EnglishConnect for Missionaries
ບົດ​ຮຽນ​ທີ 22: ໂອ​ກາດ​ພິ​ເສດ


“ບົດ​ຮຽນ​ທີ 22: ໂອ​ກາດ​ພິ​ເສດ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 22,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຜູ້​ໃຫຍ່​ໜຸ່ມ​ກຳ​ລັງ​ຊື່ນ​ຊົມ​ຢູ່​ທາງ​ນອກ

Lesson 22

Special Occasions

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ເພື່ອ​ບັນ​ຍາຍ ແລະ ເຊື້ອ​ເຊີນ​ຄົນ​ອື່ນ​ໄປ​ຮ່ວມ​ການ​ສະ​ເຫລີມ​ສະ​ຫລອງ​ໃນ​ອະ​ນາ​ຄົດ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: You Are a Child of God

ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ

I am a child of God with eternal potential and purpose.

ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ພ້ອມ​ດ້ວຍ​ສັກ​ກະ​ຍະ​ພາບ ແລະ ຈຸດ​ປະ​ສົງ​ນິ​ລັນ​ດອນ.

ພິ​ຈາ​ລະ​ນາ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ເອ​ກະ​ລັກ​ຂອງ​ທ່ານ​ໃນ​ຖາ​ນະ​ລູກ​ຂອງ ພຣະ​ເຈົ້າ. ຄິດ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣະ​ອົງ. ພິ​ຈາ​ລະ​ນາ​ສິ່ງ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ​ທ່ານ​ກ່ຽວ​ກັບ​ຈຸດ​ປະ​ສົງ ແລະ ສັກ​ກະ​ຍະ​ພາບ​ຂອງ​ທ່ານ. ໃຫ້​ສະ​ທ້ອນ​ຄິດ​ກ່ຽວ​ກັບ​ປະ​ສົບ​ການ​ທີ່​ທ່ານ​ເຄີຍ​ມີ​ໃນ​ການ​ຮຽນ​ພາ​ສາ​ອັງ​ກິດ. ທ່ານ​ໄດ້​ຮູ້​ສຶກ​ວ່າ​ພຣະ​ອົງ​ຊ່ວຍ​ທ່ານ​ເຮັດ​ສິ່ງ​ທີ່​ທ່ານ​ຄິດ​ວ່າ​ເປັນ​ໄປ​ບໍ່​ໄດ້​ແນວ​ໃດ?

ປະ​ສົບ​ການ​ຂອງ​ທ່ານ​ໃນ​ການ​ເປັນ​ຮຸ້ນ​ສ່ວນ​ກັບ​ພຣະ​ເຈົ້າ ທີ່​ຈະ​ຮຽນ​ພາ​ສາ​ອັງ​ກິດ​ໄດ້​ກຽມ​ທ່ານ​ໃຫ້​ຊ່ວຍ​ຄົນ​ອື່ນ​ແນວ​ໃດ?

ພຣະ​ເຢ​ຊູ ໄດ້​ສິດ​ສອນ​ວ່າ: “ເຮົາ​ບັນ​ຊາ​ໃຫ້​ເຈົ້າ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ແກ່​ຜູ້​ຄົນ​ພວກ​ນີ້. … ສະ​ນັ້ນ​ຈົ່ງ​ໃຫ້​ຄວາມ​ສະ​ຫວ່າງ​ຂອງ​ເຈົ້າ​ສ່ອງ​ເຊັ່ນ​ນັ້ນ​ຕໍ່​ໜ້າ​ຜູ້​ຄົນ​ພວກ​ນີ້, ເພື່ອ​ວ່າ​ພວກ​ເຂົາ​ຈະ​ເຫັນ​ການ​ດີ​ຂອງ​ເຈົ້າ ແລະ ຖວາຍ​ບາ​ລະ​ມີ​ແດ່​ພຣະ​ບິ​ດາ​ຂອງ​ເຈົ້າ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ” (3 ນີ​ໄຟ 12:14, 16).

