ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ໃຈ​ບຸນ—ສັນ​ຍານ​ຂອງ​ການ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2025


11:29

ຄວາມ​ໃຈ​ບຸນ—ສັນ​ຍານ​ຂອງ​ການ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ

ຈຸດ​ໝາຍ​ປາຍ​ທາງ​ທີ່​ແທ້​ຈິງ​ຂອງ​ການ​ເປັນ​ສາ​ນຸ​ສິດ​ຄື​ການ​ກາຍ​ເປັນ​ເໝືອນ​ດັ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ເປັນ​ຢູ່​ແທ້ໆ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້ “ເຮັດ​ໃຫ້​ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ​ມີ​ຄວາມ​ສຳ​ຄັນ​ອັນ​ດັບ​ສູງ​ສຸດ.” ຄຳ​ເຊື້ອ​ເຊີນ​ທີ່​ມີ​ພະ​ລັງ​ນັ້ນ​ໄດ້​ດົນ​ໃຈ​ຂ້າ​ພະ​ເຈົ້າ​ໃຫ້​ໄຕ່​ຕອງ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ການ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ.

ການ​ເປັນ​ສາ​ນຸ​ສິດ​ແມ່ນ​ຮອບ​ຄອບ​ຖີ່​ຖ້ວນ

ສາ​ນຸ​ສິດ​ຄື​ຜູ້​ຕິດ​ຕາມ ຫລື ລູກ​ສິດ​ຂອງ​ອີກ​ຄົນ. ສາ​ນຸ​ສິດ​ຄື “ຜູ້​ຝຶກ​ງານ” ທີ່​ອຸ​ທິດ​ຊີ​ວິດ​ຂອງ​ຕົນ​ເພື່ອ​ຈະ​ກາຍ​ເປັນ​ເໝືອນ​ຄູ​ສອນ​ຂອງ​ເຂົາ​ເຈົ້າ. ດັ່ງ​ນັ້ນ, ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ການ​ເຊື່ອ​ການ​ສັ່ງ​ສອນ ແລະ ຄຳ​ສອນ​ຂອງ​ພຣະ​ອົງ. ມັນ​ມີ​ຄວາມ​ໝາຍ​ແມ່ນ​ແຕ່​ຫລາຍ​ກວ່າ​ການ​ຮັບ​ຮູ້​ຄວາມ​ສູງ​ສົ່ງ​ຂອງ​ພຣະ​ອົງ ແລະ ການ​ຍອມ​ຮັບ​ພຣະ​ອົງ​ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ຊຶ່ງ​ສິ່ງ​ນັ້ນ​ມີ​ຄວາມ​ສຳ​ຄັນ​ຢ່າງ​ຍິ່ງ.

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ອະ​ທິ​ບາຍ​ວ່າ: “ການ​ຕິດ​ຕາມ​ພຣະ​ຄຣິດ​ບໍ່​ແມ່ນ​ການ​ປະ​ຕິ​ບັດ​ແບບ​ທຳ​ມະ​ດາ ຫລື ເປັນ​ບາງ​ຄັ້ງ​ບາງ​ຄາວ. ມັນ​ເປັນ​ຄວາມ​ມຸ່ງ​ໝັ້ນ​ຢ່າງ​ຕໍ່​ເນື່ອງ ແລະ ເປັນ​ວິ​ຖີ​ຊີ​ວິດ​ທີ່​ຄວນ​ນຳ​ພາ​ເຮົາ​ຕະ​ຫລອດ​ເວ​ລາ ແລະ ໃນ​ທຸກ​ບ່ອນ.” ການ​ເປັນ​ສາ​ນຸ​ສິດ​ຄື​ການ​ເດີນ​ທາງ​ທີ່​ຮອບ​ຄອບ​ຖີ່​ຖ້ວນ ທີ່​ເຮົາ​ເດີນ​ໄປ​ເພື່ອ​ຈະ​ໄດ້​ຮັບ​ການ​ປ່ຽນ​ແປງ​ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ອຳ​ນາດ​ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ຂອງ​ພຣະ​ອົງ. ຈຸດ​ໝາຍ​ປາຍ​ທາງ​ທີ່​ແທ້​ຈິງ​ຂອງ​ການ​ເປັນ​ສາ​ນຸ​ສິດ​ຄື​ການ​ກາຍ​ເປັນ​ເໝືອນ​ດັ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ເປັນ​ຢູ່​ແທ້ໆ—ຈົນ​ເຖິງ​ຈຸດ​ທີ່​ເຮົາ​ໄດ້​ຮັບ “ເງົາ​ຂອງ​ພຣະ​ອົງ​ໄວ້​ໃນ​ໃບ​ໜ້າ [ຂອງ​ເຮົາ].”

ເພື່ອ​ຈະ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ຕ້ອງ​ຮຽນ​ແບບ​ຄວາມ​ຄິດ ແລະ ການ​ກະ​ທຳ​ຂອງ​ພຣະ​ອົງ​ຢ່າງ​ຕັ້ງ​ໃຈ​ທຸກໆ​ວັນ—ຍົກ​ຕົວ​ຢ່າງ, ການ​ເຊື່ອ​ຟັງ, ຄວາມ​ຖ່ອມ​ຕົວ, ແລະ ຄວາມ​ອົດ​ທົນ​ຂອງ​ພຣະ​ອົງ. ຂະ​ນະ​ທີ່​ເຮົາ​ຄ່ອຍໆ​ລວມ​ເອົາ​ຄຸນ​ສົມ​ບັດ​ເຫລົ່າ​ນີ້​ເຂົ້າ​ມາ​ໃນ​ເອ​ກະ​ລັກ​ຂອງ​ເຮົາ​ເອງ, ເຮົາ​ກໍ​ກາຍ​ເປັນ​ຜູ້ “ຮັບ​ສ່ວນ​ໃນ​ສະ​ພາບ [ຂອງ​ພຣະ​ອົງ].” ການ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນີ້​ຄື​ຈຸດ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ການ​ນະ​ມັດ​ສະ​ການ​ພຣະ​ອົງ. ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ, “ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ເຢ​ຊູ​ແມ່ນ​ສະ​ແດງ​ອອກ​ຢ່າງ​ດີ​ທີ່​ສຸດ​ໂດຍ​ການ​ທີ່​ເຮົາ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພຣະ​ເຢ​ຊູ.”

