປຫາ [ເພື່ອ] ຂໍຄວາມເມດຕາໄດ້.” ດ້ວຍວິທີໃດວິທີໜຶ່ງ ການທີ່ເພິ່ນຮູ້ວ່າ ເພິ່ນຕ້ອງການຄວາມເມດຕາທີ່ພຣະຜູ້ເປັນເຈົ້າເທົ່ານັ້ນທີ່ສາມາດມອບໃຫ້ ໄດ້ຊ່ວຍເປີດປ່ອງຢ້ຽມສະຫວັນ. ສາມປີຕໍ່ມາ ທູດໂມໂຣໄນໄດ້ມາປະກົດຕົວຫລັງຈາກທີ່ໂຈເຊັບກ່າວວ່າ ເພິ່ນໄດ້ “ອະທິຖານອ້ອນວອນຕໍ່ພຣະເຈົ້າ ເພື່ອຂໍການອະໄພໂທດໃຫ້ແກ່ຄວາມຜິດບາບ ແລະ ຄວາມຜິດພາດທັງປວງຂອງຂ້າພະເຈົ້າ.”
ແບບແຜນຂອງການເປີດເຜີຍນີ້ ທີ່ຕາມມາຫລັງຈາກການອ້ອນວອນຂໍຄວາມເມດຕາ ເປັນແບບແຜນທີ່ຄຸ້ນເຄີຍຢູ່ໃນພຣະຄຳພີ. ເອໂນດໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ ຫລັງຈາກພຽງແຕ່ໄດ້ອະທິຖານຂໍການໃຫ້ອະໄພ. ບິດາຂອງກະສັດລາໂມໄນໄດ້ເລີ່ມຕົ້ນການອະທິຖານຂອງເພິ່ນວ່າ, “ຂ້ານ້ອຍຈະປະຖິ້ມບາບຂອງຂ້ານ້ອຍທັງໝົດເພື່ອຈະໄດ້ຮູ້ຈັກພຣະອົງ.” ເຮົາອາດບໍ່ໄດ້ຮັບພອນຈາກປະສົບການທີ່ໜ້າຕື່ນເຕັ້ນເຊັ່ນນັ້ນ, ແຕ່ສຳລັບຜູ້ທີ່ບາງຄັ້ງດີ້ນລົນທີ່ຈະຮູ້ສຶກເຖິງຄຳຕອບຂອງການອະທິຖານ, ການສະແຫວງຫາຄວາມເມດຕາຂອງພຣະຜູ້ເປັນເຈົ້າ ເປັນໜຶ່ງໃນວິທີທີ່ມີພະລັງທີ່ສຸດ ໃນການຮູ້ສຶກເຖິງການເປັນພະຍານຂອງພຣະວິນຍານບໍລິສຸດ.
ການໄຕ່ຕອງເຖິງຄວາມເມດຕາຂອງພຣະເຈົ້າ ເປີດປະຕູສູ່ປະຈັກພະຍານເຖິງພຣະຄຳພີມໍມອນ
ຫລັກທຳທີ່ຄ້າຍຄືກັນໄດ້ຖືກສິດສອນຢ່າງສວຍງາມຢູ່ໃນ ໂມໂຣໄນ 10:3–5. ເຮົາມັກຈະຂຽນຫຍໍ້ຂໍ້ພຣະຄຳພີເຫລົ່ານີ້ ເພື່ອສິດສອນວ່າ ຜ່ານທາງການອະທິຖານຢ່າງຈິງໃຈ, ເຮົາສາມາດຮຽນຮູ້ວ່າ ພຣະຄຳພີມໍມອນເປັນຄວາມຈິງຫລືບໍ່. ແຕ່ການຂຽນຫຍໍ້ນີ້ ສາມາດລະເລີຍບົດບາດສຳຄັນຂອງຄວາມເມດຕາໄດ້. ໃຫ້ຟັງວ່າ ວິທີທີ່ໂມໂຣໄນເລີ່ມຕົ້ນຄຳຕັກເຕືອນຂອງເພິ່ນແນວໃດວ່າ: “ຂ້າພະເຈົ້າຂໍແນະນຳທ່ານວ່າ ເມື່ອທ່ານອ່ານເລື່ອງເຫລົ່ານີ້, … ໃຫ້ທ່ານຈື່ຈຳໄວ້ວ່າ ພຣະຜູ້ເປັນເຈົ້າເມດຕາລູກຫລານມະນຸດຫລາຍພຽງໃດ, ຕັ້ງແຕ່ການສ້າງອາດາມລົງມາຈົນເຖິງເວລາທີ່ທ່ານໄດ້ຮັບເລື່ອງເຫລົ່ານີ້, ແລະ ໄຕ່ຕອງເລື່ອງນີ້ຢູ່ໃນໃຈທ່ານ.”
