4.
ພຣະເຢຊູຄຣິດຈະຊ່ວຍເຈົ້າ
ເພງສັນລະເສີນ 147:3
ພຣະເຢຊູຄຣິດຄືຄວາມເຂັ້ມແຂງຂອງເຈົ້າ. ພຣະອົງເຮັດທຸກຢ່າງທີ່ຈຳເປັນເພື່ອໃຫ້ເຈົ້າມີຄວາມຊື່ນຊົມໃນຊີວິດນີ້ ແລະ ຕະຫລອດໄປ. ໂດຍການເລືອກພຣະອົງ ແລະ ພຣະກິດຕິຄຸນຂອງພຣະອົງ, ເຈົ້າກຳລັງເລືອກຄວາມສຸກ ແລະ ຄວາມຊື່ນຊົມນິລັນດອນ.
ເຖິງແມ່ນວ່າ ເຈົ້າຈະພະຍາຍາມເຮັດສຸດຄວາມສາມາດໃນການເລືອກສິ່ງທີ່ດີ, ແຕ່ບາງຄັ້ງເຈົ້າກໍອາດຈະເຮັດຜິດພາດໄດ້. ເຈົ້າອາດຈະເຮັດສິ່ງທີ່ເຈົ້າຄິດວ່າບໍ່ໜ້າຈະເຮັດລົງໄປ. ເຮົາທຸກຄົນກໍມີປະສົບການເຊັ່ນນັ້ນ. ເມື່ອເປັນເຊັ່ນນີ້, ມັນຈຶ່ງເປັນເລື່ອງງ່າຍທີ່ຈະຮູ້ສຶກທໍ້ແທ້ ຫລື ສົງໄສວ່າ ເຈົ້າຈະເປັນຄົນດີພໍ ຫລື ບໍ່. ແຕ່ກໍມີຂ່າວດີ—ຂ່າວທີ່ປະເສີດ, ແລະ ເຕັມໄປດ້ວຍຄວາມຫວັງ! ເພາະພຣະເຈົ້າຮັກເຈົ້າ, ພຣະອົງຈຶ່ງໄດ້ສົ່ງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຜູ້ທີ່ໄດ້ຮັບເອົາບາບຂອງເຈົ້າມາໄວ້ກັບພຣະອົງເອງ ເພື່ອເຈົ້າຈະສາມາດກັບໃຈ, ໄດ້ຮັບການໃຫ້ອະໄພ, ແລະ ກ້າວໜ້າຕໍ່ໄປ.
ຄວາມຈິງນິລັນດອນ
ພຣະເຢຊູຄຣິດຈະເຮັດໃຫ້ເຈົ້າເຂັ້ມແຂງ. ພຣະອົງຈະຊ່ວຍເຈົ້າໃຫ້ປ່ຽນແປງຄວາມປາດຖະໜາ, ຄວາມນຶກຄິດ, ແລະ ການກະທຳຂອງເຈົ້າ. ເມື່ອເຈົ້າເປັນກັງວົນ, ຢ້ານກົວ, ຫລື ດີ້ນລົນກັບບັນຫາໃນທາງໃດໜຶ່ງ, ພຣະອົງຈະປອບໂຍນເຈົ້າ. ພຣະອົງຈະຊ່ວຍເຫລືອເຈົ້າໃນທຸກໆດ້ານຂອງຊີວິດຂອງເຈົ້າ. ເຈົ້າສາມາດໄວ້ວາງໃຈພຣະອົງໄດ້.
ການກັບໃຈບໍ່ແມ່ນການລົງໂທດຍ້ອນຄວາມບາບ; ມັນເປັນວິທີທີ່ພຣະຜູ້ຊ່ວຍໃຫ້ລອດປົດປ່ອຍເຮົາຈາກບາບ. ການກັບໃຈໝາຍເຖິງການປ່ຽນແປງ—ຫັນຫລັງໃຫ້ບາບ ແລະ ຫັນມາຫາພຣະເຈົ້າ. ມັນໝາຍຄວາມວ່າ ຈະປັບປຸງ ແລະ ຮັບເອົາການໃຫ້ອະໄພ. ການປ່ຽນແປງແບບນີ້ບໍ່ແມ່ນເຫດການທີ່ເກີດຂຶ້ນເທື່ອດຽວ; ມັນເປັນຂະບວນການທີ່ຕໍ່ເນື່ອງ.
