8.
ພິທີການ ແລະ ພັນທະສັນຍາພຣະວິຫານຊ່ວຍໃຫ້ເຈົ້າເຂົ້າເຖິງພອນຂອງພຣະເຈົ້າໄດ້ຫລາຍຂຶ້ນ
ພອນບາງຢ່າງຂອງພຣະບິດາເທິງສະຫວັນແມ່ນສັກສິດຫລາຍ, ພຣະອົງຈຶ່ງໄດ້ບັນຊາເຮົາໃຫ້ຈັດສັນສະຖານທີ່ ທີ່ພິເສດ ແລະ ສັກສິດໄວ້ ເພື່ອເຮົາຈະສາມາດໄດ້ຮັບພອນນັ້ນກໍຄື: ພຣະວິຫານ. ໃນພຣະວິຫານ, ບ້ານຂອງພຣະຜູ້ເປັນເຈົ້າ, ເຈົ້າສາມາດ ໄດ້ຮັບພິທີການສູງສຸດຂອງພຣະອົງ—ຂອງປະທານສັກສິດ ແລະ ການຜະນຶກ—ແລະ ໄດ້ຮັບຄຳສັນຍາທີ່ຍິ່ງໃຫຍ່ກວ່າຂອງພຣະອົງ.
ຄວາມຈິງນິລັນດອນ
ຂອງປະທານສັກສິດແມ່ນຂອງຂວັນແຫ່ງຄວາມຮູ້ ແລະ ອຳນາດ. ໃນພິທີການຂອງປະທານສັກສິດພຣະວິຫານ, ເຈົ້າຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດໄວ້ກັບຕົວເອງຢ່າງເຕັມທີ່ຫລາຍຂຶ້ນ. ເຈົ້າເຮັດພັນທະສັນຍາທີ່ຈະເຊື່ອຟັງພຣະເຈົ້າ, ເສຍສະລະເພື່ອເຮັດຕາມພຣະປະສົງຂອງພຣະອົງ, ດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ, ເຊື່ອຟັງກົດພົມມະຈັນ, ແລະ ອຸທິດຖວາຍ—ຫລື ອຸທິດ—ຊີວິດຂອງເຈົ້າ ແລະ ທຸກສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້າແກ່ສາດສະໜາຈັກຂອງພຣະອົງ. ສິ່ງເຫລົ່ານີ້ຄືຄຳສັນຍາຂອງເຈົ້າ. ພຣະເຈົ້າສັນຍາວ່າ ຈະປະທານພອນໃຫ້ກັບເຈົ້າດ້ວຍ ຄວາມຮູ້, ການປົກປ້ອງ, ແລະ ການເຂົ້າເຖິງອຳນາດຂອງພຣະອົງຫລາຍຂຶ້ນ. ພຣະອົງຍັງສັນຍາວ່າຈະມອບຊີວິດນິລັນດອນໃຫ້ແກ່ເຈົ້າໄດ້ຢູ່ກັບພຣະອົງ. ໃນການເປັນພາກສ່ວນຂອງພິທີຮັບຂອງປະທານສັກສິດ, ເຈົ້າໄດ້ຮັບສິດທິພິເສດທີ່ສັກສິດໃນການໃສ່ເສື້ອຜ້າສັກສິດແຫ່ງຖານະປະໂລຫິດທີ່ສັກສິດ. ເສື້ອຜ້າສັກສິດຄືສັນຍາລັກຂອງພຣະເຢຊູຄຣິດ ແລະ ການເຕືອນໃຈເຖິງພັນທະສັນຍາພຣະວິຫານຂອງເຈົ້ານຳອີກ.
