ຊາວ​ໜຸ່ມ
9. ເຈົ້າ​ໄດ້​ຮັບ​ພອນ​ໂດຍ​ຂໍ​ກະ​ແຈ ແລະ ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ


ຜູ້​ສົ່ງ​ຂ່າວ​ຈາກ​ສະ​ຫວັນ​ກຳ​ລັງ​ຟື້ນ​ຟູ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ພຣະ​ວິ​ຫານ​ເຄີດ​ແລນ

9.

ເຈົ້າ​ໄດ້​ຮັບ​ພອນ​ໂດຍ​ຂໍ​ກະ​ແຈ ແລະ ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ມັດ​ທາຍ 16:18–19

ຕອນ​ທີ່​ພຣະ​ເຢ​ຊູ​ສິດ​ສອນ​ເປ​ໂຕ​ກ່ຽວ​ກັບ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ພຣະ​ອົງ​ໄດ້​ກ່າວ​ເຖິງ​ຂໍ​ກະ​ແຈ. ຂໍ​ກະ​ແຈ​ຖືກ​ນໍາ​ໃຊ້​ເພື່ອ​ປົດ​ລ໊ອກ ແລະ ເປີດ​ສິ່ງ​ຕ່າງໆ. ຂໍ​ກະ​ແຈ​ຂອງ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ສາ​ມາດ​ປົດ​ລ໊ອກ​ອຳ​ນາດ, ຂອງ​ປະ​ທານ, ແລະ ພອນ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຈົ້າ.

ຄວາມ​ຈິງ​ນິ​ລັນ​ດອນ

ຂໍ​ກະ​ແຈ ແລະ ສິດ​ອຳ​ນາດ​ທັງ​ໝົດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແມ່ນ​ມີ​ມາ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ. ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທຸກ​ຄົນ​ສາ​ມາດ​ສືບ​ສາວ​ສິດ​ອຳ​ນາດ​ຂອງ​ເຂົາ​ເຈົ້າ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ​ໄດ້. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຜູ້​ກຳ​ນົດ​ວ່າ​ໃຜ​ຈະ​ໄດ້​ຮັບ​ສິດ​ອຳ​ນາດ​ນີ້ ແລະ ໃຜ​ຈະ​ໄດ້​ຮັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ເຮົາ​ໄວ້​ວາງ​ໃຈ​ໃນ​ຄວາມ​ຮູ້​ອັນ​ສົມ​ບູນ​ແບບ​ຂອງ​ພຣະ​ອົງ.

ພຣະ​ເຢ​ຊູ​ຄຣິດ​ໄດ້​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ. ພຣະ​ອົງ​ຊີ້​ນຳ​ວິ​ທີ​ທີ່​ຖາ​ນະ​ປະ​ໂລ​​ຫິດ​ຖືກ​ນຳ​ໃຊ້. ອາ​ດາມ, ໂມ​ເຊ, ເປ​ໂຕ, ແລະ ສາດ​ສະ​ດາ​ຄົນ​ອື່ນໆ​ຫລາຍ​ຄົນ​ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ​ໄດ້​ຮັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ໃນ​ວັນ​ເວ​ລາ​ຂອງ​ເຮົາ, ໂຈ​ເຊັບ ສະ​ມິດ ໄດ້​ຮັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈາກ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ, ເປ​ໂຕ, ໂມ​ເຊ, ແລະ ຄົນ​ອື່ນໆ. ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ເປັນ​ສາດ​ສະ​ດາ ດຳ​ລົງ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ​ໃນ​ໂລກ​ປະ​ຈຸ​ບັນ​ນີ້. ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ໃນ​ທ້ອງ​ຖິ່ນ ແລະ ປະ​ທານ​ກຸ່ມ​ຍັງ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ການ​ເອີ້ນ​ຂອງ​ພວກ​ເພິ່ນ​ນຳ​ອີກ. ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ປົກ​ຄອງ​ວຽກ​ງານ​ຂອງ​ພຣະ​ເຈົ້າ. ມັນ​ອະ​ນຸ​ຍາດ ແລະ ໃຫ້​ພະ​ລັງ​ຊາຍ ແລະ ຍິງ​ໃນ​ການ​ຊ່ວຍ​ເຫລືອ​ໃນ​ວຽກ​ງານ​ນັ້ນ.

ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເປັນ​ພອນ​ໃຫ້​ແກ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ. ຍ້ອນ​ວ່າ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ຟື້ນ​ຟູ, ເຈົ້າ​ຈຶ່ງ​ສາ​ມາດ​ໄດ້​ຮັບ​ພິ​ທີ​ການ ແລະ ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ. ເຈົ້າ​ສາ​ມາດ​ກະ​ທຳ​ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ໄດ້ ເມື່ອ​ເຈົ້າ​ໄດ້​ຮັບ​ການ​ມອບ​ໝາຍ ຫລື ການ​ເອີ້ນ​ຈາກ​ຜູ້​ທີ່​ມີ​ສິດ​ອຳ​ນາດ.

ຄຳ​ເຊື້ອ​ເຊີນ

ຍອມ​ຮັບ​ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ ແລະ ຮັບ​ໃຊ້​ຢ່າງ​ຊື່​ສັດ. ເມື່ອ​ເຈົ້າ​ໄດ້​ຮັບ​ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ, ເຈົ້າ​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ດ້ວຍ​ສິດ​ອຳ​ນາດ​ຈາກ​ພຣະ​ເຈົ້າ ເພື່ອ​ຮັບ​ໃຊ້​ໃນ​ບົດ​ບາດ​ນັ້ນ. ເຈົ້າ​ຍັງ​ສາ​ມາດ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພຣະ​ເຈົ້າ​ໃນ​ການ​ຮັບ​ໃຊ້​ຂອງ​ເຈົ້າ​ນຳ​ອີກ. ຂະ​ນະ​ທີ່​ເຈົ້າ​ຮັບ​ໃຊ້, ເຈົ້າ​ເປັນ​ຕົວ​ແທນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຈົ່ງ​ມອບ​ສິ່ງ​ທີ່​ດີ​ທີ່​ສຸດ​ໃຫ້​ກັບ​ພຣະ​ອົງ.

ສະ​ໜັບ​ສະ​ໜູນ​ຜູ້​ທີ່​ພຣະ​ເຈົ້າ​ໄດ້​ເອີ້ມ​ໃຫ້​ຮັບ​ໃຊ້. ການ​ສະ​ໜັບ​ສະ​ໜູນ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ການ​ຍົກ​ມື​ຂຶ້ນ ເມື່ອ​ມີ​ການ​ອ່ານ​ຊື່​ໃນ​ກອງ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ. ມັນ​ໝາຍ​ຄວາມ​ວ່າ ຈະ​ຊຸກ​ຍູ້ ແລະ ຊ່ວຍ​ເຫລືອ. ຊອກ​ຫາ​ວິ​ທີ​ທີ່​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ເຈົ້າ​ສະ​ໜັບ​ສະ​ໜູນ​ຜູ້​ຄົນ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ປະ​ຕິ​ບັດ​ໜ້າ​ທີ່​ມອບ​ໝາຍ​ຈາກ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຈົ້າ—ລວມ​ທັງ​ຈາກ​ຝ່າຍ​ປະ​ທານ​ກຸ່ມ ຫລື ຝ່າຍ​ປະ​ທານ​ຫ້ອງ​ຮຽນ​ຂອງ​ເຈົ້າ. ພວກ​ເພິ່ນ​ມີ​ສິດ​ອຳ​ນາດ​ຈາກ​ພຣະ​ເຈົ້າ, ຊຶ່ງ​ພວກ​ເພິ່ນ​ມອບ​ໝາຍ​ໃຫ້​ກັບ​ເຈົ້າ​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ມອບ​ໝາຍ​ນັ້ນ. ເຈົ້າ​ອາດ​ຈະ​ຖືກ​ມອບ​ໝາຍ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ໃດ​ຄົນ​ໜຶ່ງ, ຕ້ອນ​ຮັບ​ຜູ້​ຄົນ​ເມື່ອ​ເຂົາ​ເຈົ້າ​ມາ​ຮອດ​ກອງ​ປະ​ຊຸມ​ສິນ​ລະ​ລຶກ, ຫລື ຊ່ວຍ​ໃນ​ກິດ​ຈະ​ກຳ​ໃດ​ໜຶ່ງ. ບໍ່​ວ່າ​ຈະ​ເປັນ​ໜ້າ​ທີ່​ມອບ​ໝາຍ​ໃດ​ກໍ​ຕາມ, ຈົ່ງ​ເຫັນ​ວ່າ​ມັນ​ເປັນ​ໂອ​ກາດ​ທີ່​ຈະ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຮັບ​ໃຊ້​ລູກໆ​ຂອງ​ພຣະ​ເຈົ້າ.

ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ​ໂດຍ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ ຢູ່​ໃນ​ແມ່​ນ້ຳ​ຈໍ​ແດນ

ພອນ​ທີ່​ສັນ​ຍາ​ໄວ້

ເຈົ້າ​ສາ​ມາດ​ໄວ້​ວາງ​ໃຈ​ໄດ້​ວ່າ​ພິ​ທີ​ການ​ທີ່​ເຈົ້າ​ໄດ້​ຮັບ​ນັ້ນ​ແມ່ນ​ໄດ້​ຖືກ​ອະ​ນຸ​ມັດ​ຈາກ​ພຣະ​ເຢ​ຊູ​ຄຣິດ. ນີ້​ແມ່ນ​ໜຶ່ງ​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ມີ​ເອ​ກະ​ລັກ. ຜ່ານ​ທາງ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ອຳ​ນາດ​ຂອງ​ພຣະ​ເຈົ້າ​ຈຶ່ງ​ຖືກ​ສະ​ແດງ​ໃຫ້​ປະ​ຈັກ.

ເຈົ້າ​ຈະ​ກາຍ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ເຈົ້າ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສິດ​ອຳ​ນາດ​ຂອງ​ພຣະ​ອົງ ແລະ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຜູ້​ທີ່​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ພຣະ​ອົງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ຈັກ​ວິ​ທີ​ຮັບ​ໃຊ້​ຄົນ​ອື່ນ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ. ພຣະ​ເຢ​ຊູ​ຄຣິດ​ຄື​ຄວາມ​ເຂັ້ມ​ແຂງ​ຂອງ​ເຈົ້າ! ການ​ຮັບ​ໃຊ້​ຂອງ​ເຈົ້າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າ​ໃກ້​ພຣະ​ອົງ ແລະ ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ເຈົ້າ​ຫລາຍ​ຂຶ້ນ.

ຄຳ​ຖາມ ແລະ ຄຳ​ຕອບ

ແມ່ນ​ໃຜ​ທີ່​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ຫວອດ​ຂອງ​ຂ້ອຍ? ອະ​ທິ​ການ ແລະ ປະ​ທານ​ຂອງ​ກຸ່ມ​ແອວ​ເດີ, ຄູ​ສອນ, ແລະ ມັກ​ຄະ​ນາ​ຍົກ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ນີ້​ໝາຍ​ຄວາມ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໝາຍ​ໃຫ້​ພວກ​ເພິ່ນ​ຊີ້​ນຳ​ວິ​ທີ​ການ​ນຳ​ໃຊ້​ຖາ​ນະ​ປະ​ໂລ​ຫິດ​ເພື່ອ​ຮັບ​ໃຊ້ ແລະ ເປັນ​ພອນ​ໃຫ້​ແກ່​ທຸກ​ຄົນ​ໃນ​ຫວອດ.