ຄຳເຊື້ອເຊີນ
ໃຫ້ພຣະເຢຊູຄຣິດເປັນຈຸດສຸມຂອງຊີວິດເຈົ້າ. ສະແຫວງຫາການຊ່ວຍເຫລືອຈາກພຣະອົງໃນທຸກສິ່ງທີ່ເຈົ້າເຮັດ.
ກັບໃຈ. ຫັນມາຫາພຣະຜູ້ເປັນເຈົ້າດ້ວຍຄວາມປາດຖະໜາທີ່ຈະປັບປຸງ. ເມື່ອເຈົ້າເຮັດບາງສິ່ງບາງຢ່າງຜິດພາດໄປ, ໃຫ້ຍອມຮັບມັນຢ່າງຈິງໃຈຕໍ່ພຣະເຈົ້າ ແລະ, ຖ້າຈຳເປັນ, ຕໍ່ອະທິການຂອງເຈົ້າ ແລະ ໃຜກໍຕາມທີ່ເຈົ້າອາດເຄີຍທຳຮ້າຍ. ຈົ່ງເຮັດໃຫ້ດີທີ່ສຸດ ເພື່ອເຮັດໃຫ້ທຸກຢ່າງຖືກຕ້ອງ.
ປິຕິຍິນດີໃນຂອງປະທານທີ່ຈະເຮັດໃຫ້ດີກວ່າເກົ່າ ແລະ ເປັນຄົນດີກວ່າເກົ່າ. ເຖິງແມ່ນວ່າ ມັນຈະບໍ່ງ່າຍ ແລະ ໃຊ້ເວລາດົນກວ່າທີ່ເຈົ້າຕ້ອງການ, ກໍຈົ່ງຢ່າຢຸດຄວາມພະຍາຍາມ. ເຮັດມັນຕໍ່ໄປ ແລະ ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ. ພຣະອົງຈະຊ່ວຍເຈົ້າໃນທຸກໆບາດກ້າວ.
ພອນທີ່ສັນຍາໄວ້
ພຣະບິດາເທິງສະຫວັນຈະໃຫ້ອະໄພ ແລະ ປິ່ນປົວເຈົ້າເມື່ອເຈົ້າກັບໃຈ. ພຣະອົງຈະທົດແທນຄວາມຮູ້ສຶກຜິດຂອງເຈົ້າດ້ວຍສັນຕິສຸກ ແລະ ຄວາມຊື່ນຊົມ. ພຣະອົງຈະບໍ່ຈື່ຈຳບາບຂອງເຈົ້າອີກຕໍ່ໄປ. ພຣະເຢຊູຄຣິດຄືຄວາມເຂັ້ມແຂງຂອງເຈົ້າ, ແລະ ດ້ວຍຄວາມເຂັ້ມແຂງຂອງພຣະອົງ, ຄວາມປາດຖະໜາຂອງເຈົ້າທີ່ຈະຮັກສາພຣະບັນຍັດຂອງພຣະອົງນັ້ນຈະເພີ່ມທະວີຂຶ້ນ.
ພຣະອົງຈະປ່ຽນແປງໃຈ ແລະ ຊີວິດຂອງເຈົ້າ. ທີລະເລັກທີລະນ້ອຍ, ເຈົ້າຈະເຕີບໂຕ ແລະ ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ.
ຄຳຖາມ ແລະ ຄຳຕອບ
ຂ້ອຍຈະຮູ້ໄດ້ແນວໃດວ່າ ພຣະເຈົ້າໃຫ້ອະໄພຂ້ອຍແລ້ວ? ພຣະເຈົ້າສັນຍາວ່າ ພຣະອົງຈະໃຫ້ອະໄພແກ່ຜູ້ທີ່ກັບໃຈ. ເມື່ອເຈົ້າຮູ້ສຶກເຖິງການປອບໂຍນຈາກພຣະວິນຍານ, ເຈົ້າສາມາດຮູ້ຈັກໄດ້ວ່າ ອຳນາດການໄຖ່ຂອງພຣະຜູ້ຊ່ວຍໃຫ້ລອດກຳລັງເຮັດວຽກໃນຊີວິດຂອງເຈົ້າ.
