ຊາວ​ໜຸ່ມ
11. ຄວາມ​ຈິງ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ອິດ​ສະ​ລະ


ຊາຍ​ໜຸ່ມ​ໃນ​ສະ​ໄໝ​ບູ​ຮານ​ຄົນ​ໜຶ່ງ​ກຳ​ລັງ​ອ່ານ​ຈາກ​ໜັງ​ສື​ມ້ວນ

Feast Upon the Word [ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ], ໂດຍ ລີສ໌ ລີ​ມັນ ສະ​ວິນ​ໂດ ໄດ້​ຮັບ​ອະ​ນຸ​ຍາດ​ຈາກ Havenlight

11.

ຄວາມ​ຈິງ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ອິດ​ສະ​ລະ

ໂຢ​ຮັນ 8:32

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ​ຄື​ພຣະ​ເຈົ້າ​ແຫ່ງ​ຄວາມ​ຈິງ. ພຣະ​ອົງ​ຮູ້​ຈັກ​ທຸກ​ສິ່ງ. ຄວາມ​ຈິງ​ທັງ​ໝົດ​ມາ​ຈາກ​ພຣະ​ອົງ ແລະ ນຳ​ໄປ​ສູ່​ພຣະ​ອົງ. ເຈົ້າ​ສະ​ແດງ​ໃຫ້​ເຫັນ​ວ່າ ເຈົ້າ​ເຫັນ​ຄຸນ​ຄ່າ​ຂອງ​ຄວາມ​ຈິງ​ຂະ​ນະ​ທີ່​ເຈົ້າ​ສະ​ແຫວງ​ຫາ​ການ​ຮຽນ​ຮູ້, ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ຊື່​ສັດ, ແລະ ຢືນ​ຢັດ​ຢ່າງ​ກ້າ​ຫານ​ເພື່ອ​ສິ່ງ​ທີ່​ເຈົ້າ​ຮູ້​ຈັກ​ວ່າ​ຖືກ​ຕ້ອງ—ເຖິງ​ແມ່ນ​ວ່າ ເຈົ້າ​ຈະ​ຢືນ​ຢູ່​ຄົນ​ດຽວ​ກໍ​ຕາມ.

ຄວາມ​ຈິງ​ນິ​ລັນ​ດອນ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕ້ອງ​ການ​ໃຫ້​ທິ​ດາ ແລະ ບຸດ​ຂອງ​ພຣະ​ອົງ​ຮຽນ​ຮູ້​ຕະ​ຫລອດ​ເວ​ລາ. ເຈົ້າ​ມີ​ເຫດ​ຜົນ​ທັງ​ສອງ​ດ້ານ​ຄື​ທາງ​ໂລກ ແລະ ທາງ​ວິນ​ຍານ​ໃນ​ການ​ສະ​ແຫວງ​ຫາ ແລະ ຮັກ​ການ​ຮຽນ​ຮູ້. ການ​ສຶກ​ສາ​ບໍ່​ໄດ້​ເປັນ​ພຽງ​ແຕ່​ການ​ຫາ​ເງິນ​ເທົ່າ​ນັ້ນ. ມັນ​ເປັນ​ສ່ວນ​ໜຶ່ງ​ຂອງ​ເປົ້າ​ໝາຍ​ນິ​ລັນ​ດອນ​ຂອງ​ເຈົ້າ​ເພື່ອ​ໃຫ້​ກາຍ​ເປັນ​ເໝືອນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຫລາຍ​ຂຶ້ນ.

ການ​ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ຊື່​ສັດ​ໝາຍ​ຄວາມ​ວ່າ ເຈົ້າ​ຮັກ​ສິ່ງ​ທີ່​ຖືກ​ຕ້ອງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ—ຫລາຍ​ກວ່າ​ທີ່​ເຈົ້າ​ຮັກ​ຄວາມ​ສະ​ບາຍ, ຄ່າ​ນິ​ຍົມ, ຫລື ຄວາມ​ສະ​ດວກ​ສ່ວນ​ຕົວ. ມັນ​ໝາຍ​ຄວາມ​ວ່າ ການ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ພຽງ​ເພາະ​ມັນ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງ.

ເຈົ້າ​ມີ​ບາງ​ສິ່ງ​ທີ່​ລ້ຳ​ຄ່າ​ທີ່​ຈະ​ແບ່ງ​ປັນ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ມີ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ຂອງ​ຊີ​ວິດ. ມັນ​ເປັນ​ທາງ​ທີ່​ພາ​ໄປ​ສູ່​ສັນ​ຕິ​ສຸກ ແລະ ຄວາມ​ສຸກ. ເຈົ້າ​ອາດ​ຈະ​ບໍ່​ຮູ້​ທຸກ​ສິ່ງ​ທຸກ​ຢ່າງ, ແຕ່​ວ່າ​ເຈົ້າ​ຮູ້​ຈັກ​ພຽງ​ພໍ​ທີ່​ຈະ​ຮັກ​ເພື່ອນ​ບ້ານ​ຂອງ​ເຈົ້າ, ແບ່ງ​ປັນ​ຫລັກ​ທຳ​ແຫ່ງ​ຄວາມ​ຈິງ​ກັບ​ເຂົາ​ເຈົ້າ, ແລະ ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຮຽນ​ຮູ້​ເພີ່ມ​ເຕີມ.

