EnglishConnect for Missionaries
ບົດ​ຮຽນ​ທີ 24: ເປົ້າ​ໝາຍ ແລະ ຄວາມ​ຝັນ


“ບົດ​ຮຽນ​ທີ 24: ເປົ້າ​ໝາຍ ແລະ ຄວາມ​ຝັນ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 24,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ພວກ​ຜູ້​ຍິງ​ກຳ​ລັງ​ຍິ້ມ​ຢູ່​ທີ່​ຕັ່ງ​ແປ້ນ​ມ້າ

Lesson 24

Goals and Dreams

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ບັນ​ຍາຍ​ເຖິງ​ແຜນ ແລະ ເປົ້າ​ໝາຍ​ໃນ​ອະ​ນາ​ຄົດ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Press Forward

ມຸ້ງ​ໜ້າ

With God’s help, I can press forward even when I face obstacles.

ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ, ເຮົາ​ສາ​ມາດ​ມຸ້ງ​ໜ້າ ເຖິງ​ແມ່ນ​ຕ້ອງ​ປະ​ເຊີນ​ກັບ​ອຸ​ປະ​ສັກ​ກໍ​ຕາມ.

ສາດ​ສະ​ດາ ລີ​ໄຮ​ໃນ ພຣະ​ຄຳ​ພີ​ມໍ​ມອນ ໄດ້​ຝັນ ທີ່​ສິດ​ສອນ​ເຮົາ​ໃຫ້​ມຸ້ງ​ໜ້າ. ເພິ່ນ​ໄດ້​ເຫັນ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ຍ່າງ​ໄປ​ຕາມ​ທາງ ໄປ​ຫາ​ຕົ້ນ​ໄມ້​ງາມ​ທີ່​ມີ​ໝາກ​ໄມ້​ທີ່​ແຊບ​ຊ້ອຍ. ໝາກ​ໄມ້​ຄື​ຄວາມ​ຮັກ​ຂອງ ພຣະ​ເຈົ້າ. ການ​ເດີນ​ທາງ​ໄປ​ຕາມ​ເສັ້ນ​ທາງ​ຂອງ​ພວກ​ເຂົາ​ແມ່ນ​ຫຍຸ້ງ​ຍາກ ເພາະ “ໝອກ​ແຫ່ງ​ຄວາມ​ມືດ” ໄດ້​ປິດ​ບັງ​ເສັ້ນ​ທາງ (1 ນີ​ໄຟ 8:23). ໂຊກ​ດີ​ທີ່, ມີ “ຮາວ​ເຫລັກ” ທີ່​ພວກ​ເຂົາ​ສາ​ມາດ​ຍຶດ​ໄວ້ ເພື່ອ​ຢູ່​ໃນ​ເສັ້ນ​ທາງ (1 ນີ​ໄຟ 8:24). ຮາວ​ເຫລັກ​ແມ່ນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ຊຶ່ງ​ລວມ​ທັງ ພຣະ​ຄຳ​ພີ. ນີ້​ຄື​ຄຳ​ທີ່​ລີ​ໄຮ​ໄດ້​ກ່າວ​ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ:

“ພວກ​ເຂົາ​ມຸ້ງ​ໜ້າ​ໄປ​ຕາມ​ທິດ​ທາງ​ຂອງ​ພວກ​ເຂົາ​ໂດຍ​ການ​ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ​ຢູ່​ຕະ​ຫລອດ​ເວ​ລາ, ຈົນ​ມາ​ເຖິງ … ແລະ ຮັບ​ສ່ວນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ” (1 ນີ​ໄຟ 8:30).

ຜູ້​ຄົນ​ໄປ​ເຖິງ​ຕົ້ນ​ໄມ້ ເພາະ​ພວກ​ເຂົາ​ຈັບ​ຮາວ​ໄວ້ ແລະ ເດີນ​ໄປ​ຂ້າງ​ໜ້າ, ໂດຍ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ. ພວກ​ເຂົາ​ບໍ່​ສົນ​ໃຈ ຫລື ທໍ້​ຖອຍ ເມື່ອ​ຄວາມ​ມືດ​ມາ​ເຖິງ. ທ່ານ​ກຳ​ລັງ​ພາກ​ພຽນ​ພະ​ຍາ​ຍາມ​ເພື່ອ​ຮຽນ​ພາ​ສາ​ອັງ​ກິດ. ບາງ​ຄັ້ງ​ທ່ານ​ເມື່ອຍ ແລະ ບໍ່​ຮູ້​ສຶກ​ຢາກ​ຮຽນ. ບາງ​ຄັ້ງ​ກໍ​ມີ​ສິ່ງ​ອື່ນ​ທີ່​ຕ້ອງ​ການ​ຄວາມ​ສົນ​ໃຈ ແລະ ເວ​ລາ​ຂອງ​ທ່ານ. ທ່ານ​ໄດ້​ພົບ​ເຫັນ​ວິ​ທີ​ການ​ສຶກ​ສາ​ຢູ່​ແລ້ວ. ຢ່າ​ຢຸດ​ຕອນ​ນີ້. ທ່ານ​ສາ​ມາດ​ໄດ້​ຮັບ​ການ​ສຶກ​ສາ​ຕໍ່​ໄປ​ໄດ້ ເມື່ອ​ທ່ານ​ມຸ້ງ​ໜ້າ​ດ້ວຍ​ຄວາມ​ຫວັງ​ໃນ ພຣະ​ເຢ​ຊູ​ຄຣິດ.