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ເປັນ​ພອນ​ແກ່​ຂ້ອຍ​ແນວ​ໃດ? ພິ​ທີ​ການ​ຕ່າງໆ​ດັ່ງ​ເຊັ່ນ ການ​ບັບ​ຕິ​ສະ​ມາ ແລະ ສິນ​ລະ​ລຶກ ໄດ້​ຮັບ​ການ​ອະ​ນຸ​ມັດ​ໂດຍ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ເມື່ອ​ເຈົ້າ​ໄດ້​ຮັບ​ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ, ເຈົ້າ​ຈະ​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ດຳ​ລົງ​ຂໍ​ກະ​ແຈ. ສິ່ງ​ນີ້​ຈະ​ເປັນ​ພອນ​ໃຫ້​ກັບ​ເຈົ້າ​ດ້ວຍ​ສິດ​ອຳ​ນາດ​ໃຫ້​ຮັບ​ໃຊ້​ໃນ​ການ​ເອີ້ນ​ນັ້ນ. ຜູ້​ນໍາ ແລະ ຄູ​ສອນ​ຂອງ​ສາດ​ສະ​ໜາ​ຈັກ​ຜູ້​ທີ່​ຮັບ​ໃຊ້​ເຈົ້າ​ກໍ​ໄດ້​ຮັບ​ສິດ​ອໍາ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຜ່ານ​ທາງ​ຂໍ​ກະ​ແຈ​ເຊັ່ນ​ກັນ.

ຊາຍ ແລະ ຍິງ​ຮັບ​ໃຊ້​ດ້ວຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຄື​ແນວ​ໃດ? ຊາຍ​ທີ່​ມີ​ຄ່າ​ຄວນ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ ແລະ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ເຊັ່ນ ມັກ​ຄະ​ນາ​ຍົກ, ຄູ​ສອນ, ປະ​ໂລ​ຫິດ, ແລະ ແອວ​ເດີ. ທັງ​ຍິງ ແລະ ຊາຍ​ທີ່​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໃຫ້​ຮັບ​ໃຊ້​ໃນ​ການ​ເອີ້ນ​ຈະ​ໄດ້​ຮັບ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ທີ່​ໄດ້​ຮັບ​ມອບ​ໝາຍ​ຈາກ​ພຣະ​ເຈົ້າ​ເພື່ອ​ບັນ​ລຸ​ການ​ເອີ້ນ​ນັ້ນ. ຫລັກ​ການ​ດຽວ​ກັນ​ນີ້​ແມ່ນ​ໃຊ້​ກັບ​ຍິງ ແລະ ຊາຍ​ຜູ້​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ.

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 35:24–27 (ສາດ​ສະ​ໜາ​ຈັກ​ໄດ້​ຮັບ​ການ​ນຳ​ພາ​ໂດຍ​ຂໍ​ກະ​ແຈ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້); 107:18–20 (ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຕີ​ເສ​ເດັກ ແລະ ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ); 110:11–16 (ໂມ​ເຊ, ອີ​ລາຍ, ແລະ ເອ​ລີ​ຢາ​ໄດ້​ຟື້ນ​ຟູ​ຂໍ​ກະ​ແຈ).

ຄຳ​ຖາມ​ກ່ຽວ​ກັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ

  • ເຈົ້າ​ສະ​ໜັບ​ສະ​ໜູນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ວ່າ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ວ່າ​ເພິ່ນ​ເປັນ​ຄົນ​ດຽວ​ເທົ່າ​ນັ້ນ​ຢູ່​ໃນ​ໂລກ​ນີ້ ທີ່​ມີ​ສິດ​ອຳ​ນາດ​ທີ່​ຈະ​ໃຊ້​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ​ບໍ?

  • ເຈົ້າ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ວ່າ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ບໍ?

  • ເຈົ້າ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຄົນ​ອື່ນໆ ແລະ ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ​ຂອງ​ສາດ​ສະ​ໜາ​ຈັກ​ບໍ?