EnglishConnect for Missionaries
ບົດ​ຮຽນ​ທີ 23: ໂອ​ກາດ​ພິ​ເສດ


“ບົດ​ຮຽນ​ທີ 23: ໂອ​ກາດ​ພິ​ເສດ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 23,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ພວກ​ຜູ້​ຊາຍ ແລະ ເດັກ​ນ້ອຍ​ຜູ້​ຊາຍ​ກຳ​ລັງ​ຍ່າງ

Lesson 23

Special Occasions

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ບັນ​ຍາຍ​ກ່ຽວ​ກັບ​ເຫດ​ການ​ໃນ​ອະ​ດີດ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Exercise Faith in Jesus Christ

ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

Jesus Christ can help me do all things as I exercise faith in Him.

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ເຮັດ​ທຸກ​ສິ່ງ ຂະ​ນະ​ທີ່​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ.

ໃນ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເຈັບ​ປ່ວຍ​ມາ​ເປັນ​ເວ​ລາ​ຫລາຍ​ປີ. ນາງ​ໄດ້​ໃຊ້​ເງິນ​ທັງ​ໝົດ​ຂອງ​ນາງ​ເພື່ອ​ຊອກ​ຫາ​ການ​ປິ່ນ​ປົວ. ນາງ​ໄດ້​ໄປ​ຫາ​ໝໍ​ຫລາຍ​ຄົນ, ແຕ່​ຄວາມ​ເຈັບ​ປ່ວຍ​ຂອງ​ນາງ​ຍິ່ງ​ຮ້າຍ​ແຮງ​ຂຶ້ນ. ແລ້ວ​ຜູ້​ຍິງ​ຄົນ​ນັ້ນ​ໄດ້​ຍິນ​ກ່ຽວ​ກັບ ພຣະ​ເຢ​ຊູ. ນາງ​ໄດ້​ເຫັນ​ພຣະ​ອົງ​ຢູ່​ໃນ​ຝູງ​ຊົນ. ນາງ​ໄດ້​ເຊື່ອ​ວ່າ​ພຣະ​ເຢ​ຊູ​ມີ​ອຳ​ນາດ​ທີ່​ຈະ​ປິ່ນ​ປົວ​ນາງ. ນາງ​ໄດ້​ເຊື່ອ​ຖ້າ​ຫາກ​ວ່າ​ນາງ​ສາ​ມາດ​ບາຍ​ເສື້ອ​ຄຸມ​ຂອງ​ພຣະ​ອົງ, ນາງ​ກໍ​ຈະ​ຫາຍ​ດີ. ນາງ​ໄດ້​ມາ​ຂ້າງ​ຫລັງ​ຂອງ​ພຣະ​ເຢ​ຊູ ແລະ ໄດ້​ບາຍ​ເສື້ອ​ຄຸມ​ຂອງ​ພຣະ​ອົງ. ນາງ​ໄດ້​ຮູ້​ສຶກ​ວ່າ​ຮ່າງ​ກາຍ​ຂອງ​ນາງ​ໄດ້​ຫາຍ​ດີ. ພຣະ​ເຢ​ຊູ​ໄດ້​ຮູ້​ສຶກ​ວ່າ​ລິດ​ເດດ​ໄດ້​ອອກ​ໄປ​ຈາກ​ພຣະ​ກາຍ​ຂອງ​ພຣະ​ອົງ. ເມື່ອ​ພຣະ​ອົງ​ໄດ້​ຖາມ​ວ່າ​ໃຜ​ໄດ້​ບາຍ​ເສື້ອ​ຄຸມ​ຂອງ​ພຣະ​ອົງ, ໃນ​ຕອນ​ຕົ້ນ ນາງ​ກໍ​ຢ້ານ​ກົວ​ທີ່​ຈະ​ສາ​ລະ​ພາບ, ແຕ່​ແລ້ວ​ນາງ​ໄດ້​ສາ​ລະ​ພາບ​ວ່າ​ເປັນ​ນາງ​ນັ້ນ​ເອງ.

ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ລູກ​ຍິງ​ເອີຍ ຄວາມ​ເຊື່ອ ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍ​ດີ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ​ເທີ້ນ” (ລູ​ກາ 8:48).

ຜູ້​ຍິງ​ຄົນ​ນີ້​ໄດ້​ເຊື່ອ, ແລະ ນາງ​ໄດ້​ລົງ​ມື​ກະ​ທຳ​ດ້ວຍ​ສັດ​ທາ. ການ​ຍື່ນ​ມື​ອອກ​ໄປ​ຫາ​ພຣະ​ເຢ​ຊູ​ກໍ​ເປັນ​ການ​ກະ​ທຳ​ອັນ​ເລັກ​ນ້ອຍ, ແຕ່​ມັນ​ໄດ້​ນຳ​ອຳ​ນາດ​ຂອງ​ພຣະ​ອົງ​ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ນາງ. ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ອັບ​ອາຍ ຫລື ຢ້ານ​ກົວ​ທີ່​ຈະ​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ ພຣະ​ເຈົ້າ. ພຣະ​ອົງ​ຢາກ​ຊ່ວຍ​ທ່ານ. ເມື່ອ​ທ່ານ​ໃຊ້​ສັດ​ທາ, ແມ່ນ​ແຕ່​ໃນ​ວິ​ທີ​ທາງ​ອັນ​ເລັກ​ນ້ອຍ, ແຕ່​ມັນ​ສາ​ມາດ​ນຳ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ທ່ານ​ໄດ້.