ຜູ້​ຄົນ​ກຳ​ລັງ​ຈັບ​ຮາວ​ເຫລັກ

Ponder

  • ແມ່ນ​ຫຍັງ​ຄື “ໝອກ​ແຫ່ງ​ຄວາມ​ມືດ” ຂອງ​ທ່ານ ໃນ​ການ​ຮຽນ​ພາ​ສາ​ອັງ​ກິດ?

  • ທ່ານ​ຈະ​ມຸ້ງ​ໜ້າ​ໄດ້​ແນວ​ໃດ ເຖິງ​ແມ່ນ​ການ​ສຶກ​ສາ​ຈະ​ຍາກ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ.

I hope to …

ຂ້ອຍ​ຫວັງ​ຈະ …

I plan to …

ຂ້ອຍ​ວາງ​ແຜນ​ຈະ …

I want to …

ຂ້ອຍ​ຢາກ …

I would like to …

ຂ້ອຍ​ຢາກ …

After I …

ຫລັງ​ຈາກ​ຂ້ອຍ …

When I …

ເມື່ອ​ຂ້ອຍ …

Nouns

goal/goals

ເປົ້າ​ໝາຍ

plan/plans

ແຜນ

Verbs

become a teacher

ກາຍ​ເປັນ ຄູ​ສອນ

buy a house

ຊື້ ເຮືອນ

finish school

ຈົບ​ໂຮງ​ຮຽນ

get a job

ຫາ​ວຽກ​ເຮັດ

get married

ແຕ່ງ​ງານ

go to college

ໄປ​ຮຽນ​ທີ່ ວິ​ທະ​ຍາ​ໄລ

move to New York City

ຍ້າຍ​ໄປ ເມືອງ​ນິວ​ຢອກ

retire

ອອກ​ບຳ​ນານ

save money

ທ້ອນ​ເງິນ

study chemistry

ສຶກ​ສາ ເຄ​ມີ​ສາດ

travel

ເດີນ​ທາງ

Times

in the future

ໃນ​ອະ​ນາ​ຄົດ

next year

ປີ ໜ້າ

three years from now

ສາມ​ປີ ຕໍ່​ຈາກ​ນີ້

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: What are your future (noun)?A: I hope to (verb).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ແມ່ນ​ຫຍັງ​ຄື ຄຳ​ນາມ ຂອງ​ທ່ານ​ໃນ​ອະ​ນາ​ຄົດ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຂ້ອຍ​ຫວັງ​ວ່າ ຄຳ​ກິ​ລິ​ຍາ

Examples

Q: What are your future goals?A: I hope to finish school.

ຄູ​ສອນ ແລະ ເດັກ

Q: What are your future plans?A: I want to move to another country and become a teacher.

Q: What do you plan to do next year?A: I plan to go to college and study chemistry.

Q: What do you plan to do three years from now?A: I would like to get a good job and save money.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ສັງ​ເກດ​ແບບ​ແຜນ​ເຫລົ່າ​ນີ້​ໃນ​ລະ​ຫວ່າງ​ການ​ຝຶກ​ປະ​ຈຳ​ວັນ​ຂອງ​ທ່ານ.

Q: What do you plan to do when you (verb)?A: When I (verb), I plan to (verb).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ເຈົ້າ​ວາງ​ແຜນ​ຈະ​ເຮັດ​ຫຍັງ​ເມື່ອ​ເຈົ້າ ຄຳ​ກິ​ລິ​ຍາ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ເມື່ອ​ຂ້ອຍ ຄຳ​ກິ​ລິ​ຍາ, ຂ້ອຍ​ວາງ​ແຜນ​ຈະ ຄຳ​ກິ​ລິ​ຍາ.

