ຊາວ​ໜຸ່ມ
5. ເດີນ​ໄປ​ໃນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ເຈົ້າ


ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ລ້ຽງ​ຝູງ​ແກະ

I Shall Not Want [ຂ້າ​ນ້ອຍ​ມີ​ທຸກ​ສິ່ງ​ທີ່​ຕ້ອງ​ການ], ໂດຍ ຢົງ​ຊັງ ຄິມ ໄດ້​ຮັບ​ອະ​ນຸ​ຍາດ​ຈາກ Havenlight

5.

ເດີນ​ໄປ​ໃນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ເຈົ້າ

ຄາ​ລາ​ເຕຍ 5:25

ເຈົ້າ​ເຮັດ​ການ​ເລືອກ​ໄດ້​ດີ​ຂຶ້ນ​ເມື່ອ​ເຈົ້າ​ສາ​ມາດ​ເບິ່ງ​ເຫັນ​ສິ່ງ​ຕ່າງໆ​ໄດ້​ຢ່າງ​ຊັດ​ເຈນ. ນັ້ນ​ຄື​ສາ​ເຫດ​ທີ່​ແສງ​ສະ​ຫວ່າງ​ມີ​ຄວາມ​ສຳ​ຄັນ​ຫລາຍ; ແສງ​ສະ​ຫວ່າງ​ເຮັດ​ໃຫ້​ເຮົາ​ເຫັນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ໄດ້​ງ່າຍ​ຂຶ້ນ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ໂອ​ກາດ​ໃຫ້​ເຈົ້າ​ເຂົ້າ​ເຖິງ​ແຫລ່ງ​ຂອງ​ແສງ​ສະ​ຫວ່າງ​ແຫ່ງ​ສະ​ຫວັນ—ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ—ເພື່ອ​ຊ່ວຍ​ໃຫ້​ເຈົ້າ​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ສິ່ງ​ໃດ​ດີ ແລະ ສິ່ງ​ໃດ​ບໍ່​ດີ, ສິ່ງ​ໃດ​ຖືກ ແລະ ສິ່ງ​ໃດ​ຜິດ.

ຄວາມ​ຈິງ​ນິ​ລັນ​ດອນ

ເຈົ້າ​ສາ​ມາດ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ສະ​ຖິດ​ຢູ່​ເປັນ​ເພື່ອນ​ຕະ​ຫລອດ​ເວ​ລາ. ເມື່ອ​ເຈົ້າ​ໄດ້​ຮັບ​ການ​ຢືນ​ຢັນ​ໃຫ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຈົ້າ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ໃຫ້ “ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.” ໂອ​ກາດ​ທີ່​ຈະ​ມີ​ພຣະ​ວິນ​ຍານ​ເປັນ​ເພື່ອນ​ຕະ​ຫລອດ​ເວ​ລາ​ແມ່ນ​ໜຶ່ງ​ໃນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ທີ່​ມອບ​ໃຫ້​ກັບ​ເຈົ້າ.

ການ​ເລືອກ​ສິ່ງ​ທີ່​ດີ​ຈະ​ຊ່ວຍ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ເຈົ້າ​ໃນ​ການ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ. ໃນ​ໂລກ​ໃບ​ນີ້​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ດີ ແລະ ເປັນ​ປະ​ໂຫຍດ. ເຊັ່ນ​ດຽວ​ກັນ​ກັບ​ທີ່​ຮ່າງ​ກາຍ​ຂອງ​ເຈົ້າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສິ່ງ​ທີ່​ເຈົ້າ​ກິນ ແລະ ດື່ມ, ຈິດ​ໃຈ ແລະ ວິນ​ຍານ​ຂອງ​ເຈົ້າ​ກໍ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງ​ຈາກ​ສິ່ງ​ທີ່​ເຈົ້າ​ອ່ານ, ເບິ່ງ, ແລະ ຟັງ.

