ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພຣະ​ອົງ​ເປັນ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2025


11:11

ພຣະ​ອົງ​ເປັນ​ພຣະ​ຄຣິດ

(ມັດ​ທາຍ 16:16)

ເຮົາ​ຕ້ອງ​ການ​ໃຫ້​ລູກໆ​ຂອງ​ເຮົາ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ, ເປັນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຜ່ານ​ທາງ​ພັນ​ທະ​ສັນ​ຍາ, ແລະ ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ.

ຕອນ​ທີ່​ເອ​ລີ ລູກ​ຊາຍ​ຂອງ​ພວກ​ເຮົາ​ຮຽນ​ຢູ່​ຊັ້ນ​ປະ​ຖົມ​ປີ​ທີ​ສີ່, ຫ້ອງ​ຮຽນ​ຂອງ​ລາວ​ໄດ້​ຈັດ​ຕັ້ງ​ລັດ​ຖະ​ບານ​ຈຳ​ລອງ​ຂຶ້ນ ໂດຍ​ທີ່​ໄດ້​ຮັບ​ການ​ເລືອກ​ຈາກ​ໝູ່​ເພື່ອນ​ຂອງ​ລາວ​ໃຫ້​ເຮັດ​ໜ້າ​ທີ່​ເປັນ​ຜູ້​ຕັດ​ສິນ​ຂອງ​ຫ້ອງ​ຮຽນ. ມື້​ໜຶ່ງ ຜູ້​ພິ​ພາກ​ສາ​ທີ່​ມາ​ຈາກ​ສານ​ຢູ​ທາ ເຂດ​ທີ​ສອງ ໄດ້​ມາ​ຢ້ຽມ​ຢາມ, ແລ້ວ​ສວມ​ຊຸດ​ທາງ​ການ​ໃຫ້​ກັບ​ເອ​ລີ, ແລະ ຈາກ​ນັ້ນ​ໄດ້​ເຮັດ​ພິ​ທີ​ສາ​ບານ​ຕົນ​ໃນ​ການ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ຫ້ອງ​ຮຽນ​ຂອງ​ເຂົາ​ເຈົ້າ. ສິ່ງ​ນີ້​ໄດ້​ຈຸດ​ປະ​ກາຍ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຈິດ​ວິນ​ຍານ​ໄວ​ໜຸ່ມ​ຂອງ​ເອ​ລີ​ໃຫ້​ຫລົງ​ໄຫລ​ໃນ​ການ​ສຶກ​ສາ​ກ່ຽວ​ກັບ​ກົດ​ໝາຍ, ແລະ ຜູ້​ໃຫ້​ກົດ​ພຣະ​ອົງ​ເອງ, ພຣະ​ເຢ​ຊູ​ຄຣິດ.

ຫລັງ​ຈາກ​ທີ່​ໄດ້​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ​ເປັນ​ເວ​ລາ​ຫລາຍ​ປີ, ເອ​ລີ​ກໍ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ສຳ​ພາດ​ກັບ​ໜຶ່ງ​ໃນ​ໂຮງ​ຮຽນ​ກົດ​ໝາຍ​ອັນ​ດັບ​ຕົ້ນໆ​ຂອງ​ຕົວ​ເລືອກ​ຂອງ​ລາວ. ລາວ​ໄດ້​ເວົ້າ​ວ່າ, “ແມ່, ລູກ​ຖືກ​ຖາມ​ຢູ່ 10 ຄຳ​ຖາມ. ຄຳ​ຖາມ​ສຸດ​ທ້າຍ​ຄື, ‘ເຈົ້າ​ມີ​ແນວ​ທາງ​ຊີ້​ນຳ​ຄວາມ​ສຳ​ນຶກ​ທາງ​ສິນ​ທຳ​ຂອງ​ເຈົ້າ​ມາ​ຈາກ​ໃສ?’ ລູກ​ໄດ້​ເວົ້າ​ວ່າ​ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ ມະ​ນຸດ​ໄດ້​ສ້າງ​ລະ​ບົບ​ສິນ​ທຳ​ຂຶ້ນ​ໂດຍ​ການ​ສ້າງ​ແບບ​ແຜນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ຈາກ​ຕົ້ນ​ແບບ. ຕົ້ນ​ແບບ​ແຫ່ງ​ສິນ​ທຳ​ທີ່​ລູກ​ພະ​ຍາ​ຍາມ​ໃຊ້​ເປັນ​ຕົ້ນ​ແບບ​ໃຫ້​ກັບ​ຊີ​ວິດ​ຂອງ​ລູກ​ແມ່ນ​ມາ​ຈາກ​ພຣະ​ເຢ​ຊູ​ຄຣິດ. ລູກ​ໄດ້​ເວົ້າ​ອີກ​ວ່າ​ຖ້າ​ວ່າ​ມະ​ນຸດ​ທັງ​ປວງ​ປະ​ຕິ​ບັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ການ​ເທດ​ສະ​ໜາ​ທີ່​ໂນນ​ພູ ໂລກ​ນີ້​ກໍ​ຈະ​ເປັນ​ຕາ​ໜ້າ​ຢູ່ ແລະ ສະ​ຫງົບ​ສຸກ​ຫລາຍ​ຂຶ້ນ.” ແລ້ວ​ຈາກ​ນັ້ນ​ການ​ສຳ​ພາດ​ກໍ​ສິ້ນ​ສຸດ​ລົງ, ແລະ ລາວ​ໄດ້​ຄິດ​ກັບ​ຕົວ​ເອງ​ວ່າ, “ໝົດ​ແລ້ວ​ຄວາມ​ໄຝ່​ຝັນ​ໃນ​ໄວ​ເດັກ​ຂອງ​ເຮົາ. ບໍ່​ມີ​ໃຜ​ໃນ​ແວດ​ວົງ​ວິ​ຊາ​ການ​ທາງ​ໂລກ​ຕ້ອງ​ການ​ທີ່​ຈະ​ໄດ້​ຍິນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.”

