ຊາວ​ໜຸ່ມ
12. ພຣະ​ເຢ​ຊູ​ຄຣິດ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້


ໂຢ​ເຊັບ ແລະ ນາງ​ມາ​ຣີ​ກັບ​ກຸມ​ມານ​ນ້ອຍ​ເຢ​ຊູ

12.

ພຣະ​ເຢ​ຊູ​ຄຣິດ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:36

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ​ມີ​ຄວາມ​ສຸກ. ພຣະ​ອົງ​ຕ້ອງ​ການ​ໃຫ້​ເຈົ້າ, ລູກ​ຂອງ​ພຣະ​ອົງ, ມີ​ຄວາມ​ຊື່ນ​ຊົມ​ຫລາຍ​ເທົ່າ​ທີ່​ຈະ​ຫລາຍ​ໄດ້. ດ້ວຍ​ເຫດ​ນີ້ ພຣະ​ອົງ​ຈຶ່ງ​ໄດ້​ກະ​ກຽມ​ແຜນ​ແຫ່ງ​ຄວາມ​ສຸກ​ໄວ້​ໃຫ້. ພຣະ​ອົງ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມາ​ເພື່ອ​ໃຫ້​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຈົ້າ ແລະ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ຄຳ​ວ່າ ພຣະ​ກິດ​ຕິ​ຄຸນ ໝາຍ​ຄວາມ​ວ່າ “ຂ່າວ​ດີ,” ແລະ ຂ່າວ​ດີ​ນັ້ນ​ກໍ​ຄື​ວ່າ ເພາະ​ພຣະ​ເຢ​ຊູ​ຄຣິດ, ເຈົ້າ​ຈຶ່ງ​ສາ​ມາດ​ມີ​ຄວາມ​ສຸກ​ໃນ​ຊີ​ວິດ​ນີ້ ແລະ ມີ​ຄວາມ​ຊື່ນ​ຊົມ​ອັນ​ສົມ​ບູນ​ຊົ່ວ​ນິ​ລັນ​ດອນ.

ຄວາມ​ຈິງ​ນິ​ລັນ​ດອນ

ເຈົ້າ​ຖືກ​ກຳ​ນົດ​ໃຫ້​ມີ​ຄວາມ​ສຸກ ແລະ ຄວາມ​ຊື່ນ​ຊົມ. ນັ້ນ​ຄື​ຈຸດ​ປະ​ສົງ​ຂອງ​ຊີ​ວິດ​ເຈົ້າ. ມັນ​ຄື​ຈຸດ​ປະ​ສົງ​ຂອງ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ນີ້​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ຈະ​ບໍ່​ມີ​ວັນ​ໂສກ​ເສົ້າ ຫລື ມີ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ​ເລີຍ. ແຕ່​ມັນ​ໝາຍ​ຄວາມ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ຊ່ວຍ​ເຈົ້າ​ໃຫ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ແລະ ພົບ​ຄວາມ​ຊື່ນ​ຊົມ​ໄດ້.

ຄວາມ​ຊື່ນ​ຊົມ​ບໍ່​ໄດ້​ມາ​ຈາກ​ສະ​ພາບ​ການ​ຂອງ​ເຈົ້າ; ແຕ່​ມາ​ຈາກ​ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ. ເຈົ້າ​ອາດ​ຈະ​ມີ​ວັນ​ທີ່​ບໍ່​ດີ, ອາ​ທິດ​ທີ່​ບໍ່​ດີ, ຫລື ແມ່ນ​ແຕ່​ປີ​ທີ່​ບໍ່​ດີ. ແຕ່​ຄວາມ​ຊື່ນ​ຊົມ​ບໍ່​ແມ່ນ​ການ​ທີ່​ບໍ່​ມີ​ຄວາມ​ໂສກ​ເສົ້າ​ໃນ​ຊີ​ວິດ​ຂອງ​ເຈົ້າ; ມັນ​ຄື​ການ​ມີ​ພຣະ​ຄຣິດ​ຢູ່​ໃນ​ຊີ​ວິດ​ຂອງ​ເຈົ້າ.