ສັນ​ຍານ​ຂອງ​ການ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ

ໃນ​ຈຳ​ນວນ​ຄຸນ​ລັກ​ສະ​ນະ​ອັນ​ສູງ​ສົ່ງ​ຢ່າງ​ຫລວງ​ຫລາຍ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ເຮົາ​ຕ້ອງ​ເຮັດ​ຕາມ, ຢ່າງ​ໜຶ່ງ​ແມ່ນ​ສຳ​ຄັນ​ເໜືອ​ທຸກ​ຢ່າງ ແລະ ປະ​ກອບ​ດ້ວຍ​ຢ່າງ​ອື່ນໆ​ທັງ​ໝົດ. ຄຸນ​ລັກ​ສະ​ນະ​ນັ້ນ​ຄື​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ, ຫລື ຄວາມ​ໃຈ​ບຸນ. ທັງ​ສາດ​ສະ​ດາ​ມໍ​ມອນ ແລະ ອັກ​ຄະ​ສາ​ວົກ​ໂປ​ໂລ​ເຕືອນ​ໃຈ​ເຮົາ​ວ່າ ປາດ​ສະ​ຈາກ​ຄວາມ​ໃຈ​ບຸນ, “[ເຮົາ] ກໍ​ບໍ່​ມີ​ຄ່າ​ອັນ​ໃດ​ເລີຍ.” ຫລື, ດັ່ງ​ທີ່​ຖືກ​ເປີດ​ເຜີຍ​ຕໍ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ວ່າ, ປາດ​ສະ​ຈາກ “ຄວາມ​ໃຈ​ບຸນ, [ເຮົາ] ຈະ ເຮັດ ຫຍັງ​ບໍ່​ໄດ້​ເລີຍ.”

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ ໄດ້​ລະ​ບຸ​ຄວາມ​ຮັກ​ວ່າ​ເປັນ​ເຄື່ອງ​ໝາຍ ຫລື ສັນ​ຍານ ຊຶ່ງ​ໂດຍ​ທາງ​ນີ້ ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ​ຈະ​ເປັນ​ທີ່​ຮັບ​ຮູ້​ເມື່ອ​ພຣະ​ອົງ​ໄດ້​ປະ​ກາດ​ວ່າ:

“ເຮົາ​ມອບ​ກົດ​ບັນ​ຍັດ​ຂໍ້​ໃໝ່​ໃຫ້​ພວກ​ເຈົ້າ​ຄື, ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ; ເຮົາ​ຮັກ​ພວກ​ເຈົ້າ​ຢ່າງ​ໃດ, ພວກ​ເຈົ້າ​ກໍ​ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ​ຢ່າງ​ນັ້ນ.

“ຖ້າ​ພວກ​ເຈົ້າ​ຮັກ​ຊຶ່ງ​ກັນ​ແລະ​ກັນ, ທຸກ​ຄົນ​ກໍ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ສາ​ວົກ​ຂອງ​ເຮົາ.”

ຄວາມ​ໃຈ​ບຸນ​ເປັນ​ແນວ​ຄິດ​ທີ່​ມີ​ຄວາມ​ໝາຍ ທີ່​ໃຫ້​ນິ​ຍາມ​ໄດ້​ຍາກ ແຕ່​ຮັບ​ຮູ້​ໄດ້​ງ່າຍ​ໂດຍ​ທຸກ​ຄົນ​ທີ່​ມັນ​ໄດ້​ສຳ​ຜັດ. ປຶ້ມ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ສິດ​ສອນ​ວ່າ “ຄວາມ​ໃຈ​ບຸນ, ເຊັ່ນ​ດຽວ​ກັບ​ສັດ​ທາ, ນຳ​ໄປ​ສູ່​ການ​ກະ​ທຳ.” ແທ້​ຈິງ​ແລ້ວ, ຄວາມ​ໃຈ​ບຸນ​ອາດ​ຖືກ​ບັນ​ຍາຍ​ວ່າ “ຄວາມ​ຮັກ​ທີ່ກະ​ທຳຢູ່.” ຄຳ​ບັນ​ຍາຍ​ນີ້​ໃຫ້​ຄວາມ​ຮູ້​ແຈ້ງ​ອັນ​ສຳ​ຄັນ​ເຂົ້າ​ສູ່​ຂໍ້​ສະ​ຫລຸບ​ການ​ຖະ​ແຫລງ​ເຖິງ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ—ພຣະ​ອົງ “ໄດ້​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເຮັດ​ຄຸນ​ງາມ​ຄວາມ​ດີ.”

ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຄວນ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ວິ​ທີ​ທີ່​ພຣະ​ອາ​ຈານ​ຂອງ​ເຮົາ​ໄດ້​ສະ​ແດງ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ​ຕໍ່​ຄົນ​ອື່ນ. ເຖິງ​ແມ່ນ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ແດງ​ຄວາມ​ໃຈ​ບຸນ​ໃຫ້​ປະ​ຈັກ​ໃນ​ຫລາຍໆ​ວິ​ທີ​ທາງ, ຂ້າ​ພະ​ເຈົ້າ​ຢາກ​ຈະ​ສຸມ​ໃສ່​ແບບ​ແຜນ​ແຫ່ງ​ຄວາມ​ໃຈ​ບຸນ​ຂອງ​ພຣະ​ອົງ​ສາມ​ຢ່າງ​ໂດຍ​ສະ​ເພາະ ທີ່​ເຫັນ​ໄດ້​ງ່າຍ​ໃນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ.

ຄວາມ​ໃຈ​ບຸນ​ຄື​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເມດ​ຕາ

ທຳ​ອິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ແດງ​ຄວາມ​ໃຈ​ບຸນ​ໂດຍ​ການ​ມີ​ເມດ​ຕາ. ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ທ່າມ​ກາງ​ຊາວ​ນີ​ໄຟ ດັ່ງ​ທີ່​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ກັບ​ບ້ານ​ໄປ ແລະ ໄຕ່​ຕອງ​ເຖິງ​ສິ່ງ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ ແລະ ໃຫ້​ກະ​ກຽມ​ສຳ​ລັບ​ການ​ສະ​ເດັດ​ກັບ​ມາ​ຂອງ​ພຣະ​ອົງ​ໃນ​ມື້​ຕໍ່​ໄປ. ແລ້ວ​ບັນ​ທຶກ​ລະ​ບຸ​ວ່າ:

“ພວກ​ເຂົາ​ຫລັ່ງ​ນ້ຳ​ຕາ, ແລະ ໄດ້​ຫລຽວ​ເບິ່ງ​ພຣະ​ອົງ​ຄື​ກັບ​ວ່າ​ຈະ​ທູນ​ຂໍ​ໃຫ້​ພຣະ​ອົງ​ຢູ່​ກັບ​ພວກ​ເຂົາ​ຕື່ມ​ອີກ​ໜ້ອຍ​ໜຶ່ງ.

“ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ອຸ​ທອນ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ສົງ​ສານ​ເຈົ້າ.”

ຄວາມ​ເມດ​ຕາ​ຄື​ສ່ວນ​ນັ້ນ​ຂອງ​ຄວາມ​ໃຈ​ບຸນ ທີ່​ສະ​ແຫວງ​ຫາ​ເພື່ອ​ບັນ​ເທົາ​ຄວາມ​ທຸກ​ທໍ​ລະ​ມານ. ເຕັມ​ໄປ​ໄດ້​ຄວາມ​ເມດ​ຕາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປິ່ນ​ປົວ​ຄົນ​ທີ່​ເຈັບ​ປ່ວຍ ແລະ ເປັນ​ທຸກ​ໃນ​ບັນ​ດາ​ຜູ້​ຄົນ​ໃຫ້​ຫາຍ​ດີ. ຫລັງ​ຈາກ​ນັ້ນ, ພຣະ​ອົງ​ໄດ້​ອວຍ​ພອນ​ເດັກ​ນ້ອຍ​ໃນ​ຂະ​ນະ​ທີ່​ເຫລົ່າ​ທູດ​ໄດ້​ລົງ​ມາ​ຈາກ​ສະ​ຫວັນ ແລະ ອ້ອມ​ຮອບ​ພວກ​ເຂົາ​ໄວ້. ພຣະ​ອົງ​ໄດ້​ປະ​ຕິ​ບັດ​ການ​ກະ​ທຳ​ທີ່​ອ່ອນ​ໂຍນ ແລະ ຊົງ​ຮັກ​ເຫລົ່າ​ນີ້, ແລະ ອີກ​ຫລາຍໆ​ຢ່າງ, ເພາະ​ພຣະ​ອົງ “ມີ​ໃຈ​ສົງ​ສານ.”

ຂະ​ນະ​ທີ່​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ທີ່​ເຂດ​ອາ​ເມ​ຣິ​ກາໃຕ້, ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ເມດ​ຕາ​ຂອງ​ເພື່ອນ​ທີ່​ຮັກ​ຄົນ​ໜຶ່ງ​ຄື​ກັນ. ຄ່ຳ​ຄືນ​ໜຶ່ງ​ຂະ​ນະ​ທີ່​ຂັບ​ລົດ​ໄປ​ກັບ​ຄູ່​ສອນ​ຂອງ​ຂ້າ​ພະ​ເຈົ້າ ໄປ​ບ້ານ​ຂອງ​ປະ​ທານ​ເຜີຍ​ແຜ່, ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ຂີ່​ລົດ​ຖີບ​ໄດ້​ລ້ຽວ​ຢ່າງ​ກະ​ທັນ​ຫັນ​ຢູ່​ຂ້າງ​ໜ້າ​ລົດ. ມັນ​ໄດ້​ເກີດ​ຂຶ້ນ​ຢ່າງ​ໄວ​ວາ​ຈົນ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຫລີກ​ລ້ຽງ​ການ​ຕຳ​ກັນ. ໜ້າ​ໂສກ​ເສົ້າ, ຊາຍ​ໜຸ່ມ​ຄົນ​ນັ້ນ​ໄດ້​ເສຍ​ຊີ​ວິດ​ຈາກ​ການ​ກະ​ທົບ​ນັ້ນ. ຂ້າ​ພະ​ເຈົ້າ​ເສຍ​ໃຈ​ຫລາຍ​ຈາກ​ການ​ເສຍ​ຊີ​ວິດ​ຂອງ​ລາວ. ຢ້ານ ແລະ ຕົກ​ໃຈ​ເມື່ອ​ຄວາມ​ເປັນ​ຈິງ​ທີ່​ໂຫດ​ຮ້າຍ​ເຖິງ​ສິ່ງ​ທີ່​ຫາ​ກໍ​ໄດ້​ເກີດ​ຂຶ້ນ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໜັກ​ໃຈ​ຫລາຍ, ຂ້າ​ພະ​ເຈົ້າ​ຖືກ​ຈັບ​ໄປ​ເຂົ້າ​ຄຸກ. ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຮູ້​ສຶກ​ຢ້ານ​ກົວ ແລະ ໂດດ​ດ່ຽວ​ເຊັ່ນ​ນີ້​ມາ​ກ່ອນ. ຂ້າ​ພະ​ເຈົ້າ​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ສິ້ນ​ຫວັງ ແລະ ຄວາມ​ຢ້ານ​ກົວ​ວ່າ ຂ້າ​ພະ​ເຈົ້າ​ຈະ​ໄດ້​ຈຳ​ຄຸກ​ໄປ​ຕະ​ຫລອດ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

