ຫ້ອງ​ສະໝຸດ
2. ພຣະ​ເຈົ້າ​ຢາກ​ສື່​ສານ​ກັບ​ເຈົ້າ


ພຣະ​ບິ​ດາ ແລະ ພຣະ​ບຸດ​ມາ​ປະ​ກົດ​ຕົວ​ຕໍ່​ໂຈ​ເຊັບ ສະ​ມິດ ຢູ່​ໃນ​ປ່າ​ສັກ​ສິດ

2.

ພຣະ​ເຈົ້າ​ຢາກ​ສື່​ສານ​ກັບ​ເຈົ້າ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2–3

ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ເມື່ອ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່​ໂຈ​ເຊັບ ສະ​ມິດ ໄດ້​ອະ​ທິ​ຖານ, ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ. ພຣະ​ເຈົ້າ​ຍັງ​ສືບ​ຕໍ່​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ພຣະ​ອົງ​ກໍ​ຍັງ​ຕ້ອງ​ການ​ທີ່​ຈະ​ກ່າວ​ກັບ​ເຈົ້າ, ລູກ​ຂອງ​ພຣະ​ອົງ, ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ອີກ. ການ​ຮຽນ​ຮູ້​ທີ່​ຈະ​ຮັບ​ຮູ້​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກ່າວ​ກັບ​ເຈົ້າ​ດ້ວຍ​ວິ​ທີ​ໃດ​ນັ້ນ​ເປັນ​ໜຶ່ງ​ໃນ​ທັກ​ສະ​ທີ່​ມີ​ຄຸນ​ຄ່າ​ທີ່​ສຸດ​ທີ່​ເຈົ້າ​ສາ​ມາດ​ໄດ້​ຮັບ.

ຄວາມ​ຈິງ​ນິ​ລັນ​ດອນ

ພຣະ​ວິນ​ຍານ​ນຳ​ພາ​ເຈົ້າ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ນີ້​ແມ່ນ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພຣະ​ອົງ​ຍັງ​ຈະ​ດົນ​ໃຈ​ເຈົ້າ​ໃຫ້​ກັບ​ໃຈ ແລະ ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ວ່າ​ເຈົ້າ​ຈະ​ສາ​ມາດ​ໄດ້​ຮັບ​ພອນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ເມື່ອ​ເຈົ້າ​ກັບ​ໃຈ, ພຣະ​ວິນ​ຍານ​ຈະ​ເຮັດ​ໃຫ້​ເຈົ້າ​ບໍ​ລິ​ສຸດ ແລະ ຊ່ວຍ​ເຫລືອ​ເຈົ້າ​ໃຫ້​ປ່ຽນ​ແປງ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກ່າວ​ກັບ​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ເຈົ້າ. ຂ່າວ​ສານ​ຈາກ​ພຣະ​ວິນ​ຍານ​ສາ​ມາດ​ເຂົ້າ​ມາ​ສູ່​ຈິດ​ໃຈ​ຂອງ​ເຈົ້າ​ໃນ​ຫລາຍ​ວິ​ທີ—ຜ່ານ​ທາງ​ຄວາມ​ຄິດ​ທີ່​ໄດ້​ຮັບ​ການ​ດົນ​ໃຈ, ການ​ເຕືອນ, ການ​ເຂົ້າ​ໃຈ​ທີ່​ແຈ່ມ​ແຈ້ງ, ແລະ ຄວາມ​ຊົງ​ຈຳ​ທາງ​ວິນ​ຍານ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ກ່າວ​ກັບ​ຫົວ​ໃຈ​ຂອງ​ເຈົ້າ​ຜ່ານ​ທາງ​ຄວາມ​ຮູ້​ສຶກ​ທີ່​ເຊີດ​ຊູ​ໃຈ​ເຊັ່ນ ປອບ​ໂຍນ, ໝັ້ນ​ໃຈ, ສັນ​ຕິ​ສຸກ, ຄວາມ​ຮັກ, ຄວາມ​ຊື່ນ​ຊົມ, ຄວາມ​ຖ່ອມ​ຕົວ, ຄວາມ​ກະ​ຕັນ​ຍູ, ແລະ ຄວາມ​ອົດ​ທົນ.