ສອງ​ອາ​ທິດ​ຕໍ່​ມາ, ເອ​ລີ​ໄດ້​ຮັບ​ທຶນ​ການ​ສຶກ​ສາ. ກ່ອນ​ທີ່​ຈະ​ຕົກ​ລົງ, ພວກ​ເຮົາ​ໄດ້​ໄປ​ຢ້ຽມ​ຊົມ​ໂຮງ​ຮຽນ​ກົດ​ໝາຍ​ທີ່​ໃຫ້​ທຶນ. ໂຮງ​ຮຽນ​ກົດ​ໝາຍ​ແຫ່ງ​ນີ້​ເບິ່ງ​ຄ້າຍ​ຄື​ຫໍ​ປາ​ສາດ ແລະ ຕັ້ງ​ຢູ່​ເທິງ​ເນີນ​ພູ​ສູງ​ທີ່​ເບິ່ງ​ເຫັນ​ທະ​ເລ​ສາບ​ທີ່​ສວຍ​ງາມ. ເປັນ​ທີ່​ໜ້າ​ປະ​ຫລາດ​ໃຈ, ຂະ​ນະ​ທີ່​ພວກ​ເຮົາ​ຍ່າງ​ຜ່ານ​ຫ້ອງ​ສະ​ໝຸດ​ທີ່​ສວຍ​ງາມ ແລະ ທາງ​ຍ່າງ​ທີ່​ສະ​ຫງ່າ​ງາມ, ພວກ​ເຮົາ​ໄດ້​ເຫັນ​ຄຸນ​ລັກ​ສະ​ນະ​ຈາກ​ຄຳ​ເທດ​ສະ​ໜາ​ທີ່​ໂນນ​ພູ​ຢູ່​ເທິງ​ປ້າຍ ແລະ ແກະ​ສະ​ຫລັກ​ລົງ​ໃນ​ຫີນ.

ຄຳ​ເທດ​ສະ​ໜາ​ທີ່​ໂນນ​ພູ ແມ່ນ​ສຸນ​ທອນ​ພົດ​ທີ່​ສະ​ຫງ່າ​ຜ່າ​ເຜີຍ ມີ​ຄຸນ​ຄ່າ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ, ໃນ​ການ​ບຸກ​ເບີກ​ຄຳ​ສອນ​ຂອງ​ມັນ. ບໍ່​ມີ​ຄຳ​ເທດ​ສະ​ໜາ​ອື່ນ​ໃດ​ທີ່​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ລັກ​ສະ​ນະ​ນິ​ໄສ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ດີ​ໄປ​ກວ່າ, ຄຸນ​ລັກ​ສະ​ນະ​ອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ, ແລະ ຈຸດ​ປະ​ສົງ​ສູງ​ສຸດ​ຂອງ​ເຮົາ​ໃນ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.

ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຕະ​ຫລອດ​ຊີ​ວິດ​ແມ່ນ​ເລີ່ມ​ຕົ້ນ​ຈາກ​ທີ່​ບ້ານ​ຂອງ​ເຮົາ—ແລະ ໃນ​ຊັ້ນ​ປະ​ຖົມ​ໄວ​ນັບ​ຕັ້ງ​ແຕ່​ອາ​ຍຸ 18 ເດືອນ. ເຮົາ​ຕ້ອງ​ການ​ໃຫ້​ລູກໆ​ຂອງ​ເຮົາ ເຊື່ອ ໃນ​ພຣະ​ເຢ​ຊູ​ຄຣິດ, ເປັນ​ຂອງ ພຣະ​ເຢ​ຊູ​ຄຣິດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຜ່ານ​ທາງ​ພັນ​ທະ​ສັນ​ຍາ, ແລະ ພະ​ຍາ​ຍາມ​ທີ່​ຈະ ກາຍ​ເປັນ ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ.

ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ

ທຳ​ອິດ, ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ.

ຫລັງ​ຈາກ​ຄຳ​ເທດ​ສະ​ໜາ​ເຂົ້າ​ຈີ່​ແຫ່ງ​ຊີ​ວິດ, “ສາ​ນຸ​ສິດ​ຫລາຍ​ຄົນ [ຂອງ​ພຣະ​ຜູ້​ເປັນ​ເຈົ້າ]” ມີ​ຄວາມ​ຫຍຸ້ງ​ຍາກ​ທີ່​ຈະ​ຮັບ​ເອົາ​ຄຳ​ສອນ​ຂອງ​ພຣະ​ອົງ, ແລະ ພວກ​ເຂົາ “ໄດ້​ທໍ້​ຖອຍ, ແລະ ບໍ່​ໄປ​ກັບ​ພຣະ​ອົງ​ອີກ. ຈາກ​ນັ້ນ​ພຣະ​ເຢ​ຊູ​ໄດ້​ຫັນ​ໄປ​ຫາ​ພວກ​ສາ​ວົກ​ສິບ​ສອງ​ຄົນ ແລະ ຖາມ​ຄຳ​ຖາມ​ອັນ​ເຈັບ​ປວດ​ໃຈ​ວ່າ: “ພວກ​ເຈົ້າ​ເດ ກໍ​ຢາກ​ໜີ​ໄປ​ຄື​ກັນ​ບໍ?”

