EnglishConnect for Missionaries
ບົດ​ຮຽນ​ທີ 13: ປະ​ສົບ​ການ​ໃນ​ອະ​ດີດ


“ບົດ​ຮຽນ​ທີ 13: ປະ​ສົບ​ການ​ໃນ​ອະ​ດີດ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 13,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຜູ້​ຄົນ​ກຳ​ລັງ​ຍ່າງ​ຢູ່​ຫົນ​ທາງ

Lesson 13

Past Experiences

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ເລົ່າ​ກ່ຽວ​ກັບ​ປະ​ສົບ​ການ​ໃນ​ອະ​ດີດ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Love and Teach One Another

ຮັກ ແລະ ສິດ​ສອນ​ຊຶ່ງ​ກັນ​ແລະ​ກັນ

I can learn from the Spirit as I love, teach, and learn with others.

ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ​ພຣະ​ວິນ​ຍານ ຂະ​ນະ​ທີ່​ເຮົາ​ຮັກ, ສິດ​ສອນ, ແລະ ຮຽນ​ຮູ້​ກັບ​ຄົນ​ອື່ນ.

ພຣະ​ເຈົ້າ ມີ​ຫລາຍ​ສິ່ງ​ທີ່​ພຣະ​ອົງ​ຢາກ​ສິດ​ສອນ​ເຮົາ. ພຣະ​ອົງ​ສາ​ມາດ​ເພີ່ມ​ພູນ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຮຽນ​ຮູ້​ຄວາມ​ຈິງ​ຜ່ານ​ທາງ ພຣະ​ວິນ​ຍານ ຂອງ​ພຣະ​ອົງ. ເຮົາ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ຂະ​ນະ​ທີ່​ເຮົາ​ຮັກ ແລະ ຮັບ​ຟັງ​ຊຶ່ງ​ກັນ​ແລະ​ກັນ. ພຣະ​ເຈົ້າ​ສິດ​ສອນ​ເຮົາ​ວ່າ​ມັນ​ຮູ້​ສຶກ​ແນວ​ໃດ​ເມື່ອ​ເຮົາ​ຮຽນ​ຮູ້​ໂດຍ​ພຣະ​ວິນ​ຍານ:

“ຄົນ​ທີ່​ໄດ້​ຮັບ​ພຣະ​ຄຳ​ໂດຍ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ ໄດ້​ຮັບ​ມັນ​ດັ່ງ​ທີ່​ສັ່ງ​ສອນ​ໄວ້ ໂດຍ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ[.] ດັ່ງ​ນັ້ນ ຄົນ​ທີ່​ສັ່ງ​ສອນ ແລະ ຄົນ​ທີ່​ໄດ້​ຮັບ​ຈະ​ເຂົ້າ​ໃຈ​ກັນ, ແລະ ທັງ​ສອງ​ໄດ້​ຮັບ​ການ​ເສີມ​ສ້າງ ແລະ ປິ​ຕິ​ຍິນ​ດີ​ນຳ​ກັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:21–22).

ເຮົາ​ສາ​ມາດ​ຮູ້​ໄດ້​ວ່າ ພຣະ​ເຈົ້າ​ກຳ​ລັງ​ສິດ​ສອນ​ເຮົາ ເມື່ອ​ເຮົາ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ ແລະ ຮູ້​ສຶກ​ວ່າ​ຖືກ​ເສີມ​ສ້າງ. ພຣະ​ວິນ​ຍານ​ນຳ​ຄວາມ​ຮູ້​ສຶກ​ເຖິງ​ຄວາມ​ຮັກ, ຄວາມ​ຊື່ນ​ຊົມ, ແລະ ຄວາມ​ສະ​ຫງົບ​ສຸກ​ມາ​ໃຫ້. ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ຊ່ວຍ​ສ້າງ​ບັນ​ຍາ​ກາດ​ບ່ອນ​ທີ່​ພຣະ​ວິນ​ຍານ​ສາ​ມາດ​ສິດ​ສອນ. ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຮຽນ​ຮູ້​ໂດຍ​ພຣະ​ວິນ​ຍານ, ພຣະ​ເຈົ້າ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ກັນ​ແລະ​ກັນ ແລະ ຮູ້​ສຶກ​ຊື່ນ​ຊົມ​ນຳ​ກັນ. ຂະ​ນະ​ທີ່​ທ່ານ​ຮຽນ​ຮູ້​ກັບ​ກຸ່ມ EnglishConnect ຂອງ​ທ່ານ, ໃຫ້​ສັງ​ເກດ​ເມື່ອ​ທ່ານ​ກຳ​ລັງ​ຮຽນ​ຮູ້​ໂດຍ​ພຣະ​ວິນ​ຍານ. ສະ​ແຫວງ​ຫາ​ທີ່​ຈະ​ມີ​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ນຳ​ເລື້ອຍໆ​ຫລາຍ​ກວ່າ​ເກົ່າ.

