Family Looking Towards the Light [ຄອບຄົວ ກຳລັງເບິ່ງໄປທີ່ແສງສະຫວ່າງ], ໂດຍ ໂລເວຕາ ເຣເຢສ ໄຄໂຣ. ໄດ້ຮັບອະນຸຍາດຈາກ Havenlight
10.
ຮ່າງກາຍຂອງເຈົ້ານັ້ນສັກສິດ
1 ໂກຣິນໂທ 6:18–20
ຮ່າງກາຍຂອງເຈົ້າເປັນຂອງປະທານທີ່ໜ້າອັດສະຈັນຈາກພຣະບິດາເທິງສະຫວັນຂອງເຈົ້າ. ການມີຮ່າງກາຍເຮັດໃຫ້ເຈົ້າມີພະລັງຫລາຍຂຶ້ນໃນການໃຊ້ເສລີພາບຂອງເຈົ້າໃນການເລືອກລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ. ພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູຂອງພຣະເຢຊູຄຣິດສາມາດຊ່ວຍເຈົ້າໃຫ້ເຫັນຮ່າງກາຍຂອງເຈົ້າຈາກທັດສະນະຂອງພຣະເຈົ້າ. ແລະ ສິ່ງນີ້ເຮັດໃຫ້ມີຄວາມແຕກຕ່າງຢ່າງຫລວງຫລາຍໃນການເລືອກຂອງເຈົ້າກ່ຽວກັບວ່າຈະເຮັດຫຍັງແດ່ ແລະ ເບິ່ງແຍງຮ່າງກາຍຂອງເຈົ້າແນວໃດ.
ຄວາມຈິງນິລັນດອນ
ຮ່າງກາຍຂອງເຈົ້າໄດ້ຖືກສ້າງຂຶ້ນຕາມຮູບລັກສະນະຂອງພຣະເຈົ້າ—ຜູ້ຊົງລັດສະໝີພາບ, ແລະ ສະຫງ່າງາມທີ່ສຸດໃນຈັກກະວານ. ພຣະຄຳພີປຽບທຽບຮ່າງກາຍຂອງເຮົາກັບພຣະວິຫານສັກສິດ, ຊຶ່ງເປັນທີ່ບ່ອນທີ່ພຣະວິນຍານສາມາດສະຖິດຢູ່ໄດ້. ແນ່ນອນວ່າ, ຕອນນີ້ຮ່າງກາຍຂອງເຈົ້າບໍ່ສົມບູນແບບ. ແຕ່ປະສົບການຕ່າງໆທີ່ເຈົ້າກຳລັງມີກັບຮ່າງກາຍຂອງເຈົ້າສາມາດຊ່ວຍກຽມເຈົ້າໃຫ້ພ້ອມເພື່ອໃນມືໜຶ່ງຈະໄດ້ຮັບຮ່າງກາຍທີ່ສົມບູນແບບ, ຟື້ນຄືນຊີວິດ, ແລະ ມີລັດສະໝີພາບ.
ຈິດວິນຍານຂອງເຈົ້າປະກອບດ້ວຍຮ່າງກາຍ ແລະ ວິນຍານຂອງເຈົ້າ. ດ້ວຍເຫດຜົນນີ້, ສຸຂະພາບທາງຮ່າງກາຍ ແລະ ສຸຂະພາບທາງວິນຍານຈຶ່ງກ່ຽວຂ້ອງກັນຢ່າງໃກ້ຊິດ. ພຣະຜູ້ຊ່ວຍໃຫ້ລອດໄດ້ເປີດເຜີຍພຣະວາຈາແຫ່ງປັນຍາເພື່ອສິດສອນຫລັກທໍາໃນການດູແລຮ່າງກາຍຂອງເຈົ້າ ແລະ ເພື່ອສັນຍາວ່າຈະໄດ້ຮັບພອນທາງຮ່າງກາຍ ແລະ ທາງວິນຍານ.