ການຜະນຶກໃນພຣະວິຫານເຮັດໃຫ້ຄູ່ຮັກ ແລະ ຄອບຄົວເປັນໜຶ່ງດຽວກັນຊົ່ວນິລັນດອນ. ໃນພິທີການຜະນຶກໃນພຣະວິຫານ, ເຈົ້າ ແລະ ຄູ່ຄອງຂອງເຈົ້າຈະເຮັດພັນທະສັນຍາກັບພຣະເຈົ້າ ແລະ ກັບກັນແລະກັນ. ເຈົ້າສັນຍາວ່າຈະຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຕໍ່ກັນແລະກັນຢ່າງສົມບູນ, ຈະຮັກ ແລະ ຮັບໃຊ້ຊຶ່ງກັນແລະກັນ, ແລະ ຈະເຮັດວຽກຮ່ວມກັນເພື່ອຮັກສາກົດຂອງພຣະເຈົ້າ. ນີ້ຄືຄຳສັນຍາຂອງເຈົ້າ. ພຣະເຈົ້າສັນຍາວ່າ ຄວາມສຳພັນຂອງເຈົ້າກັບຄູ່ຄອງຂອງເຈົ້າ ແລະ ລູກໆຂອງເຈົ້າສາມາດຄົງຢູ່ຕະຫລອດໄປ. ພຣະອົງຍັງສັນຍາອີກວ່າ ເຈົ້າຈະສາມາດຮັບລັດສະໝີພາບອັນສູງສຸດກັບພຣະອົງໃນອານາຈັກຊັ້ນສູງ ເມື່ອເຈົ້າຮັກສາພັນທະສັນຍາຂອງເຈົ້າ. ພອນນີ້ຖືກເອີ້ນວ່າ ຄວາມສູງສົ່ງ.
ຄຳເຊື້ອເຊີນ
ຕ້ອງມີໃບຮັບຮອງເຂົ້າພຣະວິຫານຕະຫລອດເວລາ. ໃຫ້ພົບກັບສະມາຊິກໃນຝ່າຍອະທິການຂອງເຈົ້າເພື່ອຂໍເອົາໃບຮັບຮອງ. ເພິ່ນຈະຖາມຄຳຖາມເຈົ້າກ່ຽວກັບວິທີທີ່ເຈົ້າກຳລັງດໍາລົງຊີວິດຕາມມາດຕະຖານຂອງພຣະຜູ້ເປັນເຈົ້າເພື່ອເຂົ້າໄປໃນບ້ານອັນສັກສິດຂອງພຣະອົງແນວໃດ. ໃຫ້ທົບທວນຄຳຖາມເຫລົ່ານີ້ເລື້ອຍໆ. (ເຈົ້າສາມາດເບິ່ງຄຳຖາມເຫລົ່ານີ້ໄດ້ໃນພາກຫ້ອຍທ້າຍຂອງຄູ່ມືນີ້.) ເຖິງແມ່ນວ່າ ເຈົ້າຈະອາໄສຢູ່ໄກຈາກພຣະວິຫານ, ຈົ່ງໃຫ້ໃບຮັບຮອງຂອງເຈົ້າເປັນສັນຍາລັກແຫ່ງຄວາມຮັກຂອງເຈົ້າຕໍ່ພຣະຜູ້ເປັນເຈົ້າ ແລະ ຄືຄໍາໝັ້ນສັນຍາຂອງເຈົ້າທີ່ຈະດໍາລົງຊີວິດຕາມມາດຕະຖານຂອງພຣະອົງ.
ໃຫ້ໄປພຣະວິຫານເລື້ອຍໆເທົ່າທີ່ເຈົ້າສາມາດເຮັດໄດ້. ດ້ວຍໃບຮັບຮອງເຂົ້າພຣະວິຫານຂອງເຈົ້າ, ເຈົ້າສາມາດເຂົ້າໄປໃນບ້ານຂອງພຣະຜູ້ເປັນເຈົ້າ ແລະ ຮັບບັບຕິສະມາ ແລະ ຮັບການຢືນຢັນແທນບັນພະບຸລຸດຂອງເຈົ້າ, ເພື່ອວ່າພວກເພິ່ນຈະສາມາດໄດ້ຮັບພອນທີ່ເຈົ້າໄດ້ຮັບ. ຫາທຸກໂອກາດເພື່ອໃຫ້ໄດ້ໄປພຣະວິຫານ. ສະແຫວງຫາພຣະຜູ້ເປັນເຈົ້າ ຢູ່ໃນບ້ານຂອງພຣະອົງ. ຈົ່ງຊອກຫາພຣະອົງໃນພິທີການ, ໃນສັນຍາລັກ, ແລະ ໃນພຣະວິນຍານທີ່ເຈົ້າຮູ້ສຶກ. ເຈົ້າຈະພົບພຣະອົງ.
