6.
ຮັກພຣະເຈົ້າ, ຮັກເພື່ອນບ້ານຂອງເຈົ້າ
ມັດທາຍ 22:37-40
ເພື່ອຊ່ວຍເຫລືອເຈົ້າໃຫ້ເລືອກສິ່ງທີ່ດີ, ພຣະເຈົ້າປະທານພຣະບັນຍັດໃຫ້. ພຣະອົງເຮັດເຊັ່ນນີ້ເພາະວ່າ ພຣະອົງຮັກເຈົ້າ. ແລະ ເຫດຜົນທີ່ດີທີ່ສຸດໃນການເຊື່ອຟັງພຣະບັນຍັດຂອງພຣະເຈົ້າກໍຄື ຍ້ອນວ່າເຈົ້າຮັກພຣະອົງ. ຄວາມຮັກແມ່ນຫົວໃຈຂອງພຣະບັນຍັດຂອງພຣະເຈົ້າ.
ຄວາມຈິງນິລັນດອນ
ພຣະເຈົ້າຮັກເຈົ້າ. ພຣະອົງເປັນພຣະບິດາຂອງເຈົ້າ. ຄວາມຮັກທີ່ສົມບູນແບບຂອງພຣະອົງສາມາດດົນໃຈເຈົ້າໃຫ້ຮັກພຣະອົງ. ເມື່ອຄວາມຮັກຂອງເຈົ້າທີ່ມີຕໍ່ພຣະບິດາເທິງສະຫວັນເປັນອິດທິພົນທີ່ສຳຄັນທີ່ສຸດໃນຊີວິດຂອງເຈົ້າ, ການຕັດສິນໃຈຫລາຍໆຢ່າງຈະງ່າຍຂຶ້ນ.
ພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນສອງຂໍ້ໃນບັນດາພຣະບັນຍັດທັງໝົດ ແມ່ນໃຫ້ຮັກພຣະເຈົ້າ ແລະ ຮັກເພື່ອນບ້ານຂອງເຈົ້າ. ແລະ ແມ່ນໃຜຄືເພື່ອນບ້ານຂອງເຈົ້າ? ທຸກຄົນ! ທຸກສິ່ງທີ່ໄດ້ສິດສອນໄວ້ໃນພຣະຄຳພີ ແລະ ໂດຍສາດສະດາແມ່ນເຊື່ອມຕໍ່ກັບພຣະບັນຍັດສອງຂໍ້ນີ້.
ທຸກຄົນເປັນອ້າຍເອື້ອຍນ້ອງຂອງເຈົ້າ—ລວມທັງ, ແນ່ນອນ, ຜູ້ຄົນທີ່ແຕກຕ່າງຈາກເຈົ້າ ຫລື ຜູ້ທີ່ບໍ່ເຫັນດີກັບເຈົ້າ. ພຣະບິດາເທິງສະຫວັນຕ້ອງການໃຫ້ລູກໆຂອງພຣະອົງຮັກກັນແລະກັນ. ເມື່ອເຈົ້າຮັບໃຊ້ລູກໆຂອງພຣະອົງ, ເຈົ້າກໍກຳລັງຮັບໃຊ້ພຣະອົງ.
ຄຳເຊື້ອເຊີນ
ສະແດງຄວາມຮັກຕໍ່ພຣະເຈົ້າໂດຍການຮັກສາພຣະບັນຍັດຂອງພຣະອົງ. ຕົວຢ່າງເຊັ່ນ, ໂດຍການຮັກສາວັນຊະບາໂຕໃຫ້ສັກສິດ, ລວມທັງການຕຽມ ແລະ ການຮັບສ່ວນສິນລະລຶກ, ເຈົ້າສະແດງໃຫ້ພຣະເຈົ້າເຫັນວ່າເຈົ້າເຕັມໃຈທີ່ຈະອຸທິດໜຶ່ງມື້ຕໍ່ອາທິດໃຫ້ກັບພຣະອົງ. ຂະນະທີ່ເຈົ້າຖືສິນອົດເຂົ້າ ແລະ ຈ່າຍສ່ວນສິບ ແລະ ຈ່າຍເງິນຖວາຍ, ເຈົ້າສະແດງໃຫ້ພຣະເຈົ້າເຫັນວ່າວຽກງານຂອງພຣະອົງນັ້ນສຳຄັນຕໍ່ເຈົ້າຫລາຍກວ່າສິ່ງຂອງ. ເມື່ອເຈົ້າໃຊ້ພຣະນາມຂອງພຣະເຈົ້າ ແລະ ພຣະຄຣິດດ້ວຍຄວາມຄາລະວະ, ບໍ່ໄດ້ໃຊ້ໃນທາງທີ່ຊົ່ວຮ້າຍ ຫລື ແບບທຳມະດາ, ເຈົ້າສະແດງໃຫ້ເຫັນວ່າເຈົ້າກະຕັນຍູສຳລັບທຸກສິ່ງທີ່ພວກພຣະອົງໄດ້ເຮັດເພື່ອເຈົ້າ.