ເພື່ອນ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ, ແອວ​ເດີ ບຣາຍ​ແອນ ໂຄ​ແຊ​ວາ, ໄດ້​ຮຽນ​ຮູ້​ເຖິງ​ອຸ​ປະ​ຕິ​ເຫດ​ນັ້ນ ແລະ ໄດ້​ມີ​ຄວາມ​ເມດ​ຕາ​ສົງ​ສານ. ລາວ​ໄດ້​ໄປ​ທີ່​ຄຸກ ແລະ ໄດ້​ອ້ອນ​ວອນ​ກັບ​ເຈົ້າ​ໜ້າ​ທີ່​ໃຫ້​ອະ​ນຸ​ຍາດ​ໃຫ້​ລາວ​ຢູ່​ກັບ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ຄຸກ​ເພື່ອ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ໄດ້​ຢູ່​ຄົນ​ດຽວ. ຊ່າງ​ອັດ​ສະ​ຈັນ​ແທ້ໆ, ເຂົາ​ເຈົ້າ​ໄດ້​ອະ​ນຸ​ຍາດ. ຈົນ​ເຖິງ​ມື້​ນີ້, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ກະ​ຕັນ​ຍູ​ຫລາຍ​ສຳ​ລັບ​ການ​ກະ​ທຳ​ແຫ່ງ​ຄວາມ​ຮັກ​ເໝືອນ​ດັ່ງ​ພຣະ​ຄຣິດ​ຂອງ​ສາ​ນຸ​ສິດ​ຄົນ​ນີ້, ທີ່​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ສະ​ຫງົບ​ລົງ, ໄດ້​ຮັບ​ການ​ປອບ​ໂຍນ, ແລະ ການ​ເລົ່າ​ໂລມ​ໃຈ​ລະ​ຫວ່າງ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ. ຄວາມ​ເມດ​ຕາ​ແຫ່ງ​ຄວາມ​ໃຈ​ບຸນ​ຂອງ​ລາວ​ໄດ້​ເປັນ​ສັນ​ຍານ​ທີ່​ເຫັນ​ໄດ້​ຊັດ​ເຖິງ​ການ​ເປັນ​ສາ​ນຸ​ສິດ​ຂອງ​ລາວ. ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ສັງ​ເກດ​ເຫັນ​ວ່າ, “ວິ​ທີ​ທີ່​ງ່າຍ​ທີ່​ສຸດ​ໃນ​ການ​ລະ​ບຸ ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື ວິ​ທີ​ທີ່​ບຸກ​ຄົນ​ນັ້ນ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ.”

ຄວາມ​ໃຈ​ບຸນ​ຄື​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄວາມ​ຕ້ອງ​ການ​ທີ່​ບໍ່​ຖືກ​ກ່າວ​ອອກ​ມາ.

ອີກ​ໜຶ່ງ​ຕົວ​ຢ່າງ​ເຖິງ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ແມ່ນ​ຜ່ານ​ທາງ​ການ​ສັງ​ເກດ​ຂອງ​ພຣະ​ອົງ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ຄົນ​ອື່ນ​ທີ່​ບໍ່​ຖືກ​ກ່າວ​ອອກ​ມາ. ຕໍ່​ຜູ້​ຊາຍ​ທີ່​ປ່ວຍ​ໄດ້​ສາມ​ສິບ​ແປດ​ປີ​ມາ​ແລ້ວ ທີ່​ບໍ່​ມີ​ຜູ້​ໃດ​ຊ່ວຍ​ລາວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໂຜດ​ລາວ​ໃຫ້​ຫາຍ​ດີ ແລະ ໄດ້​ຊຸກ​ຍູ້​ໃຫ້​ລາວ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ. ຕໍ່​ຜູ້​ຍິງ​ທີ່​ຖືກ​ຈັບ​ໄດ້​ໃນ​ຖານ​ຫລິ້ນ​ຊູ້, ພຣະ​ອົງ​ໄດ້​ສະ​ເໜີ​ມອບ​ຄວາມ​ຫວັງ ແລະ ການ​ປອບ​ໂຍນ​ແທນ​ການ​ກ່າວ​ໂທດ. ສຳ​ລັບ​ຜູ້​ຊາຍ​ທີ່​ເປັນ​ເປ້ຍ​ທີ່​ຖືກ​ຢ່ອນ​ລົງ​ຈາກ​ຫລັງ​ຄາ​ເຮືອນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ການ​ອະ​ໄພ​ບາບ, ບໍ່​ພຽງ​ແຕ່​ການ​ປິ່ນ​ປົວ​ຮ່າງ​ກາຍ​ເທົ່າ​ນັ້ນ.

