ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເວ​ລາ​ທີ່​ທຸກ​ສິ່ງ​ຈະ​ຖືກ​ຕັ້ງ​ຂຶ້ນ​ໃໝ່
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2025


15:21

ເວ​ລາ​ທີ່​ທຸກ​ສິ່ງ​ຈະ​ຖືກ​ຕັ້ງ​ຂຶ້ນ​ໃໝ່

(ກິດ​ຈະ​ການ 3:21)

“ຂ່າວ​ດີ” ທີ່​ສຳ​ຄັນ ແລະ ຮຸ່ງ​ໂລດ​ທີ່​ສຸດ ຄື​ຂ່າວ​ສານ​ທີ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ໄດ້​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໃນ​ຍຸກ​ສຸດ​ທ້າຍ.

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ເມື່ອ 195 ປີ​ກ່ອນ​ໃນ​ມື້​ນີ້, ວັນ​ທີ 6 ເດືອນ​ເມ​ສາ, 1830.

ກຸ່ມ​ຜູ້​ມາ​ຮ່ວມ​ຊຸມ​ນຸມ​ນ້ອຍໆ​ຂອງ​ຜູ້​ທີ່​ເຊື່ອ​ຖື ແລະ ເພື່ອນ​ມິດ​ສະ​ຫາຍ​ມາ​ຮວມ​ຕົວ​ກັນ​ເພື່ອ​ໂອ​ກາດ​ສຳ​ຄັນ ແລະ ໜ້າ​ຊື່ນ​ຊົມ​ຍິນ​ດີ​ນີ້. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ຖອກ​ເທ​ລົງ​ມາ​ຢ່າງ​ຍິ່ງ​ໃຫຍ່​ເພື່ອ​ອວຍ​ພອນ​ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ໃນ​ຂະ​ນະ​ທີ່​ເຮັດ​ພິ​ທີ​ສິນ​ລະ​ລຶກ, ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ຖືກ​ມອບ​ໃຫ້, ໄດ້​ມີ​ການ​ແຕ່ງ​ຕັ້ງ​ຖາ​ນະ​ປະ​ໂລ​ຫິດ, ແລະ ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ສັ່ງ​ສອນ.

ໃນ​ການ​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຄືນ​ມາ​ໃໝ່, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກຳ​ນົດ​ໄວ້​ໂດຍ​ການ​ເປີດ​ເຜີຍ​ໃຫ້​ກັບ​ໂຈ​ເຊັບ ສະ​ມິດ ຕອນ​ອາ​ຍຸ 24 ປີ​ໃນ​ຖາ​ນະ​ຜູ້​ນຳ​ໃນ​ທາງ​ໂລກ: “ຜູ້​ພະ​ຍາ​ກອນ, ຜູ້​ແປ, ສາດ​ສະ​ດາ, ອັກ​ຄະ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແອວ​ເດີ​ຂອງ​ສາດ​ສະ​ໜາ​ຈັກ​ຜ່ານ​ທາງ ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ, ແລະ ພຣະ​ຄຸນ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຈົ້າ.”

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຢ່າງ​ຈິງ​ຈັງ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຂະ​ນະ​ທີ່​ເຮົາ​ພິ​ຈາ​ລະ​ນາ​ຄວາມ​ສຳ​ຄັນ ແລະ ຜົນ​ກະ​ທົບ​ຕໍ່​ເນື່ອງ​ຂອງ​ເຫດ​ການ​ພິ​ເສດ​ຄັ້ງ​ນີ້​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ.

ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ

ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຢ່າງ​ເປັນ​ທາງ​ການ​ຄື​ຈຸດ​ສູງ​ສຸດ​ຂອງ​ລຳ​ດັບ​ປະ​ສົບ​ການ​ທີ່​ອັດ​ສະ​ຈັນ. ຄັ້ງ​ທຳ​ອິດ​ຂອງ​ປະ​ສົບ​ການ​ເຫລົ່າ​ນີ້​ເກີດ​ຂຶ້ນ​ເມື່ອ 10 ປີ​ກ່ອນ ຢູ່​ທາງ​ພາກ​ເໜືອ​ຂອງ​ລັດ​ນິວ​ຢອກ.

ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1820, ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່ ໂຈ​ເຊັບ ສະ​ມິດ ໄດ້​ເຂົ້າ​ໄປ​ໃນ​ປ່າ​ໃກ້​ບ້ານ​ຂອງ​ເພິ່ນ​ເພື່ອ​ອະ​ທິ​ຖານ. ເພິ່ນ​ມີ​ຄຳ​ຖາມ​ກ່ຽວ​ກັບ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ເພິ່ນ, ແລະ ເພິ່ນ​ໂຫຍ​ຫາ “ທີ່​ຈະ​ຮູ້​ວ່າ ສາດ​ສະ​ໜາ​ຈັກ​ໃດ​ໃນ [ສາດ​ສະ​ໜາ​ຈັກ​ທັງ​ໝົດ] ນັ້ນ​ຖືກ​ຕ້ອງ, ເພື່ອ [ເພິ່ນ] ຈະ​ໄດ້​ຮູ້​ວ່າ ສາດ​ສະ​ໜາ​ຈັກ​ແຫ່ງ​ໃດ​ທີ່​ຄວນ​ເຂົ້າ​ຮ່ວມ.” ໂຈ​ເຊັບ​ໄວ້​ວາງ​ໃຈ​ວ່າ​ພຣະ​ເຈົ້າ​ຈະ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ ແລະ ຊີ້​ນຳ​ເພິ່ນ.

ກະ​ລຸ​ນາ​ເຂົ້າ​ໃຈ​ວ່າ ໂຈ​ເຊັບ​ບໍ່​ໄດ້​ອະ​ທິ​ຖານ​ພຽງ​ເພື່ອ​ທີ່​ຈະ​ຮູ້​ວ່າ​ແມ່ນ​ຫຍັງ​ຖືກ​ຕ້ອງ​ເທົ່າ​ນັ້ນ. ແຕ່, ເພິ່ນ​ອະ​ທິ​ຖານ​ເພື່ອ​ໃຫ້​ຮູ້​ວ່າ​ແມ່ນ​ຫຍັງ​ຖືກ​ຕ້ອງ ເພື່ອ​ວ່າ​ເພິ່ນ​ຈະ​ສາ​ມາດ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ. ໂຈ​ເຊັບ​ໄດ້​ທູນ​ຖາມ​ດ້ວຍ​ສັດ​ທາ ແລະ ຕັ້ງ​ໃຈ​ທີ່​ຈະ​ກະ​ທຳ​ຕາມ​ຄຳ​ຕອບ​ທີ່​ເພິ່ນ​ໄດ້​ຮັບ.

“ໃນ [ການ​ຕອບ] ຄຳ​ອະ​ທິ​ຖານ​ທີ່​ຈິງ​ໃຈ​ຂອງ​ເພິ່ນ, ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ມາ​ປະ​ກົດ​ຕໍ່​ໂຈ​ເຊັບ ແລະ ໄດ້​ເລີ່ມ​ຕົ້ນ ເວ​ລາ​ທີ່ ‘ທຸກ​ສິ່ງ​ຈະ​ຖືກ​ຕັ້ງ​ຂຶ້ນ​ໃໝ່’ (ກິດ​ຈະ​ການ 3:21) ດັ່ງ​ທີ່​ຖືກ​ບອກ​ໄວ້​ລ່ວງ​ໜ້າ​ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ຢູ່​ໃນ​ພາບ​ນິ​ມິດ​ນີ້, ເພິ່ນ​ໄດ້​ຮຽນ​ຮູ້​ວ່າ ຫລັງ​ຈາກ​ການ​ຕາຍ​ຂອງ​ພວກ​ອັກ​ຄະ​ສາ​ວົກ​ລຸ້ນ​ດັ້ງ​ເດີມ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ໃນ​ພຣະ​ຄຳ​ພີ​ໃໝ່​ໄດ້​ສູນ​ຫາຍ​ໄປ​ຈາກ​ໂລກ​ນີ້.” ໂຈ​ເຊັບ ສະ​ມິດ ຈະ​ເປັນ​ເຄື່ອງ​ມື​ໃນ​ການ​ຟື້ນ​ຟູ​ຄຳ​ສອນ, ສິດ​ອຳ​ນາດ, ແລະ ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ສະ​ໄໝ​ບູ​ຮານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​​ຄືນ​ມາ​ອີກ​ຄັ້ງ.

ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ.

ໂຈ​ເຊັບ​ຢືນ​ຢັນ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສອງ​ພຣະ​ອົງ​ປະ​ທັບ​ຢືນ​ຢູ່​ໃນ​ອາ​ກາດ, ຊື່​ຫົວ​ຂອງ​ຂ້າ​ພະ​ເຈົ້າ. ອົງ​ໜຶ່ງ​ໄດ້​ຮັບ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ, ໂດຍ​ເອີ້ນ​ຊື່​ຂອງ​ຂ້າ​ພະ​ເຈົ້າ ແລະ ຊີ້​ພຣະ​ຫັດ​ໄປ​ຫາ​ອີກ​ອົງ​ໜຶ່ງ ແລະ ກ່າວ​ວ່າ—ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!