Examples

ຜູ້​ຊາຍ​ກຳ​ລັງ​ໃຊ້​ຄອມ​ພິວ​ເຕີ

Q: What do you plan to do when you finish school?A: When I finish school, I plan to get a job.

ກະ​ເປົາ​ເດີນ​ທາງ​ຢູ່​ທີ່​ສະ​ໜາມ​ບິນ

Q: What do you plan to do after you retire?A: After I retire, I would like to travel.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Press Forward

(20–30 minutes)

ຜູ້​ຄົນ​ກຳ​ລັງ​ຈັບ​ຮາວ​ເຫລັກ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ຫລິ້ນ​ລະ​ຄອນ​ກ້ອມ. ຄູ່ ຂ ເປັນ​ຄົນ​ທີ່​ຢູ່​ໃນ​ຮູບ​ພາບ. ຄູ່ ກ ຖາມ​ຄຳ​ຖາມ​ກ່ຽວ​ກັບ​ແຜນ​ໃນ​ອະ​ນາ​ຄົດ​ຂອງ​ບຸກ​ຄົນ. ຮູ້​ຈັກ​ປະ​ດິດ​ຄິດ​ສ້າງ! ປ່ຽນ​ບົດ​ບາດ.

Example

ຜູ້​ຍິງ​ກຳ​ລັງ​ຖື​ເຄື່ອງ​ກວດ​ຮ່າງ​ກາຍ
  • A: What are your future goals?

  • B: I hope to finish school.

  • A: What do you plan to do after you finish school?

  • B: After I finish school, I plan to become a doctor.

  • A: What do you plan to do when you become a doctor?

  • B: When I become a doctor, I would like to travel.

Image 1

ຊາຍ​ໜຸ່ມ​ກຳ​ລັງ​ໃຊ້​ນິ້ວ​ມື​ປິ່ນ​ໝາກ​ບານ

Image 2

ຄູ​ສອນ ແລະ ເດັກ

Image 3

ຄູ່​ສາ​ມີ​ພັນ​ລະ​ຍາ​ກຳ​ລັງ​ວາງ​ທ່າ

Image 4

ຄູ່​ອາ​ວຸ​ໂສ​ກຳ​ລັງ​ຍ່າງ​ຢູ່​ທາງ​ນອກ

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ຢາກ​ໄດ້, ຫວັງ, ແລະ ວາງ​ແຜນ​ທີ່​ຈະ​ເຮັດ​ໃນ​ອະ​ນາ​ຄົດ. ເວົ້າ​ລົມ​ກ່ຽວ​ກັບ​ໜຶ່ງ​ປີ​ຕໍ່​ຈາກ​ນີ້, ຫ້າ​ປີ​ຕໍ່​ຈາກ​ນີ້, ແລະ ສິບ​ປີ​ຕໍ່​ຈາກ​ນີ້. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

New Vocabulary

have children

ມີ​ລູກ

in one year

ພາຍ​ໃນ ໜຶ່ງ ປີ

one year from now

ໜຶ່ງ ປີ​ຕໍ່​ຈາກ​ນີ້

work for a company

ເຮັດ​ວຽກ​ໃຫ້ ບໍ​ລິ​ສັດ

Example

  • A: What do you hope to do in one year?

  • B: I hope to work for a good company and get married.

  • A: What do you want to do ten years from now?

  • B: In ten years, I would like to have children. I also want to buy a house.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask about others’ goals and plans for the future.

    ຖາມ​ກ່ຽວ​ກັບ​ເປົ້າ​ໝາຍ ແລະ ແຜນ​ສຳ​ລັບ​ອະ​ນາ​ຄົດ​ຂອງ​ຄົນ​ອື່ນ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about my goals and plans for the future.

    ເວົ້າ​ລົມ​ກ່ຽວ​ກັບ​ເປົ້າ​ໝາຍ ແລະ ແຜນ​ສຳ​ລັບ​ອະ​ນາ​ຄົດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ໃນ​ສາດ​ສະ​ໜາ​ຈັກ​ນີ້, ເຮົາ​ເຊື່ອ​ໃນ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ແລະ ໃນ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຫລາຍ​ກວ່າ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຄຣິດ. ໃນ​ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ບໍ່​ແມ່ນ​ບ່ອນ​ທີ່​ເຮົາ​ເລີ່ມ​ຕົ້ນ ແຕ່​ແມ່ນ​ບ່ອນ​ທີ່​ເຮົາ​ຈະ​ໄປ​ຫາ” (Clark G. Gilbert, “Becoming More in Christ: The Parable of the Slope,” Liahona, Nov. 2021, 19).