ແລະ ເຮົາເວົ້າເຖິງພຣະຄຣິດ
ເຮົາເປັນຜູ້ຕິດຕາມຂອງພຣະເຢຊູຄຣິດ, ແລະ ເຮົາສະແຫວງຫາທີ່ຈະຮັບ ແລະ ແບ່ງປັນຄວາມສະຫວ່າງຂອງພຣະອົງ.
ຄຳນຳ
ໃນຕອນທ້າຍຂອງການມອບໝາຍຢູ່ຕ່າງປະເທດທີ່ຍາວນານ, ພັນລະຍາຂອງຂ້າພະເຈົ້າ, ເລຊາ, ແລະ ຂ້າພະເຈົ້າໄດ້ກ້າວເຂົ້າໄປໃນສະໜາມບິນ ເພື່ອກຽມຂຶ້ນຍົນອີກຄັ້ງ—ຊຶ່ງເປັນຖ້ຽວບິນກາງຄືນ—ເພື່ອກັບບ້ານ. ໃນຂະນະທີ່ພວກເຮົາກຳລັງຢືນຢູ່ກັບຫລາຍໆຄົນທີ່ກ້າວໄປເທື່ອລະກ້າວເປັນແຖວຍາວ, ພວກເຮົາຮູ້ສຶກເຖິງຄວາມກັງວົນທີ່ເພີ່ມຂຶ້ນຂອງເພື່ອນຮ່ວມເດີນທາງທີ່ເປັນຫ່ວງກ່ຽວກັບການຂຶ້ນຍົນ, ການຜ່ານຈຸດກວດໜັງສືຜ່ານແດນ ແລະ ວີຊາ, ແລະ ການຜ່ານການກວດສອບຄວາມປອດໄພ.
ໃນທີ່ສຸດພວກເຮົາໄດ້ໄປຮອດຈຸດເຈົ້າໜ້າທີ່ພາສີ ຜູ້ເບິ່ງຄືບໍ່ໄດ້ຮັບຜົນກະທົບຈາກຄວາມກົດດັນ ແລະ ມີຄວາມວິຕົກກັງວົນໃດໆຢູ່ໃນຫ້ອງນັ້ນ. ນາງເປັນແບບຄືຫຸ່ນຍົນ, ໂດຍບໍ່ສົບຕາກັບໃຜ, ຍື່ນມືມາເອົາເອກະສານຂອງຂ້າພະເຈົ້າ, ຢືນຢັນຮູບຂອງຂ້າພະເຈົ້າ, ເປີດເບິ່ງໜ້າຕ່າງໆ, ແລະ ໃນທີ່ສຸດ ກໍຈ້ຳກາປະທັບໜັງສືຜ່ານແດນຂອງຂ້າພະເຈົ້າຢ່າງແຮງ.
ແລ້ວນາງກໍໄດ້ຍື່ນມືຈັບເອົາເອກະສານຂອງເລຊາ. ໂດຍບໍ່ສະແດງຄວາມຮູ້ສຶກ, ກົ້ມຫົວ ແລະ ຈົດຈໍ່ກັບວຽກງານ, ນາງເປີດເບິ່ງໜ້າຕ່າງໆຢ່າງເປັນລະບົບດ້ວຍສາຍຕາຜູ້ຊ່ຽວຊານ, ຈົດຈໍ່ຢູ່ທີ່ລາຍລະອຽດຂອງເອກະສານຢູ່ທາງໜ້າຂອງນາງ. ພວກເຮົາປະຫລາດໃຈ ນາງຢຸດຢ່າງກະທັນຫັນ, ເງີຍໜ້າຂຶ້ນ, ແລະ ສົບຕາກັບເລຊາ ດ້ວຍສາຍຕາທີ່ຕັ້ງໃຈ ແລະ ອົບອຸ່ນ. ດ້ວຍຮອຍຍິ້ມທີ່ອ່ອນໂຍນ, ນາງໄດ້ຈ້ຳກາປະທັບໜັງສືຜ່ານແດນຢ່າງອ່ອນໂຍນ ແລະ ສົ່ງເອກະສານຄືນໃຫ້ລາວ. ພັນລະຍາຂອງຂ້າພະເຈົ້າກໍໄດ້ຍິ້ມຕອບ, ຮັບເອົາເອກະສານ, ແລະ ເວົ້າອຳລາຢ່າງອົບອຸ່ນ.
“ເກີດຫຍັງຂຶ້ນ?” ຂ້າພະເຈົ້າຖາມຢ່າງບໍ່ໜ້າເຊື່ອ.
