1.
ແຜນຂອງພຣະເຈົ້າມີໄວ້ສຳລັບເຈົ້າ
ກ່ອນທີ່ເຈົ້າຈະມາຍັງໂລກນີ້, ເຈົ້າໄດ້ດຳລົງຊີວິດຢູ່ກັບບິດາມານດາເທິງສະຫວັນຂອງເຈົ້າ. ເຈົ້າເປັນລູກທີ່ຮັກຂອງພວກພຣະອົງ. ໃນສະຫວັນນັ້ນ, ເຈົ້າໄດ້ຮຽນຮູ້ກ່ຽວກັບແຜນຂອງພຣະເຈົ້າສຳລັບຄອບຄົວຂອງພຣະອົງ. ເຈົ້າໄດ້ຮັບແຜນນີ້ດ້ວຍຄວາມຊື່ນຊົມຍິນດີ ເພາະວ່າມັນຈະຊ່ວຍເຈົ້າໃຫ້ເຕີບໂຕ ແລະ ກ້າວໜ້າເພື່ອຈະກາຍເປັນເໝືອນດັ່ງພຣະເຈົ້າຫລາຍຂຶ້ນ ໂດຍການໄດ້ຮັບຮ່າງກາຍ, ຊຶ່ງເປັນສ່ວນໜຶ່ງໃນຄອບຄົວທາງໂລກ, ແລະ ມີປະສົບການຊີວິດຢູ່ເທິງໂລກນີ້. ປະສົບການບາງຢ່າງເຫລົ່ານີ້ອາດເປັນເລື່ອງທີ່ຍາກ. ພຣະບິດາຂອງເຮົາຮູ້ຈັກເລື່ອງນີ້, ສະນັ້ນໃນຖານະສ່ວນໜຶ່ງຂອງແຜນຂອງພຣະອົງ, ພຣະອົງໄດ້ສົ່ງພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ, ມາເພື່ອຊ່ວຍເຈົ້າ. ເຮົາເອີ້ນສິ່ງນີ້ວ່າແຜນແຫ່ງຄວາມລອດ ຫລື ແຜນແຫ່ງຄວາມສຸກ.
ຄວາມຈິງນິລັນດອນ
ພຣະບິດາເທິງສະຫວັນຄືຜູ້ສ້າງແຜນນັ້ນ. ພຣະອົງເປັນພຣະບິດາຂອງວິນຍານເຈົ້າ, ແລະ ພຣະອົງຮັກເຈົ້າ. ພຣະອົງຕ້ອງການທີ່ຈະມອບພອນອັນຍິ່ງໃຫຍ່ຂອງພຣະອົງໃຫ້ແກ່ເຈົ້າ—ຄືມີຊີວິດນິລັນດອນກັບພຣະອົງ. ໃນອີກຄຳໜຶ່ງ, ພຣະອົງຕ້ອງການໃຫ້ເຈົ້າກາຍເປັນເໝືອນດັ່ງພຣະອົງ ແລະ ດຳລົງຊີວິດຢູ່ຢ່າງມີຄວາມສຸກ, ໃນລັດສະໝີພາບເໝືອນດັ່ງທີ່ພຣະອົງດຳລົງຢູ່. ພຣະອົງມີອຳນາດທັງໝົດ ແລະ ຮູ້ທຸກສິ່ງທັງໝົດ. ເຈົ້າສາມາດໄວ້ວາງໃຈພຣະອົງ, ແມ່ນແຕ່ໃນຕອນທີ່ຊີວິດຍາກລຳບາກ.
ພຣະເຢຊູຄຣິດເຮັດໃຫ້ແຜນນັ້ນເປັນໄປໄດ້. ກ່ອນໂລກໄດ້ຖືກສ້າງຂຶ້ນ, ພຣະບິດາເທິງສະຫວັນໄດ້ເລືອກເອົາພຣະອົງໃຫ້ເປັນພຣະຜູ້ຊ່ວຍໃຫ້ລອດຂອງເຈົ້າ. ພຣະເຢຊູຄຣິດເປັນພຽງຜູ້ດຽວທີ່ສາມາດນຳພາເຈົ້າກັບຄືນໄປຫາພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຈົ້າ. ນີ້ຄືເຫດຜົນທີ່ເຮົາເລືອກຕິດຕາມພຣະອົງ. ທຸກສິ່ງທຸກຢ່າງແມ່ນຂຶ້ນກັບການເລືອກນັ້ນ!
