“ງານປັດສະຄາ,” ເລື່ອງພຣະຄຳພີເດີມ (2022)
“ງານປັດສະຄາ,” ເລື່ອງພຣະຄຳພີເດີມ
ອົບພະຍົບ 11–12; 14–15
ງານປັດສະຄາ
ການປົກປ້ອງໂດຍພຣະຜູ້ເປັນເຈົ້າ
ຟາໂຣບໍ່ຍອມປ່ອຍຊາວອິດສະຣາເອນໄປ, ສະນັ້ນພຣະຜູ້ເປັນເຈົ້າຈຶ່ງໄດ້ບອກໂມເຊວ່າ ພຣະອົງຈະສົ່ງໂຣກລະບາດຢ່າງສຸດທ້າຍມາ. ລູກຊາຍກົກຂອງທຸກຄອບຄົວໃນແຜ່ນດິນເອຢິບຈະຕາຍ, ແມ່ນແຕ່ລູກຫົວປີຂອງສັດລ້ຽງ.
ອົບພະຍົບ 11:1, 4–10
ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ ຖ້າຫາກຊາວອິດສະຣາເອນເຮັດຕາມຄຳແນະນຳຂອງພຣະອົງ, ໂຣກລະບາດຈະຜ່ານພວກເຂົາໄປ ແລະ ບໍ່ທຳຮ້າຍພວກເຂົາ.
ອົບພະຍົບ 12:3, 13, 23
ພຣະຜູ້ເປັນເຈົ້າໄດ້ບອກຊາວອິດສະຣາເອນແຕ່ລະຄອບຄົວໃຫ້ຂ້າແກະເຖິກທີ່ບໍ່ມີບ່ອນຕຳນິໂຕໜຶ່ງ ແລະ ທາເລືອດໃສ່ຂອບປະຕູເຮືອນຂອງພວກເຂົາ.
ອົບພະຍົບ 12:4–7
ພຣະຜູ້ເປັນເຈົ້າໄດ້ບອກຊາວອິດສະຣາເອນໃຫ້ເຮັດອາຫານ ແລະ ກິນຊີ້ນແກະຢ່າງຮີບດ່ວນ. ຂະນະທີ່ພວກເຂົາກຳລັງກິນ, ພວກເຂົາຄວນນຸ່ງຖື ແລະ ກຽມພ້ອມທີ່ຈະໜີໄປ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ຖ້າຫາກຊາວອິດສະຣາເອນບໍ່ເຮັດສິ່ງເຫລົ່ານີ້, ລູກຊາຍກົກຂອງພວກເຂົາຈະບໍ່ລອດຈາກໂຣກລະບາດ.
ອົບພະຍົບ 12:8–11
ເປັນດັ່ງທີ່ພຣະຜູ້ເປັນເຈົ້າໄດ້ເຕືອນ, ໂຣກລະບາດໄດ້ເກີດຂຶ້ນ. ລູກຊາຍກົກຢູ່ໃນປະເທດເອຢິບໄດ້ຕາຍໄປ, ລວມທັງລູກຊາຍກົກຂອງຟາໂຣ. ແຕ່ໂຣກລະບາດໄດ້ຜ່ານກາຍແຕ່ລະເຮືອນທີ່ມີເລືອດແກະຕິດຢູ່ຂອບປະຕູ. ລູກຊາຍກົກຂອງຊາວອິດສະຣາເອນໄດ້ລອດຊີວິດ ຍ້ອນວ່າພວກເຂົາເຊື່ອຟັງພຣະຜູ້ເປັນເຈົ້າ.
ອົບພະຍົບ 12:12–13, 29–30
ເມື່ອຟາໂຣໄດ້ເຫັນລູກຊາຍຂອງຕົນຕາຍຍ້ອນໂຣກລະບາດ, ເພິ່ນຈຶ່ງບອກໂມເຊ ແລະ ອາໂຣນໃຫ້ພາຊາວອິດສະຣາເອນໜີໄປຈາກປະເທດເອຢິບ.
ອົບພະຍົບ 12:31–33
ຊາວອິດສະຣາເອນໄດ້ໜີໄປ, ແຕ່ຟາໂຣຍັງໃຈຮ້າຍຢູ່. ເພິ່ນໄດ້ເຕົ້າໂຮມກອງທັບ ແລະ ລົດຮົບຂອງເພິ່ນ ແລະ ໄລ່ຕາມຊາວອິດສະຣາເອນໄປ.
ອົບພະຍົບ 12:37–41; 14:5–8
ຊາວອິດສະຣາເອນຕັ້ງຄ້າຍພັກຢູ່ທີ່ທະເລແດງ. ບໍ່ດົນຟາໂຣ ແລະ ກອງທັບຂອງເພິ່ນກໍໄດ້ມາເຖິງພວກເຂົາ. ເມື່ອຊາວອິດສະຣາເອນໄດ້ເຫັນຊາວເອຢິບກຳລັງມາ, ພວກເຂົາກໍເກີດຄວາມຢ້ານກົວ. ແຕ່ໂມເຊໄດ້ບອກຊາວອິດສະຣາເອນວ່າ ພຣະຜູ້ເປັນເຈົ້າຈະປົກປ້ອງພວກເຂົາ.
ອົບພະຍົບ 14:9–14
ຂະນະທີ່ຊາວເອຢິບໃກ້ຈະມາເຖິງ, ພຣະຜູ້ເປັນເຈົ້າໄດ້ບອກໂມເຊໃຫ້ຍົກໄມ້ຄ້ອນເທົ້າຂຶ້ນ. ໂມເຊກໍໄດ້ເຮັດຕາມ, ແລະ ພຣະຜູ້ເປັນເຈົ້າໄດ້ແຍກນ້ຳທະເລ. ຊາວອິດສະຣາເອນໄດ້ຂ້າມນ້ຳທະເລໄປເທິງດິນແຫ້ງ. ພວກເຂົາໄດ້ແລ່ນໜີຈາກຟາໂຣ ແລະ ກອງທັບຂອງເພິ່ນ.
ອົບພະຍົບ 14:15–16, 21–22
ກອງທັບເອຢິບໄດ້ໄລ່ຕາມຊາວອິດສະຣາເອນ. ເມື່ອຊາວອິດສະຣາເອນໄດ້ຂ້າມໄປຫາຟາກນ້ຳປອດໄພທຸກຄົນແລ້ວ, ພຣະຜູ້ເປັນເຈົ້າໄດ້ປ່ອຍນ້ຳລົງມາ. ກອງທັບເອຢິບໄດ້ຈົມນ້ຳຕາຍ.
ອົບພະຍົບ 14:23–30
ຊາວອິດສະຣາເອນໄດ້ເປັນອິດສະລະໃນທີ່ສຸດ. ພວກເຂົາໄດ້ຮ້ອງເພງ, ຟ້ອນລຳ, ແລະ ຂອບພຣະໄທພຣະຜູ້ເປັນເຈົ້າ. ພວກເຂົາໄດ້ຈື່ຈຳງານປັດສະຄາສະເໝີ ວ່າເປັນເວລາທີ່ພຣະຜູ້ເປັນເຈົ້າໄດ້ໂຜດຊີວິດຂອງພວກເຂົາ ແລະ ພາພວກເຂົາໜີຈາກປະເທດເອຢິບ.
ອົບພະຍົບ 14:31; 15:1–22