ຈາກນັ້ນເລຊາໄດ້ສະແດງສິ່ງທີ່ເຈົ້າໜ້າທີ່ເຫັນໃຫ້ຂ້າພະເຈົ້າເບິ່ງ—ບັດນ້ອຍທີ່ມີຮູບຂອງພຣະຜູ້ຊ່ວຍໃຫ້ລອດ. ບັງເອີນມັນໄດ້ຫລຸດຈາກກະເປົາຂອງເລຊາ ໄປຢູ່ໃນໜັງສືຜ່ານແດນ ໂດຍບໍ່ໄດ້ຕັ້ງໃຈ. ນີ້ຄືສິ່ງທີ່ເຈົ້າໜ້າທີ່ພາສີພົບເຫັນ. ນີ້ແມ່ນສິ່ງທີ່ໄດ້ປ່ຽນແປງນາງທັງໝົດ.
Grace and Truth [ພຣະຄຸນ ແລະ ຄວາມຈິງ], ໂດຍ ຊາຍມັນ ດູວີ, ໄດ້ຮັບອະນຸຍາດຈາກ altusfineart.com, © 2025, ຖືກໃຊ້ໂດຍໄດ້ຮັບອະນຸຍາດ
ຮູບຂອງພຣະຜູ້ຊ່ວຍໃຫ້ລອດນ້ອຍໆນີ້ໄດ້ເຊື່ອມໂຍງຫົວໃຈຂອງຄົນແປກໜ້າສອງຄົນທີ່ບໍ່ເຄີຍຕິດຕໍ່ກັນມາກ່ອນ. ມັນໄດ້ປ່ຽນແປງຄວາມບໍ່ເປັນສ່ວນຕົວໃຫ້ເປັນສ່ວນຕົວ, ໂດຍຈັບພາບຄວາມງາມ, ການອັດສະຈັນ, ແລະ ຄວາມເປັນຈິງຂອງຄວາມສະຫວ່າງຂອງພຣະເຢຊູຄຣິດ. ສຳລັບສ່ວນທີ່ເຫລືອຂອງມື້ນັ້ນ ແລະ ຫລາຍຄັ້ງນັບຈາກນັ້ນມາ, ຂ້າພະເຈົ້າໄດ້ຄິດເຖິງຊ່ວງເວລາທີ່ຫວານຊື່ນ, ລຽບງ່າຍນັ້ນດ້ວຍຄວາມພິສະຫວົງ ແລະ ປິຕິຍິນດີ ໃນຜົນອັນສະຫງ່າລາສີຂອງຄວາມສະຫວ່າງຂອງພຣະຄຣິດ ຕໍ່ລູກໆຂອງພຣະເຈົ້າ.
ເຮົາເວົ້າເຖິງພຣະຄຣິດ
ເຮົາເປັນຜູ້ຕິດຕາມຂອງພຣະເຢຊູຄຣິດ, ແລະ ເຮົາສະແຫວງຫາທີ່ຈະ ຮັບ ແລະ ແບ່ງປັນ ຄວາມສະຫວ່າງຂອງພຣະອົງ. ແຝງຢູ່ໃນຊື່ຂອງສາດສະໜາຈັກແມ່ນເທວະວິທະຍາຂອງເຮົາວ່າ “ພຣະເຢຊູຄຣິດເອງຊົງເປັນຫີນເສົາເອກ.” ຜ່ານທາງສາດສະດາໃນສະໄໝບູຮານ ແລະ ມີຊີວິດຢູ່, ພຣະບິດາເທິງສະຫວັນຂອງເຮົາ ໄດ້ບັນຊາເຮົາວ່າ “ຈົ່ງຟັງທ່ານ!” ແລະ “ມາຫາພຣະຄຣິດ.” “ພວກເຮົາເວົ້າເຖິງພຣະຄຣິດ, ພວກເຮົາປິຕິຍິນດີໃນພຣະຄຣິດ, ພວກເຮົາສັ່ງສອນເລື່ອງພຣະຄຣິດ, [ແລະ] ພວກເຮົາທຳນາຍເຖິງພຣະຄຣິດ.”
ເຮົາ ສິດສອນ ວ່າພຣະເຢຊູຄຣິດເປັນພຣະບຸດຂອງພຣະເຈົ້າ, ແລະ ລະຫວ່າງການປະຕິບັດສາດສະໜາກິດໃນໂລກຂອງພຣະອົງ, ພຣະເຢຊູໄດ້ສິດສອນພຣະກິດຕິຄຸນຂອງພຣະອົງ ແລະ ໄດ້ສະຖາປະນາສາດສະໜາຈັກຂອງພຣະອົງຂຶ້ນ.
ເຮົາ ເປັນພະຍານ ວ່າໃນບັ້ນປາຍພຣະຊົນຊີບຂອງພຣະອົງ, ພຣະເຢຊູໄດ້ຊົດໃຊ້ແທນບາບຂອງເຮົາ ເມື່ອພຣະອົງໄດ້ຮັບທຸກທໍລະມານໃນສວນເຄັດເຊມາເນ, ໄດ້ຖືກຄຶງທີ່ໄມ້ກາງແຂນ, ແລະ ຈາກນັ້ນໄດ້ຟື້ນຄືນພຣະຊົນ.