ການແຕ່ງງານ ແລະ ຄອບຄົວເປັນສິ່ງທີ່ສຳຄັນຫລາຍຕໍ່ແຜນຂອງພຣະເຈົ້າ. ເຈົ້າເປັນສ່ວນໜຶ່ງໃນຄອບຄົວຂອງພຣະເຈົ້າ, ແລະ ລູກໆທາງວິນຍານຂອງພຣະອົງທັງໝົດທີ່ມາຍັງໂລກນີ້ໄດ້ໂດຍຜ່ານແມ່ ແລະ ພໍ່. ພຣະເຈົ້າຕ້ອງການໃຫ້ທິດາ ແລະ ບຸດຂອງພຣະອົງກ້າວໜ້າໄປສູ່ຄວາມສົມບູນແບບນິລັນດອນນຳກັນ. ຊາຍ ແລະ ຍິງຕ່າງກໍມີສ່ວນຮ່ວມຢ່າງເທົ່າທຽມກັນໃນການສ້າງຊີວິດການແຕ່ງງານທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມເປັນໜຶ່ງດຽວກັນ. ຊີວິດຄອບຄົວຢູ່ເທິງໂລກນີ້—ເຖິງແມ່ນວ່າຈະມີຂໍ້ບົກພ່ອງແດ່—ແຕ່ກໍສາມາດນຳຄວາມສຸກທີ່ຍິ່ງໃຫຍ່ມາໃຫ້ໄດ້. ຈຸດປະສົງແມ່ນເພື່ອຊ່ວຍກຽມເຈົ້າສຳລັບຊີວິດນິລັນດອນຢູ່ກັບພຣະເຈົ້າ.
ຄຳເຊື້ອເຊີນ
ຮັກສາທັດສະນະນິລັນດອນ. ເມື່ອໃດກໍຕາມທີ່ເຈົ້າປະເຊີນໜ້າກັບການລໍ້ລວງ, ການທົດລອງ, ຄວາມຜິດຫວັງ, ຫລື ການເລືອກທີ່ຍາກ, ຈົ່ງເຕືອນຕົວເຈົ້າເອງກ່ຽວກັບແຜນຂອງພຣະເຈົ້າ. ລອງເບິ່ງວ່າຄວາມຈິງນິລັນດອນທີ່ເຈົ້າຮູ້ຈັກກ່ຽວກັບແຜນຂອງພຣະອົງສາມາດຊ່ວຍເຈົ້າໃຫ້ເບິ່ງຄວາມທ້າທາຍຂອງເຈົ້າໃນມຸມມອງທີ່ແຕກຕ່າງແນວໃດ.
ຊອກຫາພຣະຫັດຂອງພຣະເຈົ້າໃນຊີວິດຂອງເຈົ້າ. ສັງເກດວິທີທີ່ພຣະເຈົ້າອວຍພອນເຈົ້າ. ມັນອາດຈະເປັນການກະທຳທີ່ໃຈດີຈາກຄົນໃດຄົນໜຶ່ງ, ຊ່ວງເວລາແຫ່ງຄວາມສະຫງົບສຸກ, ຫລື ຄຳຕອບຕໍ່ຄຳອະທິຖານ.