ຜ່ານ​ທາງ​ພາບ​ນິ​ມິດ​ນີ້ ແລະ ປະ​ສົບ​ການ​ແຫ່ງ​ສະ​ຫວັນ​ທີ່​ຕາມ​ມາ, ໂຈ​ເຊັບ ສະ​ມິດ ໄດ້​ເຂົ້າ​ໃຈ​ວ່າ ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ​ຮູ້​ຈັກ​ເພິ່ນ​ເປັນ​ການ​ສ່ວນ​ຕົວ, ຊົງ​ຫ່ວງ​ໃຍ​ກ່ຽວ​ກັບ​ຄວາມ​ລອດ​ນິ​ລັນ​ດອນ​ຂອງ​ເພິ່ນ, ແລະ ມີ​ພາ​ລະ​ກິດ​ໃຫ້​ເພິ່ນ​ປະ​ຕິ​ບັດ. ເພິ່ນ​ຍັງ​ໄດ້​ຮຽນ​ຮູ້​ບົດ​ຮຽນ​ທີ່​ສຳ​ຄັນ​ຫລາຍ​ກ່ຽວ​ກັບ​ຄຸນ​ລັກ​ສະ​ນະ, ລັກ​ສະ​ນະ​ນິ​ໄສ, ແລະ ຄວາມ​ສົມ​ບູນ​ແບບ​ຂອງ​ຝ່າຍ​ພຣະ​ເຈົ້າ—ແລະ ວ່າ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຊົງ​ເປັນ​ຄົນ​ລະ​ອົງ​ທີ່​ແຍກ​ກັນ ແລະ ແຕກ​ຕ່າງ​ກັນ. ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໂດຍ​ແທ້​ໃນ​ທາງ​ວິນ​ຍານ ແລະ ທາງ​ເນື້ອ​ໜັງ.

ໂຈ​ເຊັບ ສະ​ມິດ ໄດ້​ປະ​ກາດ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ຜູ້​ທີ່​ມີ​ພຣະ​ກາຍ. ເພິ່ນ​ໄດ້​ເວົ້າ​ວ່າ, “ພຣະ​ບິ​ດາ​ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ ທີ່​ສຳ​ຜັດ​ໄດ້​ດັ່ງ​ຂອງ​ມະ​ນຸດ; ພຣະ​ບຸດ​ກໍ​ຄື​ກັນ; ແຕ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ບໍ່​ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ, ແຕ່​ເປັນ​ພຣະ​ກາຍ​ທີ່​ເປັນ​ພຣະ​ວິນ​ຍານ.”

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ມາ​ຢ້ຽມ​ຢາມ​ຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຕໍ່​ໂຈ​ເຊັບ ສະ​ມິດ ເປັນ​ການ​ລິ​ເລີ່ມ​ເຫດ​ການ​ຄັ້ງ​ຍິ່ງ​ໃຫຍ່​ໃນ “ການ​ຟື້ນ​ຟູ​ຂອງ​ທຸກ​ສິ່ງ​ທັງ​ປວງ ຊຶ່ງ​ເວົ້າ​ໄວ້​ໂດຍ​ປາກ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ທຸກ​ຄົນ​ນັບ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ.”

ພຣະ​ຄຳ​ພີ​ມໍ​ມອນ

ລຳ​ດັບ​ທີ​ສອງ​ຂອງ​ປະ​ສົບ​ການ​ທີ່​ອັດ​ສະ​ຈັນ​ທີ່​ນຳ​ໄປ​ສູ່​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ເປັນ​ທາງ​ການ ຄື​ການ​ແປ ແລະ ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ.