ເຮົາ ປິຕິຍິນດີ ເພາະວ່າ ຍ້ອນການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາຈຶ່ງສາມາດໄດ້ຮັບການໃຫ້ອະໄພ ແລະ ຖືກເຮັດໃຫ້ສະອາດຈາກບາບຂອງເຮົາ ເມື່ອເຮົາກັບໃຈ. ສິ່ງນີ້ນຳສັນຕິສຸກ ແລະ ຄວາມຫວັງມາໃຫ້ເຮົາ ໃນຂະນະທີ່ເຮັດໃຫ້ເຮົາສາມາດກັບຄືນໄປຫາທີ່ປະທັບຂອງພຣະເຈົ້າ ແລະ ຮັບຄວາມຊື່ນຊົມອັນເຕັມປ່ຽມ.
ເຮົາ ທຳນາຍ ວ່າ ຍ້ອນການຟື້ນຄືນພຣະຊົນຂອງພຣະເຢຊູ, ຄວາມຕາຍຈຶ່ງບໍ່ແມ່ນຈຸດຈົບ ແຕ່ເປັນບາດກ້າວທີ່ສຳຄັນໄປຂ້າງໜ້າ. “ເຮົາທຸກຄົນຈະຟື້ນຄືນຊີວິດຫລັງຈາກເຮົາຕາຍ. ນີ້ໝາຍຄວາມວ່າ ວິນຍານ ແລະ ຮ່າງກາຍຂອງແຕ່ລະຄົນຈະກັບມາລວມກັນອີກຄັ້ງ ແລະ ມີຊີວິດຕະຫລອດໄປ.”
ຈົ່ງມາຫາພຣະຄຣິດ
ບັນດາສາດສະດາທີ່ມີຊີວິດຢູ່ໃນວັນເວລາຂອງ—ຜູ້ຮັບການເປີດເຜີຍຈາກພຣະເຈົ້າເພື່ອສິດສອນ ແລະ ນຳທາງເຮົາ—ກຳລັງເຊື້ອເຊີນເຮົາໃຫ້ມາຫາພຣະຄຣິດຫລາຍຂຶ້ນເລື້ອຍໆ. ພວກເພິ່ນກຳລັງຊ່ວຍໃຫ້ໃຈ, ຫູ, ແລະ ຕາຂອງເຮົາຈົດຈໍ່ຢູ່ທີ່ພຣະອົງຢ່າງເຕັມທີ່ຫລາຍຂຶ້ນ. ເຮົາສາມາດອ້າງເຖິງຫລາຍຕົວຢ່າງຂອງການປັບປ່ຽນ ແລະ ການປັບປຸງ ທີ່ໄດ້ປະກາດໂດຍຝ່າຍປະທານສູງສຸດ ຊຶ່ງຖືກອອກແບບມາ ເພື່ອໃຫ້ເຮົາສຸມໃຈໃສ່ທີ່ພຣະເຢຊູຄຣິດ. ບາງຕົວຢ່າງໄດ້ແກ່:
-
ການຕັດສິນໃຈທີ່ຈະເຊົາໃຊ້ຊື່ “ສາດສະໜາຈັກມໍມອນ” ແລະ ແທນທີ່ດ້ວຍຊື່ທີ່ຖືກຕ້ອງ, ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
-
ມີງານສິລະປະຄຳຂວັນໃໝ່ເຖິງພຣະຄຣິດ ໃຫ້ສະແດງຢູ່ໃນອາຄານປະຊຸມ.
-
ຄຳຂວັນຂອງຍິງໜຸ່ມ ແລະ ກຸ່ມຖານະປະໂລຫິດແຫ່ງອາໂຣນ ແລະ ເພງ ໄດ້ສຸມໃສ່ພຣະເຢຊູຄຣິດ, ເຊັ່ນ “ສານຸສິດຂອງພຣະຄຣິດ” ແລະ “ຫວັງເພິ່ງພຣະຄຣິດ.”
-
ເນັ້ນໜັກຫລາຍຂຶ້ນເຖິງການຊົດໃຊ້ ແລະ ການຟື້ນຄືນພຣະຊົນທີ່ແທ້ຈິງຂອງພຣະເຢຊູຄຣິດ ວ່າເປັນເຫດການທີ່ສະຫງ່າລາສີທີ່ສຸດໃນປະຫວັດສາດ.
-
ການສະເຫລີມສະຫລອງວັນອີດສະເຕີ ວ່າເປັນເທດສະການ ແລະ ບໍ່ແມ່ນວັນພັກເທົ່ານັ້ນ, ໂດຍເນັ້ນໃສ່ພຣະເຢຊູຄຣິດ.