ເປ​ໂຕ​ໄດ້​ຕອບ​ວ່າ:

“ພຣະ​ອົງ​ເອີຍ, ພວກ​ຂ້າ​ນ້ອຍ​ຈະ​ໜີ​ໄປ​ຫາ​ຜູ້​ໃດ? ພຣະ​ອົງ​ເປັນ​ຜູ້​ມີ​ຖ້ອຍ​ຄຳ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ.

“… ພວກ​ຂ້າ​ນ້ອຍ​ເຊື່ອ ແລະ ຮູ້​ແລ້ວ​ວ່າ ພຣະ​ອົງ​ເປັນ​ພຣະ​ຄຣິດ, ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່.”

ດັ່ງ​ທີ່​ເປ​ໂຕ​ໄດ້​ສະ​ແດງ​ໃຫ້​ເຫັນ, ຄວາມ​ເຊື່ອ​ຄື “ການ​ມີ​ສັດ​ທາ​ໃນ​ຄົນ​ໃດ​ຄົນ​ໜຶ່ງ ຫລື ຍອມ​ຮັບ​ວ່າ​ສິ່ງ​ໃດ​ສິ່ງ​ໜຶ່ງ​ເປັນ​ຄວາມ​ຈິງ.” ແລະ ສຳ​ລັບ​ສັດ​ທາ​ຂອງ​ເຮົາ​ທີ່​ນຳ​ໄປ​ສູ່​ຄວາມ​ລອດ, ຈຳ​ເປັນ​ຕ້ອງ​ມີ​ສູນ​ກາງ​ຢູ່​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. “ເຮົາ … ໃຊ້​ສັດ​ທາ​ໃນ [ພຣະ​ເຢ​ຊູ] ຄຣິດ ເມື່ອ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ວ່າ​ພຣະ​ອົງ​ມີ​ຈິງ, ມີ [ຄວາມ​ເຂົ້າ​ໃຈ] ເຖິງ​ລັກ​ສະ​ນະ​ນິ​ໄສ [ທີ່​ແທ້​ຈິງ ແລະ ເປັນ​ທຳ​ມະ​ຊາດ] ຂອງ​ພຣະ​ອົງ, ແລະ ຄວາມ​ຮູ້​ທີ່​ວ່າ​ເຮົາ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.

ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໄດ້​ປະ​ກາດ​ວ່າ, “ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຮາກ​ຖານ​ຂອງ​ຄວາມ​ເຊື່ອ​ທັງ​ໝົດ ແລະ ເປັນ​ວິ​ທີ​ເຂົ້າ​ຫາ​ອຳ​ນາດ​ແຫ່ງ​ສະ​ຫວັນ.”

ເຮົາ​ຈະ​ສາ​ມາດ​ຊ່ວຍ​ເຫລືອ​ເດັກ​ນ້ອຍ​ໃນ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ? ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຊອກ​ຫາ​ສິ່ງ​ອື່ນ​ໃດ​ນອກ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ.

“[ພຣະ​ຜູ້​ເປັນ​ເຈົ້າ] ກ່າວ​ກັບ​ຜູ້​ຄົນ, ໂດຍ​ກ່າວ​ວ່າ:

“ເຮົາ​ຄື​ພຣະ​ເຢ​ຊູ​ຄຣິດ. …

“ຈົ່ງ​ລຸກ​ຂຶ້ນ ແລະ ຍ່າງ​ອອກ​ມາ. …

“… ຝູງ​ຊົນ​ໄດ້​ອອກ​ໄປ, ແລະ ໄດ້​ເດ່​ມື​ໄປ​ໃສ່​ຂ້າງ ແລະ ໄດ້​ລູບ​ຄຳ​ຮອຍ​ຕະ​ປູ​ທີ່​ພຣະ​ຫັດ ແລະ ພຣະ​ບາດ​ຂອງ​ພຣະ​ອົງ; ແລະ ພວກ​ເຂົາ​ໄດ້​ກະ​ທຳ​ສິ່ງ​ນີ້​ໂດຍ​ການ​ອອກ​ໄປ​ເທື່ອ​ລະ​ຄົນ … ແລະ ໄດ້ ເຫັນ ດ້ວຍ​ຕາ​ຂອງ​ຕົນ​ເອງ, ແລະ ໄດ້ ລູບ​ຄຳ ດ້ວຍ​ມື​ຂອງ​ຕົນ​ເອງ, ແລະ ໄດ້ ຮູ້ ເຖິງ​ຄວາມ​ແນ່​ນອນ​ນີ້ ແລະ ໄດ້​ເປັນ ເປັນ​ພະ​ຍານ, ວ່າ​ມັນ​ແມ່ນ​ພຣະ​ອົງ​ແທ້ໆ.”

