EnglishConnect for Missionaries
ໝວດ​ທີ 6: ສະ​ຫລຸບ—ບັນ​ຍາຍ​ໂອ​ກາດ​ພິ​ເສດ


“ໝວດ​ທີ 6: ສະ​ຫລຸບ—ບັນ​ຍາຍ​ໂອ​ກາດ​ພິ​ເສດ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ໝວດ​ທີ 6,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຄອບ​ຄົວ​ກຳ​ລັງ​ຍ່າງ ແລະ ຍິ້ມ

Unit 6: Conclusion

Describing Special Occasions

ຂໍ​ສະ​ແດງ​ຄວາມ​ຍິນ​ດີ​ດ້ວຍ! ທ່ານ​ໄດ້​ສຳ​ເລັດ EnglishConnect 2 ແລ້ວ. ບັດ​ນີ້​ທ່ານ​ສາ​ມາດ​ສົນ​ທະ​ນາ​ກັບ​ຜູ້​ເວົ້າ​ພາ​ສາ​ອັງ​ກິດ​ໄດ້​ກ່ຽວ​ກັບ​ຫລາກ​ຫລາຍ​ຫົວ​ຂໍ້. ສືບ​ຕໍ່​ຮຽນ​ຮູ້​ສະ​ເໝີ. ໃຊ້​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ເພື່ອ​ພັດ​ທະ​ນາ​ຊີ​ວິດ​ຂອງ​ທ່ານ ແລະ ຊີ​ວິດ​ຂອງ​ຄົນ​ອື່ນ. ຂະ​ນະ​ທີ່​ທ່ານ​ຮຽນ​ຮູ້​ຕໍ່​ໄປ​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ທ່ານ.

Evaluate

Evaluate Your Progress

ຈົ່ງ​ໃຊ້​ເວ​ລາ​ບຶດ​ໜຶ່ງ​ເພື່ອ​ສະ​ທ້ອນ​ຄິດ ແລະ ສະ​ຫລອງ​ທຸກ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ສຳ​ເລັດ.

I can:

  • Describe future events.

    ບັນ​ຍາຍ​ເຫດ​ການ​ໃນ​ອະ​ນາ​ຄົດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Describe past events.

    ບັນ​ຍາຍ​ເຫດ​ການ​ໃນ​ອະ​ດີດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Describe my future goals.

    ບັນ​ຍາຍ​ເປົ້າ​ໝາຍ​ໃນ​ອະ​ນາ​ຄົດ​ຂອງ​ຂ້ອຍ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

ເພື່ອ​ຕິດ​ຕາມ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ເພີ່ມ​ເຕີມ, ໃຫ້​ໄປ​ທີ່ englishconnect.org/assessments ແລະ ເຮັດ​ການ​ປະ​ເມີນ​ຜົນ​ທີ່​ສາ​ມາດ​ເລືອກ​ເຮັດ​ໄດ້​ໃຫ້​ສຳ​ເລັດ​ສຳ​ລັບ​ໝວດ​ນີ້.

Evaluate Your Efforts

ທົບ​ທວນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ສຳ​ລັບ​ໝວດ​ນີ້​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.” ທ່ານ​ກຳ​ລັງ​ກ້າວ​ໜ້າ​ໄປ​ສູ່​ຈຸດ​ປະ​ສົງ​ຂອງ​ທ່ານ​ຫລື​ບໍ່? ທ່ານ​ສາ​ມາດ​ເຮັດ​ຫຍັງ​ທີ່​ແຕກ​ຕ່າງ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ທ່ານ?

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ​ຕໍ່​ໄປ ຂະ​ນະ​ທີ່​ທ່ານ​ກຽມ​ຕົວ​ສຳ​ລັບ EnglishConnect 3.

ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ວິ​ທີ​ທີ່ EnglishConnect ສາ​ມາດ​ຂະ​ຫຍາຍ​ໂອ​ກາດ​ຂອງ​ທ່ານ, ໃຫ້​ເຂົ້າ​ໄປ​ທີ່ englishconnect.org.