“ເອລີຢາ ແລະ ພວກປະໂລຫິດຂອງພະບາອານ,” ເລື່ອງພຣະຄໍາພີເດີມ (2022)
“ເອລີຢາ ແລະ ພວກປະໂລຫິດຂອງພະບາອານ,” ເລື່ອງພຣະຄໍາພີເດີມ
1 ກະສັດ 18
ເອລີຢາ ແລະ ພວກປະໂລຫິດຂອງພະບາອານ
ສາດສະດາຂອງພຣະຜູ້ເປັນເຈົ້າປະທະກັບພວກປະໂລຫິດປອມ
ອານາຈັກອິດສະຣາເອນໄດ້ສືບຕໍ່ທົນທຸກຈາກການບໍ່ມີນໍ້າ. ກະສັດອາຮາບບອກປະຊາຊົນໃຫ້ນະມັດສະການພຣະເຈົ້າປອມຊື່ວ່າ ພະບາອານ.
1 ກະສັດ 18:1–2, 17–18
ພຣະຜູ້ເປັນເຈົ້າໄດ້ສົ່ງສາດສະດາເອລີຢາໄປພົບກັບອາຮາບ. ເອລີຢາໄດ້ເຊື້ອເຊີນປະຊາຊົນທັງໝົດໃຫ້ຂຶ້ນໄປຍັງຈອມພູ. ເພິ່ນໄດ້ທ້າທາຍກະສັດ ແລະ ພວກປະໂລຫິດຂອງເພິ່ນເພື່ອເບິ່ງວ່າ ແມ່ນພຣະຜູ້ເປັນເຈົ້າ ຫລື ພະບາອານ ທີ່ເປັນພຣະເຈົ້າອົງແທ້ຈິງ.
1 ກະສັດ 18:19–21
ເອລີຢາໄດ້ອະທິບາຍການທ້າທາຍ. ເພິ່ນ ແລະ ພວກປະໂລຫິດຈະຕ້ອງຖວາຍງົວໂຕໜຶ່ງເທິງແທ່ນບູຊາ, ແຕ່ບໍ່ໃຫ້ພວກເຂົາດັງໄຟໃສ່ດ້ວຍຕົວເອງ. ພວກປະໂລຫິດຕ້ອງອະທິຖານຫາພະບາອານເພື່ອໃຫ້ສົ່ງໄຟລົງມາ. ແລ້ວເອລີຢາກໍຈະອະທິຖານຫາພຣະຜູ້ເປັນເຈົ້າເພື່ອໃຫ້ສົ່ງໄຟລົງມາຄືກັນ. ເອລີຢາຮູ້ວ່າ ມີແຕ່ພຣະເຈົ້າອົງແທ້ຈິງເທົ່ານັ້ນທີ່ຈະສົ່ງໄຟລົງມາ.
1 ກະສັດ 18:22–25
ພວກປະໂລຫິດຂອງພະບາອານໄດ້ອະທິຖານຫາພຣະເຈົ້າຂອງພວກເຂົາຕັ້ງແຕ່ເຊົ້າຈົນຮອດທ່ຽງ, ແຕ່ກໍບໍ່ມີຫຍັງເກີດຂຶ້ນ. ເອລີຢາໄດ້ເວົ້າເຍາະເຍີ້ຍພວກເຂົາວ່າ ພະບາອານຂອງພວກເຂົາອາດກຳລັງນອນຫລັບຢູ່.
1 ກະສັດ 18:26–27
ພວກປະໂລຫິດໄດ້ເລີ່ມໃຈຮ້າຍ, ໂດດຂຶ້ນເທິງແທ່ນບູຊາ, ແລະ ຮ້ອງຈົນຮອດຕອນແລງ. ພວກເຂົາຫວັງວ່າພຣະເຈົ້າຂອງພວກເຂົາຈະຕອບ, ແຕ່ກໍຍັງບໍ່ມີໄຟ.
1 ກະສັດ 18:28–29
ບາດນີ້ຮອດຜຽນຂອງເອລີຢາ. ເພິ່ນໄດ້ສ້າງແທ່ນບູຊາໃຫ້ພຣະຜູ້ເປັນເຈົ້າ, ຂຸດຮ່ອງອ້ອມຮອບແທ່ນບູຊາ, ແລະ ໄດ້ກະກຽມເຄື່ອງຖວາຍບູຊາ.
1 ກະສັດ 18:30–32
ເອລີຢາໄດ້ຂໍໃຫ້ຜູ້ຄົນເອົານໍ້າມາໃສ່ໄຫສີ່ໜ່ວຍໃຫ້ເຕັມ ແລະ ເທໃສ່ຟືນທີ່ແທ່ນບູຊາຂອງເພິ່ນສາມເທື່ອ. ຟືນ ແລະ ແທ່ນບູຊາໄດ້ປຽກຈື້ນໄປດ້ວຍນໍ້າ. ນໍ້າກໍເຕັມຮ່ອງຈົນລົ້ນ.
1 ກະສັດ 18:33–37
ເອລີຢາໄດ້ອະທິຖານຫາພຣະຜູ້ເປັນເຈົ້າ ເພື່ອສະແດງລິດອໍານາດຂອງພຣະເຈົ້າອົງແທ້ຈິງ. ໄຟຂອງພຣະຜູ້ເປັນເຈົ້າໄດ້ລົງມາ ແລະ ເຜົາຜານເຄື່ອງຖວາຍບູຊາ, ໄມ້, ຫີນ, ແລະ ນໍ້າຈົນໝົດ. ປະຊາຊົນໄດ້ຮູ້ວ່າ ພຣະເຈົ້າຂອງເອລີຢາເປັນພຣະເຈົ້າອົງແທ້ຈິງ. ເອລີຢາໄດ້ອະທິຖານຂໍໃຫ້ໄພແຫ້ງແລ້ງສິ້ນສຸດລົງ, ແລະ ພຣະຜູ້ເປັນເຈົ້າໄດ້ສົ່ງຝົນມາ.
1 ກະສັດ 18:38–41