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ໄຕ່​ຕອງ​ວ່າ ສິ່ງ​ນີ້​ຈະ​ມີ​ລັກ​ສະ​ນະ​ແນວ​ໃດ​ໃນ​ຊີ​ວິດ​ຂອງ​ເດັກ​ນ້ອຍ. ພວກ​ເຂົາ ໄດ້​ຍິນ ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຫລື​ບໍ່? ພວກ​ເຂົາ ເຫັນ ພາບ​ທີ່​ໜ້າ​ເຄົາ​ລົບ ແລະ ບູ​ຊາ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ອົງ​ຫລື​ບໍ່? ພວກ​ເຂົາ ຮູ້​ສຶກ ແລະ ຮູ້​ຈັກ​ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ທີ່​ເປັນ​ພະ​ຍານ​ເຖິງ​ຄວາມ​ເປັນ​ຈິງ ແລະ ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ອົງ​ຫລື​ບໍ່? ພວກ​ເຂົາ ຮູ້​ຈັກ ຂ່າວ​ສານ ແລະ ພາ​ລະ​ກິດ​ຂອງ​ພຣະ​ອົງ​ຫລື​ບໍ່?

ເປັນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ

ທີ​ສອງ, ເປັນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ຜູ້​ຄົນ​ຂອງ​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ປະ​ສົບ​ກັບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໃນ​ໃຈ ແລະ ດ້ວຍ​ພັນ​ທະ​ສັນ​ຍາ ໄດ້​ອຸ​ທິດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ໃນ​ການ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ. ເພາະ​ພັນ​ທະ​ສັນ​ຍາ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ, ເຂົາ​ເຈົ້າ​ຈຶ່ງ “ຖືກ​ເອີ້ນ​ວ່າ ລູກ​ຂອງ​ພຣະ​ຄຣິດ, ບຸດ​ຂອງ​ພຣະ​ອົງ, ແລະ ທິ​ດາ​ຂອງ​ພຣະ​ອົງ.” ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕາມ​ພັນ​ທະ​ສັນ​ຍາ​ທີ່​ຈະ​ສ້າງ​ອາ​ນາ​ຈັກ​ຂອງ​ພຣະ​ອົງ ແລະ ກຽມ​ພ້ອມ​ສຳ​ລັບ​ການ​ກັບ​ມາ​ຂອງ​ພຣະ​ອົງ.

ອຸ​ປະ​ກອນ​ການ​ກະ​ກຽມ​ເດັກ​ນ້ອຍ​ສຳ​ລັບ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ.

ເຮົາ​ຈະ​ສາ​ມາດ​ຊ່ວຍ​ເຫລືອ​ເດັກ​ນ້ອຍ​ໃຫ້​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ໄດ້​ແນວ​ໃດ? ໃນ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ, ໃນ​ພາກ​ຫ້ອຍ​ທ້າຍ ກ ແລະ ຂ, ເຮົາ​ພົບ​ເຫັນ​ຫົວ​ຂໍ້​ການ​ເລີ່ມ​ຕົ້ນ​ບົດ​ສົນ​ທະ​ນາ ແລະ ບົດ​ຮຽນ​ທີ່​ເສີມ​ກຳ​ລັງ​ໃຫ້​ກັບ​ຄອບ​ຄົວ ແລະ ສົ່ງ​ເສີມ​ຄູ​ສອນ ແລະ ຜູ້​ນຳ​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ​ຂອງ​ເຂົາ​ເຈົ້າ ເພື່ອ​ກຽມ​ເດັກ​ນ້ອຍ​ໃຫ້​ເດີນ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ.

ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ

ທີ​ສາມ, ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ.

ໃນ​ພຣະ​ຄຳ​ພີ​ມໍ​ມອນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຕັກ​ເຕືອນ​ສາ​ວົກ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ຮຽນ​ແບບ​ຕາມ​ພຣະ​ອົງ​ໃຫ້​ໄດ້​ໃກ້​ຄຽງ​ຫລາຍ​ທີ່​ສຸດ​ວ່າ: “ເຈົ້າ​ຄວນ​ເປັນ​ແນວ​ໃດ? ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ເຖິງ​ແມ່ນ​ດັ່ງ​ທີ່​ເຮົາ​ເປັນ.”

ເຮົາ​ຈະ​ສາ​ມາດ​ຊ່ວຍ​ເຫລືອ​ເດັກ​ນ້ອຍ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ໄດ້​ຮັບ​ການ​ຢືນ​ຢັນ​ແລ້ວ​ໃຫ້​ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ຕາມ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ ໃນ​ການ​ເຕົ້າ​ໂຮມ​ຕົວ​ເຂົາ​ເອງ ແລະ ຄົນ​ອື່ນ​ໃຫ້​ມາ​ສູ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ? ການ​ເປັນ​ສາ​ນຸ​ສິດ​ໄປ​ຕະ​ຫລອດ​ຊີ​ວິດ​ຮຽກ​ຮ້ອງ​ເຮົາ​ໃຫ້ “ … ບໍ່​ພຽງ​ແຕ່​ຟັງ​ເທົ່າ​ນັ້ນ, ແຕ່​ຈົ່ງ​ປະ​ຕິ​ບັດ​ຕາມ.”

