ການກຽມພ້ອມສ່ວນຕົວເພື່ອພົບກັບພຣະຜູ້ຊ່ວຍໃຫ້ລອດ
ຕິດຕາມຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ. ຄຳແນະນຳຂອງພຣະອົງບໍ່ແມ່ນຄວາມລຶກລັບ ຫລື ສະຫລັບຊັບຊ້ອນ. ເມື່ອເຮົາປະຕິບັດຕາມຄຳແນະນຳ, ເຮົາບໍ່ຈຳເປັນຕ້ອງຢ້ານ ຫລື ວິຕົກກັງວົນ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເດືອນຕຸລາຜ່ານມານີ້, ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ, “ບັດນີ້ເປັນເວລາສຳລັບທ່ານ ແລະ ສຳລັບຂ້າພະເຈົ້າ ທີ່ຈະກຽມພ້ອມສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ເມື່ອປະທານແນວສັນກ່າວກ່ຽວກັບການສະເດັດມາຄັ້ງທີສອງ, ມັນຈະເປັນການເບິ່ງໂລກໃນແງ່ດີຢ່າງມີຄວາມສຸກສະເໝີ. ເຖິງຢ່າງໃດກໍຕາມ, ເມື່ອບໍ່ດົນມານີ້ ເດັກຍິງຄົນໜຶ່ງໃນຊັ້ນປະຖົມໄວໄດ້ບອກຂ້າພະເຈົ້າວ່າ ນາງວິຕົກກັງວົນເມື່ອໃດກໍຕາມທີ່ມີການກ່າວເຖິງການສະເດັດມາຄັ້ງທີສອງ. ນາງໄດ້ເວົ້າວ່າ, “ຂ້ານ້ອຍຢ້ານເພາະຈະມີສິ່ງບໍ່ດີເກີດຂຶ້ນກ່ອນທີ່ພຣະເຢຊູຈະສະເດັດມາອີກຄັ້ງ.”
ມັນບໍ່ແມ່ນພຽງແຕ່ເດັກນ້ອຍທີ່ອາດຮູ້ສຶກແບບນີ້. ຄຳແນະນຳທີ່ດີທີ່ສຸດສຳລັບນາງ, ສຳລັບທ່ານ, ແລະ ສຳລັບຂ້າພະເຈົ້າກໍຄື ການປະຕິບັດຕາມຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ. ຄຳແນະນຳຂອງພຣະອົງບໍ່ແມ່ນຄວາມລຶກລັບ ຫລື ສະຫລັບຊັບຊ້ອນ. ເມື່ອເຮົາປະຕິບັດຕາມຄຳແນະນຳ, ເຮົາບໍ່ຈຳເປັນຕ້ອງຢ້ານ ຫລື ວິຕົກກັງວົນ.
ເມື່ອໃກ້ຈະສິ້ນສຸດການປະຕິບັດສາດສະໜາກິດຂອງພຣະອົງໃນຊ່ວງມະຕະ, ພຣະເຢຊູຄຣິດໄດ້ຖືກຖາມວ່າ ເມື່ອໃດພຣະອົງຈະສະເດັດມາອີກ. ໃນການຕອບ, ພຣະອົງໄດ້ສິດສອນຄຳອຸປະມາສາມເລື່ອງ, ຊຶ່ງຖືກບັນທຶກໄວ້ໃນ ມັດທາຍ 25, ກ່ຽວກັບວິທີການກຽມພ້ອມເພື່ອພົບພຣະອົງ—ບໍ່ວ່າຈະເປັນຕອນທີ່ພຣະອົງສະເດັດມາຄັ້ງທີສອງ ຫລື ເມື່ອໃດກໍຕາມທີ່ເຮົາຈາກໂລກນີ້ໄປ. ຄຳສອນເຫລົ່ານີ້ແມ່ນສຳຄັນເພາະການກະກຽມສ່ວນຕົວເພື່ອພົບກັບພຣະອົງກໍເປັນຈຸດໃຈກາງຂອງຈຸດປະສົງຂອງຊີວິດ.