ເລືອກທີ່ຈະເຮັດຕາມແຜນຂອງພຣະເຈົ້າ. ຮຽນຮູ້ກ່ຽວກັບສິ່ງທີ່ພຣະບິດາເທິງສະຫວັນຕ້ອງການໃຫ້ເຈົ້າເຮັດ. ຈົ່ງສະແຫວງຫາການນຳພາຈາກພຣະອົງຂະນະທີ່ເຈົ້າສຶກສາພຣະຄຳພີ, ຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່, ການປະກາດກ່ຽວກັບຄອບຄົວ, ແລະ ປິຕຸພອນຂອງເຈົ້າ. ນີ້ຈະຊ່ວຍເຈົ້າໃນການກຽມພ້ອມທີ່ຈະຮັບໃຊ້ພຣະຜູ້ເປັນເຈົ້າ, ໃນຖານະຜູ້ສອນສາດສະໜາ ແລະ ຕະຫລອດຊົ່ວຊີວິດຂອງເຈົ້າ. ໃຫ້ຄວາມສຳຄັນກັບການຮັບໃຊ້ພຣະຜູ້ເປັນເຈົ້າ, ການແຕ່ງງານຊົ່ວນິລັນດອນ, ແລະ ການລ້ຽງດູລູກໆມາເປັນອັນດັບໜຶ່ງ. ເຮັດສ່ວນຂອງເຈົ້າໃນການມີຄອບຄົວທີ່ມີຄວາມສຸກໃນປະຈຸບັນນີ້ ໂດຍການເຮັດຕາມຄຳສອນຂອງພຣະເຢຊູຄຣິດ.
ພອນທີ່ສັນຍາໄວ້
ເຈົ້າສາມາດປະເຊີນໜ້າກັບການທົດລອງໃນຊີວິດດ້ວຍຄວາມກ້າຫານ ແລະ ຄວາມຫວັງໃນພຣະຄຣິດ. ເພາະເຈົ້າຮູ້ຈັກກ່ຽວກັບແຜນນິລັນດອນຂອງພຣະເຈົ້າ, ເຈົ້າຈຶ່ງມີເຄຶ່ອງມືອັນມີຄຸນຄ່າທີ່ສາມາດຊ່ວຍເຈົ້າໃນຊ່ວງເວລາທີ່ຍາກລຳບາກ. ເຈົ້າຮູ້ຈັກແລ້ວວ່າມີສິ່ງທີ່ສຳຄັນໃນຊີວິດຫລາຍກວ່າສິ່ງທີ່ເກີດຂຶ້ນລະຫວ່າງການເກີດ ແລະ ການຕາຍ. ເຈົ້າຮູ້ຈັກວ່າ ແທ້ຈິງແລ້ວເຈົ້າແມ່ນໃຜ, ຈຸດປະສົງຂອງເຈົ້າແມ່ນຫຍັງ, ເຈົ້າສາມາດກາຍເປັນໃຜໄດ້ດ້ວຍການຊ່ວຍເຫລືອຈາກພຣະຜູ້ຊ່ວຍໃຫ້ລອດ. ພຣະເຢຊູຄຣິດຄືຄວາມເຂັ້ມແຂງຂອງເຈົ້າ!
ເຈົ້າສາມາດໄດ້ຮັບຊີວິດນິລັນດອນ ຂະນະທີ່ເຈົ້າຕິດຕາມພຣະເຢຊູຄຣິດ. ພຣະອົງຈະປະທານອຳນາດໃຫ້ກັບເຈົ້າເພື່ອໃຫ້ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ, ກັບຄືນໄປຫາບິດາມານດາເທິງສະຫວັນຂອງເຈົ້າ, ແລະ ດຳລົງຊິວິດຢູ່ໃນຄວາມສຸກກັບຄົນທີ່ເຈົ້າຮັກຊົ່ວນິລັນດອນ. ໄວ້ວາງໃຈພຣະເຢຊູຄຣິດ.