ໂມໂຣໄນຊຸກຍູ້ເຮົາບໍ່ພຽງແຕ່ໃຫ້ອ່ານສິ່ງເຫລົ່ານີ້ເທົ່ານັ້ນ—ບັນທຶກທີ່ເພິ່ນກຳລັງຈະປິດຜະນຶກ—ແຕ່ຍັງໃຫ້ ໄຕ່ຕອງ ໃນໃຈຂອງເຮົາກ່ຽວກັບສິ່ງທີ່ພຣະຄຳພີມໍມອນເປີດເຜີຍກ່ຽວກັບ “ພຣະຜູ້ເປັນເຈົ້າເມດຕາລູກຫລານມະນຸດຫລາຍພຽງໃດ” ນຳອີກ. ການໄຕ່ຕອງເຖິງຄວາມເມດຕາຂອງພຣະຜູ້ເປັນເຈົ້າເປັນສິ່ງທີ່ຕຽມເຮົາໃຫ້ພ້ອມເພື່ອ “ທູນຖາມພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນໃນພຣະນາມຂອງພຣະຄຣິດ, ຖ້າຫາກເລື່ອງເຫລົ່ານີ້ບໍ່ຈິງ.”
ເມື່ອເຮົາໄຕ່ຕອງກ່ຽວກັບພຣະຄຳພີມໍມອນ, ເຮົາອາດຖາມວ່າ: ມັນເປັນຄວາມຈິງແທ້ບໍ, ດັ່ງທີ່ແອວມາໄດ້ສິດສອນ, ວ່າແຜນແຫ່ງຄວາມເມດຕາຂອງພຣະເຈົ້າຮັບປະກັນວ່າ ທຸກຄົນທີ່ເຄີຍມີຊີວິດຢູ່ເທິງໂລກນີ້ ຈະໄດ້ຟື້ນຄືນຊີວິດ, ແລະ ພວກເຂົາຈະ “ຖືກຟື້ນຟູຄືນສູ່ຄວາມສົມບູນແບບຂອງພວກເຂົາ”? ແອມມິວເລັກເວົ້າຖືກບໍ—ຄວາມເມດຕາຂອງພຣະຜູ້ຊ່ວຍໃຫ້ລອດສາມາດຕອບສະໜອງຂໍ້ຮຽກຮ້ອງອັນຂົມຂື່ນຂອງຄວາມຍຸດຕິທຳ ທັງໝົດ ໄດ້ແທ້ຫລືບໍ່ ຖ້າບໍ່ເປັນເຊັ່ນນັ້ນ ເຮົາຈະຕ້ອງຈ່າຍຄ່າ ແລະ ແທນທີ່ “[ລ້ອມເຮົາ] ໄວ້ໃນອ້ອມພຣະພາຫາແຫ່ງຄວາມປອດໄພ”?
ເປັນຄວາມຈິງຫລືບໍ່, ຕາມທີ່ແອວມາໄດ້ເປັນພະຍານ, ວ່າພຣະຄຣິດໄດ້ທົນທຸກທໍລະມານບໍ່ພຽງເພື່ອບາບຂອງເຮົາເທົ່ານັ້ນ ແຕ່ເພື່ອ “ຄວາມເຈັບປວດ ແລະ ຄວາມທຸກ” ຂອງເຮົານຳອີກ ເພື່ອທີ່ພຣະອົງຈະສາມາດ “ຮູ້ … ວ່າ ຈະຊ່ວຍເຫລືອຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງຂອງພວກເຂົາໄດ້ແນວໃດ”? ພຣະຜູ້ເປັນເຈົ້າມີຄວາມເມດຕາແທ້ຫລືບໍ່, ຕາມທີ່ກະສັດເບັນຢາມິນໄດ້ສິດສອນ, ວ່າໂດຍເປັນຂອງຂວັນຟຣີ, ພຣະອົງໄດ້ຊົດໃຊ້ “ແທນບາບຂອງ … ຜູ້ທີ່ຕາຍໂດຍບໍ່ຮູ້ຈັກພຣະປະສົງຂອງພຣະເຈົ້າກ່ຽວກັບພວກເຂົາ, ຫລື ຜູ້ທີ່ເຮັດບາບໂດຍບໍ່ຮູ້”?
