“ນາງຮາກາ,” ເລື່ອງພຣະຄຳພີເດີມ (2022)
“ນາງຮາກາ,” ເລື່ອງພຣະຄຳພີເດີມ
ປະຖົມມະການ 16
ນາງຮາກາ
ແຜນຂອງພຣະຜູ້ເປັນເຈົ້າສຳລັບທິດາຂອງພຣະອົງ
ນາງຮາກາເປັນສາວໃຊ້ຂອງນາງຊາຣາ. ນາງຊາຣາເຖົ້າແກ່ ແລະ ບໍ່ມີລູກ. ນາງໄດ້ບອກອັບຣາຮາມ ສາມີຂອງນາງໃຫ້ແຕ່ງງານກັບນາງຮາກາ ເພື່ອວ່າພວກເພິ່ນຈະມີລູກ. ອັບຣາຮາມ ແລະ ນາງຮາກາໄດ້ແຕ່ງງານກັນ, ແລະ ບໍ່ດົນນາງຮາກາກໍຖືພາ.
ປະຖົມມະການ 16:1–3
ນາງຮາກາ ແລະ ນາງຊາຣາໄດ້ເລີ່ມຕົ້ນເຮັດສິ່ງບໍ່ດີຕໍ່ກັນ. ນາງຮາກາໄດ້ເລືອກໜີໄປຫາທະເລຊາຍ.
ປະຖົມມະການ 16:4–6
ຂະນະທີ່ນາງຮາກາເດີນທາງ, ນາງເມື່ອຍຫລາຍ ແລະ ຫິວນ້ຳ. ໃນທີ່ສຸດ, ນາງໄດ້ມາເຖິງບ່ອນໜຶ່ງທີ່ມີນ້ຳ ແລະ ໄດ້ພັກຜ່ອນຢູ່ທີ່ນັ້ນ.
ປະຖົມມະການ 16:7
ພຣະຜູ້ເປັນເຈົ້າຮູ້ກ່ຽວກັບບັນຫາຂອງນາງຮາກາ ແລະ ມີແຜນຊ່ວຍເຫລືອນາງ. ພຣະອົງໄດ້ສົ່ງທູດອົງໜຶ່ງມາ ເພື່ອຂໍໃຫ້ນາງກັບໄປຫາອັບຣາຮາມ ແລະ ນາງຊາຣາ. ເພິ່ນສັນຍາວ່າ ຄອບຄົວຂອງນາງຮາກາຈະເຕີບໂຕ. ເພິ່ນໄດ້ເວົ້າວ່າ ລູກຂອງນາງຈະເປັນຜູ້ຊາຍ ແລະ ວ່ານາງຄວນຕັ້ງຊື່ໃຫ້ລາວວ່າ ອິດຊະມາເອນ.
ປະຖົມມະການ 16:7–14
ນາງຮາກາໄດ້ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ເຊື່ອຟັງທູດ. ນາງໄດ້ກັບໄປຫາອັບຣາຮາມ ແລະ ນາງຊາຣາ. ນາງຮາກາໄດ້ລູກຜູ້ຊາຍ, ແລະ ຕັ້ງຊື່ໃຫ້ລາວວ່າ ອິດຊະມາເອນ. ນາງຮາກາຮູ້ວ່າ ພຣະຜູ້ເປັນເຈົ້າຄອຍເຝົ້າດູແລນາງ.
ປະຖົມມະການ 16:11, 15