ຄວາມຮູ້ສຶກທາງເພດເປັນສ່ວນໜຶ່ງທີ່ສຳຄັນໃນແຜນຂອງພຣະເຈົ້າ ເພື່ອສ້າງການແຕ່ງງານທີ່ມີຄວາມສຸກ ແລະ ຄອບຄົວນິລັນດອນ. ຄວາມຮູ້ສຶກເຫລົ່ານີ້ບໍ່ແມ່ນຄວາມບາບ—ຄືຄວາມຮູ້ສຶກທີ່ສັກສິດ. ຍ້ອນວ່າຄວາມຮູ້ສຶກທາງເພດນັ້ນມີຄວາມສັກສິດ ແລະ ມີພະລັງຫລາຍ, ພຣະເຈົ້າຈຶ່ງໄດ້ປະທານກົດພົມມະຈັນໃຫ້ແກ່ເຈົ້າ ເພື່ອກະກຽມເຈົ້າໃຫ້ໃຊ້ຄວາມຮູ້ສຶກເຫລົ່ານີ້ຕາມທີ່ພຣະອົງປະສົງ. ກົດພົມມະຈັນກ່າວວ່າ ພຣະເຈົ້າອະນຸມັດກິດຈະກຳທາງເພດລະຫວ່າງຊາຍ ແລະ ຍິງທີ່ແຕ່ງງານກັນແລ້ວເທົ່ານັ້ນ. ຫລາຍຄົນເມີນເສີຍ ຫລື ແມ່ນແຕ່ເຍາະເຍີ້ຍກົດຂອງພຣະເຈົ້າ, ແຕ່ພຣະຜູ້ເປັນເຈົ້າເຊື້ອເຊີນເຮົາໃຫ້ເປັນສານຸສິດຂອງພຣະອົງ ແລະ ດຳລົງຊີວິດຕາມມາດຕະຖານທີ່ສູງກວ່າ.
ຄຳເຊື້ອເຊີນ
ປະຕິບັດຕໍ່ຮ່າງກາຍຂອງເຈົ້າ—ແລະ ຮ່າງກາຍຂອງຄົນອື່ນ—ດ້ວຍຄວາມເຄົາລົບ. ຂະນະທີ່ເຈົ້າຕັດສິນໃຈກ່ຽວກັບເສື້ອຜ້າ, ຊົງຜົມ, ແລະ ຮູບລັກສະນະພາຍນອກຂອງເຈົ້າ, ໃຫ້ຖາມຕົວເອງວ່າ, “ເຮົາໃຫ້ກຽດແກ່ຮ່າງກາຍຂອງເຮົາ ໃນຖານະຂອງຂວັນອັນສັກສິດຈາກພຣະເຈົ້າຫລືບໍ່?” ພຣະບິດາເທິງສະຫວັນຢາກໃຫ້ເຮົາເບິ່ງກັນແລະກັນໃນແບບທີ່ເຮົາເປັນແທ້ໆ: ບໍ່ແມ່ນພຽງແຕ່ຮ່າງກາຍພາຍນອກເທົ່ານັ້ນ ແຕ່ເປັນລູກທີ່ຮັກຂອງພຣະອົງທີ່ມີຈຸດໝາຍປາຍທາງອັນສູງສົ່ງ. ຫລີກລ້ຽງຮູບແບບທີ່ເນັ້ນໜັກ ຫລື ນຳເອົາຄວາມສົນໃຈທີ່ບໍ່ເໝາະສົມເຂົ້າມາສູ່ຮ່າງກາຍຂອງເຈົ້າ ແທນທີ່ຈະເຫັນວ່າເຈົ້າແມ່ນໃຜໃນຖານະທີ່ເປັນລູກຂອງພຣະເຈົ້າທີ່ມີອະນາຄົດນິລັນດອນ. ໃຫ້ຄວາມສະອາດທາງສິນທຳ ແລະ ຄວາມຮັກຕໍ່ພຣະເຈົ້ານຳພາການເລືອກຂອງເຈົ້າ. ສະແຫວງຫາຄຳປຶກສາຈາກຄອບຄົວຂອງເຈົ້າ.