ຄວາມ​ຊື່ນ​ຊົມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍິ່ງ​ໃຫຍ່ ແລະ ຍືນ​ຍົງ​ກວ່າ​ສິ່ງ​ອື່ນ​ໃດ. ຊາ​ຕານ​ຈະ​ລໍ້​ລວງ​ເຈົ້າ​ໃຫ້​ສະ​ແຫວງ​ຫາ​ຄວາມ​ມ່ວນ​ຊື່ນ ແລະ ຄວາມ​ພໍ​ໃຈ​ໃນ​ວິ​ທີ​ທີ່​ເຫັນ​ແກ່​ຕົວ ຫລື ຈາກ​ຄວາມ​ເພິ່ງ​ພໍ​ໃຈ​ທາງ​ໂລກ. ສິ່ງ​ໃດ​ກໍ​ຕາມ​ທີ່​ຂັດ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ຈະ​ບໍ່​ສາ​ມາດ​ນຳ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ສຸກ​ທີ່​ແທ້​ຈິງ ແລະ ຍືນ​ຍົງ​ມາ​ໃຫ້​ເຈົ້າ. ຈົ່ງ​ຈື່​ຈຳ​ໄວ້​ວ່າ ສິ່ງ​ຕ່າງໆ​ໃນ​ໂລກ​ນີ້​ແມ່ນ​ຊົ່ວ​ຄາວ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສະ​ເໜີ​ມອບ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ສຸກ​ທີ່​ເລິກ​ເຊິ່ງ, ສັກ​ສິດ, ແລະ ເປັນ​ນິດ.

ຄຳ​ເຊື້ອ​ເຊີນ

ຈົ່ງ​ເລືອກ​ຄວາມ​ຊື່ນ​ຊົມ. ເຖິງ​ແມ່ນ​ວ່າ​ມັນ​ຈະ​ແມ່ນ​ຄວາມ​ຈິງ​ທີ່​ວ່າ​ມີ​ຄວາມ​ໂສກ​ເສົ້າ ແລະ ຄວາມ​ຫຍຸ້ງ​ຍາກ​ຢູ່​ໃນ​ໂລກ​ນີ້, ແຕ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຍັງ​ໄດ້​ເຕີມ​ເຕັມ​ໂລກ​ນີ້​ດ້ວຍ​ສິ່ງ​ທີ່​ສວຍ​ງາມ ແລະ ດີ​ງາມ​ຫລາຍ​ຢ່າງ. ຈົ່ງ​ຊອກ​ຫາ​ພວກ​ມັນ. ພະ​ຍາ​ຍາມ​ສັງ​ເກດ​ເຫດ​ຜົນ​ທີ່​ຈະ​ປິ​ຕິ​ຍິນ​ດີ​ໃນ​ທຸກໆ​ມື້—ບາງ​ທີ​ອາດ​ຈະ​ຂຽນ​ມັນ​ລົງ​ໄວ້. ສິ່ງ​ເຫລົ່າ​ນີ້​ຄື​ຂອງ​ປະ​ທານ​ຈາກ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຈົ້າ.

ນຳ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ສຸກ​ໄປ​ໃຫ້​ຄົນ​ອື່ນ. ພຣະ​ເຢ​ຊູ​ຄຣິດ​ໄດ້​ພົບ​ຄວາມ​ຊື່ນ​ຊົມ​ອັນ​ສົມ​ບູນ​ໃນ​ການ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ເຮົາ. ເຈົ້າ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ​ໄດ້​ໂດຍ​ການ​ຊອກ​ຫາ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ສຸກ​ໃນ​ການ​ຮັບ​ໃຊ້​ຄົນ​ອື່ນ. ຊ່ວຍ​ໃຫ້​ບາງ​ຄົນ​ຮູ້​ສຶກ​ເຖິງ​ຄວາມ​ຮັກ. ກ່າວ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ. ໃຫ້​ກຳ​ລັງ​ໃຈ​ບາງ​ຄົນ​ທີ່​ກຳ​ລັງ​ດີ້ນ​ລົນ. ຖ້າ​ຫາກ​ວ່າ​ເຈົ້າ​ເຄີຍ​ຮູ້​ສຶກ​ວ່າ​ເຈົ້າ​ຕ້ອງ​ການ​ຄວາມ​ຊື່ນ​ຊົມ​ຫລາຍ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຈົ້າ, ລອງ​ນຳ​ເອົາ​ຄວາມ​ຊື່ນ​ຊົມ​ນັ້ນ​ໄປ​ໃຫ້​ຄົນ​ອື່ນ.