ທຳອິດ ພຣະຜູ້ຊ່ວຍໃຫ້ລອດໄດ້ເລົ່າຄຳອຸປະມາເລື່ອງຍິງສາວບໍລິສຸດສິບຄົນ. ໃນຄຳອຸປະມານີ້, ຍິງສາວບໍລິສຸດສິບຄົນໄດ້ໄປງານລ້ຽງສະຫລອງການແຕ່ງງານ. ຫ້າຄົນທີ່ສະຫລາດໄດ້ເອົານ້ຳມັນໄປເຕີມໃສ່ໂຄມໄຟຂອງພວກເຂົາ, ແລະ ອີກຫ້າຄົນທີ່ໂງ່ຈ້າບໍ່ໄດ້ເຮັດ. ເມື່ອເຈົ້າບ່າວປະກາດວ່າຈະມາເຖິງໃນບໍ່ຊ້າ, ຍິງສາວທີ່ໂງ່ຈ້າໄດ້ອອກໄປຊື້ນ້ຳມັນ. ເມື່ອພວກເຂົາກັບຄືນມາ, ມັນກໍສາຍເກີນໄປເສຍແລ້ວ; ປະຕູງານລ້ຽງກໍໄດ້ປິດແລ້ວ.
ພຣະເຢຊູໄດ້ລະບຸລັກສະນະສາມຢ່າງຂອງຄຳອຸປະມາເພື່ອຊ່ວຍເຮົາ. ພຣະອົງໄດ້ອະທິບາຍວ່າ:
“ແລະ ໃນວັນນັ້ນ, ເມື່ອເຮົາຈະມາໃນລັດສະໝີພາບຂອງເຮົາ, ຄຳອຸປະມາທີ່ເຮົາໄດ້ກ່າວໄວ້ກ່ຽວກັບຍິງສາວບໍລິສຸດສິບຄົນຈະສຳເລັດຄົບຖ້ວນ.
“ເພາະພວກເຂົາເປັນຄົນສະຫລາດ ແລະ ໄດ້ຮັບເອົາຄວາມຈິງ, ແລະ ໄດ້ຮັບເອົາພຣະວິນຍານສັກສິດເພື່ອການນຳພາ, ແລະ ບໍ່ໄດ້ຖືກຫລອກລວງ—ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ພວກເຂົາຈະ … ດຳລົງຢູ່ໃນວັນນັ້ນ.”
ໃນອີກຄຳໜຶ່ງ, ພວກເຂົາບໍ່ຈຳເປັນຕ້ອງຢ້ານກົວ ຫລື ວິຕົກກັງວົນ ເພາະວ່າພວກເຂົາຈະລອດ ແລະ ຈະເລີນກ້າວໜ້າ. ພວກເຂົາຈະໄຊຊະນະ.
ຖ້າຫາກເຮົາສະຫລາດ, ເຮົາກໍຮັບຄວາມຈິງໄດ້ ໂດຍການຍອມຮັບພຣະກິດຕິຄຸນຂອງພຣະເຢຊູຄຣິດ ຜ່ານທາງພິທີການຂອງຖານະປະໂລຫິດ ແລະ ພັນທະສັນຍາ. ຕໍ່ໄປ, ເຮົາພະຍາຍາມທີ່ຈະຍັງຄົງມີຄ່າຄວນກັບການມີພຣະວິນຍານບໍລິສຸດສະຖິດຢູ່ກັບເຮົາສະເໝີ. ຄວາມສາມາດນີ້ຕ້ອງໄດ້ຮັບມາເປັນສ່ວນບຸກຄົນ ແລະ ສ່ວນຕົວ, ເທື່ອລະຢົດ. ການອຸທິດຕົນຢ່າງສະໝ່ຳສະເໝີ, ເປັນສ່ວນບຸກຄົນ, ແລະ ເປັນສ່ວນຕົວ ຈະເຊື້ອເຊີນພຣະວິນຍານບໍລິສຸດໃຫ້ນຳພາ.
