ຊາວ​ໜຸ່ມ
ເລືອກ​ຕາມ​ການ​ດົນ​ໃຈ


ເລືອກ​ຕາມ​ການ​ດົນ​ໃຈ

ໃນ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, ເຈົ້າຈະ​ພົບ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ອົງ. ດ້ວຍ​ຄວາມ​ຈິງ​ເຫລົ່າ​ນີ້​ເປັນ​ແນວ​ທາງ​ຂອງ​ເຈົ້າ, ເຈົ້າ​ສາ​ມາດ​ເລືອກ​ຕາມ​ການ​ດົນ​ໃຈ​ ຊຶ່ງ​ຈະ​ເປັນ​ພອນ​ໃຫ້​ແກ່​ເຈົ້າ​ໃນ​ຕອນ​ນີ້ ແລະ ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ.

ເຈົ້າ​ເປັນ​ລູກ​ທາງ​ວິນ​ຍານ​ທີ່​ຮັກ​ຂອງພຣະ​ເຈົ້າ. ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ຈະ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຈົ້າ​ທີ່​ຈະ​ເຕີບ​ໂຕ​ທາງ​ວິນ​ຍານ ແລະ ພັດ​ທະ​ນາ​ສັກ​ກະ​ຍະ​ພາບ​ອັນ​ສູງ​ສົ່ງ​ຂອງ​ເຈົ້າ. ພຣະ​ອົງ​ໄດ້​ສົ່ງ​ພຣະ​ເຢ​ຊູ​ຄຣິດ​ມາ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຈົ້າ.

ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຈົ້າ​ໄວ້​ວາງ​ພຣະ​ໄທ​ເຈົ້າ. ພຣະ​ອົງ​ໄດ້​ປະ​ທານ​ພອນ​ອັນ​ຍິ່ງ​ໃຫຍ່​ໃຫ້​ແກ່​ເຈົ້າ, ລວມ​ທັງ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ແລະ ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ ທີ່​ຜູກ​ມັດ​ເຈົ້າ​ໄວ້​ກັບ​ພຣະ​ອົງ ແລະ ນຳ​ອຳ​ນາດ​ຂອງ​ພຣະ​ອົງ​ມາ​ສູ່​ຊີ​ວິດ​ຂອງ​ເຈົ້າ. ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້​ມາ​ພ້ອມ​ກັບ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ຮັບ​ຜິດ​ຊອບ​ເພີ່ມ​ຂຶ້ນ. ພຣະ​ອົງ​ຮູ້​ວ່າ ເຈົ້າ​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ຢູ່​ໃນ​ໂລກ​ນີ້​ໄດ້, ແລະ ໃນ​ຫລາຍໆ​ກໍ​ລະ​ນີ, ນັ້ນ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ແຕກ​ຕ່າງ​ຈາກ​ໂລກ. ຈົ່ງ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຂະ​ນະ​ທີ່​ເຈົ້າ​ເຮັດ​ການ​ເລືອກ. ພຣະ​ອົງ​ຈະ​ປະ​ທານ​ພອນ​ໃຫ້​ເຈົ້າ​ດ້ວຍ​ການ​ດົນ​ໃຈ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ພຣະ​ເຢ​ຊູ​ຄຣິດ​ຄື​ຫົນ​ທາງ​ໄປ​ສູ່​ຄວາມ​ຊື່ນ​ຊົມ​ນິ​ລັນ​ດອນ. ເມື່ອ​ເຈົ້າ​ໃຊ້​ອິດ​ສະ​ລະ​ພາບ​ໃນ​ການ​ເລືອກ​ທີ່​ຈະ​ເຮັດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ເຈົ້າ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຈະ​ນຳ​ພາ​ໄປ​ສູ່​ຄວາມ​ສຸກ​ນິ​ລັນ​ດອນ. ຈົ່ງ​ເຮັດ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ເປັນ​ມາດ​ຕະ​ຖານ​ຂອງ​ເຈົ້າ, ເປັນ​ຮາກ​ຖານ​ທີ່​ໝັ້ນ​ຄົງ​ຂອງ​ເຈົ້າ. ສ້າງ​ຊີ​ວີດ​ຂອງ​ເຈົ້າ​ຢູ່​ເທິງ​ຄຳ​ສອນ​ຂອງ​ພຣະ​ອົງ, ແລະ ວັດ​ແທກ​ການ​ເລືອກ​ຂອງ​ເຈົ້າ​ຈາກ​ຄຳ​ສອນ​ນັ້ນ. ພັນ​ທະ​ສັນ​ຍາ​ທີ່​ເຈົ້າ​ເຮັດ​ເມື່ອ​ຮັບ​ບັບ​ຕິ​ສະ​ມາ, ໃນ​ລະ​ຫວ່າງ​ສິນ​ລະ​ລຶກ, ແລະ ໃນ​ພຣະ​ວິ​ຫານ​ເປັນ​ອົງ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງ​ພື້ນ​ຖານ​ທີ່​ໝັ້ນ​ຄົງ​ແໜ້ນ​ໜາ​ຂອງ​ເຈົ້າ​ໃນ​ພຣະ​ຄຣິດ. ເຈົ້າ​ຈະ​ຍັງ​ຄົງ​ປະ​ເຊີນ​ໜ້າ​ກັບ​ບັນ​ຫາ ແລະ ການ​ລໍ້​ລວງ​ຕ່າງໆ, ແຕ່​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຊ່ວຍ​ເຈົ້າ​ຜ່ານ​ຜ່າ​ສິ່ງ​ເຫລົ່າ​ນັ້ນ​ທັງ​ໝົດ.