ຈົ່ງ​ມີ​ຄວາມ​ສຸກ​ໃນ​ການ​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ເຈົ້າ​ໄປ​ໂບດ, ຈົ່ງ​ສຸມ​ໃຈ​ໃສ່​ກັບ​ຄວາມ​ຊື່ນ​ຊົມ​ທີ່​ພຣະ​ເຢ​ຊູ​ຄຣິດ​ປະ​ທານ​ໃຫ້​ເຈົ້າ, ແລະ ສັນ​ລະ​ເສີນ​ພຣະ​ອົງ​ສຳ​ລັບ​ສິ່ງ​ນັ້ນ! ຈົ່ງ​ເຮັດ​ພາກ​ສ່ວນ​ຂອງ​ເຈົ້າ​ໃນ​ການ​ປະ​ກອບ​ສ່ວນ​ດ້ວຍ​ວິນ​ຍານ​ທີ່​ມີ​ຄວາມ​ສຸກ ໃນ​ການ​ປະ​ຊຸມ​ໂບດ​ຂອງ​ເຈົ້າ. ຈົ່ງ​ເຮັດ​ໃຫ້​ບົດ​ເພງ​ທີ່​ສັກ​ສິດ​ເປັນ​ພາກ​ສ່ວນ​ຂອງ​ການ​ນະ​ມັດ​ສະ​ການ​ຂອງ​ເຈົ້າ​ຢູ່​ທີ່​ບ້ານ ແລະ ທີ່​ໂບດ.

ມິ​ເນີ​ວາ ໄທ​ເກີດ, ພຣະ​ຄຣິດ​ໃນ​ເສື້ອ​ຄຸມ​ສີ​ແດງ

ພອນ​ທີ່​ສັນ​ຍາ​ໄວ້

ເຈົ້າ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຊື່ນ​ຊົມ​ໄດ້ ເຖິງ​ແມ່ນ​ວ່າ ຊີ​ວິດ​ຈະ​ຍາກ​ລຳ​ບາກ​ກໍ​ຕາມ. ເຈົ້າ​ອາດ​ຈະ​ສົງ​ໄສ​ວ່າ ນີ້​ເປັນ​ໄປ​ໄດ້​ແນວ​ໃດ, ແຕ່​ມັນ​ຄື​ຄວາມ​ຈິງ. ສັດ​ທາ​ຂອງ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ, ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ, ແລະ ຄຳ​ສັນ​ຍາ​ນິ​ລັນ​ດອນ​ຂອງ​ພຣະ​ອົງ​ສາ​ມາດ​ໃຫ້​ຄວາມ​ຊື່ນ​ຊົມ​ກັບ​ທ່ານ​ຢ່າງ​ຕໍ່​ເນື່ອງ​ໄດ້. ຄວາມ​ຊື່ນ​ຊົມ​ຂອງ​ພຣະ​ອົງ​ຈະ​ປົກ​ຄຸມ​ຄວາມ​ໂສກ​ເສົ້າ ແລະ ນຳ​ຄວາມ​ສະ​ຫງົບ​ສຸກ​ທີ່​ເກີນ​ກວ່າ​ຄວາມ​ເຂົ້າ​ໃຈ​ທັງ​ໝົດ​ມາ​ໃຫ້.

