EnglishConnect for Missionaries
ບົດ​ຮຽນ​ທີ 10: ກິດ​ຈະ​ວັດ​ປະ​ຈຳ​ວັນ


“ບົດ​ຮຽນ​ທີ 10: ກິດ​ຈະ​ວັດ​ປະ​ຈຳ​ວັນ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 10,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຜູ້​ຍິງ​ສອງ​ຄົນ​ກຳ​ລັງ​ຫົວ

Lesson 10

Daily Routines

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ບັນ​ຍາຍ​ກ່ຽວ​ກັບ​ກິດ​ຈະ​ວັດ​ປະ​ຈຳ​ວັນ ແລະ ປະ​ຈຳ​ອາ​ທິດ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: You Are a Child of God

ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ

I am a child of God with eternal potential and purpose.

ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ພ້ອມ​ດ້ວຍ​ສັກ​ກະ​ຍະ​ພາບ ແລະ ຈຸດ​ປະ​ສົງ​ນິ​ລັນ​ດອນ.

ທ່ານ​ເປັນ​ທິ​ດາ ຫລື ບຸດ​ຂອງ ພຣະ​ເຈົ້າ. ພຣະ​ອົງ​ມີ​ຢ່າງ​ຫລວງ​ຫລາຍ​ທີ່​ພຣະ​ອົງ​ຢາກ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້. ພຣະ​ອົງ​ຢາກ​ຊ່ວຍ​ໃຫ້​ທ່ານ​ເອື້ອມ​ເຖິງ​ສັກ​ກະ​ຍະ​ພາບ​ນິ​ລັນ​ດອນ​ຂອງ​ທ່ານ. ບາງ​ຄັ້ງ​ສິ່ງ​ນີ້​ອາດ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້. ໃນ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ເຮົາ​ອ່ານ​ກ່ຽວ​ກັບ​ຍິງ​ໜຸ່ມ​ຄົນ​ໜຶ່ງ​ຊື່ ມາ​ຣີ. ທູດ​ໄດ້​ມາ​ປະ​ກົດ​ຕົວ​ຕໍ່​ນາງ ແລະ ໄດ້​ບອກ​ນາງ​ວ່າ ນາງ​ຈະ​ເປັນ​ມານ​ດາ​ຂອງ ພຣະ​ເຢ​ຊູ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂອງ​ທຸກ​ຄົນ. ນາງ​ຈະ​ລ້ຽງ​ດູ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ໂລກ ໃຫ້​ເປັນ​ບຸດ​ຂອງ​ນາງ​ເອງ. ບາງ​ທີ​ນາງ​ມາ​ຣີ​ອາດ​ຮູ້​ສຶກ​ໜັກ​ໃຈ​ກັບ​ສິ່ງ​ທີ່ ພຣະ​ບິ​ດາ​ເທິງ​ສະ​ຫວັນ ປະ​ສົງ​ໃຫ້​ນາງ​ເຮັດ ແລະ ກາຍ​ເປັນ, ແຕ່​ທູດ​ໄດ້​ບອກ​ນາງ​ວ່າ:

“ດ້ວຍ​ວ່າ, ບໍ່​ມີ​ສິ່ງ​ໃດ​ທີ່​ພຣະ​ເຈົ້າ​ເຮັດ​ບໍ່​ໄດ້” (ລູ​ກາ 1:37).

ສຳ​ລັບ​ພຣະ​ເຈົ້າ, ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້​ກໍ​ເປັນ​ໄປ​ໄດ້. ນາງ​ມາ​ຣີ​ໄດ້​ກາຍ​ເປັນ​ມານ​ດາ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ເຊັ່ນ​ດຽວ​ກັບ​ນາງ​ມາ​ຣີ, ພຣະ​ເຈົ້າ​ຢາກ​ຊ່ວຍ​ໃຫ້​ທ່ານ​ເອື້ອມ​ເຖິງ​ສັກ​ກະ​ຍະ​ພາບ​ຂອງ​ທ່ານ ແລະ ບັນ​ລຸ​ຈຸດ​ປະ​ສົງ​ໃນ​ຊີ​ວິດ​ຂອງ​ທ່ານ. ອະ​ທິ​ຖານ ຫາ​ພຣະ​ອົງ ແລະ ທູນ​ຖາມ​ພຣະ​ອົງ​ວ່າ ພຣະ​ອົງ​ປະ​ສົງ​ໃຫ້​ທ່ານ​ເຮັດ​ຫຍັງ. ເຮັດ​ຕາມ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ທີ່​ທ່ານ​ໄດ້​ຮັບ​ຈາກ ພຣະ​ວິນ​ຍານ ຂອງ​ພຣະ​ອົງ. ພຣະ​ອົງ​ຈະ​ນຳ​ພາ​ທ່ານ. ບາງ​ທີ​ທ່ານ​ອາດ​ຕ້ອງ​ຮຽນ​ພາ​ສາ​ອັງ​ກິດ ເພື່ອ​ໃຫ້​ສາ​ມາດ​ໄດ້​ຮັບ​ການ​ສຶກ​ສາ ຫລື ຫາ​ລ້ຽງ​ຄອບ​ຄົວ​ຂອງ​ທ່ານ. ຈື່​ຈຳ​ໄວ້​ວ່າ “ບໍ່​ມີ​ສິ່ງ​ໃດ​ທີ່​ພຣະ​ເຈົ້າ​ເຮັດ​ບໍ່​ໄດ້.” ສຳ​ລັບ​ພຣະ​ເຈົ້າ, ທ່ານ​ສາ​ມາດ​ຮຽນ​ພາ​ສາ​ອັງ​ກິດ. ສຳ​ລັບ​ພຣະ​ເຈົ້າ, ທ່ານ​ສາ​ມາດ​ເອື້ອມ​ເຖິງ​ສັກ​ກະ​ຍະ​ພາບ​ນິ​ລັນ​ດອນ​ຂອງ​ທ່ານ​ໄດ້.

