ຊາວ​ໜຸ່ມ
3. ເຈົ້າ​ສາ​ມາດ​ຊ່ວຍ​ວຽກ​ງານ​ຂອງ​ພຣະ​ເຈົ້າ


ພຣະ​ເຢ​ຊູ​ຄຣິດ​ເຝົ້າ​ເບິ່ງ ແລະ ດູ​ແລ​ແກະ​ຂອງ​ພຣະ​ອົງ.

3.

ເຈົ້າ​ສາ​ມາດ​ຊ່ວຍ​ວຽກ​ງານ​ຂອງ​ພຣະ​ເຈົ້າ

ໂມ​ເຊ 1:39

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ. ພຣະ​ອົງ​ຕ້ອງ​ການ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໃຫ້​ພົບ​ຄວາມ​ສຸກ ແລະ ຄວາມ​ຊື່ນ​ຊົມ, ກັບ​ຄືນ​ໄປ​ຫາ​ພຣະ​ອົງ, ແລະ ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ. ນີ້​ເອີ້ນ​ວ່າ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ເຊື້ອ​ເຊີນ​ເຈົ້າ​ໃຫ້​ຊ່ວຍ!

ຄວາມ​ຈິງ​ນິ​ລັນ​ດອນ

ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ຄື​ການ​ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ເຈົ້າ. ຄວາມ​ເປັນ​ອະ​ມະ​ຕະ​ແມ່ນ​ການ​ມີ​ຊີ​ວິດ​ຕະ​ຫລອດ​ໄປ ພ້ອມ​ກັບ​ຮ່າງ​ກາຍ​ທີ່​ຟື້ນ​ຄືນ​ຊີ​ວິດ. ຊີ​ວິດ​ນິ​ລັນ​ດອນ, ຫລື ຄວາມ​ສູງ​ສົ່ງ, ຄື​ການ​ເປັນ​ເໝືອນ​ກັບ​ພຣະ​ເຈົ້າ ແລະ ດຳ​ລົງ​ຊິ​ວິດ​ຢູ່​ກັບ​ພຣະ​ອົງ​ຊົ່ວ​ນິ​ລັນ​ດອນ​ເປັນ​ຄອບ​ຄົວ. ທັງ​ໝົດ​ນີ້​ເປັນ​ໄປ​ໄດ້​ຍ້ອນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ເຈົ້າ​ສາ​ມາດ​ໄວ້​ວາງ​ໃຈ​ພຣະ​ອົງ​ໄດ້.

ເຈົ້າ​ສາ​ມາດ​ຊ່ວຍ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ໄດ້​ໂດຍ​ການ​ມາ​ຫາ​ພຣະ​ຄຣິດ ແລະ ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ເຮັດ​ເຊັ່ນ​ດຽວ​ກັນ. ທຸກ​ຄັ້ງ​ທີ່​ເຈົ້າ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ໃນ​ການ​ຊ່ວຍ​ຄົນ​ໃດ​ຄົນ​ໜຶ່ງ​ໃຫ້​ເຮັດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ເຈົ້າ​ກຳ​ລັງ​ຊ່ວຍ​ວຽກ​ງານ​ຂອງ​ພຣະ​ເຈົ້າ.

ຄຳ​ເຊື້ອ​ເຊີນ

ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ. ສ້າງ​ສັດ​ທາ​ຂອງ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ. ກັບ​ໃຈ​ທຸກ​ວັນ. ຮັບ​ເອົາ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຈົ້າ. ຈົ່ງ​ຍຶດ​ຖື​ແບບ​ຢ່າງ​ນັ້ນ​ໄປ​ຕະ​ຫລອດ​ຊີ​ວິດ​ຂອງ​ເຈົ້າ.

ດູ​ແລ​ຄົນ​ຂັດ​ສົນ. ຈົ່ງ​ຊອກ​ຫາ​ວິ​ທີ​ທີ່​ຈະ​ຮັບ​ໃຊ້ ແລະ ປະຕິ​ບັດ​ສາດ​ສະ​ໜາ​ກິດ​ກັບ​ຄົນ​ອື່ນ, ລວມ​ທັງ​ຄອບ​ຄົວ, ໝູ່​ເພື່ອນ, ແລະ ຊຸມ​ຊົນ​ຂອງ​ເຈົ້າ. ວິ​ທີ​ທີ່​ດີ​ຢ່າງ​ໜຶ່ງ​ໃນ​ການ​ຊ່ວຍ​ເຫລືອ​ຜູ້​ຄົນ​ຂັດ​ສົນ ແມ່ນ​ການ​ເຊື່ອ​ຟັງ​ກົດ​ຂອງ​ການ​ຖື​ສິນ​ອົດ​ເຂົ້າ ແລະ ມອບ​ການ​ບໍ​ລິ​ຈາກ​ຖື​ສິນ​ອົດ​ເຂົ້າ.

ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ. ຈົ່ງ​ເຮັດ​ໃຫ້​ຄຳ​ເວົ້າ ແລະ ການ​ກະ​ທຳ​ຂອງ​ເຈົ້າ​ສະ​ທ້ອນ​ໃຫ້​ເຫັນ​ສັດ​ທາ​ຂອງ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ. ຈົ່ງ​ມີ​ໃຈ​ພ້ອມ​ທີ່​ຈະ​ບອກ​ກັບ​ໃຜ​ກໍ​ຕາມ​ທີ່​ຖາມ​ເຈົ້າ​ກ່ຽວ​ກັບ​ຄວາມ​ຫວັງ ແລະ ຄວາມ​ສຸກ​ທີ່​ເຈົ້າ​ຮູ້​ສຶກ​ໄດ້​ໃນ​ຖາ​ນະ​ທີ່​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ. ສຳ​ລັບ​ຊາຍ​ໜຸ່ມ, ການ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ​ຄື​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ສຳ​ລັບ​ຍິງ​ໜຸ່ມ, ມັນ​ຄື​ໂອ​ກາດ​ທີ່​ມີ​ພະ​ລັງ; ຈົ່ງ​ອະ​ທິ​ຖານ​ເພື່ອ​ຈະ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ເຈົ້າ​ຮັບ​ໃຊ້​ຫຍັງ. ກຽມ​ພ້ອມ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຕະ​ຫລອດ​ຊີ​ວິດ​ຂອງ​ເຈົ້າ.

ຮວບ​ຮວມ​ຄອບ​ຄົວ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ ໂດຍ​ການ​ເຮັດ​ວຽກ​ງານ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ພຣະ​ວິ​ຫານ. ຮຽນ​ຮູ້​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ. ຊອກ​ຫາ​ຂໍ້​ມູນ​ວ່າ​ແມ່ນ​ໃຜ​ທີ່​ຕ້ອງ​ການ​ພິ​ທີ​ການ​ພຣະ​ວິ​ຫານ. ໃຫ້​ໄປ​ພຣະ​ວິ​ຫານ​ເລື້ອຍໆ​ເທົ່າ​ທີ່​ເຈົ້າ​ສາ​ມາດ​ເຮັດ​ໄດ້​ເພື່ອ​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ການ​ຢືນ​ຢັນ​ແທນ​ພວກ​ເພິ່ນ. ຖ້າ​ຫາກ​ເຈົ້າ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ, ໄປ​ທີ່ FamilySearch.org.

ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ

ພອນ​ທີ່​ສັນ​ຍາ​ໄວ້

ເຈົ້າ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ບໍ່​ໄດ້​ຄາດ​ຫວັງ​ວ່າ​ເຈົ້າ​ຈະ​ເຮັດ​ວຽກ​ງານ​ນີ້​ດ້ວຍ​ຕົວ​ຄົນ​ດຽວ. ພຣະ​ອົງ​ສະ​ຖິດ​ຢູ່​ກັບ​ເຈົ້າ. ເມື່ອ​ເຈົ້າ​ຖວາຍ​ເວ​ລາ ແລະ ໃຈ​ຂອງ​ເຈົ້າ​ຢ່າງ​ຖ່ອມ​ໃຈ, ພຣະ​ອົງ​ຈະ​ເຮັດ​ສິ່ງ​ອັດ​ສະ​ຈັນ​ຜ່ານ​ຕົວ​ເຈົ້າ. ພຣະ​ເຢ​ຊູ​ຄຣິດ​ຄື​ຄວາມ​ເຂັ້ມ​ແຂງ​ຂອງ​ເຈົ້າ!

ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ. ວຽກ​ງານ​ຂອງ​ພຣະ​ເຈົ້າ​ເປັນ​ວຽກ​ງານ​ທີ່​ມີ​ຄວາມ​ສຸກ! ເມື່ອ​ເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ, ເຈົ້າ​ຈະ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ທີ່​ພຣະ​ອົງ​ຮູ້​ສຶກ. ໃຫ້​ຈິນ​ຕະ​ນາ​ການ​ເຖິງ​ຄວາມ​ສຸກ​ທີ່​ເຈົ້າ​ຈະ​ມີ​ຮ່ວມ​ກັນກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ລູກໆ​ຂອງ​ພຣະ​ອົງ​ຜູ້​ທີ່​ເຈົ້າ​ຊ່ວຍ​ນຳ​ມາ​ສູ່​ພຣະ​ອົງ!