ເຮັດສິ່ງທີ່ຈະເຮັດໃຫ້ຮ່າງກາຍຂອງເຈົ້າແຂງແຮງ, ບໍ່ແມ່ນເຮັດສິ່ງທີ່ຈະທຳຮ້າຍ ຫລື ເຮັດໃຫ້ຮ່າງກາຍເສຍຫາຍ. ຊື່ນຊົມດ້ວຍຄວາມກະຕັນຍູຕໍ່ສິ່ງດີໆທັງຫລາຍທີ່ພຣະເຈົ້າໄດ້ປະທານໃຫ້. ຈົ່ງຈື່ຈຳໄວ້ວ່າເຫລົ້າ, ຢາສູບ, ກາເຟ, ຊາ, ແລະ ຢາເສບຕິດ ແລະ ສານເສບຕິດທີ່ເປັນອັນຕະລາຍອື່ນໆ ແມ່ນບໍ່ໄດ້ມີໄວ້ສຳລັບໃຫ້ຮ່າງກາຍ ຫລື ວິນຍານຂອງເຈົ້າ. ເແມ່ນແຕ່ສານທີ່ເປັນປະໂຫຍດ, ເຊັ່ນ ຢາຕາມໝໍສັ່ງ ກໍສາມາດເປັນອັນຕະລາຍໄດ້ ຖ້າບໍ່ຖືກນຳໃຊ້ຢ່າງຖືກຕ້ອງ.
ຮັກສາເພດສຳພັນ ແລະ ຄວາມຮູ້ສຶກທາງເພດໃຫ້ສັກສິດ. ມັນບໍ່ຄວນເປັນເລື່ອງຕະຫລົກ ຫລື ຄວາມບັນເທີງ. ນອກເໜືອການແຕ່ງງານລະຫວ່າງຊາຍ ແລະ ຍິງແລ້ວ, ເປັນສິ່ງທີ່ຜິດ ທີ່ຈະສຳຜັດສ່ວນລັບ, ສ່ວນສັກສິດຂອງຮ່າງກາຍຂອງຄົນອື່ນ, ເຖິງແມ່ນຈະໃສ່ເສື້ອຜ້າກໍຕາມ. ໃນການເລືອກຂອງເຈົ້າກ່ຽວກັບສິ່ງທີ່ເຈົ້າເຮັດ, ຫລຽວເບິ່ງ, ອ່ານ, ຟັງ, ຄິດກ່ຽວກັບ, ໂພສ໌, ຫລື ສົ່ງຂໍ້ຄວາມ, ຈົ່ງຫລີກລ້ຽງສິ່ງໃດກໍຕາມທີ່ຈົງໃຈປຸກອາລົມຕັນຫາໃນຕົວຄົນອື່ນ ຫລື ຕົວເຈົ້າເອງ. ນີ້ລວມທັງຮູບພາບລາມົກໃນທຸກຮູບແບບ. ຈົ່ງຫລີກລ້ຽງ, ຖ້າຫາກວ່າເຈົ້າພົບກັບສະຖານະການ ຫລື ກິດຈະກຳຕ່າງໆທີ່ເຮັດໃຫ້ການລໍ້ລວງນັ້ນເພີ່ມທະວີຂຶ້ນ. ເຈົ້າຮູ້ຈັກແລ້ວບໍວ່າ ສະຖານະການ ແລະ ກິດຈະກຳເຫລົ່ານີ້ມີຫຍັງແດ່. ແລະ ຖ້າເຈົ້າບໍ່ແນ່ໃຈ, ພຣະວິນຍານ, ຄອບຄົວ, ແລະ ຜູ້ນຳຂອງເຈົ້າສາມາດຊ່ວຍເຈົ້າໃຫ້ຮູ້ຈັກໄດ້. ສະແດງໃຫ້ພຣະບິດາຜູ້ສະຖິດຢູ່ໃນສະຫວັນເຫັນວ່າເຈົ້າໃຫ້ກຽດ ແລະ ເຄົາລົບອຳນາດທີ່ສັກສິດຂອງການສ້າງຊີວິດ.
