“ບົດຮຽນທີ 25: ທົບທວນ,” EnglishConnect 2 ສຳລັບຜູ້ຮຽນ (2022)
“ບົດຮຽນທີ 25,” EnglishConnect 2 ສຳລັບຜູ້ຮຽນ
Lesson 25
Review
ຈຸດປະສົງ: ຂ້ອຍຈະທົບທວນ EnglishConnect 2 ແລະ ສະທ້ອນຄິດເຖິງປະສົບການຂອງຂ້ອຍ.
Personal Study
ກຽມຕົວສຳລັບກຸ່ມສົນທະນາຂອງທ່ານ ໂດຍການເຮັດກິດຈະກຳ A ເຖິງ D.
Study the Principle of Learning: Learn by Study and by Faith
ຮຽນຮູ້ໂດຍການສຶກສາ ແລະ ໂດຍສັດທາ
I can rely on God to seek learning by study and by faith.
ເຮົາສາມາດເພິ່ງພາພຣະເຈົ້າເພື່ອສະແຫວງຫາການຮຽນຮູ້ໂດຍການສຶກສາ ແລະ ໂດຍສັດທາ.
ພຣະຜູ້ເປັນເຈົ້າໄດ້ປະທານແບບແຜນສຳລັບການຮຽນຮູ້ໃຫ້ແກ່ເຮົາ:
“ພວກເຈົ້າຈົ່ງສະແຫວງຫາຢ່າງພາກພຽນ ແລະ ສິດສອນຖ້ອຍຄຳແຫ່ງປັນຍາໃຫ້ກັນແລະກັນ; ແທ້ຈິງແລ້ວ, ພວກເຈົ້າຈົ່ງສະແຫວງຫາຖ້ອຍຄຳແຫ່ງປັນຍາຢູ່ໃນປຶ້ມທີ່ດີທີ່ສຸດ; ຈົ່ງສະແຫວງຫາການຮຽນຮູ້, ແມ່ນແຕ່ໂດຍການສຶກສາ ແລະ ໂດຍ ສັດທາ ນຳອີກ” (ຄຳສອນ ແລະ ພັນທະສັນຍາ 88:118).
ສະທ້ອນຄິດເຖິງປະສົບການຂອງທ່ານໃນ EnglishConnect. ທ່ານໄດ້ນຳໃຊ້ແບບແຜນນີ້ແນວໃດ? ໃຫ້ສະທ້ອນຄິດເຖິງຫລັກທຳຂອງການຮຽນຮູ້ ແລະ ຂໍ້ຖະແຫລງທີ່ພວກເຮົາໄດ້ຮຽນມານຳກັນ:
-
“ທ່ານເປັນລູກຂອງ ພຣະເຈົ້າ”—ເຮົາເປັນລູກຂອງພຣະເຈົ້າ ພ້ອມດ້ວຍສັກກະຍະພາບ ແລະ ຈຸດປະສົງນິລັນດອນ.
-
“ໃຊ້ສັດທາໃນ ພຣະເຢຊູຄຣິດ”—ພຣະເຢຊູຄຣິດສາມາດຊ່ວຍໃຫ້ເຮົາເຮັດທຸກສິ່ງ ຂະນະທີ່ເຮົາໃຊ້ສັດທາໃນພຣະອົງ.
-
“ຮັບເອົາໜ້າທີ່ຮັບຜິດຊອບ”—ເຮົາມີອຳນາດທີ່ຈະເລືອກ, ແລະ ເຮົາມີຄວາມຮັບຜິດຊອບຕໍ່ການຮຽນຮູ້ຂອງເຮົາເອງ.
-
“ຮັກ ແລະ ສິດສອນກັນແລະກັນ”—ເຮົາສາມາດຮຽນຮູ້ຈາກ ພຣະວິນຍານ ຂະນະທີ່ເຮົາຮັກ, ສິດສອນ, ແລະ ຮຽນຮູ້ກັບຄົນອື່ນ.
-
“ມຸ້ງໜ້າ”—ດ້ວຍຄວາມຊ່ວຍເຫລືອຂອງພຣະເຈົ້າ, ເຮົາສາມາດມຸ້ງໜ້າ ເຖິງແມ່ນເຮົາຕ້ອງປະເຊີນກັບອຸປະສັກກໍຕາມ.