-
ການແນະນຳເຄື່ອງໝາຍໃໝ່ຂອງສາດສະໜາຈັກຂອງພຣະເຢຊູຄຣິດ ແລະ ລັກສະນະສັນຍາລັກຂອງສາດສະໜາຈັກ.
ໃຫ້ເຮົາມາເບິ່ງຜົນກະທົບຂອງສິ່ງເຫລົ່ານີ້ຢ່າງໃກ້ຊິດ. ທຳອິດ, ສັນຍາລັກຂອງສາດສະໜາຈັກ.
ສັນຍາລັກຂອງສາດສະໜາຈັກ
ໃນປີ 2020, ປະທານຣະໂຊ ເອັມ ແນວສັນ ໄດ້ແນະນຳເຄື່ອງໝາຍໃໝ່ສຳລັບສາດສະໜາຈັກ. ສັນຍາລັກນີ້ສະທ້ອນເຖິງຄວາມຈິງທີ່ວ່າ ພຣະຄຣິດເປັນສູນກາງຂອງສາດສະໜາຈັກຂອງພຣະອົງ ແລະ ຄວນເປັນສູນກາງຂອງຊີວິດຂອງເຮົາ. ປະຈຸບັນນີ້ ເຮົາເຫັນສັນຍາລັກທີ່ຄຸ້ນເຄີຍນີ້ ໃນໃບຮັບຮອງເຂົ້າພຣະວິຫານ, ໃນເວັບໄຊ ແລະ ວາລະສານຂອງສາດສະໜາຈັກ, ເປັນເຄື່ອງໝາຍສຳລັບແອັບຫ້ອງສະໝຸດພຣະກິດຕິຄຸນ, ແລະ ແມ່ນແຕ່ຢູ່ເທິງປ້າຍປະຈຳຕົວທະຫານຫລາຍຄົນທີ່ເປັນສະມາຊິກຂອງສາດສະໜາຈັກ ທີ່ກຳລັງຮັບໃຊ້ໃນກອງທັບ. ສັນຍາລັກນີ້ແມ່ນລວມທັງຊື່ຂອງສາດສະໜາຈັກທີ່ບັນຈຸຢູ່ໃນຫີນເສົາເອກ, ເຕືອນໃຈວ່າ ພຣະເຢຊູຄຣິດ ຄື ຫີນເສົາເອກ, ຊຶ່ງສະແດງໃນນີ້ເປັນພາສາກຳປູເຈຍ ແລະ ຖືກໃຊ້ໃນ 145 ພາສາ.
ຈຸດສູນກາງຂອງສັນຍາລັກເປັນຕົວແທນຂອງ ຮູບປັ້ນພຣະຄຣິດ ທີ່ເຮັດດ້ວຍຫີນອ່ອນ, ອັນເປັນທີ່ຮັກຂອງ ເບີເທລ໌ ທໍວາເຊັນ, ຊຶ່ງກ່ຽວຂ້ອງກັບສາດສະໜາຈັກຢ່າງກວ້າງຂວາງ ແລະ ມີຢູ່ທີ່ສູນຕ້ອນຮັບນັກທ່ອງທ່ຽວ ແລະ ໃນບໍລິເວນພຣະວິຫານທົ່ວໂລກ. ຄວາມໂດດເດັ່ນຂອງຮູບປັ້ນໃນສັນຍາລັກຂອງສາດສະໜາຈັກ ແນະນຳວ່າພຣະຄຣິດຄວນເປັນສູນກາງຂອງທຸກສິ່ງທີ່ເຮົາເຮັດ. ເຊັ່ນດຽວກັນ, ພຣະພາຫາທີ່ຢຽດອອກມາຂອງພຣະຜູ້ຊ່ວຍໃຫ້ລອດບົ່ງບອກເຖິງຄຳສັນຍາຂອງພຣະອົງ ທີ່ຈະໂອບກອດທຸກຄົນທີ່ມາຫາພຣະອົງ. ສັນຍາລັກນີ້ເປັນຕົວແທນທີ່ເປັນພາບຂອງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ ແລະ ເປັນສິ່ງເຕືອນໃຈຢູ່ສະເໝີເຖິງພຣະຄຣິດທີ່ຊົງພຣະຊົນ.
