“ນາງຣຸດ ແລະ ນາງນາໂອມີ,” ເລື່ອງພຣະຄຳພີເດີມ (2022)
“ນາງຣຸດ ແລະ ນາງນາໂອມີ,” ເລື່ອງພຣະຄຳພີເດີມ
ນາງຣຸດ 1–4
ນາງຣຸດ ແລະ ນາງນາໂອມີ
ການຜ່ານຜ່າການທົດລອງດ້ວຍຄວາມຮັກ ແລະ ຄວາມຈົງຮັກພັກດີ
ນາງນາໂອມີ ແລະ ຄອບຄົວຂອງນາງໄດ້ຍ້າຍໄປທີ່ດິນແດນໂມອາບ ເພາະບໍ່ມີອາຫານພຽງພໍໃນແຂວງຢູດາຍ. ຜົວຂອງນາງນາໂອມີໄດ້ຕາຍໄປ. ພວກລູກຊາຍຂອງນາງນາໂອມີໄດ້ແຕ່ງງານກັບຍິງສາວຊາວໂມອາບ ຊື່ວ່າ ນາງໂອປາ ແລະ ນາງຣຸດ. ເຂົາເຈົ້າໄດ້ດູແລນາງນາໂອມີເປັນເວລາ 10 ປີ.
ນາງຣຸດ 1:1–4
ແລ້ວຜົວຂອງນາງໂອປາ ແລະ ຜົວຂອງນາງຣຸດໄດ້ຕາຍໄປ. ບັດນີ້ພວກຜູ້ຍິງກໍໄດ້ຢູ່ຕາມລຳພັງ. ນາງນາໂອມີບໍ່ສາມາດລ້ຽງດູນາງຣຸດ ແລະ ນາງໂອປາ.
ນາງຣຸດ 1:5, 8–10
ນາງໂອປາໄດ້ກັບຄືນບ້ານ. ແຕ່ນາງຣຸດຢາກຢູ່ດູແລນາງນາໂອມີ. ນາງຣຸດ ແລະ ນາງນາໂອມີໄດ້ຍິນວ່າແຂວງຢູດາຍມີຜົນລະປູກອີກຄັ້ງ, ສະນັ້ນເຂົາເຈົ້າຈຶ່ງໄດ້ເດີນທາງໄປທີ່ນັ້ນ.
ນາງຣຸດ 1:16–19
ນາງຣຸດ ແລະ ນາງນາໂອມີໄດ້ໄປເຖິງແຂວງຢູດາຍໃນລະຫວ່າງລະດູເກັບກ່ຽວ. ເຂົາເຈົ້າຕ້ອງການອາຫານ. ຍາດພີ່ນ້ອງຂອງນາງນາໂອມີ ຊື່ໂບອາດ ເປັນເຈົ້າຂອງທົ່ງໃນແຂວງຢູດາຍ. ລາວໃຫ້ນາງຣຸດເກັບເອົາເຂົ້າທີ່ເຫລືອຢູ່ໃນທົ່ງຂອງລາວ. ມັນເປັນວຽກໜັກ.
ນາງຣຸດ 1:22; 2:3
ໂບອາດນັບຖືນາງຣຸດ ເພາະວ່ານາງເຮັດວຽກໜັກ ແລະ ເພາະວ່ານາງຈົງຮັກພັກດີຕໍ່ນາງນາໂອມີ ແລະ ພຣະຜູ້ເປັນເຈົ້າ. ລາວໄດ້ບອກຄົນຮັບໃຊ້ວ່າ ໃຫ້ປະຮວງເຂົ້າໄວ້ໃຫ້ຫລາຍ ຢູ່ໃນທົ່ງສຳລັບນາງຣຸດ.
ນາງຣຸດ 2:5–17
ນາງນາໂອມີຢາກໃຫ້ນາງຣຸດມີຄອບຄົວ. ນາງຊຸກຍູ້ໃຫ້ນາງຣຸດແຕ່ງງານກັບໂບອາດ. ນາງຣຸດຮູ້ວ່າຖ້າຫາກນາງ ແລະ ໂບອາດແຕ່ງງານກັນ, ແລ້ວເຂົາເຈົ້າຈະສາມາດດູແລນາງນາໂອມີນຳກັນໄດ້.
ນາງຣຸດ 3:1–2; 4:15
ນາງຣຸດໄດ້ຕັດສິນໃຈຂໍໃຫ້ໂບອາດແຕ່ງງານກັບນາງ. ໂບອາດຮູ້ວ່າ ນາງຣຸດເປັນຜູ້ຍິງທີ່ຈົງຮັກພັກດີ ແລະ ມີຄຸນນະທຳ. ລາວກໍຕົກລົງ.
ນາງຣຸດ 3:3–18; 4:13
ນາງຣຸດ ແລະ ໂບອາດ ໄດ້ແຕ່ງງານກັນ. ບໍ່ດົນຈາກນັ້ນ ນາງຣຸດກໍໄດ້ລູກຊາຍນ້ອຍ. ລາວໄດ້ກາຍເປັນພໍ່ຕູ້ຂອງດາວິດ, ກະສັດໃນອະນາຄົດ. ຫລາຍປີຕໍ່ມາ, ພຣະເຢຊູຄຣິດກໍໄດ້ກຳເນີດຢູ່ໃນຕະກຸນນີ້.
ນາງຣຸດ 4:13–17