ອົງປະກອບທີສາມທີ່ພຣະເຢຊູເນັ້ນຢໍ້າຄື ການຫລີກລ້ຽງຈາກການຫລອກລວງ. ພຣະຜູ້ຊ່ວຍໃຫ້ລອດໄດ້ເຕືອນວ່າ:
“ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຜູ້ໜຶ່ງຫລອກລວງພວກເຈົ້າໃຫ້ຫລົງ.
“ເພາະຈະມີຫລາຍຄົນມາອ້າງນາມຊື່ຂອງເຮົາໂດຍເວົ້າວ່າ ຂ້ອຍນີ້ແຫລະ ເປັນພຣະຄຣິດ, ແລະ ພວກເຂົາຈະຫລອກລວງຫລາຍຄົນໃຫ້ເສຍໄປ.”
ພຣະຜູ້ຊ່ວຍໃຫ້ລອດຮູ້ວ່າ ຜູ້ແອບອ້າງຈະພະຍາຍາມຫລອກລວງຜູ້ທີ່ຖືກເລືອກ ແລະ ສານຸສິດຫລາຍຄົນຈະຖືກຫລອກ. ເຮົາບໍ່ຄວນເຊື່ອຜູ້ແອບອ້າງການຮັບຮອງຈາກພຣະເຈົ້າຢ່າງບໍ່ຈິງ ຫລື ການສ່ຽງໄພເຂົ້າໄປສູ່ທະເລຊາຍ ຫລື ຫ້ອງລັບໃນແບບປຽບທຽບ ເພື່ອຖືກສິດສອນໂດຍຄົນປອມ.
ພຣະຄຳພີມໍມອນສິດສອນເຮົາວ່າ ເຮົາຈະສາມາດແຍກແຍະຄົນຫລອກລວງຈາກສານຸສິດໄດ້ແນວໃດ. ສານຸສິດຈະສົ່ງເສີມໃຫ້ເຊື່ອໃນພຣະເຈົ້າ, ຮັບໃຊ້ພຣະອົງ, ແລະ ເຮັດຄວາມດີສະເໝີ. ເຮົາຈະບໍ່ຖືກຫລອກລວງເມື່ອເຮົາສະແຫວງຫາ ແລະ ຮັບເອົາຄຳແນະນຳຈາກບຸກຄົນທີ່ເຊື່ອຖືໄດ້ ຊຶ່ງເຂົາເຈົ້າເອງເປັນສານຸສິດທີ່ຊື່ສັດຂອງພຣະຜູ້ຊ່ວຍໃຫ້ລອດ.
ເຮົາຍັງສາມາດຫລີກລ້ຽງຈາກການຫລອກລວງໄດ້ ໂດຍການນະມັດສະການໃນພຣະວິຫານເປັນປະຈຳ. ສິ່ງນີ້ຊ່ວຍໃຫ້ເຮົາຮັກສາທັດສະນະນິລັນດອນ ແລະ ປົກປ້ອງເຮົາຈາກອິດທິພົນທີ່ອາດຈະເຮັດໃຫ້ເຮົາຫ່າງໄກ ຫລື ຫັນເຫເຮົາໄປຈາກເສັ້ນທາງແຫ່ງພັນທະສັນຍາ.
ບົດຮຽນທີ່ສຳຄັນຂອງຄຳອຸປະມາເລື່ອງຍິງສາວບໍລິສຸດສິບຄົນນີ້ກໍຄື ເຮົາສະຫລາດເມື່ອເຮົາຮັບເອົາພຣະກິດຕິຄຸນ, ສະແຫວງຫາທີ່ຈະມີພຣະວິນຍານບໍລິສຸດສະຖິດກັບເຮົາ, ແລະ ຫລີກລ້ຽງການຫລອກລວງ. ຍິງສາວບໍລິສຸດທີ່ສະຫລາດຫ້າຄົນບໍ່ສາມາດຊ່ວຍຄົນທີ່ບໍ່ມີນ້ຳມັນໄດ້, ບໍ່ມີໃຜສາມາດຮັບເອົາພຣະກິດຕິຄຸນ, ຮັບເອົາພຣະວິນຍານບໍລິສຸດໃຫ້ເປັນຜູ້ນຳພາ, ແລະ ຫລີກລ້ຽງການຫລອກລວງແທນເຮົາໄດ້. ເຮົາຕ້ອງເຮັດສິ່ງນີ້ເພື່ອຕົວເຮົາເອງ.