ຕອນ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ຮັບ​ໃຊ້​ເປັນ​ອະ​ທິ​ການ, ລູກ​ນ້ອຍ​ຂອງ​ພວກ​ເຮົາ​ຫົກ​ຄົນ​ໄດ້​ເຮັດ​ໃຫ້​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ເປັນ​ການ​ທ້າ​ທາຍ​ສຳ​ລັບ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ຄຣິສຕິນ, ​ທີ່​ຕ້ອງ​ຈັດ​ການ​ພວກ​ເຂົາ​ຄົນ​ດຽວ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ນັ່ງ​ຢູ່​ເທິງ​ເວ​ທີ. ທ່ານ​ສາ​ມາດ​ຈິນ​ຕະ​ນາ​ການ​ໄດ້​ວ່າ, ລູກໆ​ຂອງ​ພວກ​ເຮົາ​ສ່ວນ​ຫລາຍ​ແລ້ວ​ຈະ​ບໍ່​ມີ​ຄວາມ​ຄາ​ລະ​ວະ​ເລີຍ. ເມື່ອ​ສັງ​ເກດ​ເຫັນ​ສະ​ພາບ​ຂອງ​ນາງ, ສະ​ມາ​ຊິກ​ສອງ​ຄົນ​ໃນ​ຫວອດ​ຂອງ​ພວກ​ເຮົາ, ຈອນ ແລະ ແດບ​ບີ້ ບີ​ນິກ, ເລີ່ມ​ນັ່ງ​ກັບ​ນາງ​ທຸກໆ​ວັນ​ອາ​ທິດ​ເພື່ອ​ຊ່ວຍ​ເຫລືອ​ນາງ. ຄວາມ​ເມດ​ຕາ​ກະ​ລຸ​ນາ​ຂອງ​ເຂົາ​ເຈົ້າ​ໄດ້​ສືບ​ຕໍ່​ຫລາຍ​ປີ, ແລະ ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ພໍ່​ຕູ້​ແມ່​ຕູ້​ແທນ ໃຫ້​ແກ່​ຄອບ​ຄົວ​ຂອງ​ພວກ​ເຮົາ. ເໝືອນ​ດັ່ງ​ພຣະ​ຜູ້​ເປັນ​ເຈົ້າ, ສາ​ນຸ​ສິດ​ເຫລົ່າ​ນີ້​ໄດ້​ສັງ​ເກດ​ເຫັນ​ຄວາມ​ຕ້ອງ​ການ​ທີ່​ບໍ່​ຖືກ​ກ່າວ​ອອກ​ມາ ແລະ ໄດ້​ກະ​ທຳ​ດ້ວຍ​ຄວາມ​ຮັກ—ສັນ​ຍານ​ທີ່​ສຳ​ຄັນ​ຂອງ​ການ​ເປັນ​ສາ​ນຸ​ສິດ​ຂອງ​ເຂົາ​ເຈົ້າ.

ຄວາມ​ໃຈ​ບຸນ​ຄື​ການ​ຊ່ວຍ​ເຫລືອ​ຄົນ​ອື່ນ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ

ສຸດ​ທ້າຍ, ຄວາມ​ຮັກ​ອັນ​ສົມ​ບູນ​ແບບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ສຸມ​ໃສ່​ການ​ຊ່ວຍ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ສາ​ມາດ​ເຕີມ​ເຕັມ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ “ຮັບ​ສ່ວນ​ຄວາມ​ລອດ​ຈາກ​ພຣະ​ອົງ, ແລະ ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ.” ເມື່ອ​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອາ​ຈານ​ຂອງ​ເຮົາ, ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ຊ່ວຍ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຈະ​ເພີ່ມ​ທະ​ວີ​ຂຶ້ນ​ຕາມ​ທຳ​ມະ​ຊາດ.

ຍົກ​ຕົວ​ຢ່າງ, ເຮົາ​ສາ​ມາດ​ຍົກ​ລະ​ດັບ ແລະ ຜູກ​ມິດ​ກັບ​ຜູ້​ຄົນ​ທີ່​ຮູ້​ສຶກ​ຂຸ່ນ​ເຄືອງ​ໃຈ ຫລື ຖືກ​ຫລົງ​ລືມ, ຊ່ວຍ​ຜູ້​ທີ່​ມາ​ຮ່ວມ​ໃໝ່ ທີ່​ບ່ອນ​ຊຸມ​ນຸມ​ຂອງ​ເຮົາ ໃຫ້​ຮູ້​ສຶກ​ວ່າ​ໄດ້​ຮັບ​ການ​ຕ້ອນ​ຮັບ, ຫລື ເຊື້ອ​ເຊີນ​ໝູ່​ເພື່ອນ​ໃຫ້​ມາ​ນະ​ມັດ​ສະ​ການ​ກັບ​ພວກ​ເຮົາ​ທີ່​ກອງ​ປະ​ຊຸມ​ສິນ​ລະ​ລຶກ—ບາງ​ທີ​ໃນ​ວັນ​ອີດ​ສະ​ເຕີ​ທີ່​ຈະ​ມາ​ເຖິງ​ນີ້. ມີ​ຫລາຍ​ວິ​ທີ​ນັບ​ບໍ່​ຖ້ວນ ທີ່​ຈະ​ຊຸກ​ຍູ້ ແລະ ຊ່ວຍ​ເຫລືອ​ຄົນ​ອື່ນ​ໃນ​ຄວາມ​ກ້າວ​ໜ້າ​ຂອງ​ເຂົາ​ເຈົ້າ​ຖ້າ​ຫາກ​ເຮົາ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ​ດ້ວຍ​ຄວາມ​ຕັ້ງ​ໃຈ ແລະ ການ​ອະ​ທິ​ຖານ ເພື່ອ​ຈະ​ມີ​ຕາ​ທີ່​ເຫັນ​ໄດ້ ແລະ ຫົວ​ໃຈ​ທີ່​ຈະ​ຮູ້​ສຶກ​ວ່າ​ພຣະ​ເຢ​ຊູ​ຄຣິດ​ມອງ​ເຫັນ ແລະ ຮູ້​ສຶກ​ຕໍ່​ເຂົາ​ເຈົ້າ​ແນວ​ໃດ.