-
“ປຶກສາກັບພຣະຜູ້ເປັນເຈົ້າ”—ເຮົາພັດທະນາການຮຽນຮູ້ຂອງເຮົາ ໂດຍການປຶກສາກັບພຣະເຈົ້າທຸກວັນກ່ຽວກັບຄວາມພະຍາຍາມຂອງເຮົາ.
ເວລາຂອງທ່ານກັບກຸ່ມ EnglishConnect ອາດຈະສິ້ນສຸດແລ້ວ, ແຕ່ຍັງມີຫລາຍສິ່ງຫລາຍຢ່າງທີ່ພຣະເຈົ້າປະສົງໃຫ້ທ່ານຮຽນຮູ້ ແລະ ມີປະສົບການ. ພຣະບິດາເທິງສະຫວັນຂອງທ່ານຮັກທ່ານ ແລະ ຢາກໃຫ້ທ່ານບັນລຸສັກກະຍະພາບອັນສູງສົ່ງຂອງທ່ານ. ທ່ານສາມາດເພິ່ງອາໄສພຣະເຈົ້າ ແລະ ສືບຕໍ່ ເພື່ອ “ສະແຫວງຫາການຮຽນຮູ້ ໂດຍການສຶກສາ ແລະ ໂດຍສັດທານຳອີກ.”
Ponder
-
ທ່ານໄດ້ປະສົບຄວາມຮັກ ແລະ ຄວາມຊ່ວຍເຫລືອຂອງພຣະເຈົ້າໃນການຮຽນພາສາອັງກິດແນວໃດ?
-
ທ່ານໄດ້ນຳໃຊ້ຫລັກທຳຂອງການຮຽນຮູ້ໃນ EnglishConnect ແນວໃດ?
-
ທ່ານຈະນຳໃຊ້ຫລັກທຳຂອງການຮຽນຮູ້ໃນພາກສ່ວນອື່ນຂອງຊີວິດທ່ານແນວໃດ?
Prepare for Activity 1
ອ່ານຄຳແນະນຳສຳລັບກິດຈະກຳທີ 1. ຂຽນຄຳຖາມ ແລະ ຄຳຕອບໜຶ່ງຂໍ້ສຳລັບແຕ່ລະຄອບຄົວໃນກິດຈະກຳນີ້. ອ່ານມັນອອກສຽງ. ເບິ່ງ ບົດຮຽນທີ 4 ແລະ ບົດຮຽນທີ 5 ສຳລັບຄຳສັບ ແລະ ແບບແຜນ.
Prepare for Activity 2
ອ່ານຄຳແນະນຳສຳລັບກິດຈະກຳທີ 2. ເລືອກຮູບໜຶ່ງໃບ. ຂຽນຄຳຖາມ ແລະ ຄຳຕອບສີ່ຂໍ້ກ່ຽວກັບເຫດການນັ້ນ. ອ່ານມັນອອກສຽງ. ເບິ່ງ ບົດຮຽນທີ 12 ແລະ ບົດຮຽນທີ 23 ສຳລັບຄຳສັບ ແລະ ແບບແຜນ.
Prepare for Activity 3
ອ່ານຄຳແນະນຳສຳລັບກິດຈະກຳທີ 3 ພາກທີ 1. ຂຽນຄຳຖາມ ແລະ ຄຳຕອບສາມຂໍ້ເພື່ອວາງແຜນເຫດການ. ອ່ານມັນອອກສຽງ. ເບິ່ງ ບົດຮຽນທີ 17 ແລະ ບົດຮຽນທີ 22 ສຳລັບຄຳສັບ ແລະ ແບບແຜນ.
ເຮັດຊ້ຳສຳລັບກິດຈະກຳທີ 3 ພາກທີ 2.
Additional Activities
ເຮັດກິດຈະກຳບົດຮຽນ ແລະ ການປະເມີນທາງອອນລາຍໃຫ້ສຳເລັດທີ່ englishconnect.org/learner/resources ຫລື ໃນ ປຶ້ມບົດຝຶກຫັດ EnglishConnect 2.