ຄຳ​ເຊື້ອ​ເຊີນ

ຮຽນ​ຮູ້​ຢູ່​ສະ​ເໝີ. ຈົ່ງ​ຊອກ​ຫາ​ໂອ​ກາດ​ເພື່ອ​ຂະ​ຫຍາຍ​ຄວາມ​ຄິດ ແລະ ທັກ​ສະ​ຂອງ​ເຈົ້າ. ໂອ​ກາດ​ເຫລົ່າ​ນີ້​ອາດ​ລວມ​ທັງ​ການ​ສຶກ​ສາ​ຢ່າງ​ເປັນ​ທາງ​ການ​ຢູ່​ທີ່​ໂຮງ​ຮຽນ ຫລື ການ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ, ເຊັ່ນ​ດຽວ​ກັນ​ກັບ​ການ​ຮຽນ​ຮູ້​ຢ່າງ​ບໍ່​ເປັນ​ທາງ​ການ​ຈາກ​ແຫລ່ງ​ທີ່​ທ່ານ​ເຊື່ອ​ໃຈ​ໄດ້. ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຈົ້າ, ແລ້ວ​ພຣະ​ອົງ​ຈະ​ນຳ​ທາງ​ເຈົ້າ.

ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ຈິງ​ທາງ​ວິນ​ຍານ. ຂະ​ນະ​ທີ່​ເຈົ້າ​ຮຽນ​ຮູ້​ກ່ຽວ​ກັບ​ໂລກ​ຢູ່​ອ້ອມ​ຕົວ​ເຈົ້າ, ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ທີ່​ໄດ້​ສ້າງ​ໂລກ​ນຳ​ອີກ. ສຶກ​ສາ​ກ່ຽວ​ກັບ​ພຣະ​ຊົນ​ຊີບ ແລະ ຄຳ​ສອນ​ຂອງ​ພຣະ​ອົງ. ເຮັດ​ໃຫ້​ຫ້ອງ​ຮຽນ​ສາດ​ສະ​ໜາ, ສະ​ຖາ​ບັນ, ແລະ ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ສ່ວນ​ຕົວ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ຮຽນ​ຮູ້​ຕະ​ຫລອດ​ຊີ​ວິດ​ຂອງ​ເຈົ້າ. ມັນ​ສາ​ມາດ​ກຽມ​ເຈົ້າ​ໃຫ້​ພ້ອມ​ເພື່ອ​ຮັບ​ໃຊ້​ເຜີຍ​ແຜ່ ແລະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຕະ​ຫລອດ​ຊີ​ວິດ​ຂອງ​ເຈົ້າ.

ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ຊື່​ສັດ. ຈົ່ງ​ຢ່າ​ລັກ, ຕົວະ, ໂກງ, ຫລື ຫລອກ​ລວງ ໃນ​ທຸກ​ຮູບ​ແບບ—ທັງ​ຢູ່​ທີ່​ໂຮງ​ຮຽນ, ຢູ່​ບ່ອນ​ເຮັດ​ວຽກ, ທາງ​ອອນ​ລາຍ, ທຸກໆ​ບ່ອນ. ຈົ່ງ​ເປັນ​ຜູ້​ຕິດ​ຕາມ​ທີ່​ຊື່​ສັດ​ຄົນ​ດຽວ​ກັນ​ນັ້ນ​ຂອງ​ພຣະ​ເຢ​ຊູ​ຄຣິດ ທັງ​ໃນ​ທີ່​ສາ​ທາ​ລະ​ນະ ແລະ ໃນ​ທີ່​ສ່ວນ​ຕົວ.

ຜູ້​ຄົນ​ກຳ​ລັງ​ຄຸ​ເຂົ່າ​ຢູ່​ຕໍ່​ໜ້າ​ພຣະ​ເຢ​ຊູ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ

ພອນ​ທີ່​ສັນ​ຍາ​ໄວ້

ການ​ສຶກ​ສາ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ເຈົ້າ​ໃນ​ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ, ລວມ​ທັງ​ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ. ການ​ສຶກ​ສາ​ຈະ​ໃຫ້​ພະ​ລັງ​ແກ່​ເຈົ້າ​ເພື່ອ​ເປັນ​ພອນ​ໃຫ້​ກັບ​ຄົນ​ອື່ນ, ໂດຍ​ສະ​ເພາະ​ຄອບ​ຄົວ​ຂອງ​ເຈົ້າ. ຍິ່ງ​ເຈົ້າ​ຮຽນ​ຮູ້​ຫລາຍ​ເທົ່າ​ໃດ, ເຈົ້າ​ກໍ​ຈະ​ຍິ່ງ​ສາ​ມາດ​ຊ່ວຍ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ແລະ ມີ​ອິດ​ທິ​ພົນ​ຕໍ່​ໂລກ​ໃນ​ທາງ​ທີ່​ດີ​ໄດ້​ຫລາຍ​ຂຶ້ນ.