ຈົ່ງກຽມພ້ອມທີ່ຈະເຮັດພັນທະສັນຍາ ໃນບ້ານຂອງພຣະຜູ້ເປັນເຈົ້າ. ວິທີໜຶ່ງທີ່ດີທີ່ສຸດທີ່ຈະເຮັດສິ່ງນີ້ກໍຄືການຮັກສາພັນທະສັນຍາແຫ່ງການບັບຕິສະມາຂອງເຈົ້າ. ຈົ່ງເຮັດໃຫ້ມັນເປັນໜຶ່ງໃນເປົ້າໝາຍນຳພາຂອງເຈົ້າ ເພື່ອຮັບພິທີການພຣະວິຫານ ແລະ ເພື່ອເປັນຜູ້ຮັກສາພັນທະສັນຍາຕະຫລອດຊີວິດ. ເລີ່ມຕົ້ນດຽວນີ້ເພື່ອດຳລົງຊີວິດຕາມກົດທີ່ເຈົ້າຈະສັນຍາວ່າຈະເຊື່ອຟັງໃນພຣະວິຫານ ເຊັ່ນ: ການເຊື່ອຟັງພຣະບັນຍັດຂອງພຣະເຈົ້າ, ການເສຍສະລະ, ພຣະກິດຕິຄຸນຂອງພຣະເຢຊູຄຣິດ, ກົດພົມມະຈັນ, ແລະ ກົດແຫ່ງການອຸທິດຖວາຍ. ຄອບຄົວ, ອະທິການ, ແລະ ຜູ້ນໍາຄົນອື່ນໆຂອງເຈົ້າໃນສາດສະໜາຈັກສາມາດຊ່ວຍເຈົ້າໄດ້.
ພອນທີ່ສັນຍາໄວ້
ເຈົ້າສາມາດເປັນເໝືອນດັ່ງພຣະເຢຊູຄຣິດຫລາຍຂຶ້ນ. ພຣະອົງຈະຊ່ວຍເຈົ້າໃຫ້ກາຍເປັນຜູ້ຕິດຕາມທີ່ຊອບທຳຫລາຍຂຶ້ນ. ພິທີການ ແລະ ພັນທະສັນຍາພຣະວິຫານຈະສິດສອນເຈົ້າກ່ຽວກັບວິທີການເຂົ້າໄປໃນທີ່ປະທັບຂອງພຣະເຈົ້າ ແລະ ໄດ້ຮັບຊີວິດນິລັນດອນກັບພຣະອົງ.
ເຈົ້າຈະມີອຳນາດຂອງພຣະເຈົ້າເປັນອາວຸດ. ພັນທະສັນຍາພຣະວິຫານມາພ້ອມກັບຄຳສັນຍາທີ່ວ່າ ອຳນາດ ແລະ ລັດສະໝີພາບຂອງພຣະເຈົ້າຈະສະຖິດຢູ່ກັບເຈົ້າ. ເຫລົ່າທູດຂອງພຣະອົງຈະເຝົ້າດູແລເຈົ້າ.
ເວລາທີ່ຢູ່ໃນພຣະວິຫານຈະເຊື່ອມຕໍ່ເຈົ້າໃຫ້ໃກ້ຊິດກັບພຣະເຢຊູຄຣິດ ແລະ ພຣະວິນຍານບໍລິສຸດຫລາຍຂຶ້ນ. ເຈົ້າຈະຮູ້ສຶກເຖິງສັນຕິສຸກ ແລະ ການພັກຜ່ອນຂອງພຣະເຈົ້າ. ເຈົ້າຈະໄດ້ຍິນສຸລະສຽງຂອງພຣະອົງດ້ວຍຄວາມຊັດເຈນຫລາຍຂຶ້ນ. ຟ້າສະຫວັນຈະເປີດອອກໃຫ້ເຈົ້າ, ແລະ ເຈົ້າຈະເຂົ້າໃຈວິທີຂອງພຣະອົງດີຂຶ້ນກວ່າເກົ່າ. ເຈົ້າຈະມີຄວາມເຂັ້ມແຂງຫລາຍຂຶ້ນເພື່ອປະເຊີນໜ້າກັບສິ່ງທ້າທາຍຂອງເຈົ້າ ເພາະວ່າໃຈຂອງເຈົ້າເຊື່ອມຕໍ່ກັບພຣະໄທຂອງພຣະອົງ.