ຄັບ​ຣີ​ເອນ ແລະ ນາງ​ມາ​ຣີ

Ponder

  • ທ່ານ​ຮູ້​ສຶກ​ວ່າ​ພຣະ​ເຈົ້າ​ຕ້ອງ​ການ​ໃຫ້​ທ່ານ​ເຮັດ​ຫຍັງ?

  • ເມື່ອ​ພຣະ​ເຈົ້າ​ເຊື້ອ​ເຊີນ​ໃຫ້​ທ່ານ​ເຮັດ​ສິ່ງ​ທີ່​ທ່ານ​ຄິດ​ວ່າ​ເປັນ​ໄປ​ບໍ່​ໄດ້, ທ່ານ​ຈະ​ສາ​ມາດ​ເລືອກ​ກະ​ທຳ​ດ້ວຍ​ສັດ​ທາ​ໄດ້​ແນວ​ໃດ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ສົ່ງ​ຂໍ້​ຄວາມ​ຫາ​ໝູ່​ເພື່ອນ​ຄົນ​ໜຶ່ງ​ຈາກ​ກຸ່ມ EnglishConnect ໂດຍ​ການ​ນຳ​ໃຊ້​ຄຳ​ສັບ​ໃໝ່.

every

ທຸກໆ

Time

day

ວັນ

week

ອາ​ທິດ

weekend

ທ້າຍ​ອາ​ທິດ

morning

ຕອນ​ເຊົ້າ

afternoon

ຕອນ​ບ່າຍ

evening

ຕອນ​ແລງ

month

ເດືອນ

Verbs

clean the house

ທຳ​ຄວາມ​ສະ​ອາດ ບ້ານ

do laundry

ຊັກ​ເຄື່ອງ

eat breakfast

ກິນ ອາ​ຫານ​ເຊົ້າ

get dressed

ແຕ່ງ​ໂຕ

get up

ຕື່ນ​ນອນ

go dancing

ໄປ​ງານ​ເຕັ້ນ​ລຳ

go shopping

ໄປ​ຊື້​ເຄື່ອງ

take a shower

ອາບ​ນ້ຳ

watch videos

ເບິ່ງ ວິ​ດີ​ໂອ

Adverbs

always

ສະ​ເໝີ

usually

ເປັນ​ປະ​ຈຳ

sometimes

ບາງ​ຄັ້ງ

never

ບໍ່​ເຄີຍ

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: What do you do every (time)?A: I (verb) every (time).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເຈົ້າ​ເຮັດ​ຫຍັງ​ທຸກໆ​ຄັ້ງ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຂ້ອຍ ຄຳ​ກິ​ລິ​ຍາ ທຸກໆ​ຄັ້ງ

Examples

Q: What do you do every week?A: I do laundry every week.

ຝັກ​ບົວ​ອາບ​ນ້ຳ

Q: What do you do every morning?A: I get up and I take a shower.

Q: What does he do on Mondays?A: He goes shopping on Mondays.

ຜູ້​ຍິງ​ສອງ​ຄົນ​ກຳ​ລັງ​ເຕັ້ນ​ລຳ​ຢູ່​ໃນ​ເຮືອນ

Q: What do they do on weekends?A: They go dancing on weekends.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ໃຊ້​ແບບ​ແຜນ​ໃນ​ການ​ສົນ​ທະ​ນາ​ກັບ​ເພື່ອນ. ທ່ານ​ສາ​ມາດ​ເວົ້າ​ລົມ ຫລື ສົ່ງ​ຂໍ້​ຄວາມ.

Q: When do you (verb)?A: I (adverb) (verb) every (time).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ເມື່ອ​ໃດ​ເຈົ້າ ຄຳ​ກິ​ລິ​ຍາ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ຂ້ອຍ ຄຳ​ກິ​ລິ​ຍາ​ວິ​ເສດ ທຸກໆ​ຄັ້ງ

Examples

ຄົນ​ຜູ້​ໜຶ່ງ​ກຳ​ລັງ​ຖື​ຖົງ​ເຄື່ອງ

Q: When do you go shopping?A: I always go shopping every week.

Q: When does he take a shower?A: He usually takes a shower every morning.