Act in Faith to Practice English Daily
ສືບຕໍ່ຝຶກພາສາອັງກິດທຸກວັນ. ໃຊ້ “ລະບົບການຕິດຕາມການສຶກສາສ່ວນຕົວ” ຂອງທ່ານ. ທົບທວນເປົ້າໝາຍການສຶກສາຂອງທ່ານ ແລະ ປະເມີນຄວາມພະຍາຍາມຂອງທ່ານ.
Conversation Group
Discuss the Principle of Learning: Learn by Study and by Faith
(20–30 minutes)
-
ອ່ານ ຫລັກທຳຂອງການຮຽນຮູ້ ສຳລັບບົດຮຽນນີ້ອອກສຽງ.
-
ສົນທະນາຄຳຖາມ.
Activity 1: Create Your Own Conversations
(10–15 minutes)
ເບິ່ງຮູບພາບ. ຖາມ ແລະ ຕອບຄຳຖາມກ່ຽວກັບແຕ່ລະຄອບຄົວ. ເວົ້າໃຫ້ຫລາຍທີ່ສຸດເທົ່າທີ່ທ່ານຈະສາມາດເຮັດໄດ້. ຮູ້ຈັກປະດິດຄິດສ້າງ! ປ່ຽນຜຽນກັນ.
Example
-
A: How many grandchildren does he have?
-
B: He has two grandchildren.
-
A: Tell me about his daughter-in-law.
-
B: She is thirty years old, short, intelligent, and thoughtful.
-
A: How are the grandfather and the grandmother different?
-
B: The grandfather is more generous than the grandmother.
-
A: How are this sister and that sister different?
-
B: This sister is older. That sister is younger.
Image 1
Image 2
Image 3
Image 4
Activity 2: Create Your Own Conversations
(10–15 minutes)
ຫລິ້ນລະຄອນກ້ອມ. ຄູ່ ຂ ໄດ້ໄປຮ່ວມເຫດການທີ່ຢູ່ໃນຮູບພາບ. ຄູ່ ກ ຖາມຄຳຖາມກ່ຽວກັບເຫດການ. ເວົ້າໃຫ້ຫລາຍທີ່ສຸດເທົ່າທີ່ທ່ານຈະສາມາດເຮັດໄດ້. ຮູ້ຈັກປະດິດຄິດສ້າງ! ປ່ຽນບົດບາດ.
Example
-
A: Where were you last night?
-
B: I was at a birthday party.
-
A: How was the birthday party?
-
B: It was fun. I had a wonderful time. There were lots of gifts.
-
A: What did you do?
-
B: We listened to music, danced, and shared memories.
-
A: Was there cake at the birthday party?
-
B: Yes, there was cake!
Image 1
Image 2
Image 3
Image 4
Activity 3: Create Your Own Conversations
(10–15 minutes)
Part 1
ຫລິ້ນລະຄອນກ້ອມ. ຄູ່ ຂ ກຳລັງວາງແຜນເຫດການຢູ່ໃນຊຸມຊົນຂອງທ່ານ. ຄູ່ ກ ຖາມຄຳຖາມເພື່ອຊ່ວຍວາງແຜນເຫດການ. ຮູ້ຈັກປະດິດຄິດສ້າງ! ປ່ຽນບົດບາດ.
Example
-
A: What will we do?
-
B: We will have a celebration.
-
A: OK! What will happen at the celebration?
-
B: It will be a celebration of our city. There will be games, snacks, a band, and fireworks.
-
A: Who will be there?
-
B: People from our community.
-
A: What day will it be?
-
B: It will be on August 1st.
-
A: When is it going to be?
-
B: It’s going to start at 6:30 p.m. It’s going to end after midnight.
Part 2
ຫລິ້ນລະຄອນກ້ອມ. ຄູ່ ກ ເຊື້ອເຊີນຄູ່ ຂ ໄປຮ່ວມເຫດການທີ່ທ່ານໄດ້ວາງແຜນໃນພາກທີ 1. ຖາມ ແລະ ຕອບຄຳຖາມທີ່ຕິດຕາມຜົນງານ. ຄູ່ ຂ ໄປຮ່ວມບໍ່ໄດ້. ຮູ້ຈັກປະດິດຄິດສ້າງ! ປ່ຽນບົດບາດ.