ຄວາມ​ຊື່​ສັດ​ນຳ​ຄວາມ​ສະ​ຫງົບ​ສຸກ ແລະ ການ​ເຄົາ​ລົບ​ຕົນ​ເອງ​ມາ​ໃຫ້. ເມື່ອ​ຄຳ​ເວົ້າ ແລະ ການ​ກະ​ທຳ​ຂອງ​ເຈົ້າ​ສອດ​ຄ່ອງ​ກັບ​ຄວາມ​ຈິງ, ເຈົ້າ​ສະ​ແດງ​ໃຫ້​ເຫັນ​ວ່າ ເຈົ້າ​ສາ​ມາດ​ເປັນ​ທີ່​ໄວ້​ວາງ​ໃຈ​ຂອງ​ຄົນ​ອື່ນ ແລະ ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້.

ເມື່ອ​ເຈົ້າ​ຢືນ​ຢັດ​ໃນ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ອົງ​ກໍ​ຈະ​ຢືນ​ຢູ່​ກັບ​ເຈົ້າ. ພຣະ​ເຢ​ຊູ​ຄຣິດ​ຄື​ຄວາມ​ເຂັ້ມ​ແຂງ​ຂອງ​ເຈົ້າ! ຄົນ​ອື່ນ​ອາດ​ຈະ​ບໍ່​ເຫັນ​ດີ​ກັບ​ຄວາມ​ເຊື່ອ​ຂອງ​ເຈົ້າ, ແຕ່​ຄວາມ​ກ້າ​ຫານ ແລະ ຄວາມ​ຈິງ​ໃຈ​ຂອງ​ເຈົ້າ​ຈະ​ຖືກ​ສັງ​ເກດ​ເຫັນ​ໄດ້. ບໍ່​ວ່າ​ຄົນ​ອື່ນ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເຈົ້າ​ຫລື​ບໍ່, ແຕ່​ປະ​ຈັກ​ພະ​ຍານ, ຄວາມ​ໝັ້ນ​ໃຈ, ແລະ ສັດ​ທາ​ຂອງ​ເຈົ້າ​ໃນ​ພຣະ​ຄຣິດ​ຈະ​ເຕີບ​ໂຕ​ຂຶ້ນ.

ຄຳ​ຖາມ ແລະ ຄຳ​ຕອບ

ການ​ມີ​ຄຳ​ຖາມ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ເປັນ​ເລື່ອງ​ທີ່​ຜິດ​ບໍ? ຂ້ອຍ​ຈະ​ສາ​ມາດ​ພົບ​ຄຳ​ຕອບ​ໄດ້​ແນວ​ໃດ? ການ​ມີ​ຄຳ​ຖາມ​ນັ້ນ​ບໍ່​ແມ່ນ​ສັນ​ຍານ​ເຖິງ​ຄວາມ​ອ່ອນ​ແອ ຫລື ການ​ຂາດ​ສັດ​ທາ. ແທ້​ຈິງ​ແລ້ວ, ການ​ຖາມ​ຄຳ​ຖາມ​ສາ​ມາດ​ຊ່ວຍ​ສ້າງ​ສັດ​ທາ. ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ໄດ້​ເລີ່ມ​ຕົ້ນ​ເມື່ອ​ໂຈ​ເຊັບ ສະ​ມິດ ອາ​ຍຸ 14 ປີ ໄດ້​ຖາມ​ຄຳ​ຖາມ​ດ້ວຍ​ສັດ​ທາ. ໃຫ້​ສະ​ແຫວງ​ຫາ​ຄຳ​ຕອບ​ໃນ​ພຣະ​ຄຳ​ພີ, ໃນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ, ຈາກ​ຜູ້​ນຳ ແລະ ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ຊື່​ສັດ​ຂອງ​ເຈົ້າ, ແລະ ຈາກ​ພຣະ​ເຈົ້າ​ພຣະ​ອົງ​ເອງ. ຖ້າ​ຫາກ​ບໍ່​ໄດ້​ຮັບ​ຄຳ​ຕອບ​ທັນ​ທີ, ໃຫ້​ໄວ້​ວາງ​ໃຈ​ວ່າ ເຈົ້າ​ຈະ​ຮຽນ​ຮູ້​ເປັນ​ບັນ​ທັດ​ເປັນ​ຂໍ້​ເລັກໆ​ນ້ອຍໆ. ຈົ່ງ​ດຳ​ລົງ​ຊີ​ວິດ​ຕາມ​ສິ່ງ​ທີ່​ເຈົ້າ​ຮູ້​ແລ້ວ, ແລະ ຈົ່ງ​ສືບ​ຕໍ່​ສະ​ແຫວງ​ຫາ​ຄວາມ​ຈິງ.