ຄຳ​ເຊື້ອ​ເຊີນ

“ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.” ຄຳ​ເວົ້າ​ເຫລົ່າ​ນີ້​ໄດ້​ກ່າວ​ໄວ້​ໃນ​ຕອນ​ທີ່​ເຈົ້າ​ໄດ້​ຮັບ​ການ​ຢືນ​ຢັນ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ. ເຈົ້າ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແນວ​ໃດ? ໂດຍ​ການ​ເຊື່ອ​ຟັງ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ອົງ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ເຈົ້າ. ການ​ຕິດ​ຕາມ​ພຣະ​ອົງ​ແມ່ນ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ມາ​ສະ​ຖິດ​ຢູ່​ໃນ​ຊີ​ວິດ​ຂອງ​ເຈົ້າ.

ສະ​ແຫວງ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ​ໃນ​ການ​ອະ​ທິ​ຖານ. ທຸ້ມ​ເທ​ໃຈ​ຂອງ​ເຈົ້າ​ແດ່​ພຣະ​ອົງ. ຈົ່ງ​ຂອບ​ພຣະ​ໄທ​ພຣະ​ອົງ​ສຳ​ລັບ​ພອນ​ອັນ​ປະ​ເສີດ​ທັງ​ຫລາຍ​ທີ່​ພຣະ​ອົງ​ປະ​ທານ​ໃຫ້​ແກ່​ເຈົ້າ. ແບ່ງ​ປັນ​ຄວາມ​ສຸກ, ຄວາມ​ກັງ​ວົນ, ແລະ ຄຳ​ຖາມ​ຕ່າງໆ​ຂອງ​ເຈົ້າ​ກັບ​ພຣະ​ອົງ. ຈົ່ງ​ສະ​ຫງົບ ແລະ ຕັ້ງ​ໃຈ​ຟັງ​ຄຳ​ຕອບ​ຈາກ​ພຣະ​ອົງ, ຊຶ່ງ​ອາດ​ຈະ​ມາ​ໃນ​ຮູບ​ແບບ​ຂອງ​ຄວາມ​ຮູ້​ສຶກ​ສະ​ຫງົບ, ຄວາມ​ນຶກ​ຄິດ​ໃນ​ຈິດ​ໃຈ​ຂອງ​ເຈົ້າ, ຫລື ແຮງ​ບັນ​ດານ​ໃຈ​ໃຫ້​ເຮັດ​ບາງ​ສິ່ງ​ບາງ​ຢ່າງ.

ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ພຣະ​ຄຳ​ພີ. ພຣະ​ຄຳ​ພີ​ແມ່ນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເຖິງ​ເຈົ້າ! ຈົ່ງ​ຮຽນ​ຮູ້​ຈາກ​ມັນ​ທຸກ​ວັນ​ເພື່ອ​ຄົ້ນ​ພົບ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ ແລະ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ. ຂະ​ນະ​ທີ່​ເຈົ້າ​ອ່ານ, ຈົ່ງ​ໄຕ່​ຕອງ​ສິ່ງ​ທີ່​ພຣະ​ອົງ​ອາດ​ຈະ​ກຳ​ລັງ​ສິດ​ສອນ​ເຈົ້າ, ແລະ ຂຽນ​ຄວາມ​ປະ​ທັບ​ໃຈ​ທີ່​ໄດ້​ຮັບ​ລົງ​ໄວ້. ເຮັດ​ໃຫ້​ເປັນ​ນິ​ໄສ​ປະ​ຈຳ​ວັນ​ທີ່​ຈະ​ສຶກ​ສາ​ພຣະ​ຄຳ​ພີ—ໂດຍ​ສະ​ເພາະ​ພຣະ​ຄຳ​ພີ​ມໍ​ມອນ—ຕະ​ຫລອດ​ຊີ​ວິດ​ຂອງ​ເຈົ້າ.