ຄຳ​ເຊື້ອ​ເຊີນ

ຈັດ​ສັນ​ເວ​ລາ​ໃຫ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກໆ​ມື້. ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ. ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ. ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ. ສຶກ​ສາ​ພຣະ​ຄຳ​ພີ​ສັກ​ສິດ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ແລ້ວ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ສິ່ງ​ທີ່​ເຈົ້າ​ຮຽນ​ຮູ້.

ຈົ່ງ​ສະ​ແຫວງ​ຫາ​ສິ່ງ​ທີ່​ຍົກ​ລະ​ດັບ, ດົນ​ໃຈ, ແລະ ເຊື້ອ​ເຊີນ​ພຣະ​ວິນ​ຍານ. ຂະ​ນະ​ທີ່​ເຈົ້າ​ເລືອກ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເບິ່ງ, ອ່ານ, ຟັງ, ຫລື ມີ​ສ່ວນ​ຮ່ວມ​ນັ້ນ, ຈົ່ງ​ຄິດ​ກ່ຽວ​ກັບ​ວ່າ ສິ່ງ​ນັ້ນ​ຈະ​ເຮັດ​ໃຫ້​ເຈົ້າ​ຮູ້​ສຶກ​ແນວ​ໃດ. ສິ່ງ​ນັ້ນ​ເຊື້ອ​ເຊີນ​ຄວາມ​ຄິດ​ທີ່​ດີ​ຫລື​ບໍ່? ຈົ່ງ​ຢູ່​ຫ່າງ​ຈາກ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຍາະ​ເຍີ້ຍ​ສິ່ງ​ສັກ​ສິດ ຫລື ສິ່ງ​ທີ່​ຜິດ​ສິນ​ທຳ. ຈົ່ງ​ຢ່າ​ມີ​ສ່ວນ​ຮ່ວມ​ໃນ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮັດ​ໃຫ້​ການ​ຕັດ​ສິນ ຫລື ຄວາມ​ຮູ້​ສຶກ​ໄວ​ຕໍ່​ພຣະ​ວິນ​ຍານ​ຂອງ​ເຈົ້າ​ຫລຸດ​ລົງ, ເຊັ່ນ ຄວາມ​ຮຸນ​ແຮງ, ເຫລົ້າ, ແລະ ຢາ​ເສບ​ຕິດ​ທີ່​ເປັນ​ອັນ​ຕະ​ລາຍ. ກ້າ​ທີ່​ຈະ​ປິດ​ວິ​ດີ​ໂອ ຫລື ເກມ, ຍ່າງ​ອອກ​ຈາກ​ໂຮງ​ໜັງ ຫລື ງານ​ເຕັ້ນ​ລຳ, ປ່ຽນ​ເພງ​ຂອງ​ເຈົ້າ, ຫລື ຫັນ​ຫລັງ​ໃຫ້​ກັບ​ສິ່ງ​ໃດ​ກໍ​ຕາມ​ທີ່​ບໍ່​ສອດ​ຄ່ອງ​ກັບ​ພຣະ​ວິນ​ຍານ.

ນຳ​ໃຊ້​ສື່​ສັງ​ຄົມ​ເພື່ອ​ຍົກ​ລະ​ດັບ. ສື່​ສັງ​ຄົມ​ສາ​ມາດ​ເປັນ​ເຄື່ອງ​ມື​ສື່​ສານ​ທີ່​ມີ​ພະ​ລັງ. ຖ້າ​ວ່າ​ເຈົ້າ​ໃຊ້​ມັນ, ໃຫ້​ສຸມ​ໃສ່​ແສງ​ສະ​ຫວ່າງ, ສັດ​ທາ, ແລະ ຄວາມ​ຈິງ. ຢ່າງ​ປຽບ​ທຽບ​ຊີ​ວິດ​ຂອງ​ເຈົ້າ​ກັບ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ຄົນ​ອື່ນ​ກຳ​ລັງ​ເປັນ​ຢູ່. ຈົ່ງ​ຈື່​ຈຳ​ໄວ້​ວ່າ ຄຸນ​ຄ່າ​ຂອງ​ເຈົ້າ​ແມ່ນ​ມາ​ຈາກ​ການ​ເປັນ​ລູກ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ, ບໍ່​ແມ່ນ​ມາ​ຈາກ​ສື່​ສັງ​ຄົມ.