ເປັນຄວາມຈິງຫລືບໍ່, ຕາມທີ່ລີໄຮໄດ້ກ່າວ, ວ່າ “ອາດາມຕົກເພື່ອມະນຸດຈະໄດ້ເປັນຢູ່ ແລະ ມະນຸດເປັນຢູ່ກໍເພື່ອພວກເຂົາຈະໄດ້ມີຄວາມສຸກ”? ແລະ ເປັນຄວາມຈິງແທ້ໆຫລືບໍ່, ຕາມທີ່ອະບີນາໄດໄດ້ເປັນພະຍານ, ອ້າງອີງເອຊາຢາ, ວ່າພຣະເຢຊູຄຣິດໄດ້ “ຮັບບາດເຈັບເພາະການລ່ວງລະເມີດຂອງພວກເຮົາ, ເພິ່ນມີຮອຍຟົກຊ້ຳເພາະຄວາມຊົ່ວຮ້າຍຂອງພວກເຮົາ; ການຕີສອນເພື່ອສັນຕິສຸກຂອງພວກເຮົາຢູ່ກັບເພິ່ນ; ແລະ ດ້ວຍຮອຍຖືກຕີຂອງເພິ່ນ ພວກເຮົາຈຶ່ງຖືກປິ່ນປົວໃຫ້ດີ”?
ໂດຍສະຫລຸບ, ແຜນຂອງພຣະບິດາຕາມທີ່ສິດສອນໃນພຣະຄຳພີມໍມອນມີເມດຕາແທ້ຫລືບໍ່? ຂ້າພະເຈົ້າເປັນພະຍານວ່າ ມັນເປັນເຊັ່ນນັ້ນ ແລະ ວ່າຄຳສອນເລື່ອງຄວາມເມດຕາທີ່ໃຫ້ສັນຕິສຸກ ແລະ ຄວາມຫວັງໃນພຣະຄຳພີມໍມອນເປັນຄວາມຈິງ.
ແຕ່, ຂ້າພະເຈົ້າຈິນຕະນາການວ່າ ບາງຄົນອາດກຳລັງດີ້ນລົນ, ເຖິງແມ່ນວ່າທ່ານໄດ້ອ່ານ ແລະ ອະທິຖານຢ່າງຊື່ສັດແລ້ວ, ເພື່ອຈະເຂົ້າໃຈເຖິງຄຳສັນຍາຂອງໂມໂຣໄນວ່າ ພຣະບິດາເທິງສະຫວັນ “ຈະສະແດງຄວາມຈິງຂອງເລື່ອງນີ້ໃຫ້ປະຈັກແກ່ທ່ານ, ໂດຍອຳນາດຂອງພຣະວິນຍານບໍລິສຸດ.” ຂ້າພະເຈົ້າຮູ້ເຖິງການດີ້ນລົນນີ້ ເພາະຂ້າພະເຈົ້າຮູ້ສຶກເຖິງມັນ, ເມື່ອຫລາຍປີກ່ອນ, ຕອນທີ່ຂ້າພະເຈົ້າໄດ້ອ່ານພຣະຄຳພີມໍມອນສອງສາມຄັ້ງທຳອິດ ບໍ່ໄດ້ຮັບຄຳຕອບທັນທີ ແລະ ຊັດເຈນຕໍ່ຄຳອະທິຖານຂອງຂ້າພະເຈົ້າ.
ຖ້າຫາກທ່ານກຳລັງດີ້ນລົນ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ເຮັດຕາມຄຳແນະນຳຂອງໂມໂຣໄນ ໃນການໄຕ່ຕອງເຖິງວິທີຕ່າງໆ ທີ່ພຣະຄຳພີມໍມອນສິດສອນວ່າ “ພຣະຜູ້ເປັນເຈົ້າເມດຕາລູກຫລານມະນຸດຫລາຍພຽງໃດ”? ຕາມປະສົບການຂອງຂ້າພະເຈົ້າ, ຂ້າພະເຈົ້າຫວັງວ່າ, ເມື່ອທ່ານເຮັດ, ສັນຕິສຸກຂອງພຣະວິນຍານບໍລິສຸດ ຈະສາມາດເຂົ້າມາໃນໃຈຂອງທ່ານ ແລະ ທ່ານສາມາດຮູ້, ເຊື່ອ, ແລະ ຮູ້ສຶກ ວ່າພຣະຄຳພີມໍມອນ ແລະ ແຜນແຫ່ງຄວາມເມດຕາ ທີ່ສິດສອນເປັນຄວາມຈິງ.
ຂ້າພະເຈົ້າສະແດງຄວາມກະຕັນຍູຕໍ່ແຜນແຫ່ງຄວາມເມດຕາອັນຍິ່ງໃຫຍ່ຂອງພຣະບິດາ ແລະ ສຳລັບຄວາມເຕັມພຣະໄທຂອງພຣະຜູ້ຊ່ວຍໃຫ້ລອດທີ່ຈະປະຕິບັດຕາມ. ຂ້າພະເຈົ້າຮູ້ວ່າ ພຣະອົງຈະສະແດງພຣະອົງເອງໃຫ້ປະຈັກໃນຄວາມເມດຕາ ໃນພຣະວິຫານສັກສິດຂອງພຣະອົງ ແລະ ໃນທຸກສ່ວນຂອງຊີວິດເຮົາ ຖ້າເຮົາຈະສະແຫວງຫາພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.