ພຣະ​ຄຳ​ພີ​ມໍ​ມອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

“ພວກ​ເຮົາ​ເປັນ​ພະ​ຍານ​ອີກວ່າ ໂຈເຊັບ ສະມິດ ໄດ້​ຮັບ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ ເພື່ອ​ໃຫ້​ແປ​ບັນ​ທຶກ​ບູ​ຮານ: ພຣະ​ຄຳ​ພີ​ມໍ​ມອນ—ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ. … ໃນ​ບັນ​ທຶກ​ທີ່​ສັກ​ສິດ​ນີ້ ແມ່ນ​ລວມ​ທັງ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເປັນ​ສ່ວນ​ຕົວ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ບັນ​ດາ​ຜູ້​ຄົນ​ຢູ່​ຊີກ​ໂລກ​ເບື້ອງ​ຕາ​ເວັນ​ຕົກ ບໍ່​ດົນ​ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. [ພຣະ​ຄຳ​ພີ​ມໍ​ມອນ] ສິດ​ສອນ​ເຖິງ​ຈຸດ​ປະ​ສົງ​ຂອງ​ຊີ​ວິດ ແລະ ອະ​ທິ​ບາຍ​ຄຳ​ສອນ​ຂອງ​ພຣະ​ຄຣິດ, ຊຶ່ງ​ເປັນ​ຈຸດ​ໃຈ​ກາງ​ຂອງ​ຈຸດ​ປະ​ສົງ​ນັ້ນ. ໂດຍ​ທີ່​ເປັນ​ພຣະ​ຄຳ​ພີ​ຄຽງ​ຄູ່​ໄປ​ກັບ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພະ​ຍານ​ວ່າ ມະ​ນຸດ​ທຸກ​ຄົນ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ທີ່​ຊົງ​ຮັກ, ວ່າ​ພຣະ​ອົງ​ມີ​ແຜນ​ແຫ່ງ​ສະ​ຫວັນ​ສຳ​ລັບ​ຊີ​ວິດ​ຂອງ​ເຮົາ, ແລະ ວ່າ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ກ່າວ​ໃນ​ທຸກ​ວັນ​ນີ້ ເທົ່າໆ​ກັບ​ໃນ​ສະ​ໄໝ​ກ່ອນ.”

ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, “ພວກ​ເຮົາ​ເຊື່ອ​ວ່າ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຕາບ​ໃດ​ທີ່​ແປ​ມັນ​ຖືກ​ຕ້ອງ; ພວກ​ເຮົາ​ເຊື່ອ​ອີກ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.” ພຣະ​ຄຳ​ພີ​ມໍ​ມອນ​ຄື ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ຢືນ​ຢັນ​ຄວາມ​ຈິງ​ຂອງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ແລະ ຟື້ນ​ຟູ​ຄວາມ​ຈິງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ​ທີ່​ສູນ​ຫາຍ​ໄປ​ຈາກ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ.

ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ຟື້ນ​ຟູ

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ສິດ​ສອນ​ວ່າ ສາດ​ສະ​ໜາ​ຈັກ​ດັ້ງ​ເດີມ​ທີ່​ຖືກ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພ້ອມ​ດ້ວຍ​ສິດ​ອຳ​ນາດ​ແຫ່ງ​ສະ​ຫວັນ, ຄຳ​ສອນ, ແລະ ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ, ໄດ້​ສູນ​ຫາຍ​ໄປ​ຈາກ​ໂລກ​ນີ້. ໃນ​ຖາ​ນະ​ສ່ວນ​ໜຶ່ງ​ຂອງ​ການ​ຟື້ນ​ຟູ​ທຸກ​ສິ່ງ​ໃນ​ຍຸກ​ສຸດ​ທ້າຍ​ທີ່​ຖືກ​ທຳ​ນາຍ​ໄວ້, ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໃນ​ສະ​ໄໝ​ບູ​ຮານ​ໄດ້​ມອບ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ກັບ​ໂຈ​ເຊັບ ສະ​ມິດ ດ້ວຍ​ຕົນ​ເອງ ແລະ ມອບ​ຂໍ​ກະ​ແຈ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ກັບ​ເພິ່ນ. ນີ້​ແມ່ນ​ລຳ​ດັບ​ທີ​ສາມ​ຂອງ​ປະ​ສົບ​ການ​ທີ່​ອັດ​ສະ​ຈັນ​ທີ່​ນຳ​ໄປ​ສູ່​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ເປັນ​ທາງ​ການ.

ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ນີ້​ອະ​ນຸ​ຍາດ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ “ເປັນ​ຕົວ​ແທນ​ຂອງ [ພຣະ​ອົງ] ແລະ ປະ​ຕິ​ບັດ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.” “ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຄື​ສິດ​ອຳ​ນາດ​ທີ່​ຈະ​ຊີ້​ນຳ​ການ​ນຳ​ໃຊ້​ຖາ​ນະ​ປະ​ໂລ​ຫິດ​ເພື່ອ​ລູກໆ​ຂອງ​ພຣະ​ເຈົ້າ.”

ການ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ.