ແລ້ວພຣະຜູ້ຊ່ວຍໃຫ້ລອດໄດ້ເລົ່າຄຳອຸປະມາເລື່ອງຕະລັນຕົນ. ໃນຄຳອຸປະມານີ້, ຊາຍຄົນໜຶ່ງໄດ້ມອບເງິນໃນຈຳນວນທີ່ບໍ່ເທົ່າທຽມກັນ, ຊຶ່ງເອີ້ນວ່າ ຕະລັນຕົນ, ໃຫ້ຄົນຮັບໃຊ້ສາມຄົນ. ລາວໄດ້ໃຫ້ຄົນຮັບໃຊ້ຄົນທຳອິດຫ້າຕະລັນຕົນ, ອີກຄົນໜຶ່ງໃຫ້ສອງຕະລັນຕົນ, ແລະ ຄົນທີສາມໃຫ້ໜຶ່ງຕະລັນຕົນ. ເມື່ອເວລາຜ່ານໄປ, ຄົນຮັບໃຊ້ສອງຄົນທຳອິດໄດ້ມີເງິນເພີ່ມຂຶ້ນສອງເທົ່າທີ່ພວກເຂົາໄດ້ຮັບ. ແຕ່ຄົນຮັບໃຊ້ຄົນທີສາມພຽງແຕ່ຝັງຕະລັນຕົນອັນດຽວຂອງລາວໄວ້. ຕໍ່ຄົນຮັບໃຊ້ທັງສອງທີ່ໄດ້ມີເງິນເພີ່ມສອງເທົ່າ, ຊາຍຄົນນັ້ນໄດ້ເວົ້າວ່າ, “ດີແລ້ວ ຄົນຮັບໃຊ້ທີ່ດີ ແລະ ສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ, ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງຫລາຍຢ່າງ, ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ.”
ແລ້ວຊາຍຄົນນັ້ນໄດ້ຮ້າຍຄົນຮັບໃຊ້ທີ່ໄດ້ຝັງຕະລັນຕົນຂອງຕົນວ່າເປັນ “ຜູ້ຊົ່ວຊ້າ ແລະ ກຽດຄ້ານ.” ຕະລັນຕົນຂອງຄົນຮັບໃຊ້ຜູ້ນີ້ໄດ້ຖືກເອົາໄປ, ແລະ ລາວໄດ້ຖືກຂັບໄລ່. ແຕ່, ຖ້າຄົນຮັບໃຊ້ຜູ້ນີ້ໄດ້ເພີ່ມຕະລັນຕົນຂອງລາວເປັນສອງເທົ່າ, ລາວກໍຈະໄດ້ຮັບການຍົກຍ້ອງ ແລະ ໄດ້ຮັບລາງວັນຄືກັນກັບຄົນຮັບໃຊ້ຄົນອື່ນໆ.
ຂ່າວສານຢ່າງໜຶ່ງຂອງຄຳອຸປະມານີ້ກໍຄື ພຣະເຈົ້າຄາດຫວັງໃຫ້ເຮົາຂະຫຍາຍຄວາມສາມາດທີ່ເຮົາໄດ້ຮັບ, ແຕ່ພຣະອົງບໍ່ຕ້ອງການໃຫ້ເຮົາປຽບທຽບຄວາມສາມາດຂອງເຮົາກັບຄົນອື່ນ. ໃຫ້ພິຈາລະນາຄວາມຄິດເຫັນນີ້ ໂດຍນັກວິຊາການ ຮາຊິດິກ ຊູສ໌ຢາ ແຫ່ງອານິໂປນ ໃນສັດຕະວັດທີ 18. ຊູສ໌ຢາເປັນຄູສອນທີ່ມີຊື່ສຽງ, ຜູ້ຊຶ່ງເກີດຄວາມຢ້ານກົວເມື່ອເພິ່ນໃກ້ຕາຍ. ສານຸສິດຂອງເພິ່ນໄດ້ຖາມວ່າ, “ອາຈານເອີຍ, ເປັນຫຍັງທ່ານຈຶ່ງຕົວສັ່ນ? ທ່ານໄດ້ດຳລົງຊີວິດຢ່າງດີ, ແນ່ນອນ ພຣະເຈົ້າຈະໃຫ້ລາງວັນອັນຍິ່ງໃຫຍ່ແກ່ທ່ານ.”