ຄົນ​ສອງ​ຄົນ​ກຳ​ລັງ​ທຳ​ຄວາມ​ສະ​ອາດ​ບ້ານ

Q: When do they clean the house?A: They sometimes clean the house on Fridays.

Q: When does she watch videos?A: She never watches videos.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: You Are a Child of God

(20–30 minutes)

ຄັບ​ຣີ​ເອນ ແລະ ນາງ​ມາ​ຣີ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ເບິ່ງ​ຕາ​ຕະ​ລາງ​ເວ​ລາ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ສິ່ງ​ທີ່​ຊາ​ຣາ ແລະ ແດນ​ໂຍ ເຮັດ. ປ່ຽນ​ຜຽນ​ກັນ.

New Vocabulary

go to school

ໄປ​ໂຮງ​ຮຽນ

play computer games

ຫລິ້ນ​ເກມ​ຄອມ​ພິວ​ເຕີ

work

ເຮັດ​ວຽກ

Examples

ຜູ້​ຄົນ​ກຳ​ລັງ​ເຕັ້ນ​ລຳ​ຢູ່​ຂ້າງ​ນອກ
  • A: What does Sara do on Fridays?

  • B: She goes dancing on Fridays.

ຊາຍ​ໜຸ່ມ​ຄົນ​ໜຶ່ງ​ກຳ​ລັງ​ເບິ່ງ​ກະ​ດານ​ມື​ຖື
  • A: When does Daniel watch shows?

  • B: He watches shows on Monday, Wednesday, and Friday evenings.

Chart 1: Sara’s Schedule

ຕາ​ຕະ​ລາງ​ປະ​ຈຳ​ອາ​ທິດ​ຂອງ​ຊາ​ຣາ

Chart 2: Daniel’s Schedule

ຕາ​ຕະ​ລາງ​ປະ​ຈຳ​ອາ​ທິດ​ຂອງ​ແດນ​ໂຍ

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ກິດ​ຈະ​ວັດ​ຂອງ​ທ່ານ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

New Vocabulary

exercise

ອອກ​ກຳ​ລັງ​ກາຍ

play games

ຫລິ້ນ​ເກມ

Example

  • A: What do you do every evening?

  • B: I play games and take a shower every evening.

  • A: What do you do on Thursdays?

  • B: I exercise on Thursdays.

  • A: When do you do laundry?

  • B: I usually do laundry on Saturdays.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask about others’ routines.

    ຖາມ​ກ່ຽວ​ກັບ​ກິດ​ຈະ​ວັດ​ຂອງ​ຄົນ​ອື່ນ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about my and others’ routines.

    ເວົ້າ​ກ່ຽວ​ກັບ​ກິດ​ຈະ​ວັດ​ຂອງ​ຂ້ອຍ ແລະ ຂອງ​ຄົນ​ອື່ນໆ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ຮຽນ​ຮູ້​ດ້ວຍ​ຕົນ​ເອງ​ວ່າ​ພວກ​ເຈົ້າ​ເປັນ​ໃຜ​ແທ້ໆ. ໃຫ້​ທູນ​ຖາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພວກ​ເຈົ້າ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ວ່າ​ພຣະ​ອົງ​ຮູ້​ສຶກ​ຈັ່ງ​ໃດ​ກ່ຽວ​ກັບ​ພວກ​ເຈົ້າ ແລະ ກ່ຽວ​ກັບ​ພາ​ລະ​ກິດ​ຂອງ​ພວກ​ເຈົ້າ​ຢູ່​ໃນ​ໂລກ​ນີ້. ຖ້າ​ຫາກ​ພວກ​ເຈົ້າ​ທູນ​ຖາມ​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ເມື່ອ​ເວ​ລາ​ຜ່ານ​ໄປ ພຣະ​ວິນ​ຍານ​ຈະ​ບອກ​ຄວາມ​ຈິງ​ທີ່​ປ່ຽນ​ແປງ​ຊີ​ວິດ​ແກ່​ພວກ​ເຈົ້າ. ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ເຫລົ່າ​ນັ້ນ ແລະ ທົບ​ທວນ​ມັນ​ເລື້ອຍໆ, ແລະ ປະ​ຕິ​ບັດ​ຕາມ​ຢ່າງ​ແມ້ນ​ຍຳ.

“ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ພວກ​ເຈົ້າ​ເລີ່ມ​ຕົ້ນ​ເຫັນ​ແວັບ​ໜຶ່ງ ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເຫັນ​ພວກ​ເຈົ້າ​ວ່າ​ເປັນ​ແນວ​ໃດ ແລະ ເຖິງ​ສິ່ງ​ທີ່​ພຣະ​ອົງ​ຄາດ​ໝາຍ​ໃຫ້​ພວກ​ເຈົ້າ​ເຮັດ​ເພື່ອ​ພຣະ​ອົງ, ແລ້ວ​ຊີ​ວິດ​ຂອງ​ພວກ​ເຈົ້າ​ຈະ​ບໍ່​ຄື​ເກົ່າ​ອີກ!” (Russell M. Nelson, Facebook, Sept. 10, 2019, facebook.com/russell.m.nelson).