ຄຳ​ຖາມ ແລະ ຄຳ​ຕອບ

ພຣະ​ເຈົ້າ​ສາ​ມາດ​ໃຊ້​ຂ້ອຍ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ​ໄດ້​ແທ້​ຫລື​ບໍ່? ໄດ້! ມີ​ຫລາຍ​ວິ​ທີ​ທາງ​ໃນ​ການ​ຊ່ວຍ​ວຽກ​ງານ​ນີ້. ມັນ​ອາດ​ຈະ​ເບິ່ງ​ຄື​ວ່າ​ຄົນ​ອື່ນ​ມີ​ພອນ​ສະ​ຫວັນ ຫລື ທັກ​ສະ​ຫລາຍ​ກວ່າ, ແຕ່​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ​ເຫັນ​ສັກ​ກະ​ຍະ​ພາບ​ຂອງ​ເຈົ້າ. ພຣະ​ອົງ​ໄດ້​ມອບ​ຂອງ​ປະ​ທານ​ໃຫ້​ແກ່​ເຈົ້າ ທີ່​ເຈົ້າ​ຈະ​ສາ​ມາດ​ນຳ​ໃຊ້​ໃນ​ການ​ຮັບ​ໃຊ້ ແລະ ເຕົ້າ​ໂຮມ​ລູກໆ​ຂອງ​ພຣະ​ອົງ. ບໍ່​ເປັນ​ຫຍັງ​ເລີຍ​ທີ່ ຂອງ​ປະ​ທານ​ເຫລົ່າ​ນີ້​ຈະ​ແຕກ​ຕ່າງ​ຈາກ​ທີ່​ຄົນ​ອື່ນໆ​ມີ. ໃນ​ຄວາມ​ເປັນ​ຈິງ, ນັ້ນ​ຄື​ເຫດ​ຜົນ​ທີ່​ເຮັດ​ໃຫ້​ຂອງ​ປະ​ທານ​ຂອງ​ເຈົ້າ​ມີ​ຄຸນ​ຄ່າ​ຫລາຍ. ເຈົ້າ​ເປັນ​ທີ່​ຕ້ອງ​ການ!

ເບິ່ງ ມັດ​ທາຍ 10:39 (ຖ້າ​ເຈົ້າ​ເສຍ​ຊີ​ວິດ​ຂອງ​ເຈົ້າ​ໃນ​ການ​ຮັບ​ໃຊ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຈົ້າ​ກໍ​ຈະ​ໄດ້​ຊີ​ວິດ); 1 ໂກ​ຣິນ​ໂທ 12:14–27 (ສະ​ມາ​ຊິກ​ທຸກ​ຄົນ​ມີ​ຄວາມ​ຈຳ​ເປັນ​ຕໍ່​ພຣະ​ກາຍ​ຂອງ​ພຣະ​ຄຣິດ); ຟີ​ລິບ​ປອຍ 1:6 (ຈົ່ງ​ໝັ້ນ​ໃຈ​ວ່າ​ພຣະ​ເຈົ້າ​ກຳ​ລັງ​ເຮັດ​ວຽກ​ໃນ​ເຈົ້າ); ຢາ​ໂຄບ 5:72 (ເຈົ້າ​ນາຍ​ຂອງ​ສວນ​ອະ​ງຸ່ນ​ໄດ້​ອອກ​ແຮງ​ງານ​ຮ່ວມ​ກັບ​ເຈົ້າ); ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:15–16 (ເຈົ້າ​ຈະ​ມີ​ຄວາມ​ຊື່ນ​ຊົມ​ຫລາຍ​ພຽງ​ໃດ​ກັບ​ຜູ້​ທີ່​ເຈົ້າ​ໄດ້​ນຳ​ມາ​ຫາ​ພຣະ​ຄຣິດ); 64:33–34 (ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ແມ່ນ​ມາ​ຈາກ​ສິ່ງ​ເລັກ​ນ້ອຍ ແລະ ລຽບ​ງ່າຍ); ໂມ​ເຊ 1:6 (“ເຮົາ​ມີ​ວຽກ​ງານ​ຢ່າງ​ໜຶ່ງ​ສຳ​ລັບ​ເຈົ້າ”); 6:31–34 (ພຣະ​ເຈົ້າ​ເຮັດ​ໃຫ້​ຜູ້​ທີ່​ພຣະ​ອົງ​ເອີ້ນ​ມີ​ຄຸນ​ສົມ​ບັດ, ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ຈະ​ຮູ້​ສຶກ​ວ່າ​ຕົວ​ເອງ​ບໍ່​ເໝາະ​ສົມ​ກໍ​ຕາມ).

ຄຳ​ຖາມ​ກ່ຽວ​ກັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ

  • ເຈົ້າ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ບໍ?