EnglishConnect for Missionaries
ບົດ​ຮຽນ​ທີ 12: ປະ​ສົບ​ການ​ໃນ​ອະ​ດີດ


“ບົດ​ຮຽນ​ທີ 12: ປະ​ສົບ​ການ​ໃນ​ອະ​ດີດ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 12,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຜູ້​ຍິງ​ສາມ​ຄົນ​ກຳ​ລັງ​ຍ່າງ

Lesson 12

Past Experiences

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ຄົນ​ໃດ​ຄົນ​ໜຶ່ງ​ຢູ່​ໃສ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Take Responsibility

ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ

I have the power to choose, and I am responsible for my own learning.

ເຮົາ​ມີ​ອຳ​ນາດ​ທີ່​ຈະ​ເລືອກ, ແລະ ເຮົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຮົາ​ເອງ.

ທ່ານ​ເປັນ ຕົວ​ແທນ; ທ່ານ​ມີ​ອຳ​ນາດ​ທີ່​ຈະ​ລົງ​ມື​ກະ​ທຳ​ເພື່ອ​ຕົວ​ທ່ານ​ເອງ. ສ່ວນ​ຫລາຍ​ແລ້ວ​ແນວ​ໂນ້ມ​ຂອງ​ເຮົາ​ແມ່ນ​ການ​ຖ້າ​ໃຫ້​ຜູ້​ນຳ, ຄູ​ສອນ, ຫລື ຄົນ​ອື່ນ​ບອກ​ເຮົາ​ເຖິງ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ. ເຮົາ​ຢາກ​ໃຫ້​ພວກ​ເພິ່ນ​ແນະ​ນຳ​ເຮົາ​ແຕ່​ລະ​ຂັ້ນ​ຕອນ. ພຣະ​ເຈົ້າ ຢາກ​ໃຫ້​ເຮົາ​ເຂົ້າ​ໃຈ​ວ່າ ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ອົງ, ເຮົາ​ມີ​ອຳ​ນາດ​ພາຍ​ໃນ​ຕົວ​ເຮົາ​ທີ່​ຈະ​ເລືອກ​ສິ່ງ​ທີ່​ດີ ແລະ ກ້າວ​ໄປ​ໜ້າ.

ພຣະ​ອົງ​ອະ​ທິ​ບາຍ​ວ່າ ລູກໆ​ຂອງ​ພຣະ​ອົງ “ຄວນ​ທຸ້ມ​ເທ​ຢ່າງ​ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ​ດີ, ແລະ ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ຂອງ​ຕົນ​ເອງ, ແລະ ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ຢ່າງ​ຫລວງ​ຫລາຍ; ເພາະ​ພະ​ລັງ​ຢູ່​ໃນ​ຕົວ​ເຂົາ, ຊຶ່ງ​ໃນ​ການ​ນີ້​ເຂົາ​ເປັນ​ຕົວ​ແທນ​ອິດ​ສະ​ລະ​ພາບ​ຂອງ​ຕົນ​ເອງ. ແລະ ຕາບ​ໃດ​ທີ່​ມະ​ນຸດ​ເຮັດ​ຄວາມ​ດີ ເຂົາ​ຈະ​ບໍ່​ມີ​ທາງ​ສູນ​ເສຍ​ລາງ​ວັນ​ຂອງ​ຕົນ​ໄປ​ຈັກ​ເທື່ອ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:27–28).