ປະຕິບັດກັບທຸກຄົນໃນຖານະລູກຄົນໜຶ່ງຂອງພຣະເຈົ້າ. ໃນຖານະສານຸສິດຂອງພຣະເຢຊູຄຣິດ, ເຈົ້າສາມາດເປັນຜູ້ນຳພາໃນການປະຕິບັດກັບຄົນອື່ນໃນທຸກເຊື້ອຊາດ, ທຸກສາດສະໜາ, ແລະ ກຸ່ມຄົນອື່ນໆດ້ວຍຄວາມຮັກ ແລະ ຄວາມເຄົາລົບ—ໂດຍສະເພາະກັບຜູ້ທີ່ໄດ້ຮັບເຄາະຮ້າຍເປັນບາງຄັ້ງຈາກຄຳເວົ້າ ແລະ ການກະທຳທີ່ເຈັບປວດ. ເອື້ອມອອກໄປຫາຜູ້ທີ່ອາດຮູ້ສຶກໂດດດ່ຽວ, ດຽວດາຍ, ຫລື ໝົດຫົນທາງ. ຊ່ວຍເຂົາເຈົ້າໃຫ້ຮູ້ສຶກເຖິງຄວາມຮັກຂອງພຣະບິດາເທິງສະຫວັນຜ່ານທາງຕົວເຈົ້າ. ແບ່ງປັນພອນທີ່ພຣະອົງໄດ້ປະທານໃຫ້ແກ່ເຈົ້າກັບພວກເຂົາ, ແລະ ເຊື້ອເຊີນພວກເຂົາໃຫ້ຕິດຕາມພຣະເຢຊູຄຣິດ.
ໃຫ້ແນ່ໃຈວ່າ ພາສາຂອງເຈົ້າສະທ້ອນເຖິງຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ຄົນອື່ນ—ບໍ່ວ່າເຈົ້າກຳລັງສື່ສານຕໍ່ໜ້າ ຫລື ທາງອອນລາຍ. ເວົ້າສິ່ງທີ່ໃຫ້ກຳລັງໃຈ—ບໍ່ແມ່ນອັນໃດທີ່ອາດສ້າງຄວາມແຕກແຍກ, ເຈັບປວດ, ຫລື ຜິດໃຈ, ເຖິງແມ່ນຈະເປັນເລື່ອງຕະຫລົກກໍຕາມ. ຄຳເວົ້າຂອງເຈົ້າສາມາດມີພະລັງໄດ້. ໃຫ້ຄຳເວົ້ານັ້ນມີພະລັງໃນທາງທີ່ດີ.
ສະແດງຄວາມຮັກກັບຄອບຄົວຂອງເຈົ້າ. ການຮັກລູກໆຂອງພຣະເຈົ້າທັງໝົດແມ່ນເລີ່ມຕົ້ນຢູ່ທີ່ບ້ານ. ຈົ່ງເຮັດພາກສ່ວນຂອງເຈົ້າໃນການເຮັດໃຫ້ບ້ານເປັນສະຖານທີ່ທີ່ທຸກຄົນສາມາດຮູ້ສຶກເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ.
ພອນທີ່ສັນຍາໄວ້
ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະເລິກເຊິ່ງຍິ່ງຂຶ້ນ ເມື່ອເຈົ້າສະແດງຄວາມຮັກຂອງເຈົ້າໂດຍການເຊື່ອຟັງພຣະບັນຍັດຂອງພຣະອົງ ແລະ ຮັກສາພັນທະສັນຍາຂອງເຈົ້າກັບພຣະອົງ.
ຄວາມສຳພັນຂອງເຈົ້າກັບຄົນອື່ນຈະເລິກເຊິ່ງຍິ່ງຂຶ້ນ ເມື່ອເຈົ້າສະແດງຄວາມຮັກຂອງເຈົ້າຜ່ານທາງການຮັບໃຊ້ທີ່ເປັນເໝືອນດັ່ງພຣະຄຣິດ. ເຈົ້າຈະພົບຄວາມຊື່ນຊົມໃນການເຮັດໃຫ້ໂລກນີ້ເປັນສະຖານທີ່ທີ່ມີຄວາມຮັກຫລາຍຂຶ້ນ.