ພອນທີ່ສັນຍາໄວ້
ຄວາມເຄົາລົບຕໍ່ຕົວເຈົ້າເອງ ແລະ ຕໍ່ຄົນອື່ນຈະເພີ່ມຂຶ້ນ ເມື່ອເຈົ້າໃຫ້ກຽດຮ່າງກາຍຂອງເຈົ້າຜ່ານການປະພຶດ, ຮູບລັກສະນະ, ແລະ ການນຸ່ງຖື.
ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ ຈະມອບຊັບສົມບັດແຫ່ງຄວາມຮູ້ອັນຍິ່ງໃຫຍ່ ໃຫ້ກັບຜູ້ທີ່ຮັກສາພຣະວາຈາແຫ່ງປັນຍາ. ຮ່າງກາຍທີ່ມີສຸຂະພາບແຂງແຮງ, ປາດສະຈາກສິ່ງເສບຕິດ, ຍັງເພີ່ມຄວາມສາມາດຂອງເຈົ້າໃນການໄດ້ຮັບການເປີດເຜີຍສ່ວນຕົວ, ນຶກຄິດໄດ້ຢ່າງແຈ່ມແຈ້ງ, ແລະ ຮັບໃຊ້ພຣະຜູ້ເປັນເຈົ້ານຳອີກ.
ການດຳລົງຊີວິດຕາມກົດພົມມະຈັນຈະນຳການເຫັນດີຈາກພຣະເຈົ້າ ແລະ ອຳນາດທາງວິນຍານສ່ວນຕົວມາໃຫ້. ມັນຈະປົກປ້ອງເຈົ້າ ແລະ ຄອບຄົວໃນອະນາຄົດຂອງເຈົ້າ. ເມື່ອເຈົ້າແຕ່ງງານແລ້ວ, ກົດນີ້ຈະນຳເອົາຄວາມຮັກ, ຄວາມໄວ້ວາງໃຈ, ແລະ ຄວາມເປັນນ້ຳໜຶ່ງໃຈດຽວກັນທີ່ຍິ່ງໃຫຍ່ກວ່າມາສູ່ການແຕ່ງງານຂອງເຈົ້າ. ການເຊື່ອຟັງກົດນີ້ຈະເຮັດໃຫ້ເປັນໄປໄດ້ທີ່ເຈົ້າຈະກ້າວໜ້າຊົ່ວນິລັນດອນ ແລະ ກາຍເປັນເໝືອນດັ່ງພຣະບິດາເທິງສະຫວັນຂອງເຈົ້າຫລາຍຂຶ້ນ. ຄວາມໝັ້ນໃຈຂອງເຈົ້າຈະເພີ່ມຂຶ້ນ ເມື່ອເຈົ້າດຳລົງຊີວິດໃນຖານະສານຸສິດຂອງພຣະເຢຊູຄຣິດ.