ກຸ່ມ​ຜູ້​ຄົນ​ກຳ​ລັງ​ຍິ້ມ ແລະ ຂຽນ

Ponder

  • ເມື່ອ​ໃດ​ທີ່​ທ່ານ​ເຄີຍ​ຮູ້​ສຶກ​ຖືກ​ເສີມ​ສ້າງ​ໂດຍ​ປະ​ສົບ​ການ​ຂອງ​ທ່ານ​ໃນ EnglishConnect?

  • ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ສ້າງ​ບັນ​ຍາ​ກາດ​ຂອງ​ການ​ຮຽນ​ຮູ້​ໂດຍ​ພຣະ​ວິນ​ຍານ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ລອງ​ໃຊ້​ຄຳ​ສັບ​ນັ້ນໆ. ສົນ​ທະ​ນາ​ກັບ​ໃຜ​ບາງ​ຄົນ​ທີ່​ຮູ້​ພາ​ສາ​ອັງ​ກິດ ຫລື ສົ່ງ​ຂໍ້​ຄວາມ​ໄປ​ຫາ​ໝູ່​ໃນ​ກຸ່ມ EnglishConnect ໂດຍ​ໃຊ້​ຄຳ​ສັບ​ໃໝ່ໆ.

husband

ສາ​ມີ (ຜົວ)

wife

ພັນ​ລະ​ຍາ (ເມຍ)

spouse

ຄູ່​ຄອງ

When did you … ?

ເຈົ້າ … ຕອນ​ໃດ?

What happened?

ມີ​ຫຍັງ​ເກີດ​ຂຶ້ນ?

Verbs Present/Verbs Past

become/became parents

ກາຍ​ເປັນ/ໄດ້​ກາຍ​ເປັນ ພໍ່​ແມ່

begin/began a job

ເລີ່ມ/ໄດ້​ເລີ່ມ ເຮັດ​ວຽກ

finish/finished high school

ຈົບ/ໄດ້​ຈົບ ມັດ​ທະ​ຍົມ​ປາຍ

get/got a new job

ໄດ້​ວຽກ​ໃໝ່

get/got married

ແຕ່ງ​ງານ/ໄດ້​ແຕ່ງ​ງານ

go/went to school

ໄປ/ໄດ້​ໄປ ໂຮງ​ຮຽນ

graduate/graduated

ຮຽນ​ຈົບ/ໄດ້​ຮຽນ​ຈົບ

have/had a baby

ມີ​ລູກ/ໄດ້​ມີ​ລູກ

have/had a challenging experience

ມີ​ປະ​ສົບ​ການ/ໄດ້​ມີ​ປະ​ສົບ​ການ ທີ່​ທ້າ​ທາຍ

lose/lost a job

ຕົກ​ງານ/ໄດ້​ຕົກ​ງານ

meet/met a friend

ພົບ/ໄດ້​ພົບ ໝູ່

move/moved

ຍ້າຍ/ໄດ້​ຍ້າຍ

quit/quit my job

ອອກ​ວຽກ/ໄດ້​ອອກ​ວຽກ

save/saved money

ເກັບ​ເງິນ/ໄດ້​ເກັບ​ເງິນ

start/started a business

ເລີ່ມ/ໄດ້​ເລີ່ມ ທຸ​ລະ​ກິດ

travel/traveled to New York

ໄປ​ທ່ຽວ​ທີ່/ໄດ້​ໄປ​ທ່ຽວ​ທີ່ ນິວ​ຢອກ

turn 18/turned 18*

ອາ​ຍຸ​ຄົບ/ອາ​ຍຸ​ໄດ້ 18 ປີ

*ໝາຍ​ເຫດ: ໃຊ້ turn ຫລື turned ເພື່ອ​ເວົ້າ​ກ່ຽວ​ກັບ​ອາ​ຍຸ.

