“ໂມເຊຢູ່ເທິງພູຊີນາຍ,” ເລື່ອງພຣະຄຳພີເດີມ (2022)
“ໂມເຊຢູ່ເທິງພູຊີນາຍ,” ເລື່ອງພຣະຄຳພີເດີມ
ອົບພະຍົບ 19–20; 24; 31–34; ພຣະບັນຍັດສອງ 4–7
ໂມເຊຢູ່ເທິງພູຊີນາຍ
ການຊ່ວຍຜູ້ຄົນໃຫ້ລະນຶກເຖິງພຣະຜູ້ເປັນເຈົ້າ
ໂມເຊ ແລະ ຊາວອິດສະຣາເອນໄດ້ເດີນທາງຜ່ານຖິ່ນແຫ້ງແລ້ງກັນດານ. ພວກເຂົາໄດ້ມາເຖິງພູເຂົາໜ່ວຍໜຶ່ງທີ່ເອີ້ນວ່າ ພູຊີນາຍ.
ອົບພະຍົບ 19:1
ໂມເຊໄດ້ຂຶ້ນໄປເທິງພູ ເພື່ອເວົ້າລົມກັບພຣະຜູ້ເປັນເຈົ້າ. ພຣະຜູ້ເປັນເຈົ້າໄດ້ບອກໂມເຊວ່າ ພຣະອົງຢາກກ່າວກັບຊາວອິດສະຣາເອນໜ້າຕໍ່ໜ້າ.
ອົບພະຍົບ 19:3, 9–11
ຊາວອິດສະຣາເອນໄດ້ມາທີ່ຕີນພູຊີນາຍ, ແລະ ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ເມກປົກຄຸມພູເຂົາ. ພຣະຜູ້ເປັນເຈົ້າໄດ້ຢູ່ໃນເມກ. ພຣະອົງໄດ້ກ່າວກັບຊາວອິດສະຣາເອນ ແລະ ມອບພຣະບັນຍັດໃຫ້ພວກເຂົາ. ພູເຂົາໄດ້ສັ່ນສະເທືອນຂະນະທີ່ພຣະອົງກ່າວ.
ອົບພະຍົບ 19:16–19; 20:1–17; ພຣະບັນຍັດສອງ 4:12–13, 33; 5:4–5
ຊາວອິດສະຣາເອນຢ້ານກົວ. ພວກເຂົາຂໍໃຫ້ໂມເຊເວົ້າລົມກັບພຣະຜູ້ເປັນເຈົ້າ ເພື່ອວ່າໂມເຊຈະໄດ້ບອກພວກເຂົາເຖິງສິ່ງທີ່ພຣະຜູ້ເປັນເຈົ້າປະສົງ.
ອົບພະຍົບ 20:18–19
ໂມເຊໄດ້ພາອາໂຣນ ແລະ ບັນດາຫົວໜ້າຈຳນວນ 70 ຄົນ ຂຶ້ນໄປເທິງພູ ເພື່ອຮັບເອົາຄຳສອນຂອງພຣະຜູ້ເປັນເຈົ້າ. ພຣະຜູ້ເປັນເຈົ້າໄດ້ປະກົດຕົວຕໍ່ພວກເຂົາ.
ອົບພະຍົບ 24:1, 9–11
ແລ້ວພຣະຜູ້ເປັນເຈົ້າໄດ້ບອກໂມເຊໃຫ້ປະບັນດາຫົວໜ້າໄວ້ ແລະ ຂຶ້ນໄປເທິງພູບ່ອນສູງກວ່ານັ້ນ. ໂມເຊໄດ້ເຊື່ອຟັງ. ພຣະຜູ້ເປັນເຈົ້າໄດ້ໃຊ້ພຣະຫັດຂອງພຣະອົງຂຽນກົດ ແລະ ພຣະບັນຍັດຂອງພຣະອົງໄວ້ໃນແຜ່ນຫີນ. ເປັນເວລາ 40 ວັນ, ພຣະຜູ້ເປັນເຈົ້າໄດ້ສິດສອນໂມເຊຫລາຍສິ່ງຫລາຍຢ່າງ.
