“ລາຊີນີເອສະເທີ,” ເລື່ອງພຣະຄຳພີເດີມ (2022)
“ລາຊີນີເອສະເທີ,” ເລື່ອງພຣະຄຳພີເດີມ
ເອສະເທີ 2–5; 7–9
ລາຊີນີເອສະເທີ
ກ້າຫານໃນຊ່ວງເວລາທີ່ອັນຕະລາຍ
ຊາວອິດສະຣາເອນບາງຄົນຖືກເອີ້ນວ່າຊາວຢິວ. ນາງເອສະເທີເປັນຄົນຢິວທີ່ອາໄສຢູ່ໃນເປີເຊຍ. ພໍ່ແມ່ຂອງນາງເສຍຊີວິດແລ້ວ, ສະນັ້ນພີ່ນ້ອງຂອງນາງ ຊື່ມໍເດໄກ ຈຶ່ງໄດ້ເອົານາງມາລ້ຽງ. ນາງຖືກເຊື້ອເຊີນໄປທີ່ວັງຂອງກະສັດກັບຍິງສາວຄົນອື່ນໆໃນອານາຈັກ. ກະສັດຢາກໄດ້ລາຊີນີຄົນໃໝ່, ແລະ ເພິ່ນໄດ້ເລືອກເອົານາງເອສະເທີ.
ເອສະເທີ 2:2–7, 16–17
ກະສັດມີຄົນຮັບໃຊ້ ຊື່ຮາມານ ຜູ້ທີ່ຖືກເລື່ອນຊັ້ນໃຫ້ມີອຳນາດຫລາຍ. ຮາມານໄດ້ຊ່ວຍກະສັດປົກຄອງແຜ່ນດິນ. ກະສັດໄດ້ສັ່ງໃຫ້ທຸກຄົນກົ້ມຂາບຮາມານ.
ເອສະເທີ 3:1–2
ແຕ່ມໍເດໄກບໍ່ຍອມກົ້ມຂາບຮາມານ. ມໍເດໄກຈະກົ້ມຂາບພຽງແຕ່ພຣະຜູ້ເປັນເຈົ້າເທົ່ານັ້ນ. ສິ່ງນີ້ເຮັດໃຫ້ຮາມານໃຈຮ້າຍ. ລາວຢາກລົງໂທດມໍເດໄກ ແລະ ຊາວຢິວທຸກຄົນ.
ອົບພະຍົບ 20:5; ເອສະເທີ 3:5–6, 8
ຮາມານໄດ້ບອກກະສັດວ່າ ຊາວຢິວບໍ່ໄດ້ເຮັດຕາມກົດໝາຍຂອງກະສັດ. ສະນັ້ນ ກະສັດຈຶ່ງປ່ອຍໃຫ້ຮາມານຕັ້ງກົດໝາຍໃໝ່ຂຶ້ນ: ໃນວັນທີ່ກຳນົດໄວ້, ຊາວຢິວທຸກຄົນຈະຖືກຂ້າ.
ເອສະເທີ 3:8–11, 13
ມໍເດໄກໄດ້ຂໍໃຫ້ນາງເອສະເທີເວົ້າລົມກັບກະສັດ. ກະສັດສາມາດປ່ຽນກົດໝາຍຂອງຮາມານໄດ້ ແລະ ຊ່ວຍຊີວິດຂອງຊາວຢິວໄວ້. ແຕ່ນາງເອສະເທີກໍຢ້ານກົວ. ບາງເທື່ອກະສັດກໍໄດ້ຂ້າຜູ້ຄົນທີ່ໄດ້ມາເວົ້າລົມກັບເພິ່ນໂດຍບໍ່ໄດ້ຮັບການເຊື້ອເຊີນ.
ເອສະເທີ 4:5–11
ມໍເດໄກໄດ້ຂໍໃຫ້ນາງເອສະເທີຄິດກ່ຽວກັບຊາວຢິວທີ່ຈະຖືກຂ້າຕາຍ. ມໍເດໄກໄດ້ກ່າວວ່າ ພຣະຜູ້ເປັນເຈົ້າອາດໄດ້ວາງນາງເອສະເທີໄວ້ໃນວັງຂອງກະສັດເພື່ອຊ່ວຍຊີວິດຂອງຊາວຢິວ.
ເອສະເທີ 4:13–14
ນາງເອສະເທີຮູ້ວ່ານາງຕ້ອງເວົ້າລົມກັບກະສັດ, ແມ່ນແຕ່ຖ້ານັ້ນໝາຍຄວາມວ່າ ນາງຈະຖືກຂ້າຕາຍກໍຕາມ. ນາງເອສະເທີໄດ້ຂໍໃຫ້ຊາວຢິວ ແລະ ຄົນຮັບໃຊ້ຂອງນາງທຸກຄົນຖືສິນອົດເຂົ້າຮ່ວມກັບນາງ.
ເອສະເທີ 4:15–16
ຫລັງຈາກໄດ້ຖືສິນອົດເຂົ້າສາມມື້ແລ້ວ, ນາງເອສະເທີກໍໄດ້ກະກຽມຕົວນາງເອງ ແລະ ໄດ້ເຂົ້າເຝົ້າກະສັດ.
ເອສະເທີ 5:1
ເມື່ອນາງໄດ້ເຂົ້າໄປໃກ້ກະສັດ, ເພິ່ນໄດ້ເດ່ໄມ້ຄ້ອນເທົ້າຂອງເພິ່ນອອກໄປ. ນີ້ໝາຍຄວາມວ່າກະສັດດີໃຈທີ່ໄດ້ເຫັນນາງ ແລະ ຈະບໍ່ຂ້ານາງ. ເພິ່ນໄດ້ຖາມວ່ານາງຕ້ອງການຫຍັງ. ນາງເອສະເທີໄດ້ບອກກະສັດວ່າ ຜູ້ຄົນຂອງນາງຕົກຢູ່ໃນຂັ້ນອັນຕະລາຍ. ເປັນເພາະກົດໝາຍຂອງຮາມານ, ນາງ ແລະ ຊາວຢິວທຸກຄົນຢູ່ໃນອານາຈັກຈະຖືກຂ້າຕາຍ.
ເອສະເທີ 5:2–3; 7:4–6
ກະສັດໃຈຮ້າຍໃຫ້ຮາມານ ແລະ ໄດ້ສັ່ງໃຫ້ຂ້າລາວເສຍ. ກະສັດໄດ້ຕັ້ງກົດໝາຍໃໝ່ຂຶ້ນທີ່ປົກປ້ອງຊາວຢິວ. ບັດນີ້ເຂົາເຈົ້າຖືກອະນຸຍາດໃຫ້ປ້ອງກັນຕົວເຂົາເຈົ້າເອງ ຖ້າຫາກຄົນໃດພະຍາຍາມຈະທຳຮ້າຍເຂົາເຈົ້າ.
ເອສະເທີ 7:9–10; 8:10–11
ສັດທາຂອງນາງເອສະເທີໃນພຣະຜູ້ເປັນເຈົ້າ ແລະ ຄວາມກ້າຫານຂອງນາງທີ່ຈະເວົ້າລົມກັບກະສັດ ໄດ້ຊ່ວຍຊີວິດຂອງຜູ້ຄົນຂອງນາງເອົາໄວ້. ແທນທີ່ຈະຕາຍ ແລະ ໂສກເສົ້າ, ແຕ່ໄດ້ມີການກິນລ້ຽງແທນ. ຊາວຢິວໄດ້ສະເຫລີມສະຫລອງ.
ເອສະເທີ 8:16–17; 9:18–32