ຄຳຖາມ ແລະ ຄຳຕອບ
ຂ້ອຍສາມາຮັບເອົາຂອງປະທານສັກສິດໄດ້ຕອນໃດ? ການຕັດສິນໃຈຮັບຂອງປະທານສັກສິດຂອງເຈົ້ານັ້ນແມ່ນເລື່ອງສ່ວນຕົວ; ຈົ່ງຕັດສິນໃຈດ້ວຍການອະທິຖານ. ປຶກສາກັບຄອບຄົວ ແລະ ຜູ້ນຳສາດສະໜາຈັກຂອງເຈົ້າ. ເພື່ອຮັບເອົາຂອງປະທານສັກສິດ, ເຈົ້າຕ້ອງມີອາຍຸຢ່າງໜ້ອຍ 18 ປີ ແລະ ບໍ່ໄດ້ຮຽນຢູ່ໃນໂຮງຮຽນມັດທະຍົມຕອນປາຍ ຫລື ມັດທະຍົມຕອນຕົ້ນແລ້ວ. ເຈົ້າຈະໄດ້ຮັບຂອງປະທານກ່ອນທີ່ຈະໄປຮັບໃຊ້ເຜີຍແຜ່ ຫລື ໄດ້ຮັບການຜະນຶກ, ແຕ່ເຈົ້າບໍ່ຈຳເປັນຕ້ອງລໍຖ້າເຫດການໃດໜຶ່ງເຫລົ່ານີ້ ກ່ອນທີ່ຈະໄດ້ຮັບຂອງປະທານ. ເຈົ້າພຽງແຕ່ຕ້ອງມີຄວາມປາດຖະໜາ ແລະ ການກຽມພ້ອມທີ່ຈະເຮັດ ແລະ ຮັກສາພັນທະສັນຍາເພີ່ມເຕີມກັບພຣະບິດາເທິງສະຫວັນຂອງເຈົ້າ. ອະທິການ ຫລື ປະທານສາຂາຂອງເຈົ້າສາມາດຊ່ວຍໃຫ້ເຈົ້າຮູ້ຈັກໄດ້ວ່າ ເຈົ້າໄດ້ກຽມພ້ອມແລ້ວ ຫລື ບໍ່. ຢ່າເຂົ້າໃຈວ່າ ການຮັບຂອງປະທານສັກສິດເປັນໜ້າທີ່ໜຶ່ງທີ່ຕ້ອງເຮັດໃນລາຍການນິລັນດອນ. ແຕ່ໃຫ້ເບິ່ງວ່າ ສິ່ງນີ້ເປັນສ່ວນໜຶ່ງທີ່ສວຍງາມ ແລະ ຮຸ່ງເຫລື້ອມຂອງການເດີນທາງນິລັນດອນຂອງເຈົ້າ ເພື່ອມາຫາພຣະຄຣິດ ແລະ ຮັບພອນທາງວິນຍານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ.