ຂ້ອຍຕ້ອງການຄວາມຊ່ວຍເຫລືອຈາກອະທິການເພື່ອກັບໃຈເມື່ອໃດ? ອະທິການຂອງເຈົ້າມີຂໍກະແຈຖານະປະໂລຫິດ ແລະ ມີຂອງປະທານແຫ່ງວິນຍານເພື່ອຊ່ວຍເຈົ້າໃຫ້ກັບໃຈ. ເຈົ້າສາມາດສະແຫວງຫາການຊ່ວຍເຫລືອ ແລະ ປຶກສາເພິ່ນໄດ້ທຸກເມື່ອ. ຖ້າຫາກເຈົ້າເຮັດຄວາມຜິດຮ້າຍແຮງ, ເຊັ່ນ ການຜິດກົດພົມມະຈັນ, ຈົ່ງເຂົ້າພົບກັບອະທິການຂອງເຈົ້າ. ເພິ່ນຈະບໍ່ກ່າວໂທດເຈົ້າ. ເພິ່ນເປັນຕົວແທນຂອງພຣະເຢຊູຄຣິດ ແລະ ຈະຊ່ວຍເຈົ້າໃຫ້ຮູ້ຈັກວິທີທີ່ຈະກັບໃຈ ແລະ ຮັບເອົາອຳນາດທີ່ປິ່ນປົວ ແລະ ເສີມສ້າງຂອງພຣະຜູ້ຊ່ວຍໃຫ້ລອດຢ່າງສົມບູນ.
ຂ້ອຍພະຍາຍາມກັບໃຈ, ແຕ່ວ່າຂ້ອຍຍັງເຮັດຄວາມຜິດພາດແບບເກົ່າ. ຂ້ອຍຄວນເຮັດສິ່ງໃດ? ຢ່າຍອມແພ້. ຫັນໄປຫາພຣະຄຣິດ, ແລະ ວາງສັດທາຂອງເຈົ້າໄວ້ທີ່ພຣະອົງ. ພຣະຄຸນຂອງພຣະອົງມີພຽງພໍ. ພະຍາຍາມອີກຄັ້ງ. ເຈົ້າບໍ່ໄດ້ຢູ່ຄົນດຽວໃນຄວາມພະຍາຍາມຂອງເຈົ້າທີ່ຈະກ້າວໜ້າ. ພຣະເຢຊູຄຣິດຢູ່ຄຽງຂ້າງເຈົ້າສະເໝີ.
ເບິ່ງ ເອໂນດ 1:6 (ຄວາມຜິດສາມາດຖືກກວາດລ້າງໄປ); ໂມໄຊຢາ 4:3 (ຜ່ານທາງພຣະວິນຍານບໍລິສຸດ, ພຣະເຈົ້າເຮັດໃຫ້ເຈົ້າຮູ້ວ່າ ເຈົ້າໄດ້ຮັບການໃຫ້ອະໄພ); 26:30 (ພຣະຜູ້ຊ່ວຍໃຫ້ລອດໃຫ້ອະໄພຕະຫລອດ ເມື່ອເຮົາກັບໃຈ); ອີເທີ 12:27 (ພຣະຄຸນຂອງພຣະຜູ້ຊ່ວຍໃຫ້ລອດສາມາດເຮັດໃຫ້ສິ່ງທີ່ອ່ອນແອກັບມາເຂັ້ມແຂງໄດ້); ໂມໂຣໄນ 6:8 (ຜູ້ທີ່ກັບໃຈຈະໄດ້ຮັບການໃຫ້ອະໄພ); 10:32 (ດີພ້ອມໃນພຣະຄຣິດ); ຄຳສອນ ແລະ ພັນທະສັນຍາ 1:32 (ພຣະຜູ້ເປັນເຈົ້າໃຫ້ອະໄພຜູ້ທີ່ກັບໃຈ); 58:42–43 (ການກັບໃຈແມ່ນລວມທັງການສາລະພາບ ແລະ ການປະຖິ້ມຄວາມບາບ).
ຄຳຖາມກ່ຽວກັບໃບຮັບຮອງເຂົ້າພຣະວິຫານ
-
ເຈົ້າມີປະຈັກພະຍານເຖິງການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ເຖິງບົດບາດຂອງພຣະອົງ ໃນການເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ເປັນພຣະຜູ້ໄຖ່ຂອງເຈົ້າບໍ?
-
ມີຄວາມຜິດບາບທີ່ຮ້າຍແຮງໃນຊີວິດຂອງເຈົ້າ ທີ່ຄວນແກ້ໄຂກັບຜູ້ມີສິດອຳນາດຖານະປະໂລຫິດ ເພື່ອເປັນພາກສ່ວນຂອງການກັບໃຈຂອງເຈົ້າບໍ?