ເມື່ອ​ເຮົາ​ເຊື້ອ​ເຊີນ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ອາ​ຍຸ​ນ້ອຍ​ທີ່​ສຸດ, ຈົ່ງ​ໃຊ້​ທຸກ​ໂອ​ກາດ​ໃນ​ການ​ນຳ​ທາງ​ເຂົາ, ນຳ​ພາ​ເຂົາ, ເດີນ​ຄຽງ​ຂ້າງ​ເຂົາ, ແລະ ຊ່ວຍ​ເຫລືອ​ເຂົາ​ໃຫ້​ພົບ​ເສັ້ນ​ທາງ. ຈົ່ງ​ໃຫ້​ຄຳ​ປຶກ​ສາ​ກັບ​ເດັກ​ນ້ອຍ​ທີ່​ປະ​ເສີດ​ເຫລົ່າ​ນີ້ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ຕຽມ​ຕົວ​ສິດ​ສອນ, ເປັນ​ພະ​ຍານ, ອະ​ທິ​ຖານ, ຫລື ຮັບ​ໃຊ້ ເພື່ອ​ພວກ​ເຂົາ​ຈະ​ມີ​ຄວາມ​ໝັ້ນ​ໃຈ ແລະ ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ​ໃນ​ການ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ພວກ​ເຂົາ. ສະ​ແຫວງ​ຫາ​ວິ​ທີ​ທີ່​ດົນ​ໃຈ ເພື່ອ​ຊ່ວຍ​ເຫລືອ​ພວກ​ເຂົາ​ໃຫ້​ຮູ້​ຈັກ​ວ່າ ນີ້​ຄື​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຂົາ ແລະ ພວກ​ເຂົາ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ກຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ອີກ​ຄັ້ງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ໃນ​ຂະ​ນະ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກາຍ​ເປັນ​ຈຸດ​ສູນ​ກາງ​ໃນ​ຊີ​ວິດ​ຂອງ​ເຮົາ, ເປັນ​ສິ່ງ​ທີ່​ເຮົາ​ປາດ​ຖະ​ໜາ, ແລະ ວິ​ທີ​ທີ່​ເຮົາ​ປາດ​ຖະ​ໜາ, ຈະ​ຖືກ​ປ່ຽນ​ແປງ​ໄປ​ຕະ​ຫລອດ​ການ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ປ່ຽນ​ແປງ​ທຸກ​ສິ່ງ! ມັນ​ປ່ຽນ​ແປງ​ທຳ​ມະ​ຊາດ​ຂອງ​ເຮົາ “ຈົນ​ວ່າ​ພວກ​ເຮົາ​ບໍ່​ມີ​ໃຈ​ທີ່​ຈະ​ກະ​ທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ, ແຕ່​ປາດ​ຖະ​ໜາ​ຈະ​ເຮັດ​ແຕ່​ຄວາມ​ດີ​ໂດຍ​ຕະ​ຫລອດ.” ມັນ​ປ່ຽນ​ແປງ​ການ​ໃຊ້​ເວ​ລາ, ຊັບ​ສິນ​ຂອງ​ເຮົາ; ສິ່ງ​ທີ່​ເຮົາ​ອ່ານ, ເບິ່ງ, ຟັງ, ແລະ ແບ່ງ​ປັນ. ມັນ​ຍັງ​ປ່ຽນ​ວິ​ທີ​ທີ່​ເຮົາ​ຕອບ​ການ​ສຳ​ພາດ​ທີ່​ໂດດ​ເດັ່ນ, ດ້ານ​ວິ​ຊາ​ການ, ແລະ ກ່ຽວ​ກັບ​ອາ​ຊີບ​ນຳ​ອີກ.

ເຮົາ​ຈະ​ຕ້ອງ​ເຕີມ​ແສງ​ສະ​ຫວ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ ເຂົ້າ​ໃນ​ທຸກ​ຊອກ​ທຸກ​ມຸມ​ໃນ​ຊີ​ວິດ​ຂອງ​ເຮົາ. ຖ້າ​ຫາກ​ເຮົາ​ບໍ່​ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ການ​ເປັນ​ພຣະ​ເຈົ້າ​ກ່ອນ​ມະ​ຕະ​ຂອງ​ພຣະ​ອົງ, ພາ​ລະ​ກິດ​ອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ, ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ທີ່​ທຳ​ລາຍ​ຄຸກ ໃນ​ບ້ານ​ຂອງ​ເຮົາ ແລະ ໃນ​ການ​ປະ​ຊຸມ​ແຕ່​ລະ​ຄັ້ງ​ຂອງ​ສາດ​ສະ​ໜາ​ຈັກ​ແຫ່ງ​ນີ້, ແລ້ວ​ຂ່າວ​ສານ​ແຫ່ງ​ຄວາມ​ຮັກ, ການ​ຮັບ​ໃຊ້, ຄວາມ​ຊື່​ສັດ, ຄວາມ​ຖ່ອມ​ໃຈ, ຄວາມ​ກະ​ຕັນ​ຍູ, ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ເຮົາ ອາດ​ຈະ​ກາຍ​ເປັນ​ຄຳ​ເວົ້າ​ທີ່​ພຽງ​ແຕ່​ໃຫ້​ກຳ​ລັງ​ໃຈ​ໃນ​ການ​ໃຊ້​ຊີ​ວິດ​ຢ່າງ​ມີ​ສະ​ຕິ​ເທົ່າ​ນັ້ນ. ຖ້າ​ປາດ​ສະ​ຈາກ​ພຣະ​ເຢ​ຊູ​ຄຣິດ​ກໍ​ຈະ​ບໍ່​ມີ​ພະ​ລັງ​ໃນ​ການ​ປ່ຽນ​ແປງ, ບໍ່​ມີ​ຈຸດ​ປະ​ສົງ​ທີ່​ຈະ​ໄຝ່​ຫາ, ແລະ ບໍ່​ມີ​ການ​ຄືນ​ດີ​ຈາກ​ຄວາມ​ເຈັບ​ປວດ​ຂອງ​ຊີ​ວິດ. ຖ້າ​ເຮົາ​ຂາດ​ຄວາມ​ເອົາ​ໃຈ​ໃສ່ ໃນ​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາດ​ຈະ​ເກີດ​ໄພ​ພິ​ບັດ​ກັບ​ລູກໆ​ຂອງ​ເຮົາ​ໄດ້.

