“ເນເຫມີຢາ,” ເລື່ອງພຣະຄໍາພີເດີມ (2022)
“ເນເຫມີຢາ,” ເລື່ອງພຣະຄໍາພີເດີມ
ເນເຫມີຢາ 1–2; 4; 6
ເນເຫມີຢາ
ການສ້າງກຳແພງເມືອງເຢຣູຊາເລັມຂຶ້ນໃໝ່
ເນເຫມີຢາເປັນຄົນຢິວທີ່ອາໄສຢູ່ໃນເປີເຊຍ. ເພິ່ນເປັນຜູ້ຮັບໃຊ້ທີ່ກະສັດໄວ້ວາງໃຈ. ມື້ໜຶ່ງເນເຫມີຢາໄດ້ຍິນວ່າ ຊາວຢິວໃນເມືອງເຢຣູຊາເລັມທຸກທໍລະມານຫລາຍ. ກຳແພງທີ່ປົກປ້ອງເມືອງເຢຣູຊາເລັມໄດ້ຖືກທຳລາຍ ແລະ ຍັງບໍ່ໄດ້ຖືກສ້າງຂຶ້ນໃໝ່ເທື່ອ. ເມືອງເຢຣູຊາເລັມຕົກຢູ່ໃນຂັ້ນອັນຕະລາຍ. ເນເຫມີຢາໄດ້ຖືສິນອົດເຂົ້າ ແລະ ອະທິຖານຂໍໃຫ້ພຣະຜູ້ເປັນເຈົ້າຊ່ວຍເຫລືອ.
ເນເຫມີຢາ 1
ກະສັດໄດ້ຖາມເນເຫມີຢາວ່າ ເປັນຫຍັງເພິ່ນຈຶ່ງໂສກເສົ້າ. ເພິ່ນໄດ້ບອກກະສັດເຖິງສິ່ງອັນຕະລາຍໃນເມືອງເຢຣູຊາເລັມ. ກະສັດເວົ້າວ່າ ເພິ່ນສາມາດຊ່ວຍໄດ້. ເນເຫມີຢາໄດ້ຂໍກັບໄປເມືອງເຢຣູຊາເລັມ ແລະ ສ້າງກຳແພງຂຶ້ນໃໝ່. ກະສັດໄດ້ແຕ່ງຕັ້ງໃຫ້ເນເຫມີຢາເປັນຜູ້ນຳ ແລະ ມອບອຸປະກອນທີ່ເພິ່ນຕ້ອງການໃຫ້ເພິ່ນ.
ເນເຫມີຢາ 2:2–8
ເນເຫມີຢາ ແລະ ຊາວຢິວໄດ້ເລີ່ມຕົ້ນສ້າງກຳແພງເມືອງເຢຣູຊາເລັມຂຶ້ນໃໝ່. ແຕ່ພວກສັດຕູຂອງພວກເຂົາໄດ້ເຍາະເຍີ້ຍພວກເຂົາ ແລະ ພະຍາຍາມຢຸດຢັ້ງພວກເຂົາ.
ເນເຫມີຢາ 2:17–20
ພວກສັດຕູພະຍາຍາມຫລອກໃຫ້ເນເຫມີຢາໜີໄປຈາກເມືອງ. ແຕ່ເນເຫມີຢາບໍ່ໄດ້ໜີ. ເພິ່ນໄດ້ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ. ເພິ່ນກຳລັງເຮັດວຽກງານອັນຍິ່ງໃຫຍ່.
ເນເຫມີຢາ 6:2–4
ເນເຫມີຢາໄດ້ບອກຜູ້ຄົນຂອງເພິ່ນບໍ່ໃຫ້ຢ້ານ. ພວກເຂົາໄດ້ວາງທະຫານຍາມອ້ອມກຳແພງເພື່ອຮັກສາມັນໃຫ້ປອດໄພ. ຊາວຢິວສືບຕໍ່ສ້າງກຳແພງ. ພຣະຜູ້ເປັນເຈົ້າໄດ້ມອບກຳລັງໃຫ້ຊາວຢິວ, ແລະ ພວກເຂົາໄດ້ສ້າງກຳແພງສຳເລັດພາຍໃນ 52 ວັນ. ເມືອງເຢຣູຊາເລັມປອດໄພຄືນອີກຄັ້ງ.
ເນເຫມີຢາ 4:6–15; 6:5–9, 15–16