ທ່ານ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ຫລວງ​ຫລາຍ​ທີ່​ຈະ​ແບ່ງ​ປັນ. ທ່ານ​ສາ​ມາດ​ເປັນ​ຕົວ​ຢ່າງ​ວ່າ​ພຣະ​ເຈົ້າ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ພຣະ​ອົງ​ຮຽນ​ຮູ້ ແລະ ກ້າວ​ໜ້າ​ແນວ​ໃດ. ທ່ານ​ສາ​ມາດ​ແບ່ງ​ປັນ​ວ່າ ພຣະ​ເຈົ້າ​ໄດ້​ຊ່ວຍ​ທ່ານ​ຮຽນ​ພາ​ສາ​ອັງ​ກິດ​ແນວ​ໃດ. ທ່ານ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ຮຽນ​ຮູ້​ທີ່​ຈະ​ເປັນ​ຮຸ້ນ​ສ່ວນ​ກັບ​ພຣະ​ເຈົ້າ​ເພື່ອ​ຈະ​ບັນ​ລຸ​ສັກ​ກະ​ຍະ​ພາບ​ຂອງ​ເຂົາ​ເຈົ້າ​ແນວ​ໃດ. ທ່ານ​ສາ​ມາດ​ແບ່ງ​ປັນ​ກັບ​ເຂົາ​ເຈົ້າ​ວ່າ ທ່ານ​ໄດ້​ມາ​ເຊື່ອ​ຄຳ​ຖະ​ແຫລງ​ທີ່​ວ່າ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ພ້ອມ​ດ້ວຍ​ສັກ​ກະ​ຍະ​ພາບ ແລະ ຈຸດ​ປະ​ສົງ​ນິ​ລັນ​ດອນ” ແນວ​ໃດ.

ຜູ້​ຍິງ​ສອງ​ຄົນ​ກຳ​ລັງ​ໂອບ​ກອດ​ກັນ

Ponder

  • ທ່ານ​ຈະ​ສາ​ມາດ​ເປັນ​ຄວາມ​ສະ​ຫວ່າງ​ໃຫ້​ແກ່​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ທ່ານ​ໄດ້​ແນວ​ໃດ?

  • ທ່ານ​ຈະ​ສາ​ມາດ​ສືບ​ຕໍ່​ພັດ​ທະ​ນາ​ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຂະ​ນະ​ທີ່​ທ່ານ​ຮຽນ​ຮູ້ ແລະ ເຕີບ​ໂຕ​ໄດ້​ແນວ​ໃດ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ພະ​ຍາ​ຍາມ​ໃຊ້​ຄຳ​ສັບ​ໃໝ່​ໃນ​ການ​ສົນ​ທະ​ນາ ຫລື ໃນ​ຂໍ້​ຄວາມ​ທີ່​ສົ່ງ​ຫາ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ຮູ້​ພາ​ສາ​ອັງ​ກິດ.

It will be …

ມັນ​ຈະ​ເປັນ …

It’s going to be …

ມັນ​ຈະ​ເປັນ​ …

won’t

ຈະ​ບໍ່

Nouns

anniversary party

ງານ​ລ້ຽງ​ວັນ​ຄົບ​ຮອບ

birthday party

ງານ​ລ້ຽງ​ວັນ​ເກີດ

celebration

ການ​ສະ​ເຫລີມ​ສະ​ຫລອງ

engagement party

ງານ​ລ້ຽງ​ການ​ໝັ້ນ

graduation party

ງານ​ລ້ຽງ​ຈົບ​ການ​ສຶກ​ສາ

party

ງານ​ລ້ຽງ

reception

ງານ​ຕ້ອນ​ຮັບ

retirement party

ງານ​ລ້ຽງ​ອອກ​ບຳ​ນານ

temple

ພຣະ​ວິ​ຫານ

wedding

ງານ​ສົມ​ຣົດ

band

ດົນ​ຕີ

dancing

ການ​ເຕັ້ນ​ລຳ

games

ເກມ

snacks

ອາ​ຫານ​ຫວ່າງ

church

ໂບດ

park

ສວນ​ສາ​ທາ​ລະ​ນະ

restaurant

ຮ້ານ​ອາ​ຫານ

Time

on July 30th

ໃນ ວັນ​ທີ 30 ເດືອນ​ກໍ​ລະ​ກົດ

at 7:30 p.m.