ຄຳຖາມ ແລະ ຄຳຕອບ
ມາດຕະຖານຂອງພຣະຜູ້ເປັນເຈົ້າກ່ຽວກັບການນຸ່ງຖື, ແຕ່ງກາຍ, ສັກລາຍ, ແລະ ການເຈາະບ່ອງຕາມຮ່າງກາຍແມ່ນຫຍັງ? ມາດຕະຖານຂອງພຣະຜູ້ເປັນເຈົ້າແມ່ນໃຫ້ເຈົ້າໃຫ້ກຽດແກ່ຄວາມສັກສິດຂອງຮ່າງກາຍຂອງເຈົ້າ, ເຖິງແມ່ນວ່າສິ່ງນີ້ໝາຍເຖິງການທີ່ເຈົ້າຈະແຕກຕ່າງຈາກຄົນອື່ນກໍຕາມ. ໃຫ້ຄວາມຈິງນີ້ ແລະ ພຣະວິນຍານເປັນສິ່ງນຳທາງເຈົ້າ ໃນຂະນະທີ່ເຈົ້າເຮັດການຕັດສິນໃຈ—ໂດຍສະເພາະແມ່ນການຕັດສິນໃຈທີ່ມີຜົນກະທົບອັນຍາວນານຕໍ່ຮ່າງກາຍຂອງເຈົ້າ. ຈົ່ງສະຫລາດ ແລະ ຊື່ສັດ, ແລະ ສະແຫວງຫາຄຳປຶກສາຈາກຄອບຄົວ ແລະ ຜູ້ນຳຂອງເຈົ້າ.
ຂ້ອຍຈະເອົາຊະນະການລໍ້ລວງ ແລະ ນິໄສທີ່ບໍ່ດີໄດ້ແນວໃດ? ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດມີອຳນາດທີ່ຈະຊ່ວຍເຫລືອເຈົ້າ. ຈົ່ງເຕີມເຕັມຊີວິດຂອງເຈົ້າດ້ວຍສິ່ງທີ່ເຊື້ອເຊີນອຳນາດຂອງພວກພຣະອົງໃຫ້ເຂົ້າມາໃນຊີວິດຂອງເຈົ້າ, ເຊັ່ນ ການອະທິຖານ, ການສຶກສາພຣະຄຳພີ, ແລະ ການຮັບໃຊ້ຄົນອື່ນ. ຫັນໄປຫາພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ແລະ ເຈົ້າຈະພົບວ່າ ຄວາມອ່ອນແອສາມາດກາຍເປັນຄວາມເຂັ້ມແຂງໄດ້. ສະແຫວງຫາການຊ່ວຍເຫລືອຈາກຄອບຄົວ, ຜູ້ນຳ, ແລະ ຜູ້ໃຫ້ຄຳປຶກສາທີ່ຊ່ຽວຊານທີ່ເຊື່ອຖືໄດ້ຕາມຄວາມຈຳເປັນ. ພວກເພິ່ນສາມາຊ່ວຍເຈົ້າໃຫ້ກັບມາຄວບຄຸມຊີວິດຂອງເຈົ້າໄດ້ອີກຄັ້ງ. ມັນອາດຈະຕ້ອງໃຊ້ເວລາ, ສະນັ້ນ ຈົ່ງອົດທົນ, ແລະ ຢ່າຍອມແພ້.
ຂ້ອຍມັກຄົນເພດດຽວກັນ. ມາດຕະຖານເຫລົ່ານີ້ໃຊ້ກັບຂ້ອຍໄດ້ແນວໃດ? ຄວາມຮູ້ສຶກສະເໜ່ຫາເພດດຽວກັນບໍ່ແມ່ນຄວາມຜິດບາບ. ຖ້າຫາກເຈົ້າມີຄວາມຮູ້ສຶກເຫລົ່ານີ້ ແລະ ບໍ່ເຮັດ ຫລື ກະທຳຕາມມັນ, ສະແດງວ່າເຈົ້າກຳລັງດຳລົງຊີວິດຕາມກົດພົມມະຈັນອັນສັກສິດຂອງພຣະບິດາເທິງສະຫວັນ. ເຈົ້າເປັນລູກທີ່ຮັກຂອງພຣະເຈົ້າ ແລະ ເປັນສານຸສິດຂອງພຣະເຢຊູຄຣິດ. ຈົ່ງຈື່ຈຳໄວ້ວ່າ ພຣະຜູ້ຊ່ວຍໃຫ້ລອດເຂົ້າໃຈທຸກສິ່ງທີ່ເຈົ້າປະສົບພົບພໍ້. ຜ່ານທາງການເຊື່ອມຕໍ່ໃນພັນທະສັນຍາຂອງເຈົ້າກັບພຣະອົງ, ເຈົ້າຈະພົບຄວາມເຂັ້ມແຂງໃນການເຊື່ອຟັງພຣະບັນຍັດຂອງພຣະເຈົ້າ ແລະ ໄດ້ຮັບພອນທີ່ພຣະອົງສັນຍາໄວ້. ໄວ້ວາງໃຈພຣະອົງ ແລະ ພຣະກິດຕິຄຸນຂອງພຣະອົງ.