ຊູສ໌ຢາໄດ້ເວົ້າວ່າ: “ຖ້າພຣະເຈົ້າກ່າວກັບຂ້ອຍວ່າ, ‘ຊູສ໌ຢາ, ເປັນຫຍັງເຈົ້າຈຶ່ງບໍ່ເປັນໂມເຊອີກຄົນໜຶ່ງ?’ ຂ້ອຍຈະເວົ້າວ່າ, ‘ເພາະພຣະອົງບໍ່ໄດ້ມອບຈິດວິນຍານອັນຍິ່ງໃຫຍ່ທີ່ພຣະອົງໄດ້ມອບໃຫ້ໂມເຊແກ່ຂ້ານ້ອຍ.’ ແລະ ຖ້າຂ້ອຍຢືນຢູ່ຕໍ່ພຣະພັກຂອງພຣະເຈົ້າ ແລະ ພຣະອົງກ່າວວ່າ, ‘ເປັນຫຍັງເຈົ້າຈຶ່ງບໍ່ເປັນໂຊໂລໂມນອີກຄົນໜຶ່ງ?’ ຂ້ອຍຈະເວົ້າວ່າ, ‘ເພາະພຣະອົງບໍ່ໄດ້ມອບສະຕິປັນຍາຂອງໂຊໂລໂມນໃຫ້ຂ້ານ້ອຍ.’ ແຕ່, ຂ້ອຍຈະວ່າແນວໃດ ຖ້າຂ້ອຍຢືນຢູ່ຕໍ່ພຣະພັກຂອງພຣະຜູ້ສ້າງຂອງຂ້ອຍ ແລະ ພຣະອົງກ່າວວ່າ, ‘ຊູສ໌ຢາ, ເປັນຫຍັງເຈົ້າຈຶ່ງບໍ່ເປັນຊູສ໌ຢາ? ເປັນຫຍັງເຈົ້າຈຶ່ງບໍ່ເປັນຄົນຢ່າງທີ່ເຮົາມອບຄວາມສາມາດໃຫ້ເຈົ້າ?’ ອັນນ່າ, ນັ້ນຄືເຫດຜົນທີ່ຂ້ອຍຕົວສັ່ນ.”
ແທ້ຈິງແລ້ວ, ພຣະເຈົ້າຈະຜິດຫວັງຖ້າຫາກເຮົາບໍ່ເພິ່ງພາຄຸນງາມຄວາມດີ, ຄວາມເມດຕາ, ແລະ ພຣະຄຸນຂອງພຣະຜູ້ຊ່ວຍໃຫ້ລອດ ເພື່ອຂະຫຍາຍຄວາມສາມາດທີ່ພຣະເຈົ້າໄດ້ປະທານໃຫ້ເຮົາ. ດ້ວຍຄວາມຊ່ວຍເຫລືອ ແລະ ຄວາມຮັກຂອງພຣະອົງ, ພຣະອົງຄາດຫວັງໃຫ້ເຮົາກາຍເປັນຕົວເຮົາເອງໃນແບບສະບັບທີ່ດີທີ່ສຸດ. ການທີ່ເຮົາອາດເລີ່ມຕົ້ນດ້ວຍຄວາມສາມາດທີ່ແຕກຕ່າງກັນ ແມ່ນບໍ່ກ່ຽວຂ້ອງກັບພຣະອົງ. ແລະ ມັນຄວນຈະກ່ຽວຂ້ອງກັບເຮົາ.