ດ້ວຍຄວາມຢາກຮູ້ຢາກເຫັນ, ຂ້າພະເຈົ້າໄດ້ສອບຖາມຫລາຍຄອບຄົວ ແລະ ໝູ່ເພື່ອນກ່ຽວກັບອົງປະກອບທີ່ສຳຄັນຢ່າງໜຶ່ງຂອງສັນຍາລັກຂອງສາດສະໜາຈັກ. ທີ່ໜ້າແປກໃຈຄື, ຫລາຍຄົນບໍ່ຮູ້ເຖິງຄຸນລັກສະນະອັນສັກສິດຂອງຮູບນັ້ນ. ພຣະເຢຊູຄຣິດຢືນ ຢູ່ກ້ອງ ປະຕູໂຂງ. ນີ້ເປັນຕົວແທນຂອງພຣະຜູ້ຊ່ວຍໃຫ້ລອດທີ່ກຳລັງອອກມາຈາກອຸບມຸງ. ເຮົາສະເຫລີມສະຫລອງ ການຟື້ນຄືນພຣະຊົນ, ທີ່ແທ້ຈິງຂອງ ພຣະຄຣິດທີ່ຊົງພຣະຊົນ, ແມ່ນແຕ່ໃນການໃຊ້ສັນຍາລັກຂອງສາດສະໜາຈັກ.
ອີດສະເຕີທີ່ສູງກວ່າ ແລະ ສັກສິດກວ່າ
ບັດນີ້ ໃຫ້ເຮົາມາໄຕ່ຕອງເຖິງຄວາມສຳຄັນຂອງອີດສະເຕີ. ໃນຂ່າວສານຂອງຝ່າຍປະທານສູງສຸດເມື່ອບໍ່ດົນມານີ້, ເຮົາໄດ້ຮັບຄຳທ້າທາຍໃຫ້ “ສະເຫລີມສະຫລອງການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດທີ່ຊົງພຣະຊົນຂອງເຮົາ ໂດຍການສຶກສາຄຳສອນຂອງພຣະອົງ ແລະ ຊ່ວຍສະຖາປະນາປະເພນີອີດສະເຕີ ໃນສັງຄົມຂອງເຮົາໂດຍລວມ, ໂດຍສະເພາະພາຍໃນຄອບຄົວຂອງເຮົາເອງ.” ໂດຍສະຫລຸບ, ເຮົາຖືກສະໜັບສະໜູນໃຫ້ຍ້າຍໄປສູ່ການສະເຫລີມສະຫລອງອີດສະເຕີທີ່ສູງກວ່າ ແລະ ສັກສິດກວ່າ.
ຂ້າພະເຈົ້າມັກການເປີດເຜີຍອັນຕໍ່ເນື່ອງກ່ຽວກັບອີດສະເຕີ ແລະ ມີຄວາມກະຕັນຍູສຳລັບຄວາມພະຍາຍາມຢ່າງຫລວງຫລາຍຂອງທ່ານ ໃນການເຮັດໃຫ້ວັນອີດສະເຕີເປັນໂອກາດສັກສິດ ແລະ ບໍລິສຸດ. ນອກເໜືອຈາກການຈັດກອງປະຊຸມສິນລະລຶກໜຶ່ງຊົ່ວໂມງໃນວັນອີດສະເຕີແລ້ວ, ຕົວຢ່າງອື່ນໆຂອງກິດຈະກຳທີ່ມີຄ່າຄວນ ແມ່ນລວມທັງກອງປະຊຸມໃຫ້ຄຳດົນໃຈຂອງຫວອດ ແລະ ສະເຕກ ແລະ ກິດຈະກຳໃນວັນອາທິດກ້ານຕານ ຕະຫລອດທັງໃນຊ່ວງອາທິດທີ່ສັກສິດ. ການລະນຶກເຫລົ່ານີ້ແມ່ນລວມທັງການເຮັດກິດຈະກຳກັບເດັກນ້ອຍ ແລະ ຊາວໜຸ່ມ ແລະ ມັກຈະລວມກຸ່ມນັກຮ້ອງຈາກສາດສະໜາຕ່າງໆເຂົ້ານຳ. ບາງຄົນໄດ້ຈັດງານເປີດບ້ານ “ພຣະຄຣິດທີ່ຊົງພຣະຊົນ” ສຳລັບສະມາຊິກ ແລະ ໝູ່ເພື່ອນ ແລະ ໄດ້ເຂົ້າຮ່ວມກິດຈະກຳອີດສະເຕີຂອງຊຸມຊົນຮ່ວມກັບຫລາຍນິກາຍ.
ກິດຈະກຳເຊັ່ນນັ້ນສະທ້ອນໃຫ້ເຫັນຝູງຊົນໃນເມືອງເຢຣູຊາເລັມ ທີ່ຮ້ອງປະສານສຽງ ເພື່ອສັນລະເສີນພຣະຜູ້ຊ່ວຍໃຫ້ລອດ ລະຫວ່າງການສະເດັດເຂົ້າໄປຢ່າງມີໄຊຂອງພຣະອົງ. ກໍໜ້າປະທັບໃຈເຊັ່ນດຽວກັນກັບການລາຍງານກ່ຽວກັບການຕອບສະໜອງຕໍ່ຄຳເຊື້ອເຊີນຂອງຝ່າຍປະທານສູງສຸດ ໃນການນະມັດສະການຢູ່ທີ່ບ້ານເປັນຄອບຄົວ ເພື່ອລະນຶກເຖິງວັນພັກທີ່ສຳຄັນທີ່ສຸດນີ້.