ພະ​ລັງ​ນັ້ນ​ຢູ່​ໃນ​ຕົວ​ທ່ານ. ທ່ານ​ສາ​ມາດ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ທ່ານ. ຖ້າ​ຫາກ​ຄູ​ສອນ​ບໍ່​ສະ​ບາຍ ແລະ ມາ​ສອນ​ບໍ່​ໄດ້, ທ່ານ​ສາ​ມາດ​ເລືອກ​ທີ່​ຈະ​ຝຶກ​ກັບ​ຜູ້​ຮຽນ​ຄົນ​ອື່ນ​ໄດ້. ຖ້າ​ທ່ານ​ບໍ່​ເຂົ້າ​ໃຈ​ບາງ​ຢ່າງ, ທ່ານ​ສາ​ມາດ​ຂໍ​ຄວາມ​ຊ່ວຍ​ເຫລືອ​ໄດ້. ຖ້າ​ທ່ານ​ຕ້ອງ​ການ​ແນວ​ຄິດ​ສຳ​ລັບ​ວິ​ທີ​ສຶກ​ສາ​ໃຫ້​ດີ​ຂຶ້ນ, ທ່ານ​ສາ​ມາດ​ຖາມ​ຜູ້​ຮຽນ​ຄົນ​ອື່ນໆ​ໃນ​ກຸ່ມ​ຂອງ​ທ່ານ​ເຖິງ​ສິ່ງ​ທີ່​ໃຊ້​ການ​ໄດ້​ສຳ​ລັບ​ພວກ​ເຂົາ. ທ່ານ​ມີ​ພະ​ລັງ​ທີ່​ຈະ​ເລືອກ ແລະ ລົງ​ມື​ທຳ. ກັບ​ພຣະ​ເຈົ້າ, ທ່ານ​ຕັດ​ສິນ​ໃຈ​ວ່າ​ທ່ານ​ຈະ​ຮຽນ​ຮູ້​ຫຍັງ ແລະ ຈະ​ກາຍ​ເປັນ​ໃຜ.

ຜູ້​ຊາຍ​ກຳ​ລັງ​ຮຽນ​ໜັງ​ສື​ຢູ່​ທີ່​ໂຕະ​ຂອງ​ລາວ

Ponder

  • ທ່ານ​ເຊື່ອ​ວ່າ ແມ່ນ​ຫຍັງ​ຄື​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທ່ານ​ໃນ​ຖາ​ນະ​ຜູ້​ຮຽນ?

  • ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ຮຽນ​ຮູ້​ຂອງ​ທ່ານ​ເອງ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ພະ​ຍາ​ຍາມ​ໃຊ້​ບັດ​ທ່ອງ​ຈຳ ເພື່ອ​ຊ່ວຍ​ໃຫ້​ທ່ານ​ຈື່​ຈຳ​ຄຳ​ສັບ​ໃໝ່ໆ. ທ່ານ​ສາ​ມາດ​ໃຊ້​ເຈ້ຍ ຫລື ໃຊ້​ແອັບ.

Times

at 10:00 p.m.