ອົບພະຍົບ 24:12–18; 31:18
ຂະນະທີ່ໂມເຊຢູ່ເທິງພູຊີນາຍ, ປະຊາຊົນອິດສະຣາເອນໄດ້ເມື່ອຍລໍຖ້າເພິ່ນ. ພວກເຂົາໄດ້ບອກໃຫ້ອາໂຣນເຮັດຮູບປັ້ນໃຫ້ພວກເຂົາເພື່ອນະມັດສະການ ດັ່ງທີ່ພວກເຂົາເຄີຍມີໃນປະເທດເອຢິບ. ອາໂຣນໄດ້ຮວບຮວມຄຳທັງໝົດຂອງພວກເຂົາ ແລະ ໄດ້ເຮັດຮູບປັ້ນເປັນໂຕງົວ.
ອົບພະຍົບ 32:1–4
ຊາວອິດສະຣາເອນໄດ້ນະມັດສະການງົວຄຳ ແລະ ຖວາຍເຄື່ອງບູຊາ. ພວກເຂົາເວົ້າວ່າ ງົວຄຳ, ບໍ່ແມ່ນພຣະຜູ້ເປັນເຈົ້າ, ທີ່ປົດປ່ອຍພວກເຂົາຈາກປະເທດເອຢິບ.
ອົບພະຍົບ 32:4–6, 21–24
ພຣະຜູ້ເປັນເຈົ້າຮູ້ວ່າ ຊາວອິດສະຣາເອນກຳລັງນະມັດສະການຮູບປັ້ນ ແລະ ລືມພຣະອົງແລ້ວ. ພຣະອົງໄດ້ບັນຊາໂມເຊໃຫ້ກັບໄປ ແລະ ບອກຜູ້ຄົນໃຫ້ກັບໃຈ.
ອົບພະຍົບ 32:7–10
ໂມເຊໄດ້ລົງມາຈາກພູຊີນາຍ ແລະ ເຫັນຊາວອິດສະຣາເອນກຳລັງນະມັດສະການງົວຄຳ. ເພິ່ນໂກດຮ້າຍຢ່າງໜັກ. ຜູ້ຄົນຍັງບໍ່ພ້ອມທີ່ຈະເຊື່ອຟັງກົດ ແລະ ພຣະບັນຍັດທີ່ພຣະຜູ້ເປັນເຈົ້າໄດ້ຂຽນ. ໂມເຊໄດ້ໂຍນແຜ່ນຫີນລົງ ແລະ ທຳລາຍງົວຄຳ. ເພິ່ນໄດ້ຊ່ວຍຊາວອິດສະຣາເອນໃຫ້ກັບໃຈ ແລະ ລະນຶກເຖິງພຣະເຈົ້າທີ່ແທ້ຈິງຂອງພວກເຂົາ.
ອົບພະຍົບ 32:15–20, 25–29
ໂມເຊໄດ້ຂໍໃຫ້ພຣະຜູ້ເປັນເຈົ້າອະໄພໃຫ້ຊາວອິດສະຣາເອນ ແລະ ເຮັດຄຳສັນຍາກັບພວກເຂົາອີກຄັ້ງ. ໂມເຊໄດ້ສັນຍາທີ່ຈະນຳພາ ແລະ ສິດສອນພວກເຂົາ.
ອົບພະຍົບ 32:30–34
ພຣະຜູ້ເປັນເຈົ້າໄດ້ຂໍໃຫ້ໂມເຊເຮັດແຜ່ນຫີນໃໝ່ອີກ ແລະ ເອົາມັນກັບຂຶ້ນໄປເທິງພູຊີນາຍ. ພຣະຜູ້ເປັນເຈົ້າໄດ້ເຮັດຄຳສັນຍາໃໝ່ກັບຊາວອິດສະຣາເອນ ແລະ ມອບພຣະບັນຍັດສິບປະການຂອງພຣະອົງໃຫ້ພວກເຂົາ.
ອົບພະຍົບ 20:2–17; 34:1–17, 28; ພຣະບັນຍັດສອງ 6:24–25; 7:12–13