ຂ້າພະເຈົ້າເຊື່ອວ່າ ການນະມັດສະການຂອງຄອບຄົວອ້ອມຮອບອີດສະເຕີ ໄດ້ເພີ່ມຂຶ້ນຢ່າງໜ້າອັດສະຈັນ. ສອງປີກ່ອນ, ຂ້າພະເຈົ້າໄດ້ເວົ້າເຖິງຄວາມຕັ້ງໃຈຂອງຄອບຄົວພວກເຮົາ ທີ່ຈະປັບປຸງວິທີທີ່ພວກເຮົາໃຫ້ກຽດແກ່ວັນອີດສະເຕີ. ຍອມຮັບໄດ້ວ່າ, ມັນເປັນວຽກງານທີ່ຍັງບໍ່ສຳເລັດເທື່ອ. ພວກເຮົາມັກຈະເພີດເພີນກັບການກິນອາຫານພິເສດໃນວັນອາທິດອີດສະເຕີ, ກະຕ່າອີດສະເຕີ, ແລະ ການຊອກຫາໄຂ່ອີດສະເຕີ, ແລະ ພວກເຮົາຍັງເຮັດແບບນີ້ຢູ່. ເຖິງຢ່າງໃດກໍຕາມ, ການເພີ່ມມິຕິທາງວິນຍານດ້ວຍເຈດຕະນາທີ່ສຸມໃສ່ພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ ເຂົ້າກັບການສະເຫລີມສະຫລອງຂອງພວກເຮົາ ໄດ້ນຳຄວາມສົມດຸນທີ່ຫວານຊື່ນມາສູ່ການລະນຶກເຖິງເຫດການທີ່ສັກສິດທີ່ສຸດເຫລົ່ານີ້.
ປີນີ້ຈະເປັນປີທີສາມຂອງພວກເຮົາ ໃນຄວາມພະຍາຍາມເຮັດໃຫ້ອີດສະເຕີມີພຣະຄຣິດເປັນສູນກາງ. ເຊັ່ນດຽວກັນກັບສາກເລື່ອງລາວການກຳເນີດໃນຊ່ວງຄຣິດສະມາດ, ການຫລິ້ນລະຄອນວັນອີດສະເຕີຂອງຄອບຄົວພວກເຮົາແມ່ນລວມທັງການແຕ່ງກາຍແບບພື້ນຖານ, ການອ່ານພຣະຄຳພີຈາກພຣະຄຳພີໃໝ່ ແລະ ພຣະຄຳພີມໍມອນ, ດົນຕີ, ຮູບພາບອີດສະເຕີ, ໃບຕານ—ແລະ ຄວາມວຸ່ນວາຍເລັກນ້ອຍ, ຖ້າຂ້າພະເຈົ້າບໍ່ຕົວະ. ລູກໆ ແລະ ຫລານໆກໍອ່ານ ແລະ ທ່ອງຄຳສັນລະເສີນວັນອາທິດກ້ານຕານ “ໂຮຊັນນາ … ຂໍພຣະເຈົ້າອວຍພອນທ່ານຜູ້ທີ່ສະເດັດມາໃນນາມຂອງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເລີນ; ໂຮຊັນນາໃນທີ່ສູງສຸດ” ແລະ “ຄົນນີ້ແມ່ນພຣະເຢຊູ … ຈາກເມືອງນາຊາເຣັດ” ເບິ່ງຄືມີຄວາມກ່ຽວຂ້ອງກັບ “ສັນຕິເທິງໂລກ ແລະ ໄມຕີຕໍ່ມະນຸດ” ຢູ່ໃນຊ່ວງຄຣິດສະມາດ.
ປະຈຸບັນນີ້ ພວກເຮົາເພີດເພີນກັບການຕົກແຕ່ງທີ່ປະສົມປະສານກັນ. ສິ່ງທີ່ເມື່ອກ່ອນເກືອບເປັນພຽງແຕ່ກະຕ່າຍ ແລະ ໄຂ່ອີດສະເຕີເທົ່ານັ້ນ ປະຈຸບັນນີ້ ມີທັງ ຮູບປັ້ນພຣະຄຣິດ ແລະ ຮູບພາບຂອງອຸບມຸງທີ່ວ່າງເປົ່າ, ພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນແລ້ວ ປະກົດຕົວຢູ່ໃນສວນນອກອຸບມຸງ, ແລະ ການປະກົດຕົວຂອງພຣະຜູ້ຊ່ວຍໃຫ້ລອດຕໍ່ຊາວນີໄຟ. ພວກເຮົາກໍຍັງພະຍາຍາມເຮັດໃຫ້ອີດສະເຕີເປັນເທດສະການ ແທນທີ່ເປັນພຽງມື້ດຽວເທົ່ານັ້ນ. ພວກເຮົາພະຍາຍາມຄຸ້ນເຄີຍ, ຮອບຄອບ, ແລະ ສະເຫລີມສະຫລອງວັນອາທິດກ້ານຕານ ແລະ ວັນສຸກທີ່ປະເສີດ ແລະ ເຫດການສັກສິດ ທີ່ໄດ້ເກີດຂຶ້ນລະຫວ່າງອາທິດສັກສິດໃຫ້ຫລາຍຂຶ້ນ.