ຂ້ອຍຖືກລ່ວງລະເມີດ, ແລະ ຂ້ອຍຮູ້ສຶກອັບອາຍ. ຂ້ອຍມີຄວາມຜິດບາບ ຫລື ບໍ່? ບໍ່. ການເປັນຜູ້ເຄາະຮ້າຍຈາກການລ່ວງລະເມີດ ຫລື ການຖືກທຳຮ້າຍຮ່າງກາຍໃດໆບໍ່ໄດ້ເຮັດໃຫ້ເຈົ້າມີຄວາມຜິດບາບ. ພຣະຜູ້ຊ່ວຍໃຫ້ລອດຮັກເຈົ້າ. ພຣະອົງເປັນຄວາມເຂັ້ມແຂງຂອງເຈົ້າ. ພຣະອົງຕ້ອງການຊ່ວຍເຈົ້າ, ປິ່ນປົວເຈົ້າ, ແລະ ມອບສັນຕິສຸກໃຫ້ກັບເຈົ້າ. ຜູ້ໃຫ້ຄຳປຶກສາທີ່ຊ່ຽວຊານ, ສະມາຊິກໃນຄອບຄົວ, ແລະ ຜູ້ນຳຂອງເຈົ້າທີ່ໄວ້ໃຈໄດ້ກໍສາມາດຊ່ວຍໄດ້ເຊັ່ນກັນ.
ເບິ່ງ ປະຖົມມະການ 1:27 (ເຮົາຖືກສ້າງຂຶ້ນຈາກຮູບລັກສະນະຂອງພຣະເຈົ້າ); ໂຢຮັນ 14:18 (ພຣະຜູ້ຊ່ວຍໃຫ້ລອດສັນຍາວ່າຈະປອບໂຍນ); ຟີລິບປອຍ 4:7 (ສັນຕິສຸກຂອງພຣະເຈົ້າທີ່ເກີນຄວາມເຂົ້າໃຈ); ໂມໄຊຢາ 2:41 (ຜູ້ທີ່ຮັກສາພຣະບັນຍັດຂອງພຣະເຈົ້າໄດ້ຮັບພອນທັງທາງໂລກ ແລະ ທາງວິນຍານ); ຄຳສອນ ແລະ ພັນທະສັນຍາ 88:15 (ວິນຍານ ແລະ ຮ່າງກາຍຄືຈິດວິນຍານ); 89 (ພຣະວາຈາແຫ່ງປັນຍາ); 121:45 (ຄຸນນະທຳຂອງຄວາມນຶກຄິດນຳພາໄປສູ່ຄວາມໝັ້ນໃຈ).
ຄຳຖາມກ່ຽວກັບໃບຮັບຮອງເຂົ້າພຣະວິຫານ
-
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ທຸກສິ່ງຕ້ອງຖືກ “ສຳເລັດໃນຄວາມສະອາດ” ຕໍ່ພຣະອົງ (ຄຳສອນ ແລະ ພັນທະສັນຍາ 42:41). ເຈົ້າພະຍາຍາມໃຫ້ສະອາດທາງສິນທຳ ໃນຄວາມຄິດ ແລະ ການປະພຶດບໍ?
-
ເຈົ້າຮັກສາກົດພົມມະຈັນບໍ?
-
ເຈົ້າເຂົ້າໃຈ ແລະ ເຊື່ອຟັງຕາມພຣະວາຈາແຫ່ງປັນຍາບໍ?