ຄວາມ​ຊື່ນ​ຊົມ​ອັນ​ສົມ​ບູນ​ລໍ​ຖ້າ​ເຈົ້າ​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ​ຂອງ​ພຣະ​ເຈົ້າ. ພຣະ​ເຢ​ຊູ​ຄຣິດ​ໄດ້​ເອົາ​ຊະ​ນະ​ທຸກ​ສິ່ງ​ທີ່​ສາ​ມາດ​ກີດ​ຂວາງ​ເຈົ້າ​ຈາກ​ການ​ໄດ້​ຮັບ​ຄວາມ​ຊື່ນ​ຊົມ​ນິ​ລັນ​ດອນ. ເມື່ອ​ເຈົ້າ​ໄວ້​ວາງ​ໃຈ​ພ​ຣະ​ອົງ ແລະ ຕິດ​ຕາມ​ພຣະ​ອົງ, ຄວາມ​ຊື່ນ​ຊົມ​ນີ້​ຈະ​ເປັນ​ຂອງ​ເຈົ້າ.

ຄຳ​ຖາມ ແລະ ຄຳ​ຕອບ

ຖ້າ​ພຣະ​ກິດ​ຕິ​ຄຸນ​ຄື​ຄວາມ​ຊື່ນ​ຊົມ, ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຮູ້​ສຶກ​ໂສກ​ເສົ້າ​ແທ້? ຄວາມ​ຮູ້​ສຶກ​ໂສກ​ເສົ້າ​ບໍ່​ແມ່ນ​ສັນ​ຍານ​ວ່າ ເຈົ້າ​ບໍ່​ໄດ້​ກຳ​ລັງ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ. ຊີ​ວິດ​ຂອງ​ທຸກໆ​ຄົນ​ລ້ວນ​ແລ້ວ​ແຕ່​ປະ​ກອບ​ດ້ວຍ​ຄວາມ​ຍາກ​ລຳ​ບາກ, ການ​ທົດ​ລອງ, ແລະ ຄວາມ​ໂສກ​ເສົ້າ. ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ບໍ່​ໄດ້​ປ່ຽນ​ແປງ​ສິ່ງ​ນີ້, ແຕ່​ມັນ​ຈະ​ເຊື່ອມ​ຕໍ່​ເຈົ້າ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຜູ້​ທີ່​ສາ​ມາດ​ປອບ​ໂຍນ​ເຈົ້າ ແລະ ຊ່ວຍ​ເຈົ້າ​ໃຫ້​ພົບ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ສຸກ.

ເປັນ​ຫຍັງ​ໂລກ​ນີ້​ຈຶ່ງ​ມີ​ຄວາມ​ທຸກ​ທໍ​ລະ​ມານ​ຫລາຍ​ແທ້? ຄວາມ​ທຸກ​ທໍ​ລະ​ມານ​ບາງ​ຢ່າງ​ໃນ​ໂລກ​ນີ້​ເກີດ​ຂຶ້ນ​ຍ້ອນ​ຜູ້​ຄົນ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຂົາ​ໃນ​ການ​ເລືອກ​ສິ່ງ​ທີ່​ຜິດ. ສິ່ງ​ນີ້​ເຮັດ​ໃຫ້​ເກີດ​ຄວາມ​ທຸກ​ທໍ​ລະ​ມານ​ໃຫ້​ກັບ​ເຂົາ​ເອງ ແລະ ຜູ້​ອື່ນ. ໃນ​ກໍ​ລະ​ນີ​ອື່ນໆ, ຄວາມ​ທຸກ​ທໍ​ລະ​ມານ​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ໃຜ—ມັນ​ເປັນ​ພຽງ​ຜົນ​ໄດ້​ຮັບ​ຈາກ​ການ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່​ບໍ່​ສົມ​ບູນ​ແບບ. ບໍ່​ວ່າ​ຈະ​ເປັນ​ໃນ​ກໍ​ລະ​ນີ​ໃດ​ກໍ​ຕາມ, ມັນ​ອາດ​ຈະ​ເປັນ​ເລື່ອງ​ທີ່​ເຈັບ​ປວດ​ໃຈ​ທີ່​ເຫັນ​ຜູ້​ໃດ​ຜູ້​ໜຶ່ງ​ທຸກ​ທໍ​ລະ​ມານ, ໂດຍ​ສະ​ເພາະ​ຄົນ​ທີ່​ເຈົ້າ​ຮັກ. ຈົ່ງ​ໝັ້ນ​ໃຈ​ໄດ້​ວ່າ ພຣະ​ເຈົ້າ​ກໍ​ເສົ້າ​ພຣະ​ໄທ​ເຊັ່ນ​ກັນ ເມື່ອ​ເຈົ້າ​ທຸກ​ທໍ​ລະ​ມານ. ພຣະ​ອົງ​ປ່ອຍ​ໃຫ້​ການ​ທົດ​ລອງ​ໃນ​ຊີ​ວິດ​ມະ​ຕະ​ເກີດ​ຂຶ້ນ ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ເຕີບ​ໂຕ ແລະ ກຽມ​ພ້ອມ​ສໍາ​ລັບ​ຄວາມ​ຊື່ນ​ຊົມ​ນິ​ລັນ​ດອນ​ກັບ​ພຣະ​ອົງ, ແຕ່​ພຣະ​ອົງ​ບໍ່​ໄດ້​ປະ​ໃຫ້​ເຈົ້າ​ທົນ​ທຸກ​ທໍ​ລະ​ມານ​ຢູ່​ຜູ້​ດຽວ. ພຣະ​ອົງ​ໄດ້​ສົ່ງ​ພຣະ​ເຢ​ຊູ​ຄຣິດ​ມາ​ເພື່ອ​ຮັບ​ເອົາ​ຄວາມ​ເຈັບ​ປວດ​ຂອງ​ເຈົ້າ​ໄວ້​ກັບ​ພຣະ​ອົງ ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ​ຊ່ວຍ​ເຈົ້າ​ໄດ້. ພຣະ​ເຢ​ຊູ​ຄຣິດ​ຄື​ຄວາມ​ເຂັ້ມ​ແຂງ​ຂອງ​ເຈົ້າ! ແລະ ພຣະ​ອົງ​ເຊື້ອ​ເຊີນ​ເຈົ້າ, ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ, ໃຫ້​ເຮັດ​ສິ່ງ​ທີ່​ເຈົ້າ​ສາ​ມາດ​ເຮັດ​ໄດ້​ເພື່ອ​ຊ່ວຍ​ແບ່ງ​ເບົາ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ຄົນ​ອື່ນ.

