“ໂມເຊ ແລະ ງູທອງສຳລິດ,” ເລື່ອງພຣະຄຳພີເດີມ (2022)
“ໂມເຊ ແລະ ງູທອງສຳລິດ,” ເລື່ອງພຣະຄຳພີເດີມ
ຈົດບັນຊີ 21
ໂມເຊ ແລະ ງູທອງສຳລິດ
ການຮຽນຮູ້ທີ່ຈະມີສັດທາໃນພຣະຜູ້ເປັນເຈົ້າ
ຂະນະທີ່ຊາວອິດສະຣາເອນເດີນທາງໄປໃນຖິ່ນແຫ້ງແລ້ງກັນດານ, ພວກເຂົາມັກລືມພຣະຜູ້ເປັນເຈົ້າ ແລະ ມັກເວົ້າຈົ່ມ. ພຣະຜູ້ເປັນເຈົ້າໄດ້ສົ່ງງູມາ ເພື່ອຊ່ວຍພວກເຂົາໃຫ້ຖ່ອມຕົວ ແລະ ລະນຶກເຖິງພຣະອົງ. ງູໄດ້ຕອດຜູ້ຄົນ, ແລະ ຫລາຍຄົນໄດ້ຕາຍໄປ.
ຈົດບັນຊີ 21:1–6
ບໍ່ດົນຜູ້ຄົນກໍໄດ້ກັບໃຈ. ພວກເຂົາໄດ້ຂໍໃຫ້ໂມເຊອະທິຖານ ເພື່ອວ່າພຣະຜູ້ເປັນເຈົ້າຈະເຮັດໃຫ້ງູໜີໄປ. ພຣະຜູ້ເປັນເຈົ້າບໍ່ໄດ້ເຮັດໃຫ້ງູໜີໄປ. ແຕ່ພຣະອົງໄດ້ຫາວິທີທາງໃຫ້ຜູ້ຄົນລອດຊີວິດ ຖ້າຫາກພວກເຂົາຖືກກັດ.
ຈົດບັນຊີ 21:7
ພຣະຜູ້ເປັນເຈົ້າໄດ້ບອກໂມເຊໃຫ້ເຮັດງູດ້ວຍທອງສຳລິດ ແລະ ຕິດມັນໄວ້ໃນປາຍໄມ້. ເມື່ອຜູ້ຄົນຖືກກັດ ແລະ ໄດ້ຫລຽວເບິ່ງງູທອງສຳລິດ, ພຣະຜູ້ເປັນເຈົ້າຈະຊ່ວຍໃຫ້ພວກເຂົາລອດ. ພຣະຜູ້ເປັນເຈົ້າໄດ້ຊ່ວຍຊາວອິດສະຣາເອນໃຫ້ຖ່ອມຕົວ ແລະ ໄວ້ວາງໃຈໃນພຣະອົງ.
ຈົດບັນຊີ 21:8–9; 1 ນີໄຟ 17:41; ຮີລາມັນ 8:14–15