ເວ​ລາ 10:00 ໂມງ​ກາງ​ຄືນ

last night

ມື້​ຄືນ​ນີ້

on Monday

ວັນ​ຈັນ

two days ago

ສອງ​ມື້ ກ່ອນ

yesterday morning

ເຊົ້າ ມື້​ວານ​ນີ້

Nouns

home

ບ້ານ

school

ໂຮງ​ຮຽນ

the store

ຮ້ານ​ຄ້າ

work

ວຽກ

Verbs Present/Verbs Past

arrive/arrived late

ໄປ​ຮອດ/ໄດ້​ໄປ​ຮອດ ຊ້າ

call/called my friend

ໂທ​ຫາ/ໄດ້​ໂທ​ຫາ ໝູ່​ຂ້ອຍ

message/messaged my friend

ສົ່ງ​ຂໍ້​ຄວາມ​ຫາ/ໄດ້​ສົ່ງ​ຂໍ້​ຄວາມ​ຫາ ໝູ່ຂ້ອຍ

miss/missed class

ບໍ່​ເຂົ້າ/ບໍ່​ໄດ້​ເຂົ້າ ຫ້ອງ​ຮຽນ

need/needed bread

ຕ້ອງ​ການ ເຂົ້າ​ຈີ່

shop/shopped

ຊື້​ເຄື່ອງ/ໄດ້​ຊື້​ເຄື່ອງ

want/wanted to play soccer

ຢາກ/ໄດ້​ຢາກ ເຕະ​ບານ

feel/felt sick

ຮູ້​ສຶກ/ໄດ້​ຮູ້​ສຶກ ບໍ່​ສະ​ບາຍ

leave/left the party

ອອກ​ຈາກ/ໄດ້​ອອກ​ຈາກ ງານ​ລ້ຽງ

take/took a nap

ນອນ​ເວັນ/ໄດ້​ນອນ​ເວັນ

take/took the bus

ຂຶ້ນ/ໄດ້​ຂຶ້ນ ລົດ​ເມ

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: Where were you (time)?A: I was at (noun).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເວ​ລາ ເຈົ້າ​ຢູ່​ໃສ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຂ້ອຍ​ຢູ່​ທີ່ ຄຳ​ນາມ

Examples

Q: Where were you last night?A: I was at home.

ໄວ​ລຸ້ນ​ຜູ້​ຍິງ​ກຳ​ລັງ​ຮຽນ​ໜັງ​ສື

Q: Where was she on Tuesday?A: She was at school.

Q: Where were you at 10:00 a.m.?A: We were at work.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ສັງ​ເກດ​ແບບ​ແຜນ​ເຫລົ່າ​ນີ້​ໃນ​ລະ​ຫວ່າງ​ການ​ຝຶກ​ປະ​ຈຳ​ວັນ​ຂອງ​ທ່ານ.

Q: Why did you (verb present) (time)?A: We (verb past) because we (verb past).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ເປັນ​ຫຍັງ​ເຈົ້າ​ຈຶ່ງ ຄຳ​ກິ​ລິ​ຍາ​ປະ​ຈຸ​ບັນ ເວ​ລາ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ເຮົາ ຄຳ​ກິ​ລິ​ຍາ​ອະ​ດີດ ເພາະ​ວ່າ​ເຮົາ ຄຳ​ກິ​ລິ​ຍາ​ອະ​ດີດ.

Examples

ຍິງ​ໜຸ່ມ​ປ່ວຍ​ຢູ່​ເທິງ​ຕຽງ

Q: Why did you leave the party last night?A: I left the party because I felt sick.

ຜູ້​ຍິງ​ເມື່ອຍ

Q: Why didn’t she message me yesterday?A: She didn’t message you because she was tired.

Q: Why did they go to the store?A: They went to the store because they needed bread.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ຜົນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Take Responsibility

(20–30 minutes)

ຜູ້​ຊາຍ​ກຳ​ລັງ​ຮຽນ​ໜັງ​ສື​ຢູ່​ທີ່​ໂຕະ​ຂອງ​ລາວ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

Part 1

ເບິ່ງ​ຮູບ​ພາບ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ສິ່ງ​ທີ່​ຣາ​ອູລ ແລະ ແຈ​ເນັດ​ໄດ້​ເຮັດ​ມື້​ວານ​ນີ້. ປ່ຽນ​ຜຽນ​ກັນ.

Example: Raul, 1:00 p.m.
ເດັກ​ນ້ອຍ​ຜູ້​ຊາຍ​ກຳ​ລັງ​ເຕະ​ບານ
  • A: Where was Raul yesterday at 1:00 p.m.?

  • B: He was at the park.

  • A: Why did Raul go to the park?

  • B: Because he wanted to play soccer.

Raul

Image 1: 5:00 p.m.

ກຳ​ລັງ​ປີ້ງ​ໄສ້​ກອກ​ຢູ່​ເຕົາ​ປີ້ງ​ທາງ​ນອກ

Image 2: 7:00 p.m.

ຜູ້​ຊາຍ​ກຳ​ລັງ​ນອນ

Image 3: 9:00 p.m.

ຜູ້​ຄົນ​ກຳ​ລັງ​ຂີ່​ລົດ​ເມ

Image 4: 10:00 p.m.

ຄອນ​ເສີດ​ຕອນ​ກາງ​ຄືນ
Janet

Image 1: 11:00 a.m.

ຄົນ​ໜຶ່ງ​ກຳ​ລັງ​ອ່ານ​ປຶ້ມ​ຢູ່​ແຄມ​ທະ​ເລ​ສາບ

Image 2: 2:00 p.m.