ຈົ່ງ​ສະ​ແຫວງ​ຫາ​ປະ​ສົບ​ການ​ທີ່​ດີ​ງາມ ແລະ ຄວາມ​ສຳ​ພັນ​ທີ່​ແທ້​ຈິງ ແລະ ໝັ້ນ​ຄົງ​ຍືນ​ຍາວ. ຈົ່ງ​ລະ​ວັງ​ຢ່າ​ໃຫ້​ການ​ໃຊ້​ເທັກ​ໂນ​ໂລ​ຈີ ແລະ ສື່​ຂອງ​ເຈົ້າ​ມາ​ແທນ​ທີ່​ການ​ໃຊ້​ເວ​ລາ​ແບບ​ຕົວ​ຕໍ່​ຕົວ​ຢູ່​ກັບ​ຄອບ​ຄົວ ແລະ ໝູ່​ເພື່ອນ. ສື່​ສັງ​ຄົມ ແລະ ເທັກ​ໂນ​ໂລ​ຈີ​ອື່ນໆ​ສາ​ມາດ​ກິນ​ເວ​ລາ​ຂອງ​ເຈົ້າ​ຢ່າງ​ຫລວງ​ຫລາຍ ໂດຍ​ບໍ່​ໄດ້​ໃຫ້​ຜົນ​ຕອບ​ແທນ​ທີ່​ມີ​ຄ່າ​ຫຍັງ​ຫລາຍ. ພັກ​ຜ່ອນ​ຈາກ​ໂລກ​ອອນ​ລາຍ ແລະ ມາ​ເຊື່ອມ​ຕໍ່​ກັບ​ຜູ້​ຄົນ​ທີ່​ມີ​ຢູ່​ໃນ​ຊີ​ວິດ​ຈິງ.

ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ພາ​ຝູງ​ແກະ​ຂ້າມ​ທົ່ງ​ຫຍ້າ

ພອນ​ທີ່​ສັນ​ຍາ​ໄວ້

ເຈົ້າ​ສາ​ມາດ​ມີ​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ກັບ​ເຈົ້າ​ຕະ​ຫລອດ​ເວ​ລາ. ຄຳ​ສັນ​ຍາ​ນີ້​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ພັນ​ທະ​ສັນ​ຍາ​ທີ່​ເຈົ້າ​ເຮັດ​ໃນ​ທຸກ​ຄັ້ງ​ທີ່​ເຈົ້າ​ຮັບ​ສ່ວນ​ສິນ​ລະ​ລຶກ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ພະ​ຍານ​ຕໍ່​ເຈົ້າ​ເຖິງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ພຣະ​ອົງ​ຈະ​ປອບ​ໂຍນ, ນຳ​ພາ, ເຕືອນ, ແລະ ຊຳ​ລະ​ເຈົ້າ​ໃຫ້​ບໍ​ລິ​ສຸດ. ພຣະ​ອົງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບ​ຮູ້​ຄວາມ​ຈິງ ແລະ ເຫັນ​ຄວາມ​ດີ​ໃນ​ໂລກ​ນີ້.