ເບິ່ງ ບົດ​ຮຽນ​ທີ 11 ແລະ ບົດ​ຮຽນ​ທີ 12 ສຳ​ລັບ past-tense verbs ເພີ່ມ​ເຕີມ.

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: When did you (verb present)?A: We (verb past) when we (verb past).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເຈົ້າ ຄຳ​ກິ​ລິ​ຍາ​ປະ​ຈຸ​ບັນ ຕອນ​ໃດ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ເຮົາ ຄຳ​ກິ​ລິ​ຍາ​ອະ​ດີດ ເມື່ອ​ເຮົາ ຄຳ​ກິ​ລິ​ຍາ​ອະ​ດີດ

Examples

ຄູ່​ສົມ​ຣົດ​ຢູ່​ທີ່​ພຣະ​ວິ​ຫານ

Q: When did you get married?A: We got married after we finished university.

Q: When did she meet her husband?A: She met her husband when she was in high school.

Q: When did he finish school?A: He finished school before he turned 18.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ເຮັດ​ກິດ​ກະ​ຈຳ​ກຸ່ມ​ສົນ​ທະ​ນາ 1 ແລະ 2 ກ່ອນ​ທີ່​ກຸ່ມ​ຂອງ​ທ່ານ​ຈະ​ມາ​ພົບ​ກັນ.

Q: What happened when you (verb past)?A: When we (verb past), we (verb past).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ມີ​ຫຍັງ​ເກີດ​ຂຶ້ນ​ເມື່ອ​ເຈົ້າ ຄຳ​ກິ​ລິ​ຍາ​ອະ​ດີດ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ເມື່ອ​ເຮົາ ຄຳ​ກິ​ລິ​ຍາ​ອະ​ດີດ ເຮົາ ຄຳ​ກິ​ລິ​ຍາ​ອະ​ດີດ

Examples

Q: What happened when you got married?A: When we got married, we started a new job.

ຮູບ​ຮຽນ​ຈົບ​ຂອງ​ແມ່​ກັບ​ລູກ​ຊາຍ

Q: What happened after he graduated?A: After he graduated, he got a new job.

ຄອບ​ຄົວ​ຢູ່​ຊາຍ​ຫາດ

Q: What happened after they moved?A: After they moved, they became parents.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Love and Teach One Another

(20–30 minutes)

ກຸ່ມ​ຜູ້​ຄົນ​ກຳ​ລັງ​ຍິ້ມ ແລະ ຂຽນ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ເບິ່ງ​ຮູບ​ພາບ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ແຕ່​ລະ​ຄົນ. ຮູ້​ຈັກ​ປະ​ດິດ​ຄິດ​ສ້າງ! ປ່ຽນ​ຜຽນ​ກັນ.

New Vocabulary

buy/bought a car

ຊຶ້/ໄດ້​ຊື້ ລົດ

go/went to the beach

ໄປ/ໄດ້​ໄປ ຊາຍ​ຫາດ

university

ມະ​ຫາ​ວິ​ທະ​ຍາ​ໄລ

Example: Sara

Image 1: graduate

ບັນ​ດິດ​ກຳ​ລັງ​ຍິ້ມ​ກັບ​ຄອບ​ຄົວ

Image 2: buy a new car

ລົດ​ສີ​ຟ້າ​ໃໝ່
  • A: When did Sara buy a new car?

  • B: She bought a new car after she graduated from university.