ອີດສະເຕີຊ່ວຍໃຫ້ເຮົາສາມາດໃຫ້ກຽດແກ່ການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດ ແລະ ການຟື້ນຄືນພຣະຊົນຂອງພຣະອົງຢ່າງແທ້ຈິງ ແລະ ເຕັມດ້ວຍຄວາມຊື່ນຊົມ. ໃຈຂອງເຮົາໜັກອຶ້ງ ເມື່ອເຮົາຈິນຕະນາການເຖິງການຮັບທຸກທໍລະມານຂອງພຣະຜູ້ຊ່ວຍໃຫ້ລອດໃນສວນ ແລະ ທີ່ພູກະໂຫລກຫົວ, ແຕ່ໃຈຂອງເຮົາປິຕິຍິນດີ ເມື່ອເຮົານຶກພາບເຫັນອຸບມຸງທີ່ວ່າງເປົ່າ ແລະ ຄຳສັ່ງຂອງສະຫວັນທີ່ວ່າ, “ພຣະອົງເປັນຄືນມາຈາກຕາຍແລ້ວ!”
ການຟື້ນຄືນພຣະຊົນຢ່າງແທ້ຈິງ
ການຊຸກຍູ້ຂອງຝ່າຍປະທານສູງສຸດເມື່ອບໍ່ດົນມານີ້ ເພື່ອໃຫ້ “ເຝົ້າຄອຍຖ້າວັນອີດສະເຕີ ແລະ ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ—ເປັນຂ່າວສານອັນສະຫງ່າລາສີທີ່ສຸດໃນຂ່າວສານທັງໝົດຂອງມວນມະນຸດ” ເນັ້ນເຖິງຄວາມສຳຄັນຂອງເທດສະການນີ້. ເຖິງແມ່ນນັກເທວະວິທະຍາຄຣິດສະຕຽນຫລາຍຄົນມີຄວາມເອ່ນອ່ຽງວ່າ ການຟື້ນຄືນພຣະຊົນເປັນພຽງການສະແດງອອກທາງປຽບທຽບ ແລະ ເປັນສັນຍາລັກເທົ່ານັ້ນ, ແຕ່ພວກເຮົາຢືນຢັນຄຳສອນຂອງພວກເຮົາວ່າ “ການຟື້ນຄືນພຣະຊົນໝາຍຄວາມວ່າ ທຸກຄົນທີ່ເຄີຍມີຊີວິດຢູ່ຈະຟື້ນຄືນຊີວິດ, ແລະ ການຟື້ນຄືນພຣະຊົນແມ່ນຄວາມຈິງ.” “ດ້ວຍວ່າຄົນທັງປວງໄດ້ຕາຍ, ເພາະກ່ຽວເນື່ອງກັບອາດາມສັນໃດ, ຄົນທັງປວງກໍຈະຖືກບັນດານໃຫ້ມີຊີວິດ ເພາະກ່ຽວເນື່ອງກັບພຣະຄຣິດສັນນັ້ນ.” ພຣະເຢຊູຄຣິດໄດ້ເຮັດໃຫ້ສາຍຮັດແຫ່ງຄວາມຕາຍຂາດອອກສຳລັບຈິດວິນຍານທຸກດວງ.
ເຮົາເຝົ້າພິສະຫວົງ ຕໍ່ຄວາມຮັກພຣະເຢຊູໃຫ້ເຮົາ. ເຮົານ້ອມຮັບເອົາພຣະຄຳຂອງພຣະອົງທີ່ວ່າ “ບໍ່ມີຜູ້ໃດມີຄວາມຮັກໃຫຍ່ກວ່ານີ້ ຄືການທີ່ຜູ້ໜຶ່ງໄດ້ສະລະຊີວິດ ເພື່ອມິດສະຫາຍຂອງຕົນ.”