ຈຸດ​ປະ​ສົງ​ຂອງ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ບໍ່​ແມ່ນ​ເພື່ອ​ໃຫ້​ໄດ້​ຄຳ​ຕອບ “ແມ່ນ” ຫລື “ບໍ່​ແມ່ນ” ກ່ຽວ​ກັບ​ທຸກ​ທາງ​ເລືອກ​ທີ່​ເປັນ​ໄປ​ໄດ້​ທີ່​ເຈົ້າ​ອາດ​ຈະ​ພົບ​ພໍ້. ກົງ​ກັນ​ຂ້າມ, ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເຊື້ອ​ເຊີນ​ໃຫ້​ເຈົ້າ​ດຳ​ລົງ​ຊີ​ວິດ​ໃນ​ທາງ​ທີ່​ສູງ​ສົ່ງ ແລະ ສັກ​ສິດ​ກວ່າ—ຊີ​ວິດ​ທີ່​ສຸມ​ໃຈໃສ່​ໃນ​ຄວາມ​ຈິງ​ນິ​ລັນ​ດອນ ແລະ ພອນ​ທີ່​ສັນ​ຍາ​ໄວ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ນີ້​ຄື​ວິ​ທີ​ຂອງ​ພຣະ​ອົງ. ຄູ່​ມື​ນີ້​ຈະສິດ​ສອນ​ເຈົ້າ​ກ່ຽວ​ກັບ​ວິ​ທີ​ຂອງ​ພຣະ​ອົງ. ມັນ​ອະ​ທິ​ບາຍ​ຄວາມ​ຈິງ​ທີ່​ພຣະ​ອົງ​ໄດ້​ເປີດ​ເຜີຍ. ຈົ່ງ​ເຮັດ​ໃຫ້​ຄວາມ​ຈິງ​ເຫລົ່າ​ນີ້​ເປັນ​ຄູ່​ມື​ໃນ​ການ​ເລືອກ​ຂອງ​ເຈົ້າ—ການ​ເລືອກ​ຄັ້ງ​ໃຫຍ່, ເຊັ່ນ​ການ​ເຮັດ​ພັນ​ທະ​ສັນ​ຍາ​ໃນ​ພຣະ​ວິ​ຫານ ແລະ ການ​ຮັບ​ໃຊ້​ເຜີຍ​ແຜ່, ຕະ​ຫລອດ​ເຖິງ​ການ​ເລືອກ​ໃນ​ແຕ່​ລະ​ມື້, ເຊັ່ນ​ວິ​ທີ​ປະ​ຕິ​ບັດ​ກັບ​ຜູ້​ຄົນ ຫລື ວິ​ທີ​ໃນ​ການ​ໃຊ້​ເວ​ລາ​ຂອງ​ເຈົ້າ​ແນວ​ໃດ.

ເຖິງ​ແມ່ນ​ຜູ້​ອື່ນ​ຈະ​ສາ​ມາດ​ຊ່ວຍ​ເຈົ້າ​ໄດ້, ແຕ່​ການ​ເຕີບ​ໂຕ​ທາງ​ວິນ​ຍານ​ຂອງ​ເຈົ້າ​ເປັນ​ເລື່ອງ​ສ່ວນ​ຕົວ. ມັນ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຈົ້າ. ຈົ່ງ​ເຮັດ​ໃຫ້​ດີ​ທີ່​ສຸດ​ເພື່ອ​ປັບ​ປຸງ​ໃນ​ແຕ່​ລະ​ມື້, ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ໃຫ້​ກຽດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຈົ້າ, ແລະ ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ.

ເບິ່ງ ໂມ​ໄຊ​ຢາ 4:29–30 (ວິ​ທີ​ທາງ​ໃນ​ການ​ເຮັດ​ບາບ​ມີ​ນັບ​ບໍ່​ຖ້ວນ, ສະ​ນັ້ນ​ເຮົາ​ຕ້ອງ​ລະ​ວັງ​ຕົວ​ເອງ); ຮີ​ລາ​ມັນ 5:12 (ສ້າງ​ຮາກ​ຖານ​ຂອງ​ເຈົ້າ​ໄວ້​ໃນ​ພຣະ​ຄຣິດ); ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:57 (ໃຫ້​ພຣະ​ວິນ​ຍານ​ສັກ​ສິດ​ເປັນ​ຜູ້​ນຳ​ທາງ​ເຈົ້າ); 25:13 (ຍຶດ​ໝັ້ນ​ໃນ​ພັນ​ທະ​ສັນ​ຍາ​ຂອງ​ເຈົ້າ).

ວິ​ທີ​ຈັດ​ລະ​ບຽບ​ຄູ່​ມື​ນີ້

ແຕ່​ລະ​ຫົວ​ຂໍ້​ມີ​ສາມ​ພາກ​ສ່ວນ​ດັ່ງ​ນີ້:

  1. ຄວາມ​ຈິງ​ນິ​ລັນ​ດອນ, ຫລື ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ

  2. ການ​ເຊື້ອ​ເຊີນ ໃຫ້​ປະ​ຕິ​ບັດ​ຕາມ​ຄວາມ​ຈິງ​ເຫລົ່າ​ນັ້ນ

  3. ພອນ​ທີ່​ສັນ​ຍາ​ໄວ້ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ຜູ້​ທີ່​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