ເຮັດ​ຕາມ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ​ທີ່​ເຈົ້າ​ໄດ້​ຮັບ. ຖ້າ​ຫາກ​ເຈົ້າ​ມີ​ຄວາມ​ຄິດ ຫລື ຄວາມ​ປະ​ທັບ​ໃຈ​ທີ່​ຈະ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ດີ ທີ່​ຈະ​ເປັນ​ພອນ​ໃຫ້​ກັບ​ຄົນ​ໃດ​ຄົນ​ໜຶ່ງ, ກໍ​ຈົ່ງ​ເຮັດ​ມັນ! ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ດີ​ແມ່ນ​ມາ​ຈາກ​ພຣະ​ເຈົ້າ. ສະ​ແດງ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ​ເຫັນ​ວ່າ ພຣະ​ອົງ​ສາ​ມາດ​ໄວ້​ວາງ​ພຣະ​ໄທ​ເຈົ້າ​ໄດ້​ວ່າ​ຈະ​ເຮັດ​ຕາມ​ຄວາມ​ປະ​ທັບ​ໃຈ​ທີ່​ມາ​ຈາກ​ພຣະ​ອົງ.

ພຣະ​ເຢ​ຊູ​ຄຣິດ

ພອນ​ທີ່​ສັນ​ຍາ​ໄວ້

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ປອບ​ໂຍນ ແລະ ນຳ​ພາ​ເຈົ້າ. ພຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ວ່າ​ພຣະ​ຜູ້​ປອບ​ໂຍນ. ພຣະ​ອົງ​ຈະ​ຊ່ວຍ​ເຫລືອ​ເຈົ້າ​ໃນ​ເວ​ລາ​ແຫ່ງ​ການ​ທົດ​ລອງ. ພຣະ​ອົງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ສິ່ງ​ທີ່​ຈະ​ເວົ້າ ຫລື ເຮັດ. ດ້ວຍ​ອິດ​ທິ​ພົນ​ຂອງ​ພຣະ​ອົງ, ເຈົ້າ​ສາ​ມາດ​ບອກ​ໄດ້​ເຖິງ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ສິ່ງ​ທີ່​ເປັນ​ຄວາມ​ຈິງ ແລະ ສິ່ງ​ທີ່​ບໍ່​ຈິງ. ພຣະ​ອົງ​ສາ​ມາດ​ຊ່ວຍ​ໃຫ້​ເຈົ້າ​ພົບ​ຄວາມ​ດີ​ໃນ​ຄົນ​ອື່ນ ແລະ ໃນ​ຕົວ​ເຈົ້າ​ເອງ. ພຣະ​ວິນ​ຍານ​ຍັງ​ສາ​ມາດ​ເຕືອນ​ເຈົ້າ​ກ່ຽວ​ກັບ​ອັນ​ຕະ​ລາຍ​ນຳ​ອີກ. ພຣະ​ອົງ​ຈະ​ນຳ​ພາ​ເຈົ້າ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ ແລະ ໜີ​ອອກ​ຫ່າງ​ຈາກ​ບາບ.

ເຈົ້າ​ສາ​ມາດ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ວິນ​ຍານ. ມີ​ຂອງ​ປະ​ທານ​ຫລາຍ​ຢ່າງ​ທີ່​ພຣະ​ເຈົ້າ​ມອບ​ໃຫ້​ກັບ​ລູກໆ​ຂອງ​ພຣະ​ອົງ​ຜ່ານ​ທາງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ. ບາງ​ຢ່າງ​ທີ່​ໄດ້​ກ່າວ​ໄວ້​ໃນ​ພຣະ​ຄຳ​ພີ​ແມ່ນ​ລວມ​ທັງ ການ​ເປີດ​ເຜີຍ, ການ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ, ການ​ສິດ​ສອນ, ການ​ຮູ້​ຈັກ​ແຍກ​ແຍະ, ແລະ ປັນ​ຍາ. ຈົ່ງ​ອະ​ທິ​ຖານ​ທູນ​ຖາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກ່ຽວ​ກັບ​ຂອງ​ປະ​ທານ​ແຫ່ງ​ວິນ​ຍານ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ກັບ​ເຈົ້າ, ເຈົ້າ​ສາ​ມາດ​ພັດ​ທະ​ນາ​ມັນ​ວິ​ທີ​ໃດ, ແລະ ພຣະ​ອົງ​ຕ້ອງ​ການ​ໃຫ້​ເຈົ້າ​ນຳ​ໃຊ້​ມັນ​ແນວ​ໃດ​ເພື່ອ​ເປັນ​ພອນ​ໃຫ້​ກັບ​ຄົນ​ອື່ນ.