ເມື່ອ​ເຮົາ​ບອກ​ລູກໆ​ຂອງ​ເຮົາ​ວ່າ ເຮົາ​ຮັກ​ພວກ​ເຂົາ, ເຮົາ​ໄດ້​ບອກ​ພວກ​ເຂົາ​ແດ່​ບໍ​ວ່າ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ພວກ​ເຂົາ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ກໍ​ຮັກ​ພວກ​ເຂົາ​ເຊັ່ນ​ກັນ? ຄວາມ​ຮັກ​ຂອງ​ເຮົາ​ອາດ​ຈະ​ປອບ​ໂຍນ ແລະ ເປັນ​ແຮງ​ບັນ​ດານ​ໃຈ, ແຕ່​ຄວາມ​ຮັກ ຂອງ​ພວກ​ພຣະ​ອົງ ສາ​ມາດ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ, ສູງ​ສົ່ງ, ແລະ ປິ່ນ​ປົວ​ໄດ້.

ພຣະ​ເຢ​ຊູ​ອົງ​ນີ້​ບໍ່​ຄວນ​ເປັນ​ພຣະ​ເຢ​ຊູ​ທີ່​ຖືກ​ແຕ່ງ​ຂຶ້ນ, ຫລື ພຣະ​ເຢ​ຊູ​ທີ່​ລຽບ​ງ່າຍ, ຫລື ພຣະ​ເຢ​ຊູ​ທີ່​ບໍ່​ມີ​ຕົວ​ຕົນ, ຫລື ພຣະ​ເຢ​ຊູ​ທີ່​ທຳ​ມະ​ດາ, ຫລື ພຣະ​ເຢ​ຊູ​ທີ່​ບໍ່​ມີ​ໃຜ​ຮູ້​ຈັກ, ແຕ່​ຄື​ພຣະ​ອົງ​ທີ່​ສະ​ຫງ່າ​ລາ​ສີ, ປ່ຽມ​ດ້ວຍ​ພະ​ລັງ, ຟື້ນ​ຄືນ​ພຣະ​ຊົນ, ສູງ​ສົ່ງ, ເປັນ​ທີ່​ເຄົາ​ລົບ​ບູ​ຊາ, ມີ​ອຳ​ນາດ, ຄື​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ, ຜູ້​ຊົງ ອາ​ນຸ​ພາບ​ທີ່​ຈະ​ຊ່ວຍ​ໃຫ້​ລອດ. ແລະ ດັ່ງ​ທີ່​ເດັກ​ນ້ອຍ​ຄົນ​ໜຶ່ງ​ໃນ​ປະ​ເທດ​ຟີ​ລິບ​ປິນ​ໄດ້​ສະ​ແດງ​ປະ​ຈັກ​ພະ​ຍານ​ຢ່າງ​ໜັກ​ແໜ້ນ​ຕໍ່​ຂ້າ​ພະ​ເຈົ້າ​ວັນ​ໜຶ່ງ​ວ່າ, “ພວກ​ເຮົາ​ມີ​ຄ່າ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ!” ໃນ​ພຣະ​ນາມ​ອັນ​ສັກ​ສິດ ແລະ ບໍ​ລິ​ສຸດ​ຂອງ​ພຣະ​ອົງ “ທີ່​ພຣະ​ເຈົ້າ​ໄດ້​ຊົງ​ໃຫ້​ປະ​ກົດ​ນັ້ນ ເພື່ອ​ໃຫ້​ເປັນ​ຜູ້​ໄຖ່​ໂທດ​ແທນ​ບາບ​ກຳ [ທີ່​ຍິ່ງ​ໃຫຍ່] ,” ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ມັດ​ທາຍ 5–7.

  2. ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ກ່າວ​ວ່າ ຄຳ​ເທດ​ສະ​ໜາ​ຢູ່​ເທິງ​ໂນນ​ພູ​ເປັນ “ຄຳ​ເທດ​ສະ​ໜາ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ” (“The Way Home,” Ensign, May 1975, 15).

  3. ເບິ່ງ “ສະ​ແຫວງ​ຫາ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ,” ບົດ​ທີ 6 ຂອງ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023), 123–38.

  4. ໂຢ​ຮັນ 6:66; ເນັ້ນ​ຄຳ​ເນີ້ງ.

  5. ໂຢ​ຮັນ 6:67.

  6. ໂຢ​ຮັນ 6:68–69; ເນັ້ນ​ຄຳ​ເນີ້ງ.

  7. ຄູ່​ມື​ພຣະ​ຄຳ​ພີ, “ເຊື່ອ, ຄວາມ​ເຊື່ອ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  8. ເບິ່ງ ກິດ​ຈະ​ການ 4:10–12; ໂມ​ໄຊ​ຢາ 3:17; ໂມ​ໂຣ​ໄນ 7:24–26; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:4.

  9. ເບິ່ງ Topics and Questions, “Faith in Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; ເບິ່ງ Lectures on Faith (1985), 38 ນຳ​ອີກ.