ຄຳຖາມ ແລະ ຄຳຕອບ
ເປັນຫຍັງບາງຄັ້ງຊີວິດຈຶ່ງຍາກຫລາຍແທ້? ຂ້ອຍຈະສາມາດພົບຄວາມເຂັ້ມແຂງໄດ້ແນວໃດ? ປະສົບການຂອງເຈົ້າໃນຊີວິດນີ້—ແມ່ນແຕ່ຊ່ວງເວລາທີ່ຍາກລຳບາກທີ່ສຸດ—ສາມາດເປັນປະໂຫຍດສຳລັບເຈົ້າ. ພວກມັນສາມາດຊ່ວຍເຈົ້າໃຫ້ເຕີບໂຕ ແລະ ກ້າວໜ້າໃນຂະນະທີ່ເຈົ້າຫັນໄປຫາພຣະຜູ້ຊ່ວຍໃຫ້ລອດ. ບໍ່ມີສິ່ງໃດທີ່ເຈົ້າກຳລັງຜ່ານຜ່າຢູ່ດຽວນີ້ທີ່ພຣະເຢຊູຄຣິດບໍ່ເຂົ້າໃຈຍ້ອນການເສຍສະລະຊົດໃຊ້ຂອງພຣະອົງ. ພຣະອົງຮູ້ຢ່າງແນ່ນອນວ່າຈະຊ່ວຍເຈົ້າແນວໃດ. ສຸມໃຈໃສ່ຊີວິດຂອງເຈົ້າໄວ້ທີ່ພຣະອົງ, ແລະ ພຣະອົງຈະຍົກເຈົ້າຂຶ້ນເໜືອຄວາມສົງໄສ ແລະ ຄວາມຢ້ານກົວ.
ບາງຄັ້ງ, ແນວຄິດກ່ຽວກັບຄວາມສຸກໃນຄອບຄົວ ແລະ ການແຕ່ງງານກໍເບິ່ງຄືວ່າຢູ່ຫ່າງໄກຫລາຍ. ຂ້ອຍຈະສາມາດພົບຄວາມໝັ້ນໃຈໄດ້ແນວໃດ? ບໍ່ວ່າສະຖານະການຂອງເຈົ້າຈະເປັນແນວໃດກໍຕາມ, ຈົ່ງຢ່າຍອມແພ້ກັບແຜນຂອງພຣະບິດາເທິງສະຫວັນ. ພຣະອົງຈະບໍ່ຍອມແພ້ກັບເຈົ້າ. ຖ້າຫາກວ່າເຈົ້າຊື່ສັດຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ພັນທະສັນຍາຂອງເຈົ້າ, ເຈົ້າຈະພົບຄຳຕອບໃນຄຳສອນຂອງພຣະເຢຊູຄຣິດ. ພຣະອົງເຂົ້າໃຈທຸກສິ່ງທີ່ເຈົ້າປະສົບພົບພໍ້. ຜ່ານທາງພຣະອົງ, ເຈົ້າຈະໄດ້ຮັບຄວາມເຂັ້ມແຂງທີ່ຈະເຊື່ອຟັງພຣະບັນຍັດຂອງພຣະເຈົ້າ ແລະ ໄດ້ຮັບພອນຕ່າງໆທີ່ພຣະອົງສັນຍາໄວ້. ໄວ້ວາງໃຈພຣະອົງ ແລະ ພຣະກິດຕິຄຸນຂອງພຣະອົງ.
ເບິ່ງ 2 ນີໄຟ 9:13 (ແຜນຂອງພຣະເຈົ້າຂອງເຮົາຍິ່ງໃຫຍ່ພຽງໃດ!); ໂມໄຊຢາ 2:41 (ຜູ້ທີ່ຮັກສາພຣະບັນຍັດຈະສາມາດມີຊີວິດຢູ່ກັບພຣະເຈົ້າໃນຄວາມສຸກທີ່ບໍ່ມີວັນສິ້ນສຸດ); ແອວມາ 12:28–34 (ພຣະເຈົ້າໄດ້ເຮັດໃຫ້ແຜນແຫ່ງການໄຖ່ເປັນທີ່ຮູ້ຈັກຕໍ່ລູກໆຂອງພຣະອົງ); ອັບຣາຮາມ 3:22–26 (ແຜນຂອງພຣະເຈົ້າແມ່ນລວມທັງການສົ່ງເຮົາມາຍັງໂລກນີ້, ບ່ອນທີ່ເຮົາສາມາດເລືອກເພື່ອຕົວເຮົາເອງທີ່ຈະເຮັດຕາມພຣະບັນຍັດຂອງພຣະອົງ).
ຄຳຖາມກ່ຽວກັບໃບຮັບຮອງເຂົ້າພຣະວິຫານ
-
ເຈົ້າມີສັດທາໃນພຣະເຈົ້າ ແລະ ມີປະຈັກພະຍານເຖິງພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ; ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ; ແລະ ໃນພຣະວິນຍານບໍລິສຸດບໍ?