ຄຳ​ຖາມ ແລະ ຄຳ​ຕອບ

ເປັນ​ຫຍັງ​ຄົນ​ອື່ນ​ຈຶ່ງ​ມີ​ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ກວ່າ​ຂ້ອຍ? ບໍ່​ແມ່ນ​ປະ​ສົບ​ການ​ທາງ​ວິນ​ຍານ​ຈະ​ເປັນ​ທີ່​ໜ້າ​ຕື່ນ​ເຕັ້ນ ຫລື ມະ​ຫັດ​ສະ​ຈັນ​ທັງ​ໝົດ. ສ່ວນ​ຫລາຍ​ແລ້ວ, ພຣະ​ເຈົ້າ​ກ່າວ​ກັບ​ເຮົາ​ຜ່ານ​ທາງ​ຄວາມ​ຄິດ​ສູ່​ຈິດ​ໃຈ​ຂອງ​ເຮົາ ຫລື ຄວາມ​ຮູ້​ສຶກ​ທີ່​ອ່ອນ​ໂຍນ​ສູ່​ຫົວ​ໃຈ​ຂອງ​ເຮົາ. ນີ້​ແມ່ນ​ການ​ກະ​ຊິບ​ທີ່​ງຽບ​ສະ​ຫງົບ​ຂອງ​ສຽງ​ກະ​ຊິບ​ເບົາໆ, ດັງ​ແວ່ວ​ມາ. ເຈົ້າ​ອາດ​ຈະ​ກຳ​ລັງ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ ແລະ ຍັງ​ບໍ່​ທັນ​ຮັບ​ຮູ້​ໄດ້​ເທື່ອ. ຈົ່ງ​ອະ​ທິ​ຖານ​ຕໍ່​ໄປ. ຈົ່ງ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຕໍ່​ໄປ. ດ້ວຍ​ເວ​ລາ ແລະ ການ​ຝຶກ​ຊ້ອມ, ເຈົ້າ​ຈະ​ຮຽນ​ຮູ້​ທີ່​ຈະ​ຮູ້​ຈັກ​ພຣະ​ວິນ​ຍານ​ໃນ​ຫລາຍ​ວິ​ທີ.

ເບິ່ງ 1 ກະ​ສັດ 19:11–12 (ພຣະ​ເຈົ້າ​ກ່າວ​ດ້ວຍ​ສຽງ​ກະ​ຊິບ​ເບົາໆ, ດັງ​ແວ່ວ​ມາ); ໂຢ​ຮັນ 15:26 (ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ); ໂມ​ໂຣ​ໄນ 10:3–5 (ຮູ້​ຈັກ​ຄວາມ​ຈິງ​ດ້ວຍ​ພຣະ​ວິນ​ຍານ); ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:12–13 (ພຣະ​ວິນ​ຍານ​ພາ​ໃຫ້​ເຮັດ​ຄວາມ​ດີ); 45:57 (ຮັບ​ເອົາ​ພ​ຣະ​ວິນ​ຍານ​ເພື່ອ​ການ​ນຳ​ພາ); 46:8–26 (ຂອງ​ປະ​ທານ​ແຫ່ງ​ວິນ​ຍານ).

ຄຳ​ຖາມ​ກ່ຽວ​ກັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ

  • ເຈົ້າ​ມີ​ສັດ​ທາ​ໃນ​ພຣະ​ເຈົ້າ ແລະ ມີ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ; ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ; ແລະ ໃນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ບໍ?