ໃນທີ່ສຸດ, ພຣະຜູ້ຊ່ວຍໃຫ້ລອດໄດ້ເລົ່າຄຳອຸປະມາເລື່ອງຝູງແກະ ແລະ ຝູງແບ້. ເມື່ອພຣະອົງສະເດັດກັບຄືນມາໃນສະຫງ່າລາສີຂອງພຣະອົງ, “ບັນດາປະຊາຊົນທຸກຊົນຊາດ ຈະຖືກນຳມາໂຮມກັນຢູ່ຕໍ່ໜ້າພຣະອົງ, ແລະ ພຣະອົງຈະແຍກພວກເຂົາອອກຈາກກັນ, ເໝືອນກັບຄົນລ້ຽງສັດແຍກຝູງແກະອອກຈາກຝູງແບ້. ພຣະອົງຈະຈັດໃຫ້ຝູງແກະຢູ່ເບື້ອງຂວາຂອງພຣະອົງ, ແຕ່ຝູງແບ້ນັ້ນຈະຈັດໃຫ້ຢູ່ເບື້ອງຊ້າຍ.”
ຜູ້ທີ່ຢູ່ເບື້ອງຂວາຂອງພຣະອົງໄດ້ກາຍເປັນທາຍາດໃນອານາຈັກຂອງພຣະອົງ, ແລະ ຜູ້ທີ່ຢູ່ເບື້ອງຊ້າຍຂອງພຣະອົງບໍ່ໄດ້ຮັບມໍລະດົກໃດໆ. ລັກສະນະພິເສດທີ່ໂດດເດັ່ນກໍຄື ພວກເຂົາໄດ້ເອົາເຂົ້າໃຫ້ພຣະອົງກິນ ຕອນພຣະອົງຫິວ, ໄດ້ເອົານ້ຳໃຫ້ພຣະອົງດື່ມຕອນພຣະອົງຫິວນໍ້າ, ໄດ້ຮັບເອົາພຣະອົງເປັນແຂກບ້ານເມື່ອພຣະອົງເປັນຄົນແປກໜ້າ, ໄດ້ເອົາເຄື່ອງໃຫ້ພຣະອົງນຸ່ງຫົ່ມ ເມື່ອພຣະອົງເປືອຍກາຍ, ແລະ ໄດ້ມາເບິ່ງແຍງພຣະອົງ ເມື່ອພຣະອົງເຈັບປ່ວຍ ຫລື ຢູ່ໃນຄຸກຫລືບໍ່.
ທຸກຄົນຕ່າງກໍງົງງັນ, ທັງຜູ້ທີ່ຢູ່ທາງຂວາມື ແລະ ທາງຊ້າຍມື. ພວກເຂົາໄດ້ຖາມວ່າ ພວກເຂົາໄດ້ໃຫ້ອາຫານ, ນ້ຳ, ແລະ ເຄື່ອງນຸ່ງຫົ່ມ ຫລື ຊ່ວຍເບິ່ງແຍງພຣະອົງເມື່ອພຣະອົງອ່ອນແອເມື່ອໃດ. ໃນການຕອບ, ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ເມື່ອພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.”