ຄຳ​ຖາມ ແລະ ຄຳ​ຕອບ

ຂ້ອຍ​ຈະ​ຮູ້​ຈັກ​ໄດ້​ແນວ​ໃດ​ວ່າ​ຂ້ອຍ​ກຳ​ລັງ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ? ການ​ຮຽນ​ຮູ້​ທີ່​ຈະ​ຮັບ​ຮູ້​ເຖິງ​ພຣະ​ວິນ​ຍານ​ນັ້ນ​ຕ້ອງ​ໃຊ້​ເວ​ລາ, ການ​ຝຶກ​ຝົນ, ແລະ ຄວາມ​ອົດ​ທົນ. ພຣະ​ອົງ​ກ່າວ​ກັບ​ແຕ່​ລະ​ຄົນ​ໃນ​ວິ​ທີ​ທີ່​ແຕກ​ຕ່າງ​ກັນ. ຢ່າ​ເບິ່ງ​ຂ້າມ​ສິ່ງ​ທີ່​ລຽບ​ງ່າຍ—ຄວາມ​ຮູ້​ສຶກ​ສະ​ຫງົບ​ສຸກ​ທີ່​ເຈົ້າ​ໄດ້​ຮັບ​ເມື່ອ​ໄດ້​ຍິນ​ປະ​ຈັກ​ພະ​ຍານ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ ຫລື ຄວາມ​ຮູ້​ສຶກ​ບໍ່​ສະ​ບາຍ​ໃຈ​ຫລັງ​ຈາກ​ການ​ເລືອກ​ທີ່​ຜິດ​ພາດ​ຂອງ​ເຈົ້າ. ຄົ້ນ​ຫາ​ພຣະ​ຄຳ​ພີ​ກ່ຽວ​ກັບ​ວິ​ທີ​ຕ່າງໆ​ທີ່​ພຣະ​ວິນ​ຍານ​ສື່​ສານ, ອະ​ທິ​ຖານ​ກ່ຽວ​ກັບ​ມັນ, ແລະ ຊອກ​ຫາ​ໂອ​ກາດ​ທີ່​ຈະ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ນັ້ນ​ຕໍ່​ໄປ.