ການ​ຊ່ວຍ​ເຫລືອ​ຄົນ​ອື່ນ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ອາດ​ເປັນ​ຕາມ​ຮູບ​ແບບ​ຂອງ​ການ​ຮັບ​ໃຊ້​ທີ່​ບໍ່​ທຳ​ມະ​ດາ. ຍົກ​ຕົວ​ຢ່າງ, ລະ​ຫວ່າງ​ໜ້າ​ທີ່​ມອບ​ໝາຍ​ປະ​ຈຸ​ບັນ​ທີ່​ປະ​ເທດ​ຟີ​ລິບ​ປິນ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຄອບ​ຄົວ​ອາ​ກາ​ມາ​ຕາ. ເຂົາ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ປີ 2023, ແລະ ແລ້ວ​ເຂົາ​ເຈົ້າ​ໄດ້​ຈັດ​ວັນ​ທີ່​ນັດ​ໝາຍ​ທີ່​ຈະ​ຜະ​ນຶກ​ເຂົ້າ​ກັນ​ເປັນ​ຄອບ​ຄົວ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ ທີ່​ພຣະ​ວິ​ຫານ​ເອີ​ດາ​ເນັດ​ຕາ ຟີ​ລິບ​ປິນ ທີ່​ຢູ່​ໃກ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ກ່ອນ​ການ​ນັດ​ໝາຍ​ຂອງ​ຄອບ​ຄົວ, ພະ​ຍຸ​ໄຕ້​ຝຸ່ນ​ໄດ້​ເກີດ​ຂຶ້ນ​ໃນ​ເຂດ​ນັ້ນ. ບຣາ​ເດີ ອາ​ກາ​ມາ​ຕາ, ຊາວ​ນາ, ບໍ່​ສາ​ມາດ​ປູກ​ພືດ​ພັນ​ຂອງ​ລາວ​ລະ​ຫວ່າງ​ພະ​ຍຸ​ຮ້າຍ. ໃນ​ທີ່​ສຸດ​ເມື່ອ​ພະ​ຍຸ​ໄດ້​ຜ່ານ​ໄປ, ລາວ​ຈຳ​ເປັນ​ຕ້ອງ​ປູກ​ເຂົ້າ​ຂອງ​ລາວ​ໃນ​ຂະ​ນະ​ທີ່​ພື້ນ​ດິນ​ນັ້ນ​ເຕັມ​ໄປ​ດ້ວຍ​ນ້ຳ—ສະ​ພາບ​ທີ່​ເໝາະ​ສົມ​ດີ​ສຳ​ລັບ​ການ​ປູກ​ຝັງ. ໜ້າ​ເສຍ​ດາຍ, ການ​ເດີນ​ທາງ​ໄປ​ພຣະ​ວິ​ຫານ​ຕ້ອງ​ຖືກ​ເລື່ອນ​ໄປ​ກ່ອນ.

ຜູ້​ສອນ​ສາດ​ສະ​ໜາ​ຊ່ວຍ​ດຳ​ນາ.
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ດຳ​ນາ.

ສາ​ນຸ​ສິດ​ສອງ​ຄົນ, ແອວ​ເດີ ແລະ ຊິດ​ສະ​ເຕີ ຄໍ​ອີ​ລານ, ພ້ອມ​ດ້ວຍ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຝ່າຍ​ໃຫ້​ບໍ​ລິ​ການ​ສາມ​ຄົນ, ໄດ້​ຍິນ​ເລື່ອງ​ລາວ​ການ​ດີ້ນ​ລົນ​ຂອງ​ຄອບ​ຄົວ​ອາ​ກາ​ມາ​ຕາ ແລະ ໄດ້​ສະ​ເໜີ​ໃຫ້​ຄວາມ​ຊ່ວຍ​ເຫລືອ ເຖິງ​ແມ່ນ​ວ່າ​ບໍ່​ເຄີຍ​ມີ​ປະ​ສົບ​ການ​ເລື່ອງ​ການ​ປູກ​ຝັງ​ມາ​ກ່ອນ. ທຳ​ງານ​ພາຍ​ໃຕ້​ແສງ​ແດດ​ທີ່​ຮ້ອນ​ຈັດ, ເຂົາ​ເຈົ້າ​ໄດ້​ຊ່ວຍ​ປູກ​ກ້າ, ຊຶ່ງ​ຊ່ວຍ​ໃຫ້​ຄອບ​ຄົວ​ອາ​ກາ​ມາ​ຕາ​ສຳ​ເລັດ​ວຽກ​ງານ​ຂອງ​ເຂົາ​ເຈົ້າ ແລະ ໄປ​ຜະ​ນຶກ​ຢູ່​ພຣະ​ວິ​ຫານ​ຕາມ​ທີ່​ໄດ້​ນັດ​ໝາຍ​ໄວ້. ແອວ​ເດີ ຄໍ​ອີ​ລານ ໄດ້​ສັງ​ເກດ​ເຫັນ​ວ່າ “ໃບ​ໜ້າ [ຂອງ​ຄອບ​ຄົວ​ອາ​ກາ​ມາ​ຕາ] ກະ​ຈາຍ​ຄວາມ​ຊື່ນ​ຊົມ ຂະ​ນະ​ທີ່​ພວກ​ເຮົາ​ໄດ້​ເຫັນ​ເຂົາ​ເຈົ້າ​ນຸ່ງ​ເສື້ອ​ຜ້າ​ສີ​ຂາວ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຄວາມ​ຊື່ນ​ຊົມ​ທີ່​ພວກ​ເຮົາ​ໄດ້​ຮູ້​ສຶກ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນໆ​ໜຶ່ງ​ຄື​ຄວາມ​ຊື່ນ​ຊົມ​ທີ່​ເໜືອ​ຄຳ​ບັນ​ຍາຍ!”