ເວ​ລາ 7:30 ຕອນ​ແລງ

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: When is the (noun)?A: It’s (time).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເມື່ອ​ໃດ ຄຳ​ນາມ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ດຽວ​ນີ້ ເວ​ລາ

Examples

ຜູ້​ຄົນ​ຢູ່​ທີ່​ງານ​ລ້ຽງ​ເຂົ້າ​ແລງ​ຫລູ​ຫລາ

Q: When is the reception?A: It’s on June 13th.

Q: What day will the wedding be?A: It’s on May 19th.

ຄູ່​ສາ​ມີ​ພັນ​ລະ​ຍາ​ແຕ່ງ​ງານ​ທີ່​ພຣະ​ວິ​ຫານ

Q: Where will the wedding be?A: It will be at the temple.

ຊາຍ​ສອງ​ຄົນ​ກຳ​ລັງ​ຈັບ​ມື​ກັນ​ຢູ່​ທີ່​ງານ​ລ້ຽງ

Q: What time is the party going to be?A: It’s going to be at 7:00 p.m.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ເຂົ້າ​ໃຈ​ກົດ​ໃນ​ແບບ​ແຜນ. ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ພາ​ສາ​ອັງ​ກິດ​ເໝືອນ​ກັບ ຫລື ແຕກ​ຕ່າງ​ຈາກ​ພາ​ສາ​ຂອງ​ທ່ານ​ແນວ​ໃດ.

Q: Will there be (noun) at the (noun)?A: Yes, there will be (noun).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ຈະ​ມີ ຄຳ​ນາມ ຢູ່​ທີ່ ຄຳ​ນາມ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ແມ່ນ​ແລ້ວ ຈະ​ມີ ຄຳ​ນາມ

Examples

Q: Will there be snacks at the reception?A: Yes, there will be snacks.

ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ທີ່​ງານ​ລ້ຽງ​ອອກ​ບຳ​ນານ

Q: Will there be a band at the retirement party?A: No, there won’t be a band.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: You Are a Child of God

(20–30 minutes)

ຜູ້​ຍິງ​ສອງ​ຄົນ​ກຳ​ລັງ​ໂອບ​ກອດ​ກັນ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ຫລິ້ນ​ລະ​ຄອນ​ກ້ອມ. ຄູ່ ກ ຖາມ​ຄຳ​ຖາມ​ກ່ຽວ​ກັບ​ງານ. ຄູ່ ຂ ຕອບ​ຄຳ​ຖາມ ແລະ ເຊື້ອ​ເຊີນ ຄູ່ ກ ໄປ​ຮ່ວມ​ງານ. ປ່ຽນ​ບົດ​ບາດ.

New Vocabulary

Do you want to come to the reception with me?

ເຈົ້າ​ຢາກ​ມາ​ຮ່ວມ ງານ​ຕ້ອນ​ຮັບ ກັບ​ຂ້ອຍ​ບໍ?

What time will the reception end?

ງານ​ຕ້ອນ​ຮັບ ຈະ​ສິ້ນ​ສຸດ​ລົງ​ເມື່ອ​ໃດ?

college president

ປະ​ທານ​ຂອງ​ວິ​ທະ​ຍາ​ໄລ

formal dress

ກະ​ໂປ່ງ​ລາ​ຕີ

share a memory

ແບ່ງ​ປັນ​ຄວາມ​ຊົງ​ຈຳ

Example

ຜູ້​ຄົນ​ຢູ່​ທີ່​ງານ​ດອງ

Wedding Reception for Nora and Lex

Time: 6:00 p.m.–12:00 midnight

Day: Saturday, May 22

Location: Golf Club

Details: There will be dinner, dancing, and fun!

