“ສາດສະດາເອຊາຢາ,” ເລື່ອງພຣະຄຳພີເດີມ (2022)
“ສາດສະດາເອຊາຢາ,” ເລື່ອງພຣະຄຳພີເດີມ
ເອຊາຢາ 6–7; 9; 53–54
ສາດສະດາເອຊາຢາ
ຄຳທຳນາຍກ່ຽວກັບອົງພຣະເຢຊູຄຣິດເຈົ້າ
ຊາວອິດສະຣາເອນໄດ້ຖືກຍຶດຄອງຫລາຍເທື່ອ ແລະ ຢາກໃຫ້ພຣະຜູ້ເປັນເຈົ້າປົກປ້ອງພວກເຂົາ. ມີວັນໜຶ່ງຢູ່ໃນພຣະວິຫານ, ພຣະຜູ້ເປັນເຈົ້າໄດ້ເອີ້ນຊາຍຄົນໜຶ່ງຊື່ ເອຊາຢາ ໃຫ້ສິດສອນຜູ້ຄົນກ່ຽວກັບການສະເດັດມາຂອງພຣະເຢຊູຄຣິດ. ເອຊາຢາຮັກຜູ້ຄົນ ແລະ ໄດ້ສິດສອນພວກເຂົາກ່ຽວກັບວິທີທີ່ພຣະຄຣິດສາມາດຊ່ວຍພວກເຂົາໃຫ້ລອດ.
ເອຊາຢາ 6:1–8
ເອຊາຢາໄດ້ຮຽນຮູ້ວ່າ ພຣະເຢຊູຄຣິດຈະສະເດັດມາໃນມື້ໜຶ່ງ ເພື່ອຊ່ວຍຜູ້ຄົນຂອງເພິ່ນຈາກບາບ. ແຕ່ບໍ່ແມ່ນທຸກຄົນທີ່ຈະຮັບຮູ້ພຣະອົງ ວ່າເປັນພຣະຜູ້ຊ່ວຍໃຫ້ລອດຂອງພວກເຂົາ. ເອຊາຢາໂສກເສົ້າຫລາຍ ຍ້ອນເພິ່ນຮູ້ວ່າ ຫລາຍຄົນຈະບໍ່ເຊື່ອໃນພຣະເຢຊູຄຣິດ.
ເອຊາຢາ 6:9–13; 7:14; 53:1–9
ແຕ່ເອຊາຢາໄດ້ທຳນາຍເຖິງການສະເດັດມາຂອງພຣະເຢຊູຄຣິດນຳອີກ. ພຣະເຢຊູຄຣິດຈະສະເດັດກັບຄືນມາ ແລະ ເປັນຈອມກະສັດຂອງທັງແຜ່ນດິນໂລກ. ພຣະອົງຈະສະເດັດມາອີກ ແລະ ສຳເລັດແຜນຂອງພຣະບິດາຂອງພຣະອົງ ໂດຍການນຳຄວາມເມດຕາ ແລະ ສັນຕິສຸກມາໃຫ້ຕະຫລອດໄປ. ເອຊາຢາໄດ້ກ່າວວ່າ ທຸກຄົນຈະຮູ້ຈັກພຣະເຢຊູຄຣິດ ວ່າເປັນພຣະຜູ້ຊ່ວຍໃຫ້ລອດຂອງພວກເຂົາ.
ເອຊາຢາ 9:6–7; 54:1–10