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ, ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ທີ່​ໄດ້​ຟື້ນ​ຄືນ​ຊີ​ວິດ​ແລ້ວ​ໄດ້​ຟື້ນ​ຟູ​ສິດ​ອຳ​ນາດ​ຂອງ​ການ​ບັບ​ຕິ​ສະ​ມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ເພື່ອ​ການ​ປົດ​ບາບ. ໃນ​ປີ​ດຽວ​ກັນ​ນັ້ນ, ສາມ​ຄົນ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ລຸ້ນ​ດັ້ງ​ເດີມ—ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ—ໄດ້​ຟື້ນ​ຟູ​ການ​ເປັນ​ອັກ​ຄະ​ສາ​ວົກ ແລະ ສິດ​ອຳ​ນາດ ແລະ ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

ຫົກ​ປີ​ຫລັງ​ຈາກ​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຢ່າງ​ເປັນ​ທາງ​ການ, ໃນ​ພຣະ​ວິ​ຫານ​ເຄີດ​ແລນ, ໂມ​ເຊ, ອີ​ລາຍ, ແລະ ເອ​ລີ​ຢາ ໄດ້​ມອບ​ສິດ​ອຳ​ນາດ​ເພີ່ມ​ເຕີມ​ທີ່​ຈຳ​ເປັນ​ໃຫ້​ແກ່​ໂຈ​ເຊັບ​ເພື່ອ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ໃນ​ຍຸກ​ສຸດ​ທ້າຍ.

ໂມ​ເຊ​ໄດ້​ມອບ​ຂໍ​ກະ​ແຈ​ແຫ່ງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.

ອີ​ລາຍ​ໄດ້​ມອບ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຍຸກ​ສະ​ໄໝ​ຂອງ​ອັບ​ຣາ​ຮາມ​ໃຫ້, ຊຶ່ງ​ລວມ​ທັງ​ການ​ຟື້ນ​ຟູ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ.

ເອ​ລີ​ຢາ​ໄດ້​ມອບ​ຂໍ​ກະ​ແຈ​ຂອງ​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ, ໂດຍ​ການ​ໃຫ້​ສິດ​ອຳ​ນາດ​ທີ່​ອະ​ນຸ​ຍາດ​ໃຫ້​ພິ​ທີ​ການ​ຕ່າງໆ​ທີ່​ຖືກ​ປະ​ຕິ​ບັດ​ຢູ່​ເທິງ​ໂລກ​ຖືກ​ຜູກ​ມັດ​ໄວ້​ໃນ​ນິ​ລັນ​ດອນ, ດັ່ງ​ເຊັ່ນ ການ​ຮ່ວມ​ຄອບ​ຄົວ​ເຂົ້າ​ກັນ​ຕະ​ຫລອດ​ໄປ ໃນ​ຄວາມ​ສຳ​ພັນ​ນິ​ລັນ​ດອນ ທີ່​ເໜືອ​ກວ່າ​ຄວາມ​ຕາຍ.

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຖືກ​ຈັດ​ຕັ້ງ​ຂຶ້ນ

ຂະ​ນະ​ທີ່​ໂຈ​ເຊັບ ສະ​ມິດ ແປ​ພຣະ​ຄຳ​ພີ​ມໍ​ມອນ, ເພິ່ນ​ໄດ້​ຮັບ​ການ​ເປີດ​ເຜີຍ​ທີ່​ບົ່ງ​ບອກ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຈະ​ຖືກ​ຈັດ​ຕັ້ງ​ຂຶ້ນ​ອີກ​ຄັ້ງ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ໂຈ​ເຊັບ ບໍ່​ໃຫ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໃນ​ທັນ​ທີ. ກົງ​ກັນ​ຂ້າມ, “ໂດຍ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ ແລະ ການ​ເປີດ​ເຜີຍ” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ກັບ​ໂຈ​ເຊັບ​ວ່າ “ມື້​ອັນ​ແນ່​ນອນ … [ເພິ່ນ] ຄວນ​ຈະ​ເລີ່ມ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂຶ້ນ​ອີກ [ຄັ້ງ] ຢູ່​ເທິງ​ແຜ່ນ​ດິນ​ໂລກ.”

ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ຕາມ​ລຳ​ດັບ​ທີ່​ເໝາະ​ສົມ ຫລັງ​ຈາກ​ການ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ ແລະ ການ​ຈັດ​ພິມ​ປື້ມ​ພຣະ​ຄຳ​ພີ​ມໍ​ມອນ. ປື້ມ​ພຣະ​ຄຳ​ພີ​ມໍ​ມອນ​ເຫລັ້ມ​ທຳ​ອິດ​ຈັດ​ພິມ​ອອກ​ມາ​ໃນ​ວັນ​ທີ 26 ເດືອນ​ມີ​ນາ, 1830, ແລະ ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 6 ເດືອນ​ເມ​ສາ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ.

“ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ … ຄື​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ໃນ​ພຣະ​ຄຳ​ພີ​ໃໝ່​ທີ່​ຖືກ​ຟື້ນ​ຟູ. ສາດ​ສະ​ໜາ​ຈັກ​ນີ້​ຍຶດ​ໝັ້ນ​ຢູ່​ທີ່​ພຣະ​ຊົນ​ຊີບ​ທີ່​ດີ​ພ້ອມ​ຂອງ​ຫີນ​ເສົາ​ເອກ​ອັນ​ສຳ​ຄັນ, ພຣະ​ເຢ​ຊູ​ຄຣິດ, ແລະ ໃນ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ ແລະ ໃນ​ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ຈິງ​ແທ້​ຂອງ​ພຣະ​ອົງ. ອີກ​ເທື່ອ​ໜຶ່ງ ພຣະ​ເຢ​ຊູ​ຄຣິດ​ໄດ້​ເອີ້ນ​ເອົາ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ແລະ ໄດ້​ມອບ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ພວກ​ເພິ່ນ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ອົງ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ເພື່ອ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພິ​ທີ​ການ​ແຫ່ງ​ຄວາມ​ລອດ, ແລະ ຄວາມ​ສຸກ​ທີ່​ຍືນ​ຍົງ.”

ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ

ການ​ມາ​ປະ​ກົດ​ຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຕໍ່​ໂຈ​ເຊັບ ສະ​ມິດ, ການ​ແປ ແລະ ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ແລະ ການ​ຟື້ນ​ຟູ​ສິດ​ອຳ​ນາດ ແລະ ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເປັນ​ຂໍ້​ກຳ​ນົດ​ເບື້ອງ​ຕົ້ນ​ທີ່​ຈຳ​ເປັນ​ຕໍ່​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເມື່ອ 195 ປີ​ກ່ອນ​ໃນ​ມື້​ນີ້.

ໃນ​ພຣະ​ຄຳ​ພີ​ເດີມ, ສາດ​ສະ​ດາ​ດາ​ນີ​ເອນ​ໄດ້​ຕີ​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ກ່ຽວ​ກັບ​ຫີນ​ກ້ອນ​ໜຶ່ງ ທີ່​ຈະ​ແຕກ​ອອກ​ມາ​ເອງ​ຈາກ​ໜ້າ​ຜາ​ໂດຍ​ບໍ່​ມີ​ຜູ້​ໃດ​ເຮັດ ແລະ ຈົນ​ເຕັມ​ແຜ່ນ​ດິນ​ໂລກ. ໜຶ່ງປີ​ຫລັງ​ຈາກ​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ໂຈ​ເຊັບ ສະ​ມິດ ວ່າ​ຂໍ​ກະ​ແຈ​ແຫ່ງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໄດ້ “ຖືກ​ມອບ​ໃຫ້​ແກ່​ມະ​ນຸດ​ເທິງ​ແຜ່ນ​ດິນ​ໂລກ” ອີກ​ຄັ້ງ ແລະ “ພຣະ​ກິດ​ຕິ​ຄຸນ [ຂອງ​ພຣະ​ເຢຊູ​ຄຣິດ​ຈະ] ຂະ​ຫຍາຍ​ອອກ​ໄປ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ຄື​ກັນ​ກັບ​ຫີນ​ກ້ອນ​ໜຶ່ງ ຊຶ່ງ​ແຕກ​ອອກ​ມາ​ເອງ​ຈາກ​ໜ້າ​ຜາ​ໂດຍ​ບໍ່​ມີ​ຜູ້​ໃດ​ເຮັດ.”

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເຮັດ​ໃຫ້​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ສຳ​ເລັດ​ຄົບ​ຖ້ວນ. ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ຖືກ​ສະ​ຖາ​ປະ​ນາ​ໄປ​ທົ່ວ​ໂລກ ແລະ ເປັນ​ເຄື່ອງ​ມື​ທີ່​ພຣະ​ເຈົ້າ​ຈະ​ໃຊ້​ເພື່ອ “ຮວບ​ຮວມ​ສິ່ງ​ສາ​ລະ​ພັດ ທັງ​ມີ​ຢູ່​ໃນ​ສະ​ຫວັນ ແລະ ເທິງ​ແຜ່ນ​ດິນ​ໂລກ​ໄວ້​ໃນ​ພຣະ​ຄຣິດ ຜູ້​ຊົງ​ເປັນ​ພຣະ​ປະ​ມຸກ.”