Example
-
A: Do you want to come to a celebration with me?
-
B: When is it?
-
A: It’s on Friday, May 10th at 6:30 p.m.
-
B: What will happen at the celebration?
-
A: There will be fireworks and games.
-
B: Sorry, I can’t come to the celebration because I need to study for a test.
-
A: Can you please come to the celebration with me?
-
B: No, I can’t come because I have to get a good grade on my test.
Reflection
(5–10 minutes)
ຂໍສະແດງຄວາມຍິນດີດ້ວຍ! ພວກທ່ານໄດ້ມາໄກແລ້ວ. ພວກເຮົາພູມໃຈກັບທຸກຄວາມພະຍາຍາມ ແລະ ເວລາທີ່ທ່ານໄດ້ສຸມໃສ່ການຮຽນພາສາອັງກິດ.
ໃຫ້ສະທ້ອນຄິດເຖິງປະສົບການຂອງທ່ານໃນ EnglishConnect 2 ແລະ ຕັ້ງເປົ້າໝາຍສຳລັບອະນາຄົດ.
-
ໃຫ້ແບ່ງປັນສາມສິ່ງທີ່ທ່ານໄດ້ຮຽນຮູ້ ທີ່ເປັນປະໂຫຍດຫລາຍທີ່ສຸດຕໍ່ທ່ານ.
-
ທ່ານຈະສືບຕໍ່ປັບປຸງພາສາອັງກິດຂອງທ່ານແນວໃດ?
-
ຄິດກ່ຽວກັບຫລັກທຳຂອງການຮຽນຮູ້. ທ່ານຈະສາມາດນຳໃຊ້ຫລັກທຳເຫລົ່ານີ້ກັບຊີວິດຂອງທ່ານໄດ້ແນວໃດ?
ບາດກ້າວຕໍ່ໄປຂອງທ່ານ
ບັດນີ້ ໃນເມື່ອທ່ານໄດ້ສຳເລັດ EnglishConnect 2 ແລ້ວ, ໃຫ້ພິຈາລະນາທີ່ຈະສືບຕໍ່ສູ່ EnglishConnect 3. ເພື່ອຮຽນຮູ້ເພີ່ມເຕີມ, ໃຫ້ເຂົ້າໄປທີ່ join.englishconnect.org.
ຍັງບໍ່ພ້ອມທີ່ຈະເລີ່ມຕົ້ນ EnglishConnect 3 ບໍ? ສືບຕໍ່ຮຽນພາສາອັງກິດໃນ EnglishConnect 2.
ບໍ່ວ່າທ່ານຈະເຮັດຫຍັງຕໍ່ໄປກໍຕາມ, ໃຫ້ຈຳໄວ້ວ່າ ທ່ານເປັນລູກຂອງພຣະເຈົ້າ ແລະ ວ່າພຣະອົງສາມາດຊ່ວຍໃຫ້ທ່ານກ້າວໜ້າ.
Act in Faith to Practice English Daily
“ໃຫ້ຫາການສຶກສາທັງໝົດເທົ່າທີ່ທ່ານສາມາດ. … ການສຶກສາເປັນຂໍກະແຈທີ່ຈະເປີດປະຕູໂອກາດໃຫ້ແກ່ທ່ານ. ມັນກຸ້ມຄ່າທີ່ຈະເສຍສະລະເພື່ອ. ມັນກຸ້ມຄ່າທີ່ຈະພາກພຽນພະຍາຍາມ, ແລະ ຖ້າຫາກທ່ານໃຫ້ການສຶກສາແກ່ຈິດໃຈ ແລະ ມືຂອງທ່ານ, ທ່ານຈະສາມາດປະກອບສ່ວນອັນໃຫຍ່ຫລວງໃຫ້ກັບສັງຄົມ ຊຶ່ງທ່ານກໍເປັນພາກສ່ວນ, ແລະ ທ່ານຈະສາມາດສະທ້ອນເຖິງສາດສະໜາຈັກຢ່າງມີກຽດ ຊຶ່ງທ່ານກໍເປັນສະມາຊິກ” (Teachings of Presidents of the Church: Gordon B. Hinckley [2016], 241).