  • A: When will Nora and Lex’s wedding reception be?

  • B: It will be on May 22nd at 6:00 p.m.

  • A: What time will the reception end?

  • B: At midnight.

  • A: Where is it going to be?

  • B: It’s going to be at the golf club.

  • A: Will there be dinner at the reception?

  • B: Yes, there will be dinner. Do you want to come to the reception with me?

  • A: Yes! Thank you!

Event 1

Birthday Party for Pieter

Time: 7:00–8:00 p.m.

Day: Monday, September 3

Location: West Park

Details: There will be cake, games, and a band.

Event 2

Sam’s Graduation

Time: 2:00 p.m.

Day: Sunday, April 12

Location: Central University

Details: Formal dress. The college president will speak. Meet at Sam’s house at 4:00 p.m. afterward for a celebration and snacks.

Event 3

50th Anniversary Party for Jorge and Rosa

Time: 7:00–10:00 p.m.

Day: Friday, August 14

Location: Maria’s house

Details: Please don’t bring gifts. Everyone will share a memory of the couple. There will be lots of food and dancing.

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຖາມ ແລະ ຕອບ​ຄຳ​ຖາມ​ເພື່ອ​ວາງ​ແຜນ​ການ​ສະ​ເຫລີມ​ສະ​ຫລອງ​ສຳ​ລັບ​ຫ້ອງ​ຮຽນ EnglishConnect ຂອງ​ທ່ານ. ວາງ​ແຜນ​ລາຍ​ລະ​ອຽດ​ຕ່າງໆ​ໃຫ້​ຫລາຍ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

New Vocabulary

Who will be there?

ໃຜ​ແດ່​ຈະ​ໄປ​ຮ່ວມ​ຢູ່​ທີ່​ນັ້ນ?

guitar

ກິ​ຕ້າ

Example

ແມ່ ແລະ ລູກ​ສາວ​ກຳ​ລັງ​ຫລິ້ນ​ກິ​ຕ້າ​ນ້ອຍ
  • A: What day will the celebration be?

  • B: It’s going to be on Friday, August 15th.

  • A: What time is the celebration going to be?

  • B: It will be at 8:00 p.m.

  • A: Where will it be?

  • B: It will be at my house.

  • A: Who will be there?

  • B: The people in our class and their families will be there.

  • A: Will there be music at the celebration?

  • B: Yes! There will be music at the celebration. Ana will bring her guitar.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Talk about future celebrations.

    ເວົ້າ​ກ່ຽວ​ກັບ​ການ​ສະ​ເຫລີມ​ສະ​ຫລອງ​ໃນ​ອະ​ນາ​ຄົດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Answer questions about future celebrations.

    ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ສະ​ເຫລີມ​ສະ​ຫລອງ​ໃນ​ອະ​ນາ​ຄົດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Invite others to future celebrations.

    ເຊື້ອ​ເຊີນ​ຄົນ​ອື່ນ​ໄປ​ຮ່ວມ​ການ​ສະ​ເຫລີມ​ສະ​ຫລອງ​ໃນ​ອະ​ນາ​ຄົດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ຢ່າ​ລືມ … ວ່າ​ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ​ແທ້ໆ ທີ່​ໄດ້​ສືບ​ທອດ​ບາງ​ສິ່ງ​ທີ່​ເປັນ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ, ຜູ້​ທີ່​ພຣະ​ອົງ​ຮັກ ແລະ ປາດ​ຖະ​ໜາ​ທີ່​ຈະ​ຊ່ວຍ​ເຫລືອ ແລະ ອວຍ​ພອນ” (Gordon B. Hinckley, “You Are a Child of God,” Liahona, May 2003, 119).