ວຽກ​ງານ​ໃນ​ຍຸກ​ສຸດ​ທ້າຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ “ເປັນ​ອຸ​ດົມ​ການ​ທີ່​ສ້າງ​ຄວາມ​ສົນ​ໃຈ​ຕໍ່​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ; ມັນ​ເປັນ​ຫົວ​ຂໍ້​ທີ່​ບັນ​ດາ​ສາດ​ສະ​ດາ, ປະ​ໂລ​ຫິດ, ແລະ ກະ​ສັດ​ກ່າວ​ເຖິງ​ດ້ວຍ​ຄວາມ​ເບີກ​ບານ​ໃຈ​ເປັນ​ພິ​ເສດ; ພວກ​ເພິ່ນ​ໄດ້​ຕັ້ງ​ຕາ​ຄອຍ​ວັນ​ທີ່​ເຮົາ​ຈະ​ມີ​ຊີ​ວິດ​ຢູ່; ແລະ ລຸກ​ໄໝ້​ດ້ວຍ​ການ​ຕັ້ງ​ຕາ​ຄອຍ​ແຫ່ງ​ສະ​ຫວັນ​ທີ່​ຊື່ນ​ຊົມ​ຍິນ​ດີ ພວກ​ເພິ່ນ​ໄດ້​ຮ້ອງ​ເພງ ແລະ ໄດ້​ຂຽນ ແລະ ໄດ້​ທຳ​ນາຍ​ເຖິງ​ວັນ​ເວ​ລາ​ນີ້​ຂອງ​ເຮົາ.”

ໃນ​ຄວາມ​ຍິ່ງ​ໃຫຍ່​ທີ່​ສຸດ ແລະ ສຸດ​ທ້າຍ​ຂອງ​ຍຸກ​ສະ​ໄໝ​ທັງ​ໝົດ​ຂອງ​ພຣະ​ກິດ​ຕິ​ຄຸນ, “ການ​ມາ​ຮ່ວມ​ກັນ​ທີ່​ເປັນ​ໜຶ່ງ ແລະ ສົມ​ບູນ ແລະ ດີ​ພ້ອມ, ແລະ ການ​ເຊື່ອມ​ເຂົ້າ​ກັນ​ຂອງ​ຍຸກ​ສະ​ໄໝ​ຕ່າງໆ, ແລະ ຂໍ​ກະ​ແຈ, ແລະ ອຳ​ນາດ, ແລະ ລັດ​ສະ​ໝີ​ພາບ​ຈະ​ເກີດ​ຂຶ້ນ, ແລະ ຖືກ​ເປີດ​ເຜີຍ​ນັບ​ຕັ້ງ​ແຕ່​ວັນ​ເວ​ລາ​ຂອງ​ອາ​ດາມ ແມ່ນ​ແຕ່​ຈົນ​ເຖິງ​ເວ​ລາ​ປະ​ຈຸ​ບັນ. ແລະ ບໍ່​ພຽງ​ເທົ່າ​ນີ້, ແຕ່​ສິ່ງ​ທີ່​ບໍ່​ເຄີຍ​ຖືກ​ເປີດ​ເຜີຍ​ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ… ຈະ​ຖືກ​ເປີດ​ເຜີຍ … ໃນ​ຍຸກ​ນີ້, ໃນ​ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ.”

ສາດ​ສະ​ດາ​ໂຈ​ເຊັບ​ໄດ້​ອະ​ທິ​ບາຍ​ເພີ່ມ​ເຕີມ​ວ່າ, “ພິ​ທີ​ການ ແລະ ໜ້າ​ທີ່​ທັງ​ໝົດ​ທີ່​ເຄີຍ​ຮຽກ​ຮ້ອງ​ຈາກ​ຖາ​ນະ​ປະ​ໂລ​ຫິດ, ພາຍ​ໃຕ້​ການ​ຊີ້​ນຳ ແລະ ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່​ໃນ​ຍຸກ​ສະ​ໄໝ​ໃດ​ກໍ​ຕາມ, ທັງ​ໝົດ​ຈະ​ມີ​ຢູ່​ໃນ​ຍຸກ​ສະ​ໄໝ​ສຸດ​ທ້າຍ, … ນຳ​ມາ​ຊຶ່ງ​ການ​ຟື້ນ​ຟູ​ທີ່​ເວົ້າ​ໄວ້​ດ້ວຍ​ປາກ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ທັງ​ຫລາຍ.”

