“ນາງຮັນນາ,” ເລື່ອງພຣະຄໍາພີເດີມ (2022)
“ນາງຮັນນາ,” ເລື່ອງພຣະຄໍາພີເດີມ
1 ຊາມູເອນ 1–2
ນາງຮັນນາ
ພຣະຜູ້ເປັນເຈົ້າຕອບຍິງຄົນໜຶ່ງທີ່ຊື່ສັດ
ທຸກໆປີ, ນາງຮັນນາ ແລະ ສາມີຂອງນາງໄດ້ເດີນທາງໄປຍັງພຣະວິຫານ, ບ້ານຂອງພຣະຜູ້ເປັນເຈົ້າ. ນາງຮັນນາບໍ່ມີລູກ, ສະນັ້ນນາງຈຶ່ງຮູ້ສຶກໂສກເສົ້າຫລາຍ. ນາງໄດ້ຖືສິນອົດເຂົ້າ ແລະ ອະທິຖານຂໍລູກຊາຍຄົນໜຶ່ງ. ນາງຮັນນາສັນຍາກັບພຣະຜູ້ເປັນເຈົ້າວ່າ ຖ້າຫາກນາງມີລູກຊາຍ, ລູກຊາຍຂອງນາງຈະເຕີບໂຕຂຶ້ນເພື່ອຮັບໃຊ້ພຣະອົງ.
1 ຊາມູເອນ 1:1–11
ປະໂລຫິດຄົນໜຶ່ງຊື່ ເອລີໄດ້ເຫັນນາງຮັນນາກຳລັງຮ້ອງໄຫ້. ລາວໄດ້ບອກນາງວ່າ ພຣະຜູ້ເປັນເຈົ້າຈະຕອບຄຳອະທິຖານຂອງນາງ. ນາງຮັນນາໄດ້ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ມີຄວາມຫວັງ.
1 ຊາມູເອນ 1:12, 17–18
ໃນປີນັ້ນ, ນາງຮັນນາໄດ້ເກີດລູກຊາຍຄົນໜຶ່ງ. ນາງຕັ້ງຊື່ໃຫ້ລາວວ່າ ຊາມູເອນ.
1 ຊາມູເອນ 1:20–23
ນາງຮັນນາໄດ້ຮັກສາຄຳສັນຍາຂອງນາງກັບພຣະຜູ້ເປັນເຈົ້າ. ເມື່ອຊາມູເອນໃຫຍ່ພໍ, ນາງໄດ້ພາລາວໄປຮັບໃຊ້ຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ. ລາວໄດ້ຮັບໃຊ້ກັບເອລີ, ຜູ້ເປັນປະໂລຫິດ. ນາງຮັນນາໄດ້ໄປຢ້ຽມຢາມຊາມູເອນເລື້ອຍໆ. ນາງໄດ້ເອົາເຄື່ອງນຸ່ງທີ່ນາງເຮັດໄປໃຫ້ລາວ. ພຣະຜູ້ເປັນເຈົ້າໄດ້ອວຍພອນນາງຮັນນາດ້ວຍລູກຕື່ມອີກຫ້າຄົນ.
1 ຊາມູເອນ 1:24–28; 2:21