ຂ່າວສານສຳຄັນຂອງຄຳອຸປະມານີ້ແມ່ນຊັດເຈນ: ເມື່ອເຮົາຮັບໃຊ້ຄົນອື່ນ, ເຮົາກໍຮັບໃຊ້ພຣະເຈົ້າເໝືອນກັນ; ເມື່ອເຮົາບໍ່ເຮັດ, ເຮົາກໍຜິດຫວັງ. ພຣະອົງຄາດຫວັງໃຫ້ເຮົາໃຊ້ຂອງປະທານ, ພອນສະຫວັນ, ແລະ ຄວາມສາມາດຂອງເຮົາ ເພື່ອເປັນພອນໃຫ້ແກ່ຊີວິດຂອງລູກໆຂອງພຣະບິດາເທິງສະຫວັນ. ແຮງກະຕຸ້ນອັນສັກສິດໃນການຮັບໃຊ້ຄົນອື່ນນັ້ນຖືກສະແດງໃຫ້ເຫັນໃນບົດກະວີໜຶ່ງ ທີ່ຂຽນໃນສັດຕະວັດທີ 19 ໂດຍ ໂຢຮັນ ລຸດວິກ ຣູເນເບີກ ນັກກະວີຊາວແຟງລັງ. ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ຍິນບົດກະວີເລື່ອງ “ຊາວນາປາໂວ” ຊ້ຳແລ້ວຊ້ຳອີກ ໃນໄວເດັກຂອງພວກເຮົາ. ຢູ່ໃນບົດກະວີ, ປາໂວ ແມ່ນຊາວນາທີ່ທຸກຍາກ ທີ່ອາໄສຢູ່ກັບເມຍ ແລະ ລູກໆຂອງລາວ ຢູ່ໃນເຂດທະເລສາບພາກກາງຂອງປະເທດແຟງລັງ. ເປັນເວລາຫລາຍປີຕິດຕໍ່ກັນ, ພືດພັນສ່ວນຫລາຍຂອງລາວໄດ້ຖືກທຳລາຍ, ບໍ່ວ່າຈະເປັນເພາະຫິມະລະລາຍໃນລະດູໃບໄມ້ປົ່ງ, ພະຍຸໝາກເຫັບໃນລະດູຮ້ອນ, ຫລື ນ້ຳຄ້າງແຂງໃນລະດູໃບໄມ້ລົ່ນ. ທຸກຄັ້ງທີ່ຜົນເກັບກ່ຽວໄດ້ໜ້ອຍລົງ, ເມຍຂອງຊາວນາກໍໄດ້ຄ່ຳຄວນວ່າ, “ປາໂວ, ປາໂວ, ເຈົ້າຊ່າງໂຊກຮ້າຍແທ້ໆ, ພຣະເຈົ້າໄດ້ປະຖິ້ມພວກເຮົາແລ້ວ.” ແລ້ວ, ປາໂວ, ໄດ້ຕອບຢ່າງອົດທົນວ່າ, “ໃຫ້ປະສົມເປືອກໄມ້ໃສ່ກັບແປ້ງ ເພື່ອເຮັດເຂົ້າຈີ່ ເພື່ອວ່າລູກໆຈະບໍ່ຫິວ. ຂ້ອຍຊິເຮັດວຽກໜັກຂຶ້ນ ເພື່ອລະບາຍນ້ຳໃນທົ່ງທີ່ເປັນໜອງ. ພຣະເຈົ້າກຳລັງທົດສອບພວກເຮົາ, ແຕ່ພຣະອົງຈະຈັດກຽມໃຫ້.”
ທຸກຄັ້ງທີ່ພືດພັນຖືກທຳລາຍ, ປາໂວໄດ້ຊີ້ນຳໃຫ້ເມຍຂອງລາວປະສົມເປືອກໄມ້ໃສ່ແປ້ງສອງເທົ່າ ເພື່ອປ້ອງກັນຄວາມອົດຢາກ. ລາວກໍໄດ້ເຮັດວຽກໜັກຂຶ້ນ, ຂຸດຮ່ອງເພື່ອລະບາຍນ້ຳ ແລະ ຫລຸດໂອກາດທີ່ທົ່ງນາຂອງລາວຈະໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນລະດູໃບໄມ້ປົ່ງ ແລະ ນ້ຳຄ້າງແຂງໃນລະດູໃບໄມ້ລົ່ນ.
