ຊາວ​ໜຸ່ມ
ພາກ​ຫ້ອຍ​ທ້າຍ


ພາກ​ຫ້ອຍ​ທ້າຍ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ​ເຊື້ອ​ເຊີນ​ໃຫ້​ເຈົ້າ​ຮັບ​ເອົາ​ພິ​ທີ​ການ​ສັກ​ສິດ. ພິ​ທີ​ການ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ພັນ​ທະ​ສັນ​ຍາ—ເຈົ້າ​ເຮັດ​ຄຳ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ພຣະ​ອົງ​ກໍ​ເຮັດ​ຄຳ​ສັນ​ຍາ​ກັບ​ເຈົ້າ. ເຈົ້າ​ເຮັດ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້, ຍົກ​ຕົວ​ຢ່າງ, ເມື່ອ​ເຈົ້າ​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ການ​ຢືນ​ຢັນ, ເມື່ອ​ເຈົ້າ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ, ແລະ ເມື່ອ​ເຈົ້າ​ໄດ້​ຮັບ​ການ​ຜະ​ນຶກ​ເຂົ້າ​ກັນ​ເພື່ອ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຈະ​ນຳ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ສຸກມາ​ໃຫ້​ເຈົ້າ ແລະ ຈະ​ຊ່ວຍ​ໃຫ້​ເຈົ້າ​ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ ເພື່ອ​ຊ່ວຍ​ເຈົ້າ​ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ອົງ, ບ່ອນ​ທີ່​ເຈົ້າ​ສາ​ມາດ​ເພີດ​ເພີນ​ກັບ​ຊີ​ວິດ​ນິ​ລັນ​ດອນ​ກັບ​ພຣະ​ອົງ.

ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ສັນ​ຍາ​ກັບ​ພຣະ​ເຈົ້າ​ເມື່ອ​ເຈົ້າ​ເຮັດ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້—ແລະ​ສິ່ງ​ທີ່​ພຣະ​ອົງ​ສັນ​ຍາ​ໄວ້​ກັບ​ເຈົ້າ—ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 3.5, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ຈົ່ງ​ໄຕ່​ຕອງ​ຄຳ​ຖາມ​ທີ່​ຢູ່​ຂ້າງ​ລຸ່ມ. ມັນ​ແມ່ນ​ຄຳ​ຖາມ​ທີ່​ເຈົ້າ​ຖືກ​ຖາມ​ໃນ​ຕອນ​ທີ່​ເຈົ້າ​ຮັບ​ການ​ສຳ​ພາດ ເພື່ອ​ຮັບ​ເອົາ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ, ແຕ່​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ລໍ​ຖ້າ​ການ​ສຳ​ພາດ. ເຮັດ​ການ​ປະ​ເມີນ​ທາງ​ວິນ​ຍານ​ຂອງ​ຕົນ​ເອງ​ໄດ້​ທຸກ​ເວ​ລາ​ທີ່​ເຈົ້າ​ຕ້ອງ​ການ.

ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ, ຄຳ​ຂວັນ​ຂອງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ແລະ ພຣະ​ບັນ​ຍັດ​ສິບ​ປະ​ການ​ກໍ​ເປັນ​ເຄື່ອງ​ມື​ທີ່​ເປັນ​ປະ​ໂຫຍດ​ໃນ​ການ​ເຮັດ​ປະ​ເມີນ​ຕົນ​ເອງ​ຂອງ​ເຈົ້າ​ເຊັ່ນ​ກັນ.

ຄຳ​ຖາມ​ກ່ຽວ​ກັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ສຳ​ລັບ​ຊາວ​ໜຸ່ມ

  • ເຈົ້າ​ມີ​ສັດ​ທາ​ໃນ​ພຣະ​ເຈົ້າ ແລະ ມີ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ; ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ; ແລະ ໃນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ບໍ?

  • ເຈົ້າ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ເຖິງ​ບົດ​ບາດ​ຂອງ​ພຣະ​ອົງ ໃນ​ການ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເປັນ​ພຣະ​ຜູ້​ໄຖ່​ບໍ?

  • ເຈົ້າ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ບໍ?

  • ເຈົ້າສະ​ໜັບ​ສະ​ໜູນ​ປະທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ວ່າ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ວ່າ​ເພິ່ນ​ເປັນ​ຄົນ​ດຽວ​ເທົ່າ​ນັ້ນ​ຢູ່​ໃນ​ໂລກນີ້ ທີ່​ມີ​ສິດ​ອຳ​ນາດ​ທີ່​ຈະ​ໃຊ້​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ​ບໍ? ເຈົ້າ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ວ່າ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ບໍ? ເຈົ້າ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຄົນ​ອື່ນໆ ແລະ ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ​ຂອງ​ສາດ​ສະ​ໜາ​ຈັກ​ບໍ?

  • ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ທຸກ​ສິ່ງ​ຕ້ອງ​ຖືກ “ສຳ​ເລັດ​ໃນ​ຄວາມ​ສະ​ອາດ” ຕໍ່​ພຣະ​ອົງ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:41). ເຈົ້າ​ພະ​ຍາ​ຍາມໃຫ້​ສະ​ອາດ​ທາງ​ສິນ​ທຳ ໃນ​ຄວາມ​ຄິດ ແລະ ການ​ປະ​ພຶດ​ບໍ? ເຈົ້າ​ຮັກ​ສາ​ກົດ​ພົມ​ມະ​ຈັນ​ບໍ?

  • ເຈົ້າ​ເຮັດ​ຕາມ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກຂອງ​ພຣະ​ເຢ​ຊູ​ຄຣິດ ເລື່ອງ​ການ​ປະ​ພຶດ​ຢູ່​ໃນ​ບ່ອນ​ລັບ​ລີ້ ແລະ ໃນ​ສາ​ທາ​ລະ​ນະ ນຳ​ສະ​ມາ​ຊິກ​ໃນ​ຄອບ​ຄົວຂອງ​ເຈົ້າ ແລະ ຄົນ​ອື່ນໆ​ບໍ?

  • ເຈົ້າ​ສະ​ໜັບ​ສະ​ໜູນ ຫລື ສົ່ງ​ເສີມ​ການ​ສິດ​ສອນ, ການ​ປະ​ຕິ​ບັດ, ຫລື ຄຳ​ສອນ​ຂອງ​ຜູ້​ທີ່​ຕໍ່​ຕ້ານ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ບໍ?

  • ເຈົ້າ​ພະ​ຍາ​ຍາມ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ, ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ; ໄປ​ຮ່ວມ​ການ​ປະ​ຊຸມ; ກະ​ກຽມ​ສຳ​ລັບ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄ່າ​ຄວນ; ແລະ ດຳ​ລົງ​ຊີ​ວິດ​ໃຫ້​ສອດ​ຄ່ອງ​ກັບ​ກົດ ແລະ ພຣະ​ບັນ​ຍັດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ບໍ?

  • ເຈົ້າ​ພະ​ຍາ​ຍາມ​ຊື່​ສັດ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ບໍ?

  • ເຈົ້າ​ຈ່າຍ​ເງິນ​ສ່ວນ​ສິບ​ເຕັມ​ຈຳ​ນວນ​ບໍ?

  • ເຈົ້າ​ເຂົ້າ​ໃຈ ແລະ ເຊື່ອ​ຟັງ​ຕາມ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ​ບໍ?

  • ມີ​ຄວາມ​ຜິດ​ບາບ​ທີ່​ຮ້າຍ​ແຮງ​ໃນ​ຊີ​ວິດ​ຂອງ​ເຈົ້າ ທີ່​ຄວນ​ແກ້​ໄຂ​ກັບ​ຜູ້​ມີ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ເປັນ​ພາກ​ສ່ວນ​ຂອງ​ການ​ກັບ​ໃຈ​ຂອງ​ເຈົ້າ​ບໍ?

  • ເຈົ້າ​ຖື​ວ່າ ເຈົ້າ​ມີ​ຄ່າ​ຄວນ​ພໍ​ທີ່​ຈະ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ມີ​ສ່ວນ​ໃນ​ພິ​ທີ​ການ​ທາງ​ພຣະ​ວິ​ຫານ​ບໍ?

ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ

ເຮົາ​ເປັນ​ທິ​ດາ​ທີ່​ຮັກ​ຫອມ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ, ພ້ອມ​ດ້ວຍ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ມີ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ.

ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ພະ​ຍາ​ຍາມ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ເຮົາ​ສະ​ແຫວງ​ຫາ ແລະ ກະ​ທຳ​ຕາມ​ການ​ເປີດ​ເຜີຍ​ສ່ວນ​ຕົວ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ.

ເຮົາ​ຈະ​ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ສິ່ງ ແລະ ໃນ​ທຸກ​ບ່ອນ.

ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ໃຫ້​ເໝາະ​ສົມ​ຕໍ່​ຄວາມ​ສູງ​ສົ່ງ, ເຮົາ​ຈະ​ທະ​ນຸ​ຖະ​ໜອມ​ຂອງ​ປະ​ທານ​ແຫ່ງ​ການ​ກັບ​ໃຈ ແລະ ສະ​ແຫວງ​ຫາ​ທີ່​ຈະ​ພັດ​ທະ​ນາຕົວ​ເອງ​ໃນ​ແຕ່​ລະ​ວັນ. ດ້ວຍ​ສັດ​ທາ, ເຮົາ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບ້ານ​ເຮືອນ ແລະ ຄອບ​ຄົວ​ຂອງ​ເຮົາ, ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ, ແລະ ຮັບ​ເອົາ​ພິ​ທີ​ການ ແລະ ພອນ​ຂອງ​ພຣະ​ວິ​ຫານ​ທີ່​ສັກ​ສິດ.

ຄຳ​ຂວັນ​ຂອງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ

ເຮົາ​ເປັນ​ບຸດ​ທີ່​ຮັກ​ຂອງ​ພຣະ​ເຈົ້າ, ແລະ ພຣະ​ອົງ​ມີ​ວຽກ​ງານ​ໃຫ້​ເຮົາ​ເຮັດ.

ດ້ວຍ​ສຸດ​ໃຈ, ສຸດ​ພະ​ລັງ, ສຸດ​ຄວາມ​ນຶກ​ຄິດ, ແລະ ສຸດ​ກຳ​ລັງ​ຂອງ​ເຮົາ, ເຮົາ​ຈະ​ຮັກ​ພຣະ​ເຈົ້າ, ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ແລະ ໃຊ້​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ​ເພື່ອ​ຮັບ​ໃຊ້​ຄົນ​ອື່ນ, ເລີ່ມ​ຕົ້ນ​ໃນ​ບ້ານ​ເຮືອນ​ຂອງ​ເຮົາ​ເອງ.

ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ຮັບ​ໃຊ້, ໃຊ້​ສັດ​ທາ, ກັບ​ໃຈ, ແລະ ປັບ​ປຸງ​ຕົວ​ເອງ​ໃນ​ແຕ່​ລະ​ວັນ, ເຮົາ​ຈະ​ເໝາະ​ສົມ​ກັບ​ພອນ​ຂອງ​ພຣະ​ວິ​ຫານ ແລະ ມີ​ຄວາມ​ສຸກ​ອັນ​ຍາວ​ນານ ທີ່​ພຽງ​ແຕ່​ໄດ້​ຮັບ​ຜ່ານ​ທາງ​ພຣະ​ກິດ​ຕິ​ຄຸນ.

ເຮົາ​ຈະ​ກຽມ​ພ້ອມ​ເພື່ອ​ໃຫ້​ກາຍ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ພາກ​ພຽນ, ເປັນ​ສາ​ມີ​ທີ່​ຊື່​ສັດ, ແລະ ເປັນ​ພໍ່​ທີ່​ໃຫ້​ຄວາມ​ຮັກ ໂດຍ​ການ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເຮົາ​ຈະ​ຊ່ວຍ​ກຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ຄຣິດ ແລະ ຮັບ​ເອົາ​ພອນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ພຣະ​ບັນ​ຍັດ​ສິບ​ປະ​ການ

  • ​ຢ່າ​ນະ​ມັດ​ສະ​ການ​ພະ​ອື່ນ​ນອກ​ຈາກ​ເຮົາ.

  • ຢ່າ​ສ້າງ​ຮູບ​ເຄົາ​ລົບ​ຢ່າງ​ໃດ​ຢ່າງ​ໜຶ່ງ​ສຳ​ລັບ​ຕົນ.

  • ຢ່າ​ໃຊ້​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ໄປ​ໃນ​ທາງ​ຊົ່ວ​ຮ້າຍ.

  • ຈົ່ງ​ລະ​ນຶກ​ເຖິງ​ວັນ​ຊະ​ບາ​ໂຕ, ແລະ ຮັກ​ສາ​ມັນ​ໃຫ້​ສັກ​ສິດ.

  • ຈົ່ງ​ໃຫ້​ກຽດ​ພໍ່​ແມ່​ຂອງ​ເຈົ້າ.

  • ຢ່າ​ຂ້າ​ຄົນ.

  • ຢ່າ​ຫລິ້ນ​ຊູ້.

  • ຢ່າ​ລັກ.

  • ຢ່າ​ເປັນ​ພະ​ຍານ​ເທັດ.

  • ຢ່າ​ໂລບ.

ເບິ່ງ ອົບ​ພະ​ຍົບ 20:3–17.