ຜູ້​ຍິງ​ກຳ​ລັງ​ນັ່ງ​ເບິ່ງ​ໂທ​ລະ​ສັບ​ຢູ່​ໂຊ​ຟາ

Image 3: 4:00 p.m.

ຜູ້​ຍິງ​ກັບ​ຖົງ​ເຄື່ອງ

Image 4: 8:00 p.m.

ຜູ້​ຍິງ​ກຳ​ລັງ​ກິນ​ເຂົ້າ​ແລງ

Part 2

ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ເຮັດ​ມື້​ວານ​ນີ້​ເວ​ລາ 11:00 ໂມງ​ເຊົ້າ, 1:00 ໂມງ​ຕອນ​ບ່າຍ, 4:00 ໂມງ​ແລງ, 7:00 ໂມງ​ແລງ, ແລະ 10:00 ໂມງ​ກາງ​ຄືນ. ເວົ້າ​ກ່ຽວ​ກັບ​ບ່ອນ​ທີ່​ທ່ານ​ຢູ່ ແລະ ເປັນ​ຫຍັງ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

New Vocabulary

Why were you at home?

ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຢູ່ ບ້ານ?

  • A: Where were you yesterday at 11:00 a.m.?

  • B: I was at home.

  • A: Why were you at home at 11:00 a.m.?

  • B: Because I didn’t have any plans.

  • A: Where were you yesterday at 10:00 p.m.?

  • B: I was at home.

  • A: Why were you at home?

  • B: Because I went to bed.

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ກິດ​ຈະ​ກຳ​ທີ່​ທ່ານ​ໄດ້​ເຮັດ​ເມື່ອ​ບໍ່​ດົນ​ມາ​ນີ້. ເວົ້າ​ກ່ຽວ​ກັບ​ບ່ອນ​ທີ່​ທ່ານ​ຢູ່ ແລະ ເປັນ​ຫຍັງ​ທ່ານ​ຈຶ່ງ​ເຮັດ​ກິດ​ຈະ​ກຳ​ເຫລົ່າ​ນັ້ນ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

Example

  • A: Where were you last Wednesday?

  • B: I was at the park.

  • A: Why were you at the park?

  • B: Because I wanted to play basketball.

  • A: Where were you yesterday?

  • B: I was at home.

  • A: Why were you at home?

  • B: I was at home because I felt sick.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ກ່ຽວ​ກັບ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ໃນ​ການ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask where others were and why they did things in the past.

    ຖາມ​ວ່າ​ຄົນ​ອື່ນ​ຢູ່​ໃສ ແລະ ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ເຮັດ​ສິ່ງ​ຕ່າງໆ​ໃນ​ອະ​ດີດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about where I and others were and why we did things in the past.

    ເວົ້າ​ກ່ຽວ​ກັບ​ບ່ອນ​ທີ່​ຂ້ອຍ ແລະ ຄົນ​ອື່ນ​ຢູ່ ແລະ ເປັນ​ຫຍັງ​ເຮົາ​ຈຶ່ງ​ເຮັດ​ສິ່ງ​ຕ່າງໆ​ໃນ​ອະ​ດີດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ອຳ​ນາດ​ໃນ​ການ​ເລືອກ​ແມ່ນ​ຢູ່​ພາຍ​ໃນ​ຕົວ​ເຮົາ​ແຕ່​ລະ​ຄົນ, ແລະ ບໍ່​ມີ​ຫຍັງ​ຈະ​ສາ​ມາດ​ເອົາ​ມັນ​ໄປ​ຈາກ​ເຮົາ​ໄດ້. ເຮົາ​ມີ​ອຳ​ນາດ​ທີ່​ຈະ​ເລືອກ​ເສັ້ນ​ທາງ​ຂອງ​ເຮົາ​ໃນ​ຊີ​ວິດ” (Harold C. Brown, “The Marvelous Gift of Choice,” Ensign, Dec. 2001, 49).