“ດານີເອນ ແລະ ໝູ່ຂອງລາວ,” ເລື່ອງພຣະຄຳພີເດີມ (2022)
“ດານີເອນ ແລະ ໝູ່ຂອງລາວ,” ເລື່ອງພຣະຄຳພີເດີມ
ດານີເອນ 1
ດານີເອນ ແລະ ໝູ່ຂອງລາວ
ປະຕິເສດການກິນອາຫານຂອງກະສັດ
ອານາຈັກບາບີໂລນໄດ້ໄຊຊະນະເຢຣູຊາເລັມ. ພວກເຂົາໄດ້ນຳເອົາຊາຍໜຸ່ມທີ່ສະຫລຽວສະຫລາດ ແລະ ແຂງແຮງທີ່ສຸດໄປຈາກຄອບຄົວຂອງເຂົາເຈົ້າໃນເມືອງເຢຣູຊາເລັມ ແລະ ນຳເອົາເຂົາເຈົ້າກັບໄປທີ່ບາບີໂລນເພື່ອຮັບໃຊ້ກະສັດ.
ດານີເອນ 1:1–4
ດານີເອນ ແລະ ໝູ່ຂອງລາວເປັນໜຶ່ງໃນຈຳນວນຊາຍໜຸ່ມເຫລົ່ານີ້. ເຂົາເຈົ້າຖືກເລືອກໃຫ້ຮັບໃຊ້ໃນຣາຊສຳນັກຂອງກະສັດ ແລະ ກາຍເປັນໂຫລາຈານຂອງກະສັດ.
ດານີເອນ 1:4–6
ກະສັດໄດ້ໃຫ້ອາຫານ ແລະ ເຫລົ້າອະງຸ່ນກັບດານີເອນ ແລະ ໝູ່ຂອງລາວ. ແຕ່ວ່າເຂົາເຈົ້າບໍ່ຍອມກິນອາຫານ ແລະ ດື່ມເຫລົ້າອະງຸ່ນຂອງກະສັດ. ມັນເປັນການເຮັດຜິດຕໍ່ພຣະບັນຍັດຂອງພຣະເຈົ້າ.
ດານີເອນ 1:5–8
ສິ່ງນີ້ເຮັດໃຫ້ຄົນຮັບໃຊ້ຂອງກະສັດຢ້ານກົວຫລາຍ. ລາວເປັນຄົນເບິ່ງແຍງດານີເອນ ແລະ ໝູ່ຂອງລາວ, ແລະ ລາວຄິດວ່າຖ້າເຂົາເຈົ້າປະຕິເສດອາຫານຂອງກະສັດ, ເຂົາເຈົ້າອາດຈະອ່ອນແອກວ່າຊາຍໜຸ່ມຄົນອື່ນໆ. ແລ້ວກະສັດອາດຈະໃຈຮ້າຍ ແລະ ຂ້າຄົນຮັບໃຊ້ກໍເປັນໄດ້.
ດານີເອນ 1:9–10
ແຕ່ວ່າດານີເອນໄວ້ວາງໃຈໃນພຣະເຈົ້າ ແລະ ຢາກເຊື່ອຟັງພຣະບັນຍັດຂອງພຣະອົງ. ດານີເອນໄດ້ຂໍໃຫ້ຄົນຮັບໃຊ້ເອົາແຕ່ນໍ້າລ້າໆກັບຜັກມາໃຫ້ເຂົາເຈົ້າກິນເປັນເວລາ 10 ວັນ ແລະ ແລ້ວໃຫ້ທຽບສຸຂະພາບຂອງເຂົາເຈົ້າໃສ່ກັບຊາຍໜຸ່ມຄົນອື່ນໆ. ຄົນຮັບໃຊ້ໄດ້ຕົກລົງ.
ດານີເອນ 1:11–14
ຫລັງຈາກ 10 ວັນ, ດານີເອນ ແລະ ໝູ່ຂອງລາວໄດ້ມີສຸຂະພາບແຂງແຮງກວ່າຊາຍໜຸ່ມຄົນອື່ນໆທຸກຄົນ. ດານີເອນ ແລະ ໝູ່ຂອງລາວໄດ້ເຮັດຕາມພຣະບັນຍັດຂອງພຣະເຈົ້າ, ແລະ ພຣະເຈົ້າໄດ້ເຮັດໃຫ້ເຂົາເຈົ້າສະຫລຽວສະຫລາດທີ່ສຸດໃນຣາຊສຳນັກຂອງກະສັດ.
ດານີເອນ 1:15–20