“ໄພພິບັດຕ່າງໆໃນປະເທດເອຢິບ,” ເລື່ອງພຣະຄຳພີເດີມ (2022)
“ໄພພິບັດຕ່າງໆໃນປະເທດເອຢິບ,” ເລື່ອງພຣະຄຳພີເດີມ
ອົບພະຍົບ 4–5; 7–12
ໄພພິບັດຕ່າງໆໃນປະເທດເອຢິບ
ການເລືອກຂອງຟາໂຣຕໍ່ຕ້ານພຣະຜູ້ເປັນເຈົ້າ
ໂມເຊໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ໄດ້ກັບຄືນໄປປະເທດເອຢິບ. ໂມເຊ ແລະ ອາໂຣນອ້າຍຂອງເພິ່ນໄດ້ໄປຫາຟາໂຣ ແລະ ໄດ້ຂໍຮ້ອງໃຫ້ເພິ່ນປ່ອຍຊາວອິດສະຣາເອນໃຫ້ເປັນອິດສະລະ ແລະ ໜີໄປຈາກປະເທດເອຢິບ. ຟາໂຣໄດ້ໃຈຮ້າຍ ແລະ ປະຕິເສດ. ເພິ່ນໄດ້ບັງຄັບໃຫ້ຊາວອິດສະຣາເອນເຮັດວຽກໜັກຫລາຍຂຶ້ນ.
ອົບພະຍົບ 4:10–16; 5:1–18
ເພາະວ່າຟາໂຣບໍ່ໄດ້ຮັບຟັງພຣະຜູ້ເປັນເຈົ້າ, ຊາວເອຢິບຈຶ່ງຖືກສາບແຊ່ງດ້ວຍໄພພິບັດຢ່າງຮ້າຍແຮງ. ທຳອິດ, ແມ່ນ້ຳທຸກສາຍໃນເອຢິບໄດ້ກາຍເປັນເລືອດ. ໂມເຊໄດ້ຂໍຮ້ອງຟາໂຣອີກວ່າ ໃຫ້ປ່ອຍຊາວອິດສະຣາເອນໄປ, ແຕ່ຟາໂຣກໍເວົ້າວ່າບໍ່.
ອົບພະຍົບ 7:14–25
ຕໍ່ຈາກນັ້ນ, ພຣະຜູ້ເປັນໄດ້ສົ່ງຝູງກົບມາຍັງປະເທດເອຢິບ. ມັນໄດ້ຢູ່ທົ່ວທຸກບ່ອນ. ຟາໂຣໄດ້ເວົ້າວ່າ ເພິ່ນຈະປ່ອຍຊາວອິດສະຣາເອນໄປ ຖ້າຫາກຝູງກົບໜີໄປ. ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຝູງກົບໜີໄປ, ແຕ່ຟາໂຣບໍ່ໄດ້ປ່ອຍຊາວອິດສະຣາເອນໄປ. ແລ້ວພຣະຜູ້ເປັນເຈົ້າໄດ້ສົ່ງຝູງຮີ້ນ ແລະ ຝູງເຫລືອກມາ.
ອົບພະຍົບ 8:1–32
ຕໍ່ຈາກນັ້ນ, ສັດຂອງຊາວເອຢິບກໍໄດ້ຕາຍໝົດ, ແຕ່ສັດຂອງຊາວອິດສະຣາເອນບໍ່ໄດ້ຕາຍຈັກໂຕ. ແລ້ວຊາວເອຢິບເກີດຕຸ່ມຝີຕາມຕົນຕົວຂອງພວກເຂົາ.
ອົບພະຍົບ 9:3–12
ພະຍຸຮ້າຍພ້ອມດ້ວຍໝາກເຫັບ ແລະ ໄຟກໍໄດ້ມາສູ່ປະເທດເອຢິບນຳອີກ. ສິ່ງນີ້ໄດ້ກໍ່ໃຫ້ເກີດການທຳລາຍທີ່ຮ້າຍແຮງ.
ອົບພະຍົບ 9:22–35
ຟາໂຣຍັງບໍ່ຍອມປ່ອຍຊາວອິດສະຣາເອນໄປ. ແລ້ວພຣະຜູ້ເປັນເຈົ້າໄດ້ສົ່ງຝູງຕັກກະແຕນມາ, ແລະ ມັນໄດ້ກິນອາຫານຂອງຜູ້ຄົນຈົນໝົດກ້ຽງ.
ອົບພະຍົບ 10:12–20
ແລ້ວກໍມີຄວາມມືດເປັນເວລາສາມວັນ. ໃນລະຫວ່າງໄພພິບັດຢ່າງຫລວງຫລາຍນັ້ນ, ຟາໂຣໄດ້ສັນຍາວ່າຈະປ່ອຍຊາວອິດສະຣາເອນໄປ ຖ້າຫາກໄພພິບັດຈະຢຸດຕິ, ແຕ່ເພິ່ນໄດ້ເວົ້າຕົວະທຸກໆເທື່ອ.
ອົບພະຍົບ 10:21–23, 27
ຫລັງຈາກໄພພິບັດທີ່ແຕກຕ່າງທັງເກົ້າຢ່າງ, ຟາໂຣກໍບໍ່ໄດ້ປ່ອຍຊາວອິດສະຣາເອນໄປ. ພຣະຜູ້ເປັນເຈົ້າໄດ້ບອກໂມເຊວ່າ ໄພພິບັດທີ່ຮ້າຍແຮງອີກຢ່າງໜຶ່ງຈະເກີດຂຶ້ນ. ພຣະຜູ້ເປັນເຈົ້າໄດ້ນຳພາ ແລະ ປົກປ້ອງຊາວອິດສະຣາເອນຂະນະທີ່ພວກເຂົາໄດ້ລໍຖ້າອິດສະລະພາບຂອງພວກເຂົາ.
ອົບພະຍົບ 11:4–7; 12:1–13