  10. Russell M. Nelson, “Christ Is Risen; Faith in Him Will Move Mountains,” Liahona, May 2021, 102.

  11. 3 ນີ​ໄຟ 11:9–10, 14–15; ເນັ້ນ​ຄຳ​ເນີ້ງ.

  12. ເບິ່ງ ໂມ​ໄຊ​ຢາ 5:2; ແອວ​ມາ 5:12, 14.

  13. ໂມ​ໄຊ​ຢາ 5:7.

  14. ເບິ່ງ Russell M. Nelson, “The Lord Jesus Christ Will Come Again,” Liahona, Nov. 2024, 121–22.

  15. ເບິ່ງ ພາກ​ຫ້ອຍ​ທ້າຍ ກ, “ສຳ​ລັບ​ພໍ່​ແມ່—ການ​ກະ​ກຽມ​ລູກໆ​ຂອງ​ທ່ານ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ,” ແລະ ພາກ​ຫ້ອຍ​ທ້າຍ ຂ, “ສຳ​ລັບ​ປະ​ຖົມ​ໄວ—ການ​ກະ​ກຽມ​ເດັກ​ນ້ອຍ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ,” ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2025.

  16. 3 ນີ​ໄຟ 27:27; ເບິ່ງ 2 ນີ​ໄຟ 2:6–8; ໂມ​ໂຣ​ໄນ 7:48 ນຳ​ອີກ. ພຣະ​ຄຳ​ພີ​ໄດ້​ສິດ​ສອນ​ວ່າ ຜູ້​ທີ່​ຈະ​ເປັນ​ທາ​ຍາດ ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ ຄື ຜູ້​ທີ່​ຊອບ​ທຳ, ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.

  17. ເບິ່ງ “A Message for Children from President Russell M. Nelson” (ວິ​ດີ​ໂອ, Friend to Friend 2021 broadcast), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  18. ຢາ​ໂກ​ໂບ 1:22.

  19. ເບິ່ງ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 64; ເບິ່ງ ໂຢ​ຮັນ 14:6 ນຳ​ອີກ.

  20. ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 12.2.1.2, 29.2.1.4, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  21. ເບິ່ງ ຄູ່​ມື​ທົ່ວ​ໄປ, 29.2.2.

  22. ເບິ່ງ ຄູ່​ມື​ທົ່ວ​ໄປ, 12.2.1.2, 29.6.

  23. ເບິ່ງ ຄູ່​ມື​ທົ່ວ​ໄປ, 12.2.1.3; “Primary Children Invited to Serve Other Children in 2025,” Newsroom, Jan. 9, 2025, newsroom.ChurchofJesusChrist.org.

  24. ເບິ່ງ ກິດ​ຈະ​ການ 1:11; 1 ເທ​ສະ​ໂລ​ນິກ 4:16; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:12; 34:6–7; 49:7.

  25. ໂມ​ໄຊ​ຢາ 5:2.

  26. ເບິ່ງ ໂຢ​ຮັນ 8:12; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:2.

  27. ເບິ່ງ ແອວ​ມາ 19:6.

  28. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:4.

  29. ເບິ່ງ ໂຢ​ຮັນ 3:14–17.

  30. ເບິ່ງ 1 ໂກ​ຣິນ​ໂທ 15:20–23.

  31. ເບິ່ງ Becky Craven, “Careful versus Casual,” Liahona, May 2019, 9–11.

  32. ເບິ່ງ 2 ນີ​ໄຟ 25:26.

  33. ເບິ່ງ ໂຢ​ຮັນ 3:16; 13:34–35; 1 ນີ​ໄຟ 19:9.

  34. ເບິ່ງ ໂມ​ເຊ 6:59–60; ໂມ​ໂຣ​ໄນ 10:33.

  35. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:7; 84:36–38; ໂມ​ເຊ 1:39. ປະ​ທານ​ໂຈ​ເຊັບ ຟຽວ​ດິງ ສະ​ມິດ ໄດ້​ຂຽນ​ວ່າ: “ພຣະ​ບິ​ດາ​ໄດ້​ສັນ​ຍາ​ໄວ້​ຜ່ານ​ທາງ​ພຣະ​ບຸດ​ວ່າ ​ທຸກ​ຢ່າງ​ທີ່​ພຣະ​ອົງ​ມີ​ຈະ​ຖືກ​ມອບ​ໃຫ້​ກັບ​ຜູ້​ທີ່​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ຮູ້, ສະ​ຕິ​ປັນ​ຍາ, ແລະ ອຳ​ນາດ​ຫລາຍ​ຂຶ້ນ, ດຳ​ເນີນ​ໄປ​ຈາກ​ພຣະ​ຄຸນ​ໜຶ່ງ ຫາ ອີກ​ພຣະ​ຄຸນ​ໜຶ່ງ, ຈົນ​ກວ່າ​ວັນ​ແຫ່ງ​ຄວາມ​ສົມ​ບູນ​ຈະ​ສາດ​ສ່ອງ​ລົງ​ມາ​ສູ່​ເຂົາ” (Doctrines of Salvation, comp. Bruce R. McConkie [1955], 2:36).

  36. ເບິ່ງ 3 ນີ​ໄຟ 17:7.

  37. ເບິ່ງ 2 ເປ​ໂຕ 1:16–18; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:17.

  38. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:1–4.

  39. ເບິ່ງ Dallin H. Oaks, “Apostasy and Restoration,” Ensign, May 1995, 84–86.