ຮູບ​ພາບ​ລາ​ມົກ​ແມ່ນ​ຫຍັງ? ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຄວນ​ຫລີກ​ລ້ຽງ​ມັນ? ຮູບ​ພາບ​ລາ​ມົກ​ແມ່ນ​ການ​ນຳ​ສະ​ເໜີ ບໍ່​ວ່າ​ຈະ​ເປັນ, ຮູບ​ພາບ ຫລື ຄຳ​ເວົ້າ​ຕ່າງໆ, ທີ່​ອອກ​ແບບ​ມາ​ເພື່ອ​ກະ​ຕຸ້ນ​ຄວາມ​ຮູ້​ສຶກ​ທາງ​ເພດ. ຮູບ​ພາບ​ລາ​ມົກ​ມີ​ມາ​ໃນ​ຫລາຍ​ຮູບ​ແບບ, ລວມ​ທັງ​ວີ​ດີ​ໂອ, ຮູບ​ພາບ, ປຶ້ມ, ເກມ, ແລະ ເພງ. ຂໍ້​ຄວາມ​ຕ່າງໆ ຫລື ຮູບ​ພາບ​ທີ່​ຖືກ​ສົ່ງ​ໄປ​ມາ​ຫາ​ກັນ​ລະ​ຫວ່າງ​ໝູ່​ເພື່ອນ​ກໍ​ຍັງ​ແມ່ນ​ໄດ້​ອີກ​ເຊັ່ນ​ກັນ. ຮູບ​ພາບ​ລາ​ມົກ​ປະ​ຕິ​ບັດ​ຕໍ່​ສິ່ງ​ທີ່​ສັກ​ສິດ—ບໍ່​ວ່າ​ຈະ​ເປັນ​ຮ່າງ​ກາຍ ແລະ ຄວາມ​ຮູ້​ສຶກ​ທາງ​ເພດ​ຂອງ​ເຮົາ—ດ້ວຍ​ຄວາມ​ບໍ່​ເຄົາ​ລົບ. ເຈົ້າ​ອາດ​ຈະ​ພົບ​ຮູບ​ພາບ​ລາ​ມົກ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ. ບໍ່​ວ່າ​ເຈົ້າ​ຈະ​ພົບ​ຮູບ​ພາບ​ລາ​ມົກ​ໂດຍ​ຕັ້ງ​ໃຈ ຫລື ບໍ່​ນັ້ນ​ກໍ​ຕາມ, ຈົ່ງ​ຫັນ​ໜີ​ໄປ​ຈາກ​ສິ່ງ​ນັ້ນ​ທັນ​ທີ. ເຈົ້າ​ຍັງ​ສາ​ມາດ​ເວົ້າ​ລົມ​ກັບ​ພໍ່​ແມ່ ຫລື ຜູ້​ໃຫຍ່​ຄົນ​ອື່ນໆ​ທີ່​ໄວ້​ໃຈ​ໄດ້. ການ​ຕັ້ງ​ໃຈ​ເບິ່ງ​ຮູບ​ພາບ​ລາ​ມົກ​ຖື​ວ່າ​ເປັນ​ບາບ ແລະ ເປັນ​ອັນ​ຕະ​ລາຍ​ຕໍ່​ຄວາມ​ສາ​ມາດ​ຂອງ​ເຈົ້າ​ໃນ​ການ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ. ມັນ​ຈະ​ເຮັດ​ໃຫ້​ການ​ຄວບ​ຄຸມ​ຕົນ​ເອງ​ຂອງ​ເຈົ້າ​ອ່ອນ​ແອ​ລົງ ແລະ ບິດ​ເບືອນ​ວິ​ທີ​ທີ່​ເຈົ້າ​ເບິ່ງ​ຕົວ​ເອງ ແລະ ຄົນ​ອື່ນ. ພຣະ​ເຢ​ຊູ​ຄຣິດ​ມີ​ອຳ​ນາດ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕ້ານ​ທານ​ກັບ​ຮູບ​ພາບ​ລາ​ມົກ ແລະ ກັບ​ໃຈ. ຫັນ​ໄປ​ຫາ​ພຣະ​ອົງ ແລະ ຫັນ​ຫລັງ​ໃຫ້​ກັບ​ຄວາມ​ມືດ. ອະ​ທິ​ການ​ຂອງ​ເຈົ້າ​ສາ​ມາດ​ຊ່ວຍ​ເຈົ້າ​ໃຫ້​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ແລະ ການ​ໃຫ້​ອະ​ໄພ​ໄດ້ ຜ່ານ​ທາງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພຣະ​ເຢ​ຊູ​ຄຣິດ​ຄື​ຄວາມ​ເຂັ້ມ​ແຂງ​ຂອງ​ເຈົ້າ!

ເບິ່ງ ເພງ​ສັນ​ລະ​ເສີນ 119:105 (ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເປັນ​ແສງ​ແຈ້ງ​ສຳ​ລັບ​ທາງ​ເດີນ​ໃຫ້​ເຮົາ); ອາ​ໂມດ 5:14 (ສະ​ແຫວງ​ຫາ​ສິ່ງ​ທີ່​ດີ); ຄາ​ລາ​ເຕຍ 5:22–23 (ຜົນ​ຂອງ​ພຣະ​ວິນ​ຍານ); ໂມ​ໂຣ​ໄນ 7:18–19 (ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ); ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:23 (ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ໃນ​ຄວາມ​ສະ​ຫງົບ); 20:77, 79 (ບົດ​ສວດ​ສິນ​ລະ​ລຶກ).

ຄຳ​ຖາມ​ກ່ຽວ​ກັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ

  • ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ທຸກ​ສິ່ງ​ຕ້ອງ​ຖືກ “ສຳ​ເລັດ​ໃນ​ຄວາມ​ສະ​ອາດ” ຕໍ່​ພຣະ​ອົງ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:41). ເຈົ້າ​ພະ​ຍາ​ຍາມ​ໃຫ້​ຕົນ​ເອງ​ສະ​ອາດ​ທາງ​ສິນ​ທຳ​ໃນ​ຄວາມ​ຄິດ ແລະ ການ​ປະ​ພຶດ​ບໍ?