ຊີ ແອັສ ຫລຸຍສ໌ ໄດ້ກ່າວວ່າ “ການສັ່ງສອນສາດສະໜາຄຣິດສະຕຽນ [ຕໍ່ອັກຄະສາວົກ] ໝາຍເຖິງການປະກາດເຖິງການຟື້ນຄືນພຣະຊົນເປັນຫລັກ. … ການຟື້ນຄືນພຣະຊົນເປັນຫົວຂໍ້ຫລັກໃນຄຳເທດສະໜາຂອງຊາວຄຣິດສະຕຽນທຸກບົດ ທີ່ລາຍງານໃນກິດຈະການ. ການຟື້ນຄືນພຣະຊົນ, ແລະ ຜົນທີ່ຕາມມາຄື, ‘ພຣະກິດຕິຄຸນ’ ຫລື ຂ່າວດີທີ່ຊາວຄຣິດສະຕຽນນຳມາໃຫ້.”
ຂ້າພະເຈົ້າຂໍປະກາດວ່າ “ມີການຟື້ນຄືນພຣະຊົນ, … ຫລຸມຝັງສົບຈຶ່ງບໍ່ມີໄຊຊະນະ, ແລະ ຄວາມເຈັບປວດແຫ່ງຄວາມຕາຍຈະຖືກກືນເຂົ້າໄປໃນພຣະຄຣິດ.”
ສະຫລຸບ ແລະ ປະຈັກພະຍານ
ໃນທ້າຍນີ້, ຂ້າພະເຈົ້າເປັນພະຍານວ່າ ທຸກຄົນທີ່ຮັບເອົາຄຳເຊື້ອເຊີນຈາກສາດສະດາທີ່ມີຊີວິດຢູ່ຂອງເຮົາ ແລະ ທີ່ປຶກສາຂອງເພິ່ນ ເພື່ອລະນຶກເຖິງເຫດການສັກສິດດ້ວຍຄວາມຕັ້ງໃຈຫລາຍຂຶ້ນ ຈະເຫັນວ່າຄວາມຜູກພັນຂອງເຂົາເຈົ້າກັບພຣະເຢຊູຄຣິດເຕີບໂຕ ແລະ ເຂັ້ມແຂງຫລາຍຂຶ້ນ.
ບໍ່ເທົ່າໃດມື້ຜ່ານມານີ້, ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບແມ່ຕູ້ຄົນໜຶ່ງທີ່ເລົ່າເລື່ອງອີດສະເຕີໃຫ້ຫລານຊາຍອາຍຸສີ່ປີຂອງລາວຟັງ ໂດຍການໃຊ້ຮູບແບບອຸບມຸງຈຳລອງທີ່ງ່າຍໆ, ກ້ອນຫີນທີ່ປົກປາກອຸບມຸງ, ພຣະເຢຊູ, ນາງມາຣີ, ສານຸສິດ, ແລະ ທູດສະຫວັນ. ທ້າວນ້ອຍໄດ້ເບິ່ງ ແລະ ຟັງຢ່າງຕັ້ງໃຈ ຂະນະທີ່ແມ່ຕູ້ຂອງລາວເລົ່າເລື່ອງການຝັງພຣະສົບ, ການປິດ ແລະ ເປີດປາກອຸບມຸງ, ແລະ ຮູບພາບຂອງສວນແຫ່ງການຟື້ນຄືນພຣະຊົນ. ຕໍ່ມາລາວໄດ້ເລົ່າເລື່ອງນັ້ນຄືນຢ່າງລະມັດລະວັງ ໂດຍລະອຽດຢ່າງໜ້າປະຫລາດໃຫ້ພໍ່ແມ່ຂອງລາວຟັງ ຂະນະທີ່ລາວເຄື່ອນຍ້າຍວັດຖຸໄປມາດ້ວຍຕົວລາວເອງ. ຫລັງຈາກຊ່ວງເວລາອັນແສນຫວານຂອງລາວ, ລາວໄດ້ຖືກຖາມວ່າ ເປັນຫຍັງເຮົາຈຶ່ງມີວັນອີດສະເຕີ. ທ້າວນ້ອຍໄດ້ເງີຍໜ້າຂຶ້ນ ແລະ ດ້ວຍເຫດຜົນຂອງເດັກວ່າ, “ເພາະພຣະອົງຊົງພຣະຊົນ.”
ຂ້າພະເຈົ້າຂໍເພີ່ມປະຈັກພະຍານຂອງຂ້າພະເຈົ້າໃສ່ກັບຂອງລາວ—ແລະ ຂອງທ່ານ, ແລະ ຂອງທູດສະຫວັນ ແລະ ຂອງບັນດາສາດສະດາ—ວ່າພຣະອົງໄດ້ຟື້ນຄືນພຣະຊົນແລ້ວ ແລະ ວ່າພຣະອົງຊົງພຣະຊົນຢູ່, ຂ້າພະເຈົ້າເປັນພະຍານເຖິງສິ່ງເຫລົ່ານີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.