  40. ເບິ່ງ ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ:

    “ຄວາມ​ສຳ​ຄັນ​ຂອງ​ການ​ມີ​ຄວາມ​ຮູ້​ສຶກ​ເຖິງ​ຄວາມ​ສັກ​ສິດ​ຄື​ສິ່ງ​ທີ່​ລຽບ​ງ່າຍ​ນີ້—ຖ້າ​ວ່າ​ຄົນ​ໃດ​ຄົນ​ໜຶ່ງ​ບໍ່​ເຫັນ​ຄວາມ​ສຳ​ຄັນ​ຂອງ​ສິ່ງ​ສັກ​ສິດ, ເຂົາ​ກໍ​ຈະ​ສູນ​ເສຍ​ສິ່ງ​ເຫລົ່າ​ນັ້ນ​ໄປ. ຖ້າ​ຂາດ​ຄວາມ​ຮູ້​ສຶກ​ຄາ​ລະ​ວະ​ແລ້ວ, ເຂົາ​ຈະ​ເລີ່ມ​ມີ​ທັດ​ສະ​ນະ​ຄະ​ຕິ​ທີ່​ບໍ່​ເອົາ​ໃຈ​ໃສ່ ແລະ ປະ​ພຶດ​ຕົວ​ບໍ່​ເໝາະ​ສົມ​ຫລາຍ​ຂຶ້ນ. ເຂົາ​ຈະ​ລ່ອງ​ລອຍ​ອອກ​ຈາກ​ທ່າ​ເຮືອ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ ທີ່​ພຣະ​ເຈົ້າ​ສາ​ມາດ​ມອບ​ໃຫ້​ໄດ້. ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ​ຈະ​ລົດ​ລົງ ແລະ ແລ້ວ​ກໍ​ຈະ​ຖືກ​ລືມ​ໄປ. ຫລັງ​ຈາກ​ນັ້ນ, ເຂົາ​ຈະ​ສົນ​ໃຈ​ສະ​ເພາະ​ຄວາມ​ສະ​ດວກ​ສະ​ບາຍ​ຂອງ​ຕົນ​ເອງ ແລະ ການ​ສະ​ໜອງ​ຄວາມ​ຫິວ​ໂຫຍ​ຂອງ​ຕົນ​ທີ່​ຄວບ​ຄຸມ​ບໍ່​ໄດ້. ໃນ​ທີ່​ສຸດ, ເຂົາ​ກໍ​ຈະ​ກຽດ​ຊັງ​ສິ່ງ​ສັກ​ສິດ, ແມ່ນ​ແຕ່​ພຣະ​ເຈົ້າ, ແລະ ແລ້ວ​ເຂົາ​ຈະ​ກຽດ​ຊັງ​ຕົວ​ເອງ​ນຳ​ອີກ.

    “ໃນ​ທາງ​ກົງ​ກັນ​ຂ້າມ, ດ້ວຍ​ຄວາມ​ຮູ້​ສຶກ​ເຖິງ​ຄວາມ​ສັກ​ສິດ, ບຸກ​ຄົນ​ຈະ​ເຕີບ​ໂຕ​ໃນ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ຈິງ. ພຣະ​ວິນ​ຍານ​ສັກ​ສິດ​ກໍ​ຈະ​ກາຍ​ເປັນ​ເພື່ອນ​ຂອງ​ເຂົາ​ສະ​ເໝີ ແລະ ຕະ​ຫລອດ​ໄປ. ເຂົາ​ຈະ​ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ ແລະ ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ກັບ​ສິ່ງ​ສັກ​ສິດ​ຫລາຍ​ຂຶ້ນ​ເລື້ອຍໆ. ພຽງ​ແຕ່​ຄວາມ​ກົງ​ກັນ​ຂ້າມ​ຂອງ​ຄວາມ​ສຽດ​ສີ ແລະ ຄວາມ​ສິ້ນ​ຫວັງ, ຈຸດ​ຈົບ​ຂອງ​ເຂົາ​ກໍ​ຄື​ຊີ​ວິດ​ນິ​ລັນ​ດອນ” (“A Sense of the Sacred” [​ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ວັນ​ທີ 7 ເດືອນ​ພະ​ຈິກ, 2004], speeches.byu.edu).

  41. ເບິ່ງ ກິດ​ຈະ​ການ 17:23; ແອວ​ມາ 30:52–53.

  42. ເບິ່ງ ​ໂຢ​ຮັນ 17:3–5.

  43. ເບິ່ງ ໂມ​ໄຊ​ຢາ 3:5.

  44. ເບິ່ງ ລູ​ກາ 24:1–6; 3 ນີ​ໄຟ 11.

  45. ເບິ່ງ ຟີ​ລິບ​ປອຍ 2:9–11.

  46. ເບິ່ງ 2 ນີ​ໄຟ 25:29.

  47. ເບິ່ງ ອົບ​ພະ​ຍົບ 19:16; ລູ​ກາ 4:32; ໂຢ​ຮັນ 1:12; ໂຣມ 13:1; 1 ນີ​ໄຟ 17:48.

  48. ເບິ່ງ ໂຢ​ຮັນ 3:16.

  49. ເບິ່ງ 2 ນີ​ໄຟ 31:19; ແອວ​ມາ 7:14; 34:18.

  50. ໂຣມ 3:25; ເບິ່ງ 1 ໂຢ​ຮັນ 2:2; 4:10 ນຳ​ອີກ.