ຄອບ​ຄົວ​ອາ​ກາ​ມາ​ຕາ​ຢູ່​ນອກ​ພຣະ​ວິ​ຫານ.

ບັດ​ນີ້​ຄອບ​ຄົວ​ອາ​ກາ​ມາ​ຕາ​ໄດ້​ຮັບ​ພອນ​ປະເສີດຂອງ​ການ​ຜະ​ນຶກ​ເປັນ​ຄອບ​ຄົວ​ນິ​ລັນ​ດອນ ຍ້ອນ​ວ່າ​ເພື່ອນ​ສາ​ນຸ​ສິດ​ສີ່​ຫ້າ​ຄົນ ຜູ້​ທີ່​ປ່ຽມ​ໄປ​ດ້ວຍ​ຄວາມ​ໃຈ​ບຸນ—ສັນ​ຍານ​ຂອງ​ການ​ເປັນ​ສາ​ນຸ​ສິດ​ຂອງ​ເຂົາ​ເຈົ້າ—ຕັ້ງ​ໃຈ​ທີ່​ຈະ​ຊ່ວຍ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຂົາ​ເຈົ້າ​ກ້າວ​ໄປ​ໜ້າ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື​ທາງ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ໄດ້​ຮັບ​ຄວາມ​ສຸກ​ທີ່​ຍືນ​ຍົງ. ມັນ​ເປັນ​ເສັ້ນ​ທາງ​ທີ່​ເຕັມ​ໄປ​ດ້ວຍ​ການ​ກະ​ທຳ​ແຫ່ງ​ຄວາມ​ຮັກ​ທີ່​ຮອບ​ຄອບ​ຖີ່​ຖ້ວນ ແລະ ມີ​ຈຸດ​ປະ​ສົງ​ຕໍ່​ຄົນ​ອື່ນ. ຂະ​ນະ​ທີ່​ເສັ້ນ​ທາງ​ຂອງ​ການ​ເປັນ​ສາ​ນຸ​ສິດ​ອາດ​ລຳ​ບາກ ແລະ ທ້າ​ທາຍ, ແລະ ຂະ​ນະ​ທີ່​ບາງ​ເທື່ອ​ເຮົາ​ອາດ​ດີ້ນ​ລົນ ແລະ ລົ້ມ​ເຫລວ, ເຮົາ​ສາ​ມາດ​ໄດ້​ຮັບ​ການ​ປອບ​ໂຍນ​ວ່າ ພຣະ​ເຈົ້າ​ຮັບ​ຮູ້​ເຮົາ​ແຕ່​ລະ​ຄົນ ແລະ ປາດ​ຖະ​ໜາ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ​ທຸກໆ​ເທື່ອ​ທີ່​ເຮົາ​ພະ​ຍາ​ຍາມ. ເອ​ຊາ​ຢາ​ເຕືອນ​ໃຈ​ເຮົາ​ວ່າ “ພຣະ​ເຈົ້າ​ຈະ​ໜຸນ​ກຳ​ລັງ [ຂອງ​ເຮົາ], ວ່າ… , ຢ່າ​ສູ່​ຢ້ານ, ເພາະ​ເຮົາ​ຈະ​ຊ່ວຍ​ເຈົ້າ.”

ດ້ວຍ​ການ​ຮັບ​ຮອງ​ນີ້​ຈາກ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ​ຢູ່​ໃນ​ໃຈ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຢ່າງ​ຕັ້ງ​ໃຈ​ວ່າ ເຮົາ​ຈະ​ເຮັດ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ປະ​ທານ​ແນວ​ສັນ ທີ່​ຈະ​ຈັດ​ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ຈົ່ງ “ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ” ເພື່ອ “ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ນີ້, ຊຶ່ງ​ພຣະ​ອົງ​ປະ​ທານ​ໃຫ້​ທຸກ​ຄົນ​ຊຶ່ງ​ເປັນ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ; … ເພື່ອ​ວ່າ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ” ເພາະ​ເຮົາ​ຖື​ສັນ​ຍານ​ຂອງ​ການ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ, ຊຶ່ງ​ແມ່ນ “ຄວາມ​ໃຈ​ບຸນ … ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ.”