ພຣະ​ຄຣິດ​ກຳ​ລັງ​ປອບ​ໂຍນ​ຜູ້​ຍິງ​ຄົນ​ໜຶ່ງ

Ponder

  • ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ທ່ານ​ເຂັ້ມ​ແຂງ​ແນວ​ໃດ ຂະ​ນະ​ທີ່​ທ່ານ​ຮຽນ​ພາ​ສາ​ອັງ​ກິດ?

  • ທ່ານ​ຈະ​ສາ​ມາດ​ໃຊ້​ສັດ​ທາ​ໃນ​ພາກ​ສ່ວນ​ອື່ນ​ໃນ​ຊີ​ວິດ​ຂອງ​ທ່ານ​ໄດ້​ແນວ​ໃດ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ພະ​ຍາ​ຍາມ​ນຳ​ໃຊ້​ຄຳ​ສັບ​ໃນ​ຊີ​ວິດ​ຂອງ​ທ່ານ. ຄິດ​ກ່ຽວ​ກັບ​ວ່າ​ເມື່ອ​ໃດ ແລະ ວ່າ​ຢູ່​ບ່ອນ​ໃດ​ທີ່​ທ່ານ​ສາ​ມາດ​ໃຊ້​ຄຳ​ສັບ​ເຫລົ່າ​ນີ້.

a fun time

ເວ​ລາ​ທີ່ ມ່ວນ​ຊື່ນ

Nouns

awards ceremony

ພິ​ທີ​ມອບ ລາງ​ວັນ

family reunion

ງານ​ຮ່ວມ ຍາດ

food

ອາ​ຫານ

graduation

ການ​ຈົບ​ການ​ສຶກ​ສາ

nice speeches

ຄຳ​ປາ​ໄສ​ທີ່ ດີ

wedding dinner

ອາ​ຫານ​ຄ່ຳ​ຂອງ ງານ​ແຕ່ງ

Verbs Past

ate food

ໄດ້​ກິນ ອາ​ຫານ

danced

ໄດ້​ເຕັ້ນ​ລຳ

gave gifts

ໃຫ້ ຂອງ​ຂວັນ

got together with friends

ໄດ້​ສັງ​ສັນ​ກັບ ໝູ່​ເພື່ອນ

listened to speeches

ໄດ້​ຟັງ ຄຳ​ປາ​ໄສ

shared memories

ໄດ້​ແບ່ງ​ປັນ ຄວາມ​ຊົງ​ຈຳ

watched fireworks

ໄດ້​ເບິ່ງ ບັ້ງ​ໄຟ​ດອກ

Adjectives

beautiful

ງົດ​ງາມ

boring

ໜ້າ​ເບື່ອ

exciting

ໜ້າ​ຕື່ນ​ເຕັ້ນ

fun

ສະ​ໜຸກ

horrible

ເປັນ​ຕາ​ຢ້ານ

tiring

ເມື່ອຍ

weird

ແປກ​ປະ​ຫລາດ

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: How was the (noun)?A: It was (adjective). I had a (adjective) time. There were (noun).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ຄຳ​ນາມ ເປັນ​ແນວ​ໃດ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ມັນ ຄຳ​ຄຸນ​ນາມ. ຂ້ອຍ​ໄດ້​ມີ​ເວ​ລາ​ທີ່ ຄຳ​ຄຸນ​ນາມ. ໄດ້​ມີ ຄຳ​ນາມ.

Examples

ແມ່ ແລະ ​ລູກ​ຊາຍ​ກຳ​ລັງ​ຖ່າຍ​ຮູບ​ຈົບ​ການ​ສຶກ​ສາ

Q: How was the graduation?A: It was exciting. We had a fun time. There were nice speeches.

Q: How did the party go?A: It was tiring. I had a horrible time. There was a weird band.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ໃຊ້​ແບບ​ແຜນ​ໃນ​ການ​ສົນ​ທະ​ນາ​ກັບ​ເພື່ອນ. ທ່ານ​ສາ​ມາດ​ເວົ້າ ຫລື ສົ່ງ​ຂໍ້​ຄວາມ​ກໍ​ໄດ້.