ຫລັງຈາກຜ່ານຄວາມລຳບາກເປັນເວລາຫລາຍປີ, ໃນທີ່ສຸດ ປາໂວກໍໄດ້ເກັບກ່ຽວພືດຜົນທີ່ອຸດົມສົມບູນ. ເມຍຂອງລາວໄດ້ສະແດງຄວາມຍິນດີວ່າ, “ປາໂວ, ປາໂວ, ນີ້ແມ່ນຊ່ວງເວລາທີ່ມີຄວາມສຸກ! ເຖິງເວລາຖິ້ມເປືອກໄມ້ແລ້ວ, ແລະ ເຮັດເຂົ້າຈີ່ພຽງແຕ່ດ້ວຍເຂົ້າໄຮເທົ່ານັ້ນ.” ແຕ່ປາໂວໄດ້ຈັບມືຂອງເມຍລາວຢ່າງໜັກແໜ້ນ ແລະ ເວົ້າວ່າ, “ໃຫ້ເອົາແປ້ງເຄິ່ງໜຶ່ງປະສົມກັບເປືອກໄມ້, ເພາະທົ່ງຂອງເພື່ອນບ້ານກາຍເປັນນ້ຳແຂງ.” ປາໂວໄດ້ເສຍສະລະຄວາມເອື້ອເຟື້ອຂອງຕົນ ແລະ ຄອບຄົວ ເພື່ອຊ່ວຍເຫລືອເພື່ອນບ້ານທີ່ສິ້ນຫວັງ ແລະ ຍາກຈົນຂອງລາວ.
ບົດຮຽນຈາກຄຳອຸປະມາເລື່ອງຝູງແກະ ແລະ ຝູງແບ້ຂອງພຣະຜູ້ຊ່ວຍໃຫ້ລອດກໍຄື ເຮົາຕ້ອງໃຊ້ຂອງປະທານທີ່ເຮົາໄດ້ຮັບ—ເວລາ, ພອນສະຫວັນ, ແລະ ພອນຕ່າງໆ—ເພື່ອຮັບໃຊ້ພຣະບິດາເທິງສະຫວັນ, ໂດຍສະເພາະຜູ້ອ່ອນແອ ແລະ ຂັດສົນທີ່ສຸດ.
ຄຳເຊື້ອເຊີນຂອງຂ້າພະເຈົ້າສຳລັບເດັກໃນຊັ້ນປະຖົມໄວທີ່ວິຕົກກັງວົນ ຊຶ່ງຂ້າພະເຈົ້າໄດ້ກ່າວເຖິງກ່ອນໜ້ານີ້, ແລະ ສຳລັບທ່ານແຕ່ລະຄົນ, ຄືໃຫ້ຕິດຕາມພຣະເຢຊູຄຣິດ ແລະ ໄວ້ວາງໃຈພຣະວິນຍານບໍລິສຸດ ຄືກັບວ່າສິ່ງທີ່ທ່ານເຮັດກັບເພື່ອນທີ່ຮັກແພງ. ເພິ່ງພາຜູ້ທີ່ຮັກທ່ານ ແລະ ຜູ້ທີ່ຮັກພຣະຜູ້ຊ່ວຍໃຫ້ລອດ. ສະແຫວງຫາການນຳພາຈາກພຣະເຈົ້າ ເພື່ອພັດທະນາຄວາມສາມາດພິເສດຂອງທ່ານ, ແລະ ຊ່ວຍເຫລືອຄົນອື່ນ, ເຖິງແມ່ນວ່າມັນຈະບໍ່ເປັນເລື່ອງງ່າຍກໍຕາມ. ທ່ານຈະພ້ອມທີ່ຈະພົບກັບພຣະຜູ້ຊ່ວຍໃຫ້ລອດ, ແລະ ທ່ານຈະສາມາດເຂົ້າຮ່ວມກັບປະທານແນວສັນ ໃນການເບິ່ງໂລກໃນແງ່ດີຢ່າງມີຄວາມສຸກ. ໃນການເຮັດເຊັ່ນນັ້ນ, ເມື່ອທ່ານຊ່ວຍໂລກກຽມສຳລັບການສະເດັດມາຄັ້ງທີສອງຂອງພຣະເຢຊູຄຣິດ, ທ່ານຈະໄດ້ຮັບພອນດ້ວຍຄວາມຫວັງອັນພຽງພໍທີ່ຈະເຂົ້າສູ່ການພັກຜ່ອນ ແລະ ຄວາມຊື່ນຊົມຂອງພຣະຜູ້ເປັນເຈົ້າ, ທັງໃນປະຈຸບັນ ແລະ ໃນອະນາຄົດ.
ຂະນະທີ່ເຮົາຮ້ອງເພງສວດໃໝ່ຂອງເຮົາ:
ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.