ຄຳ​ສັນ​ຍາ ແລະ ປະ​ຈັກ​ພະ​ຍານ

ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ສະ​ຫລຸບ​ອົງ​ປະ​ກອບ​ພື້ນ​ຖານ​ຂອງ “ຂ່າວ​ດີ” ທີ່​ສຳ​ຄັນ ແລະ ຮຸ່ງ​ໂລດ​ທີ່​ສຸດ ທີ່​ບໍ່​ວ່າ​ຈະ​ແມ່ນ​ໃຜ ຢູ່​ໃສ​ກໍ​ຕາມ​ໃນ​ໂລກ​ນີ້​ສາ​ມາດ​ຮັບ​ໄດ້—ນັ້ນ​ກໍ​ຄື ຂ່າວ​ສານ​ທີ່​ວ່າ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ໄດ້​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໃນ​ຍຸກ​ສຸດ​ທ້າຍ.

ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮຽນ​ຮູ້ ແລະ ພິ​ສູດ​ຂ່າວ​ສານ​ນີ້. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ບຸກ​ຄົນ “ຜູ້​ທີ່​ສຶກ​ສາ​ຂ່າວ​ສານ​ເລື່ອງ​ການ​ຟື້ນ​ຟູ​ດ້ວຍ​ການ​ອະ​ທິ​ຖານ ແລະ ກະ​ທຳ​ຕາມ​ດ້ວຍ​ສັດ​ທາ ຈະ​ໄດ້​ຮັບ​ພອນ [ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ] ແຫ່ງ​ການ​ເປັນ​ພະ​ຍານ​ດ້ວຍ​ຕົວ​ເອງ ເຖິງ​ຄວາມ​ສູງ​ສົ່ງ ແລະ ຈຸດ​ປະ​ສົງ​ຂອງ​ການ​ຟື້ນ​ຟູ ເພື່ອ​ກະ​ກຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ທີ່​ສັນ​ຍາ​ໄວ້.” ເມື່ອ​ທ່ານ​ອະ​ທິ​ຖານ​ຢ່າງ​ຈິງ​ຈັງ ດ້ວຍ​ຄວາມ​ຄາດ​ຫວັງ​ທີ່​ຈະ​ຮັບ​ເອົາ ແລະ ປະ​ຕິ​ບັດ​ຕາມ​ຄຳ​ຕອບ​ຈາກ​ພຣະ​ເຈົ້າ, ດັ່ງ​ທີ່​ຊາຍ​ໜຸ່ມ​ໂຈ​ເຊັບ ສະ​ມິດ ໄດ້​ເຮັດ, ຄວາມ​ສາ​ມາດ​ຂອງ​ທ່ານ​ທີ່​ຈະ​ຮັບ​ຮູ້ ແລະ ຕອບ​ສະ​ໜອງ​ຕໍ່​ພະ​ຍານ​ແຫ່ງ​ສະ​ຫວັນ​ນັ້ນ ຈະ​ເພີ່ມ​ຂຶ້ນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຈົ້າ, ພຣະ​ບິ​ດາ​ນິ​ລັນ​ດອນ, ເປັນ​ພຣະ​ບິ​ດາ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ຄື​ບຸດ​ທີ່​ຮັກ​ຂອງ​ພຣະ​ບິ​ດາ ແລະ ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ໃນ​ທາງ​ເນື້ອ​ໜັງ​ຂອງ​ພຣະ​ອົງ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ.

ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ມີ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ວ່າ ພຣະ​ບິ​ດາ ແລະ ພຣະ​ບຸດ​ໄດ້​ມາ​ປະ​ກົດ​ຕໍ່​ຊາຍ​ໜຸ່ມ ໂຈ​ເຊັບ ສະ​ມິດ, ດ້ວຍ​ເຫດ​ນີ້ ຈຶ່ງ​ໄດ້​ລິ​ເລີ່ມ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ຍຸກ​ສຸດ​ທ້າຍ. ພຣະ​ຄຳ​ພີ​ມໍ​ມອນ ເປັນ​ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ບັນ​ຈຸ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ເປັນ​ຕົວ​ແທນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ປະ​ຕິ​ບັດ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ອີກ​ຄັ້ງ ໄດ້​ຖືກ​ພົບ​ເຫັນຢູ່​ເທິງ​ແຜ່ນ​ດິນ​ໂລກ​ນີ້. ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄື​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ໃນ​ພຣະ​ຄຳ​ພີ​ໃໝ່​ທີ່​ໄດ້​ຖືກ​ຟື້ນ​ຟູ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ອັນ​ແນ່​ນອນ​ວ່າ​ທຸກ​ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.