ຊາວ​ໜຸ່ມ
ຂ່າວ​ສານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ


ຂ່າວ​ສານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ

ບັນ​ດາ​ນ້ອງ​ນຸ່ງ​ຊາວ​ໜຸ່ມ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ,

ພວກ​ເຮົາ​ຮັກ​ເຈົ້າ, ແລະ ພວກ​ເຮົາ​ເຊື່ອ​ໝັ້ນ​ໃນ​ຕົວ​ເຈົ້າ. ເຈົ້າ​ຄື​ໜຶ່ງ​ໃນ​ບັນ​ດາ​ວິນ​ຍານ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເລືອກ​ໄວ້​ຢ່າງ​ແທ້​ຈິງ, ທີ່​ຖືກ​ສົ່ງ​ລົງ​ມາ​ເທິງ​ແຜ່ນ​ດິນ​ໂລກ​ໃນ​ເວ​ລາ​ນີ້​ເພື່ອ​ເຮັດ​ສິ່ງ​ສຳ​ຄັນ.

ເຈົ້າ​ເຂັ້ມ​ແຂງ ແລະ ມີ​ຄວາມ​ສາ​ມາດ​ຫລາຍ​ກວ່າ​ທີ່​ເຈົ້າ​ຄິດ. ແລະ ເມື່ອ​ເຈົ້າ​ເພິ່ງ​ອາ​ໄສ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຄວາມ​ເຂັ້ມ​ແຂງ​ຂອງ​ເຈົ້າ​ກໍ​ຈະ​ຍິ່ງ​ເພີ່ມ​ຫລາຍ​ຂຶ້ນ. ພຣະ​ອົງ​ຄື “ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ.”

ຄູ່​ມື​ນີ້​ຈະ​ຊ່ວຍ​ເຈົ້າ​ໃນ​ການ​ສ້າງ​ຮາກ​ຖານ​ທີ່​ໝັ້ນ​ຄົງ​ໃນ​ການ​ເລືອກ​ທີ່​ຈະ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຈະ​ນຳ​ພາ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ. ມັນ​ຈະ​ຊ່ວຍ​ເຈົ້າ​ກຽມ​ພ້ອມ​ທີ່​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ໃນ​ພຣະ​ວິ​ຫານ, ກຽມ​ພ້ອມ​ທີ່​ຈະ​ຮັບ​ໃຊ້​ວຽກ​ງານ​ເຜີຍ​ແຜ່, ແລະ ພົບ​ຄວາມ​ສຸກ​ໃນ​ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ຕະ​ຫລອດ​ຊີ​ວິດ​ຂອງ​ເຈົ້າ. ເຈົ້າ​ມີ​ຕຳ​ແໜ່ງ​ທີ່​ສຳ​ຄັນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ພຣະ​ເຢ​ຊູ​ຄຣິດ​ຈະ​ຊ່ວຍ​ເຈົ້າ​ໃນ​ການ​ເຮັດ​ໃຫ້​ພຣະ​ປະ​ສົງ​ຂອງ​ພ​ຣະ​ອົງ​ເກີດ​ສຳ​ເລັດ​ຜົນ​ເພື່ອ​ເຈົ້າ.

ພວກ​ເຮົາ​ຮູ້​ວ່າ​ພຣະ​ເຈົ້າ​ຊົງ​ພຣະ​ຊົນ. ພວກ​ເຮົາ​ອະ​ທິ​ຖານ​ວ່າ​ເຈົ້າ​ຈະ​ຍຶດ​ໝັ້ນ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ—ເສັ້ນ​ທາງ​ໃນ​ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ກັບ​ພຣະ​ເຈົ້າ. ນັ້ນ​ຄື​ເສັ້ນ​ທາງ​ທີ່​ນຳ​ພາ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຈົ້າ. ເມື່ອ​ເຈົ້າ​ເຮັດ​ເຊັ່ນ​ນັ້ນ, ເຈົ້າ​ຈະ​ເປັນ​ອິດ​ທິ​ພົນ​ທີ່​ດີ, ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ດ້ວຍ​ຄວາມ​ຊື່ນ​ຊົມ​ຍິນ​ດີ, ເຕົ້າ​ໂຮມ​ລູກໆ​ຂອງ​ພຣະ​ເຈົ້າ, ແລະ ກຽມ​ໂລກ​ໃຫ້​ພ້ອມສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຈົ່ງ​ຈື່​ຈຳ​ໄວ້​ວ່າ: ພຣະ​ເຢ​ຊູ​ຄຣິດ​ຄື​ຄວາມ​ເຂັ້ມ​ແຂງ​ຂອງ​ເຈົ້າ!

ຝ່າຍ​ປະ​ທານ​ສູງ​ສຸດ