ເບິ່ງ ເພງ​ສັນ​ລະ​ເສີນ 16:11 (ຢູ່​ຊ້ອງ​ໜ້າ​ພຣະ​ອົງ​ນັ້ນ​ມີ​ຄວາມ​ຊື່ນ​ຊົມ); 95:1 (ຈົ່ງ​ຮ້ອງ​ເພງ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ); ໂຢ​ຮັນ 16:33 (ຈົ່ງ​ຊື່ນ​ໃຈ​ເທາະ; ເພາະ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຊະ​ນະ​ໂລກ​ແລ້ວ); ຄາ​ລາ​ເຕຍ 5:22 (ຜົນ​ຂອງ​ພຣະ​ວິນ​ຍານ​ນັ້ນ​ຄື​ຄວາມ​ຊື່ນ​ຊົມ); ເຮັບ​ເຣີ 12:2 (ພຣະ​ເຢ​ຊູ​ອົດ​ທົນ​ຕໍ່​ຄວາມ​ເຈັບ​ປວດ​ຂອງ​ພຣະ​ອົງ​ຍ້ອນ​ຄວາມ​ຊື່ນ​ຊົມ​ໃນ​ການ​ຊ່ວຍ​ລູກໆ​ຂອງ​ພຣະ​ເຈົ້າ); 2 ນີ​ໄຟ 2:25 (ພຣະ​ເຈົ້າ​ຕ້ອງ​ການ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ); ແອວ​ມາ 26:15–16 (ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ນຳ​ພາ​ໄປ​ສູ່​ຄວາມ​ຊື່ນ​ຊົມ); ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:15–16 (ຄວາມ​ຊື່ນ​ຊົມຂອງ​ເຈົ້າ​ຈະ​ຍິ່ງ​ໃຫຍ່​ພຽງ​ໃດ​ເມື່ອ​ເຈົ້າ​ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ຄຣິດ).

ຄຳ​ຖາມ​ກ່ຽວ​ກັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ

  • ເຈົ້າ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ເຖິງ​ບົດ​ບາດ​ຂອງ​ພຣະ​ອົງ ໃນ​ການ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຈົ້າ​ບໍ?