“ພຣະຜູ້ເປັນເຈົ້າກ່າວກັບເອລີຢາ,” ເລື່ອງພຣະຄຳພີເດີມ (2022)
“ພຣະຜູ້ເປັນເຈົ້າກ່າວກັບເອລີຢາ,” ເລື່ອງພຣະຄຳພີເດີມ
1 ກະສັດ 19
ພຣະຜູ້ເປັນເຈົ້າກ່າວກັບເອລີຢາ
ການຮັບຟັງສຸລະສຽງຂອງພຣະຜູ້ເປັນເຈົ້າ
ກະສັດອາຮາບໄດ້ບອກລາຊີນີເຢເຊເບນວ່າ ພຣະຜູ້ເປັນເຈົ້າໄດ້ເອົາຊະນະພວກປະໂລຫິດຂອງພະບາອານ. ນາງເຢເຊເບນໃຈຮ້າຍ ແລະ ໄດ້ເວົ້າວ່າ ນາງຈະຂ້າສາດສະດາເອລີຢາ.
1 ກະສັດ 19:1–2
ເພື່ອຄວາມປອດໄພ, ເອລີຢາຈຶ່ງໄດ້ໜີຈາກແຜ່ນດິນອິດສະຣາເອນໄປ. ເພິ່ນໄດ້ເດີນທາງເປັນເວລາ 40 ມື້ ແລະ 40 ຄືນ, ຖືສິນອົດເຂົ້າຂະນະທີ່ເດີນທາງ. ແລ້ວເພິ່ນໄດ້ມາເຖິງພູຊີນາຍ ແລະ ພົບເຫັນຖ້ຳເພື່ອລີ້ຊ່ອນຕົວ. ພຣະຜູ້ເປັນເຈົ້າໄດ້ບອກເອລີຢາໃຫ້ຂຶ້ນໄປຈອມພູເຂົາ ເພື່ອວ່າພຣະອົງຈະສາມາດກ່າວກັບເອລີຢາ.
1 ກະສັດ 19:3, 8–11
ລົມແຮງໄດ້ພັດມາ ແລະ ເຮັດໃຫ້ກ້ອນຫີນອ້ອມຮອບຖ້ຳ ແຕກເປັນກ້ອນໆ. ຫລັງຈາກນັ້ນ, ກໍເກີດແຜ່ນດິນໄຫວ. ແລ້ວໄຟໄດ້ເລີ່ມຕົ້ນ. ເອລີຢາໄດ້ຍິນສຽງດັງຂອງລົມ, ແຜ່ນດິນໄຫວ, ແລະ ໄຟ. ແຕ່ສຸລະສຽງຂອງພຣະຜູ້ເປັນເຈົ້າບໍ່ໄດ້ຢູ່ໃນສຽງດັງເຫລົ່ານັ້ນ.
1 ກະສັດ 19:11–12
ແລ້ວເອລີຢາໄດ້ຍິນສຽງກະຊິບເບົາໆດັງແວ່ວມາ. ເພິ່ນຮູ້ວ່າ ແມ່ນພຣະຜູ້ເປັນເຈົ້າ. ພຣະຜູ້ເປັນເຈົ້າໄດ້ຖາມເອລີຢາວ່າ ເພິ່ນມາເຮັດຫຍັງຢູ່ຫັ້ນ.
1 ກະສັດ 19:12–13
ເອລີຢາໄດ້ເວົ້າວ່າ ເພິ່ນກຳລັງລີ້ຊ່ອນຕົວເພື່ອຄວາມປອດໄພ. ສາດສະດາທຸກຄົນໄດ້ຖືກຂ້າຕາຍ, ແລະ ຜູ້ຄົນໄດ້ປະຕິເສດພຣະຜູ້ເປັນເຈົ້າ.
1 ກະສັດ 19:14
ພຣະຜູ້ເປັນເຈົ້າໄດ້ປອບໂຍນເອລີຢາ ແລະ ບອກເພິ່ນວ່າ ມີຊາວອິດສະຣາເອນຫລາຍຄົນທີ່ຍັງນະມັດສະການພຣະຜູ້ເປັນເຈົ້າຢູ່. ພຣະຜູ້ເປັນເຈົ້າໄດ້ຂໍໃຫ້ເອລີຢາກັບຄືນໄປບ້ານ ແລະ ກຽມສາດສະດາອີກຄົນໜຶ່ງ. ສາດສະດາໃໝ່ຄົນນີ້ມີຊື່ວ່າ ເອລີຊາ.
1 ກະສັດ 19:15–18