Q: What did you do at the (noun)?A: I (verb past).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ຖ: ເຈົ້າ​ໄດ້​ຫຍັງ​ຢູ່​ທີ່ ຄຳ​ນາມ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ຂ້ອຍ ຄຳ​ກິ​ລິ​ຍາ ໃນ​ອະ​ດີດ

Examples

ຜູ້​ຈົບ​ການ​ສຶກ​ສາ​ກຳ​ລັງ​ໂຍນ​ໝວກ​ຂຶ້ນ​ໃນ​ອາ​ກາດ

Q: What did you do at the graduation?A: We ate food and shared memories.

ການ​ຕົກ​ແຕ່ງ​ໂຕະ​ອາ​ຫານ​ທີ່​ຫລູ​ຫລາ

Q: What did they do at the wedding dinner?A: They got together with friends.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Exercise Faith in Jesus Christ

(20–30 minutes)

ພຣະ​ຄຣິດ​ກຳ​ລັງ​ປອບ​ໂຍນ​ຜູ້​ຍິງ​ຄົນ​ໜຶ່ງ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ເບິ່ງ​ຮູບ​ພາບ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ແຕ່​ລະ​ເຫດ​ການ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ. ປ່ຽນ​ຄູ່ ແລະ ຝຶກ​ອີກ​ຄັ້ງ.

Example: graduation

ຜູ້​ຍິງ​ກຳ​ລັງ​ຍິ້ມ​ຢູ່​ທີ່​ການ​ຈົບ​ການ​ສຶກ​ສາ
  • A: How was the graduation?

  • B: It was boring.

  • A: What did you do at the graduation?

  • B: We listened to speeches.

Image 1: wedding

ຄູ່​ສາ​ມີ​ພັນ​ລະ​ຍາ​ແຕ່ງ​ງານ​ຢູ່​ພຣະ​ວິ​ຫານ

Image 2: birthday party

ງານ​ລ້ຽງ​ວັນ​ເກີດ​ຂອງ​ເດັກ​ນ້ອຍ

Image 3: awards ceremony

ການ​ມອບ​ໃບ​ປະ​ກາດ​ສະ​ນີ​ຍະ​ບັດ

Image 4: retirement party

ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ທີ່​ງານ​ລ້ຽງ​ອອກ​ບຳ​ນານ

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເຫດ​ການ, ການ​ສະ​ເຫລີມ​ສະ​ຫລອງ, ຫລື ໂອ​ກາດ​ພິ​ເສດ​ທີ່​ທ່ານ​ໄດ້​ໄປ​ຮ່ວມ​ເມື່ອ​ບໍ່​ດົນ​ມາ​ນີ້. ໃຊ້​ຄຳ​ສັບ​ຈາກ​ບົດ​ຮຽນ​ນີ້ ແລະ ບົດ​ຮຽນ​ທີ 22. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

ການ​ສະ​ເຫລີມ​ສະ​ຫລອງ​ວັນ​ເກີດ​ຂອງ​ຄອບ​ຄົວ

Example

  • A: How was the family reunion?

  • B: It was fun!

  • A: What did you do at the family reunion?

  • B: We shared memories with family members.

  • A: Who was there?

  • B: My aunts, uncles, and cousins were there.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask about past events.

    ຖາມ​ກ່ຽວ​ກັບ​ເຫດ​ການ​ໃນ​ອະ​ດີດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about past events.

    ເວົ້າ​ລົມ​ກ່ຽວ​ກັບ​ເຫດ​ການ​ໃນ​ອະ​ດີດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ວ່າ ທ່ານ​ຢາກ​ຢື້​ເຖິງ​ພຣະ​ອົງ​ແທ້ໆ—ເມື່ອ​ພຣະ​ອົງ​ຮູ້​ສຶກ​ວ່າ ຄວາມ​ປາດ​ຖະ​ໜາ​ອັນ​ແທ້​ຈິງ​ແຫ່ງ​ໃຈ​ຂອງ​ທ່ານ ແມ່ນ​ທີ່​ຈະ​ດຶງ​ດູດ​ເອົາ​ພະ​ລັງ​ຂອງ​ພຣະ​ອົງ​ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ທ່ານ—ແລ້ວ​ທ່ານ​ຈະ​ຖືກ​ນຳ​ພາ​ໄປ​ໂດຍ​ພຣະ​ວິນ​ຍານ ເພື່ອ​ໃຫ້​ຮູ້​ຄັກ​ແນ່​ເຖິງ​ສິ່ງ​ທີ່​ທ່ານ​ຄວນ​ເຮັດ [ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:63]. ເມື່ອ​ການ​ຢື້​ທາງ​ວິນ​ຍານ​ຂອງ​ທ່ານ ອອກ​ໄປ​ໄກ​ກວ່າ​ທີ່​ທ່ານ​ເຄີຍ​ເຮັດ​ຜ່ານ​ມາ, ແລ້ວ​ພະ​ລັງ​ຂອງ​ພຣະ​ອົງ​ຈະ​ໄຫລ​ມາ​ສູ່​ທ່ານ” (Russell M. Nelson, “Drawing the Power of Jesus Christ into Our Lives,” Liahona, May 2017, 42).