ເປັນຫຍັງຂ້ອຍຈຶ່ງຕ້ອງການໃບຮັບຮອງເຂົ້າພຣະວິຫານເພື່ອເຂົ້າໄປໃນພຣະວິຫານ? ພຣະວິຫານແມ່ນບ້ານຂອງພຣະຜູ້ເປັນເຈົ້າ, ແລະ ພຣະອົງໄດ້ວາງມາດຕະຖານເອົາໄວ້ສຳລັບການເຂົ້າໄປໃນນັ້ນ. ພິທີການ ແລະ ພັນທະສັນຍາພຣະວິຫານແມ່ນສັກສິດຫລາຍຈົນຮຽກຮ້ອງໃຫ້ມີການກະກຽມທາງວິນຍານທີ່ພິເສດ. ການສໍາພາດຂໍໃບຮັບຮອງເຂົ້າພຣະວິຫານແມ່ນເພື່ອຮັບປະກັນວ່າ ເຈົ້າໄດ້ກຽມພ້ອມທາງວິນຍານສໍາລັບສິດທິພິເສດອັນສູງສົ່ງກວ່າຂອງພັນທະສັນຍາພຣະວິຫານ. ພຣະບິດາເທິງສະຫວັນເຊື້ອເຊີນລູກໆຂອງພຣະອົງທຸກຄົນໃຫ້ກຽມພ້ອມທີ່ຈະເຮັດຄຳສັນຍາກັບພຣະອົງ ໃນບ້ານສັກສິດຂອງພຣະອົງ.
ຂ້ອຍຈຳເປັນຕ້ອງເປັນຄົນດີພ້ອມບໍ ຈຶ່ງຈະເຮັດພັນທະສັນຍາໃນພຣະວິຫານໄດ້? ບໍ່ມີຄົນໃດທີ່ດີພ້ອມ. ພຣະເຈົ້າຂໍໃຫ້ເຈົ້າຊື່ສັດ ແລະ ເຕັມໃຈທີ່ຈະຮັກສາພຣະບັນຍັດຂອງພຣະອົງ. ການເຮັດ ແລະ ການຮັກສາພັນທະສັນຍາກັບພຣະເຈົ້າຄືສິ່ງທີ່ມອບອຳນາດໃຫ້ກັບເຈົ້າໃຫ້ ກາຍເປັນ ຄົນທີ່ດີພ້ອມຜ່ານທາງພຣະເຢຊູຄຣິດ. ພຣະອົງຄືຄວາມເຂັ້ມແຂງຂອງເຈົ້າ!
ເບິ່ງ ເອຊາຢາ 2:2–3 (ພຣະເຈົ້າສິດສອນວິທີຂອງພຣະອົງໃຫ້ແກ່ເຮົາໃນພຣະວິຫານ); ມັດທາຍ 11:28–30 (ຮັບເອົາແອກຂອງພຣະຜູ້ຊ່ວຍໃຫ້ລອດໄວ້ກັບຕົວເຈົ້າເອງ); 1 ນີໄຟ 14:14 (ອຳນາດຂອງພຣະເຈົ້າສະຖິດຢູ່ໃນຜູ້ຄົນແຫ່ງພັນທະສັນຍາຂອງພຣະອົງ); ຄຳສອນ ແລະ ພັນທະສັນຍາ 97:15–16 (ທີ່ປະທັບ ແລະ ລັດສະໝີພາບຂອງພຣະເຈົ້າແມ່ນຢູ່ໃນບ້ານຂອງພຣະອົງ); 109:22 (ໃນພຣະວິຫານເຮົາມີອຳນາດຂອງພຣະເຈົ້າເປັນອາວຸດ); 131:1–4; 132:4–6, 15–20 (ເພື່ອທີ່ຈະໄດ້ຮັບຊີວິດນິລັນດອນ, ຊາຍ ແລະ ຍິງຈະຕ້ອງໄດ້ຜະນຶກເຂົ້າກັນຊົ່ວນິລັນດອນ ຜ່ານທາງພັນທະສັນຍາໃໝ່ ແລະ ເປັນນິດຂອງການແຕ່ງງານ); ອັບຣາຮາມ 1:2 (ອັບຣາຮາມຕ້ອງການເປັນຜູ້ຕິດຕາມທີ່ຊອບທຳ ແລະ ໄດ້ຮັບຄວາມຮູ້ຫລາຍຂຶ້ນ).
ຄຳຖາມກ່ຽວກັບໃບຮັບຮອງເຂົ້າພຣະວິຫານ
-
ເຈົ້າຖືວ່າ ເຈົ້າມີຄ່າຄວນພໍທີ່ຈະເຂົ້າໄປໃນບ້ານຂອງພຣະຜູ້ເປັນເຈົ້າ ແລະ ມີສ່ວນໃນພິທີການທາງພຣະວິຫານບໍ?