ຂ້ອຍ​ຈະ​ຢືນ​ຢັດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ​ໄດ້​ແນວ​ໃດ​ໂດຍ​ບໍ່​ເຮັດ​ຜິດ​ໃຈ​ຜູ້​ທີ່​ມີ​ຄວາມ​ເຊື່ອ​ທີ່​ແຕກ​ຕ່າງ? ຈົ່ງ​ເລີ່ມ​ຕົ້ນ​ດ້ວຍ​ການ​ຮັບ​ປະ​ກັນ​ວ່າ​ຄຳ​ເວົ້າ ແລະ ການ​ກະ​ທຳ​ຂອງ​ເຈົ້າ​ນັ້ນ​ແມ່ນ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ຄວາມ​ຮັກ​ທີ່​ມີ​ຕໍ່​ພຣະ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງ. ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ບໍ່​ຄວນ​ເຮັດ​ດ້ວຍ​ຈິດ​ໃຈ​ທີ່​ຂັດ​ແຍ້ງ​ກັນ ແຕ່​ຄວນ​ເຮັດ​ດ້ວຍ​ຄວາມ​ຊັດ​ເຈນ, ຄວາມ​ອ່ອນ​ໂຍນ, ແລະ ຄວາມ​ເມດ​ຕາ. ເຈົ້າ​ສາ​ມາດ​ມີ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ໄດ້ ເຖິງ​ແມ່ນ​ວ່າ ເຈົ້າ​ຈະ​ບໍ່​ເຫັນ​ດີ​ກັບ​ຄວາມ​ຄິດ​ເຫັນ​ຂອງ​ເຂົາ​ເຈົ້າ​ກໍ​ຕາມ. ຈົ່ງ​ເປັນ​ຕົວ​ຢ່າງ​ທີ່​ດີ​ຂອງ​ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ດ້ວຍ​ວິ​ທີ​ທີ່​ເຈົ້າ​ດຳ​ລົງ​ຊີ​ວິດ.

ເບິ່ງ ມັດ​ທາຍ 5:14–16 (ຈົ່ງ​ໃຫ້​ແສງ​ສະ​ຫວ່າງ​ທີ່​ຢູ່​ໃນ​ເຈົ້າ​ນັ້ນ​ສ່ອງ​ແຈ້ງ); ໂຢ​ຮັນ 14:6 (ພຣະ​ເຢ​ຊູ​ຄື​ຄວາມ​ຈິງ); 1 ເປ​ໂຕ 3:15 (ຈົ່ງ​ກຽມ​ພ້ອມ​ສະ​ເໝີ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຫວັງ​ຂອງ​ເຈົ້າ​ໃນ​ພຣະ​ຄຣິດ); ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:77–80 (ສິ່ງ​ຕ່າງໆ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ເຮົາ​ຮຽນ​ຮູ້); 88:118 (ສະ​ແຫວງ​ຫາ​ຖ້ອຍ​ຄຳ​ແຫ່ງ​ປັນ​ຍາ​ຢູ່​ໃນ​ປຶ້ມ​ທີ່​ດີ​ທີ່​ສຸດ); 93:36 (ລັດ​ສະໝີ​ພາບ​ຂອງ​ພຣະ​ເຈົ້າ​ເປັນ​ຄວາມ​ຮູ້​ແຈ້ງ); 124:15 (ຄວາມ​ຊື່​ສັດ​ໝາຍ​ເຖິງ​ການ​ຮັກ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ); 130:18 (ຄວາມ​ຮູ້​ແຈ້ງ​ຈະ​ລຸກ​ຂຶ້ນ​ກັບ​ເຮົາ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ).

ຄຳ​ຖາມ​ກ່ຽວ​ກັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ

  • ເຈົ້າ​ພະ​ຍາ​ຍາມ​ຊື່​ສັດ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ບໍ?

  • ເຈົ້າ​ສະ​ໜັບ​ສະ​ໜູນ ຫລື ສົ່ງ​ເສີມ​ການ​ສິດ​ສອນ, ການ​ປະ​ຕິ​ບັດ, ຫລື ຄຳ​ສອນ​ຂອງ​ຜູ້​ທີ່​ຕໍ່​ຕ້ານ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄ​ຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ບໍ?