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ຜູ້​ໄຖ່, ເປັນ​ຕົວ​ຢ່າງ, ແລະ ເພື່ອນ​ທີ່​ຊົງ​ພ​ຣະ​ຊົນ ແລະ ຮຸ່ງ​ໂລດ​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “The Lord Jesus Christ Will Come Again,” Liahona, Nov. 2024, 121.

  2. ເບິ່ງ Merriam-Webster.com Dictionary, “disciple.”

  3. Dallin H. Oaks, “Following Christ,” Liahona, Nov. 2024, 23.

  4. ແອວ​ມາ 5:14; ເບິ່ງ ແອວ​ມາ 5:19 ນຳ​ອີກ.

  5. ເບິ່ງ 2 ເປ​ໂຕ 1:3–8.

  6. Russell M. Nelson, “Perfection Pending,” Ensign, Nov. 1995, 87.

  7. ໂມ​ໂຣ​ໄນ 7:46; ເບິ່ງ 1 ໂກ​ຣິນ​ໂທ 13:3 ນຳ​ອີກ.

  8. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:19; ເນັ້ນ​ຄຳ​ເນີ້ງ.

  9. ໂຢ​ຮັນ 13:34–35; ເນັ້ນ​ຄຳ​ເນີ້ງ.

  10. ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023), 127.

  11. ກິດ​ຈະ​ການ 10:38.

  12. ເບິ່ງ 3 ນີ​ໄຟ 17:3.

  13. 3 ນີ​ໄຟ 17:5–6.

  14. ເບິ່ງ Merriam-Webster.com Dictionary, “compassion.”

  15. ເບິ່ງ 3 ນີ​ໄຟ 17:7–25.

  16. ມັດ​ທາຍ 9:36; 14:14; ​ມາ​ຣະ​ໂກ 1:41; 6:34.

  17. ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ໄດ້​ເອົາ​ຂ້າ​ພະ​ເຈົ້າ​ເຂົ້າ​ຄຸກ​ເພາະ​ເປັນ​ສ່ວນ​ໜຶ່ງ​ຂອງ​ຂະ​ບວນ​ການ​ມາດ​ຕະ​ຖານ​ສຳ​ລັບ​ອຸ​ປະ​ຕິ​ເຫດ​ທີ່​ມີ​ຜົນ​ໃນ​ການ​ເສຍ​ຊີ​ວິດ. ເຂົາ​ເຈົ້າ​ໄດ້​ແຍກ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ຄູ່​ສອນ​ຂອງ​ຂ້າ​ພະ​ເຈົ້າ ເພາະ​ຂ້າ​ພະ​ເຈົ້າ​ເປັນ​ຄົນ​ຂັບ​ລົດ. ຂ້າ​ພະ​ເຈົ້າ​ໄດ້​ຢູ່​ໃນ​ຄຸກ​ສອງ​ວັນ. ລະ​ຫວ່າງ​ການ​ສືບ​ສວນ​ຂອງ​ຕຳ​ຫລວດ, ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ວ່າ​ຊາຍ​ໜຸ່ມ​ຄົນ​ນີ້​ເມົາ​ເຫລົ້າ​ໃນ​ເວ​ລາ​ເກີດ​ອຸ​ປະ​ຕິ​ເຫດ ແລະ ວ່າ​ສິ່ງ​ນີ້​ໄດ້​ມີ​ສ່ວນ​ໃນ​ການ​ທີ່​ລາວ​ໄດ້​ລ້ຽວ​ລົດ​ຢ່າງ​ກະ​ທັນ​ຫັນ​ຕໍ່​ໜ້າ​ລົດ​ທີ່​ເຄື່ອນ​ທີ່​ຢູ່. ຂ້າ​ພະ​ເຈົ້າ​ໄປ​ຂຶ້ນ​ສານ​ຕໍ່​ໜ້າ​ຜູ້​ພິ​ພາກ​ສາ ເພື່ອ​ການ​ພິ​ຈາ​ລະ​ນາ​ທີ່​ເປັນ​ທາງ​ການ, ຖືກ​ກຳ​ນົດ​ວ່າ​ບໍ່​ມີ​ຫລັກ​ຖານ​ຂອງ​ຄວາມ​ຜິດ ຫລື ການ​ລະ​ເລີຍ ແຕ່​ວ່າ​ນີ້​ເປັນ​ພຽງ​ອຸ​ປະ​ຕິ​ເຫດ​ທີ່​ໂຊກ​ຮ້າຍ ແລະ ໜ້າ​ເສົ້າ​ໃຈ.

  18. ເບິ່ງ ມັດ​ທາຍ 25:31–40, ໂດຍ​ສະ​ເພາະ ຂໍ້​ທີ 36.

  19. Russell M. Nelson, “Peacemakers Needed,” Liahona, May 2023, 98.

  20. ເບິ່ງ ໂຢ​ຮັນ 5:2–9, 14.

  21. ເບິ່ງ ໂຢ​ຮັນ 8:1–11.

  22. ເບິ່ງ ມາ​ຣະ​ໂກ 2:1–12.

  23. ອອມ​ໄນ 1:26.

  24. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:12.

  25. ເບິ່ງ 2 ນີ​ໄຟ 26:24.

  26. ການ​ຕິດ​ຕໍ່​ສ່ວນ​ຕົວ​ກັບ ດາ​ວິນ ເຊ​ຣາ​ໂນ ຄໍ​ອີ​ລານ, ວັນ​ທີ 1 ເດືອນ​ທັນ​ວາ, 2024.

  27. ເອ​ຊາ​ຢາ 41:13.

  28. ໂມ​ໂຣ​ໄນ 7:48.

  29. ໂມ​ໂຣ​ໄນ 7:47.