Carlos

Image 1: get a new job

ຜູ້​ຊາຍ​ໃນ​ເຄື່ອງ​ນຸ່ງ​ມື​ອາ​ຊີບ​ກຳ​ລັງ​ຍິ້ມ

Image 2: move to a different apartment

ຕຶກ​ອາ​ພາດ​ເມັ້ນ

Lee

Image 1: turn 20

ຜູ້​ຊາຍ​ໃສ່​ແວ່ນ​ຕາ​ກຳ​ລັງ​ຫົວ

Image 2: travel to another country

ຜູູ້​ຊາຍ​ກຳ​ລັງ​ນັ່ງ​ຢູ່​ເທິງ​ກະ​ເປົາ​ເດີນ​ທາງ​ຢູ່​ສະ​ໜາມ​ບິນ

Ji Ah

Image 1: turn 26

ຜູ້​ຍິງ​ຢູ່​ທີ່​ຄະ​ລີ​ນິກ​ຂອງ​ທ່ານ​ໝໍ

Image 2: have a baby

ຜູ້​ຍິງ​ກຳ​ລັງ​ອູ້ມ​ເດັກ

Li Family

Image 1: move to a new city

ຜູ້​ຍິງ​ກັບ​ລູກ​ສອງ​ຄົນ​ຢູ່​ເທິງ​ລົດ​ເມ

Image 2: go to the beach

ຄອບ​ຄົວ​ກຳ​ລັງ​ສ້າງ​ຜາ​ສາດ​ຊາຍ

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເຫດ​ການ​ທີ່​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ທ່ານ. ທ່ານ​ສາ​ມາດ​ເວົ້າ​ກ່ຽວ​ກັບ​ເຫດ​ການ​ທີ່​ສຳ​ຄັນ​ທີ່​ຢູ່​ໃນ​ລາຍ​ການ ຫລື ນຶກ​ເຖິງ​ເຫດ​ການ​ທີ່​ສຳ​ຄັນ​ອື່ນໆ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

New Vocabulary

rent/rented an apartment

ເຊົ່າ/ໄດ້​ເຊົ່າ ອາ​ພາດ​ເມັ້ນ

What did you do then?

ຕອນ​ນັ້ນ​ທ່ານ​ໄດ້​ເຮັດ​ຫຍັງ?

Example 1

  • A: When did you finish school?

  • B: I finished school when I was 19.

  • A: When did you get your first job?

  • B: I got my first job after I finished school.

  • A: What happened when you started your job?

  • B: When I started my job, I met an important friend.

  • A: What did you do then?

  • B: We got married!

Example 2

  • A: When I turned 20, I had a challenging experience.

  • B: What happened?

  • A: After I got married, we rented a new apartment. Then after we rented a new apartment, I lost my job.

  • B: Oh wow. That is challenging. What happened after you lost your job?

  • A: After I lost my job, I started a business.

  • B: What did you do then?

  • A: After I started a business, we saved money and then we bought a house.

ລາຍ​ການ​ເຫດ​ການ​ທີ່​ສຳ​ຄັນ

  • Started school

  • Finished school

  • Began a job

  • Met an important person

  • Got married

  • Had a child

  • Moved to a new city

  • Went on a trip

  • Had a challenging experience

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Talk about my past experiences.

    ເວົ້າ​ກ່ຽວ​ກັບ​ປະ​ສົບ​ການ​ໃນ​ອະ​ດີດ​ຂອງ​ຂ້ອຍ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Ask and answer questions about others’ past experiences.

    ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ປະ​ສົບ​ການ​ໃນ​ອະ​ດີດ​ຂອງ​ຄົນ​ອື່ນ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ ສ່ວນ​ຫລາຍ​ແລ້ວ​ພຣະ​ວິນ​ຍານ​ຈະ​ສື່​ສານ​ກັບ​ຂ້າ​ພະ​ເຈົ້າ​ທາງ​ຄວາມ​ຮູ້​ສຶກ. ທ່ານ​ຈະ​ຮູ້​ສຶກ​ໃນ​ຖ້ອຍ​ຄຳ ທີ່​ທ່ານ​ເຄີຍ​ໄດ້​ຍິນ, ທີ່​ທ່ານ​ເຂົ້າ​ໃຈ, ທີ່​ກະ​ຕຸ້ນ​ທ່ານ” (Ronald A. Rasband, “Let the Holy Spirit Guide,” Liahona, May 2017, 94).