ຄຳຖາມ ແລະ ຄຳຕອບ
ຂ້ອຍຈະຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າໄດ້ແນວໃດ? ຄວາມຮັກຂອງພຣະບິດາເທິງສະຫວັນມີຢູ່ສະເໝີ. ຈົ່ງເວົ້າລົມກັບພຣະອົງເລື້ອຍໆຜ່ານທາງການອະທິຖານ. ແບ່ງປັນຄວາມຮູ້ສຶກຂອງເຈົ້າກັບພຣະອົງ, ແລະ ເອົາໃຈໃສ່ກັບຄວາມປະທັບໃຈທີ່ມາຈາກພຣະອົງ. ອ່ານພຣະຄຳຂອງພຣະອົງໃນພຣະຄຳພີ. ຄິດກ່ຽວກັບທຸກສິ່ງທີ່ພຣະອົງໄດ້ເຮັດເພື່ອເຈົ້າ. ໃຊ້ເວລາໃນສະຖານທີ່ ແລະ ກິດຈະກຳຕ່າງໆທີ່ພຣະວິນຍານຂອງພຣະອົງປະທັບຢູ່.
ພຣະຜູ້ເປັນເຈົ້າຄາດຫວັງໃຫ້ຂ້ອຍຮັກທຸກຄົນ, ແມ່ນແຕ່ຜູ້ທີ່ປະຕິບັດກັບຂ້ອຍບໍ່ດີແມ່ນບໍ່? ພຣະຜູ້ເປັນເຈົ້າຄາດຫວັງໃຫ້ເຈົ້າຮັກສັດຕູຂອງເຈົ້າ ແລະ ອະທິຖານເພື່ອຄົນທີ່ເຮັດບໍ່ດີກັບເຈົ້າ. ເຖິງຢ່າງໃດກໍຕາມ, ນັ້ນບໍ່ໄດ້ໝາຍຄວາມວ່າ ເຈົ້າຄວນທີ່ຈະຢູ່ໃນສະຖານະການທີ່ເຮັດໃຫ້ເຈົ້າໄດ້ຮັບອັນຕະລາຍທາງດ້ານອາລົມ, ທາງຮ່າງກາຍ, ຫລື ທາງວິນຍານ. ກຳນົດຂອບເຂດທີ່ດີເພື່ອຮັກສາຄວາມປອດໄພໃຫ້ຕົວເຈົ້າເອງ. ຖ້າວ່າເຈົ້າກຳລັງຖືກກັ່ນແກ້ງ ຫລື ຂົ່ມເຫັງ, ຫລື ເຈົ້າຮູ້ແລ້ວວ່າ ສິ່ງນີ້ກຳລັງເກີດຂຶ້ນກັບຄົນໃດຄົນໜຶ່ງ, ໃຫ້ເວົ້າກັບຜູ້ໃຫຍ່ທີ່ໄວ້ໃຈໄດ້.
ຂ້ອຍຄວນຮູ້ຈັກກັບສະມາຊິກເພດກົງກັນຂ້າມເມື່ອໃດ ແລະ ແນວໃດ? ວິທີທີ່ດີທີ່ສຸດໃນການຮູ້ຈັກກັບຄົນອື່ນແມ່ນຜ່ານທາງມິດຕະພາບທີ່ແທ້ຈິງ. ໃນຂະນະທີ່ເຈົ້າຍັງຢູ່ໃນໄວໜຸ່ມ, ຈົ່ງສ້າງມິດຕະພາບທີ່ດີໄວ້ກັບຫລາຍຄົນ. ໃນບາງວັດທະນະທຳ, ຊາວໜຸ່ມຮູ້ຈັກກັບສະມາຊິກເພດກົງກັນຂ້າມຜ່ານທາງກິດຈະກຳກຸ່ມທີ່ເປັນປະໂຫຍດ. ເພື່ອການພັດທະນາ ແລະ ຄວາມປອດໄພທາງດ້ານອາລົມ ແລະ ທາງວິນຍານຂອງເຈົ້າ, ຄວນເລື່ອນກິດຈະກຳໃນແບບສອງຕໍ່ສອງ ຈົນກວ່າເຈົ້າຈະເປັນຜູ້ໃຫຍ່—ອາຍູ 16 ປີນັ້ນເປັນຄຳແນະນຳທີ່ດີ. ປຶກສາກັບຄອບຄົວ ແລະ ຜູ້ນຳຂອງເຈົ້າ. ເກັບຄວາມສຳພັນພິເສດນີ້ໄວ້ພາຍຫລັງໃນຕອນທີ່ເຈົ້າອາຍຸຫລາຍຂຶ້ນ. ໃຊ້ເວລາກັບຜູ້ທີ່ຊ່ວຍເຫລືອເຈົ້າໃຫ້ຮັກສາຄຳໝັ້ນສັນຍາຂອງເຈົ້າທີ່ມີຕໍ່ພຣະເຢຊູຄຣິດ.
