“ໂຢບ,” ເລື່ອງພຣະຄໍາພີເດີມ (2021)
“ໂຢບ,” ເລື່ອງພຣະຄໍາພີເດີມ
ໂຢບ 1–3; 19; 38–42
ໂຢບ
ການໄວ້ວາງໃຈໃນຄວາມຮັກຂອງພຣະຜູ້ເປັນເຈົ້າ
ໂຢບເປັນຄົນດີທີ່ຮັກພຣະຜູ້ເປັນເຈົ້າ ແລະ ຮັກສາພຣະບັນຍັດຂອງພຣະອົງ. ໂຢບ ແລະ ເມຍຂອງເພິ່ນມີລູກ 10 ຄົນ, ແລະ ເພິ່ນມີຝູງສັດ ແລະ ມີຊັບສົມບັດຢ່າງຫລວງຫລາຍ.
ໂຢບ 1:1–5
ພຣະຜູ້ເປັນເຈົ້າໄດ້ອະນຸຍາດໃຫ້ສັດທາຂອງໂຢບຖືກທົດສອບ. ໂຢບໄດ້ປະເຊີນກັບຄວາມຍາກລໍາບາກ.
ໂຢບ 1:6–12
ມື້ໜຶ່ງ ສັດຫລາຍໂຕຂອງໂຢບໄດ້ຖືກລັກ. ຕໍ່ມາ ໄຟກໍໄໝ້ຊັບສິນຂອງໂຢບທັງໝົດ ແລະ ໄດ້ຂ້າຄົນຮັບໃຊ້ທັງໝົດຂອງເພິ່ນ ແລະ ສັດອື່ນໆດ້ວຍ. ຈາກນັ້ນ ພະຍຸກໍພັດຖະລົ່ມເຮືອນຂອງລູກຊາຍຂອງໂຢບ. ລູກໆຂອງໂຢບຢູ່ໃນເຮືອນ, ແລະ ພວກເຂົາໄດ້ຕາຍໝົດທຸກຄົນ. ໂຢບ ແລະ ເມຍຂອງເພິ່ນບໍ່ມີຫຍັງເຫລືອເລີຍ ນອກຈາກສຸຂະພາບຂອງພວກເພິ່ນ.
ໂຢບ 1:13–19
ໂຢບ ແລະ ເມຍຂອງເພິ່ນເສຍໃຈຫລາຍ. ພວກເພິ່ນໄດ້ສູນເສຍທຸກຢ່າງ, ແມ່ນແຕ່ລູກໆຂອງພວກເພິ່ນ. ແຕ່ໂຢບຍັງມີສັດທາໃນພຣະຜູ້ເປັນເຈົ້າ. ເພິ່ນບໍ່ໄດ້ໂທດພຣະຜູ້ເປັນເຈົ້າສໍາລັບສິ່ງທີ່ໄດ້ເກີດຂຶ້ນ.
ໂຢບ 1:20–22
ແລ້ວໂຢບໄດ້ລົ້ມປ່ວຍໜັກ. ບາດແຜທີ່ເຈັບປວດໄດ້ປົກຄຸມທົ່ວຮ່າງກາຍຂອງເພິ່ນ. ໂຢບ ແລະ ເມຍຂອງເພິ່ນສົງໄສວ່າ ເປັນຫຍັງເລື່ອງຮ້າຍໆເຫລົ່ານີ້ຈຶ່ງເກີດຂຶ້ນ.
ໂຢບ 2:7–9; 3:1–11
ພຣະຜູ້ເປັນເຈົ້າໄດ້ກ່າວກັບໂຢບ ແລະ ສະແດງໃຫ້ເພິ່ນເຫັນແຜ່ນດິນໂລກ, ໝູ່ດວງດາວ, ແລະ ສິ່ງທີ່ມີຊີວິດທັງໝົດ. ພຣະຜູ້ເປັນເຈົ້າໄດ້ສິດສອນບົດຮຽນທີ່ສໍາຄັນໃຫ້ແກ່ໂຢບ. ທຸກສິ່ງໄດ້ຖືກສ້າງຂຶ້ນເພື່ອຊ່ວຍລູກໆຂອງພຣະບິດາເທິງສະຫວັນໃຫ້ຮຽນຮູ້ກ່ຽວກັບພຣະບຸດຂອງພຣະອົງ ພຣະເຢຊູຄຣິດ ແລະ ຕິດຕາມພຣະອົງ.
ໂຢບ 38–41
ໂຢບໄດ້ກັບໃຈ ແລະ ຂໍໃຫ້ພຣະຜູ້ເປັນເຈົ້າອະໄພໃຫ້ເພິ່ນທີ່ເພິ່ນໄດ້ສົງໄສ. ເພິ່ນໄດ້ສັນຍາວ່າຈະໄວ້ວາງໃຈໃນພຣະຜູ້ເປັນເຈົ້າ. ພຣະຜູ້ເປັນເຈົ້າຮູ້ວ່າໂຢບຮັກພຣະອົງ. ພຣະອົງໄດ້ປິ່ນປົວໂຢບ ແລະ ອວຍພອນເພິ່ນໃຫ້ມີລູກອີກຫລາຍຄົນ ແລະ ຮັ່ງມີຫລາຍກວ່າເກົ່າເຖິງສອງເທົ່າ.
ໂຢບ 19:25–26; 42