ຂ້ອຍຈະເຮັດຫຍັງໄດ້ແດ່ຖ້າວ່າບ້ານຂອງຂ້ອຍບໍ່ແມ່ນສະຖານທີ່ແຫ່ງຄວາມຮັກ? ພຣະຜູ້ຊ່ວຍໃຫ້ລອດຮູ້ຈັກສະຖານະການຂອງເຈົ້າ, ແລະ ພຣະອົງຮັກເຈົ້າ. ຈົ່ງອົດທົນ, ຮັກສາພຣະບັນຍັດຂອງພຣະເຈົ້າຕໍ່ໄປ, ແລະ ເປັນແບບຢ່າງທີ່ດີໃຫ້ກັບຄອບຄົວຂອງເຈົ້າ. ການກະທຳດ້ວຍຄວາມຮັກທີ່ລຽບງ່າຍຂອງເຈົ້າສາມາດສ້າງຄວາມແຕກຕ່າງໄດ້ຫລາຍ. ເຈົ້າຍັງສາມາດສ້າງຄວາມສຳພັນໄດ້ພາຍໃນຄອບຄົວຫວອດຂອງເຈົ້ານຳອີກ. ກຽມພ້ອມໃນຕອນນີ້ເພື່ອສ້າງຄອບຄົວຂອງເຈົ້າເອງໂດຍມີຮາກຖານເທິງຄຳສອນຂອງພຣະເຢຊູຄຣິດ. ຈົ່ງຈື່ຈຳໄວ້ວ່າ: ພຣະເຢຊູຄຣິດຄືຄວາມເຂັ້ມແຂງຂອງເຈົ້າ!
ເບິ່ງ ເອຊາຢາ 58:3–11 (ຈຸດປະສົງຂອງການຖືສິນອົດເຂົ້າ); 58:13–14 (ພອນຂອງການໃຫ້ກຽດວັນຊະບາໂຕ); ມາລາກີ 3:8–10 (ພອນຂອງການຈ່າຍສ່ວນສິບ); ລູກາ 6:27–28 (ຮັກສັດຕູຂອງເຈົ້າ); 10:25–37 (ແມ່ນໃຜທີ່ຄືເພື່ອນບ້ານຂອງຂ້ອຍ?); ໂຢຮັນ 3:16–17 (ພຣະເຈົ້າຮັກເຮົາ, ສະນັ້ນພຣະອົງຈຶ່ງສົ່ງພຣະບຸດຂອງພຣະອົງມາ); 14:15 (ເຮົາເຊື່ອຟັງພຣະບັນຍັດເພາະວ່າເຮົາຮັກພຣະເຈົ້າ); 1 ໂຢຮັນ 4:19 (ເຮົາຮັກພຣະເຈົ້າຍ້ອນພຣະອົງຮັກເຮົາ); ໂມໄຊຢາ 2:17 (ເມື່ອເຮົາຮັບໃຊ້ຄົນອື່ນ, ເຮົາກຳລັງຮັບໃຊ້ພຣະເຈົ້າ).
ຄຳຖາມກ່ຽວກັບໃບຮັບຮອງເຂົ້າພຣະວິຫານ
-
ເຈົ້າເຮັດຕາມຄຳສອນຂອງສາດສະໜາຈັກຂອງພຣະເຢຊູຄຣິດ ເລື່ອງການປະພຶດຢູ່ໃນບ່ອນລັບລີ້ ແລະ ໃນສາທາລະນະ ນຳສະມາຊິກໃນຄອບຄົວຂອງເຈົ້າ ແລະ ຄົນອື່ນໆບໍ?
-
ເຈົ້າຈ່າຍເງິນສ່ວນສິບເຕັມຈຳນວນບໍ?