EnglishConnect for Missionaries
ໝວດ​ທີ 3: ສະ​ຫລຸບ—ເວົ້າ​ລົມ​ກ່ຽວ​ກັບ​ກິດ​ຈະ​ວັດ​ຂອງ​ຂ້ອຍ


“ໝວດ​ທີ 3: ສະ​ຫລຸບ—ເວົ້າ​ລົມ​ກ່ຽວ​ກັບ​ກິດ​ຈະ​ວັດ​ຂອງ​ຂ້ອຍ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ໝວດ​ທີ 3,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຄອບ​ຄົວ​ກຳ​ລັງ​ເວົ້າ​ລົມ​ກັນ​ຢູ່​ນອກ

Unit 3: Conclusion

Talking about My Routines

ທ່ານ​ໄດ້​ສຳ​ເລັດ​ໝວດ​ທີ 3 ແລ້ວ! ບັດ​ນີ້ ທ່ານ​ສາ​ມາດ​ເວົ້າ​ລົມ​ກ່ຽວ​ກັບ​ຫລາກ​ຫລາຍ​ຫົວ​ຂໍ້​ທີ່​ກວ້າງ​ຂວາງ​ໃນ​ປະ​ຈຸ​ບັນ ແລະ ໃນ​ອະ​ດີດ. ຢ່າ​ພໍ​ໃຈ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ຮູ້​ແລ້ວ. ທ່ານ​ມີ​ສັກ​ກະ​ຍະ​ພາບ​ທີ່​ຈະ​ຮຽນ​ຮູ້​ຕື່ມ​ອີກ​ຫລາຍ. “ຈົ່ງ​ໝັ່ນ​ຂໍ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ໝັ່ນ​ຊອກ, ແລ້ວ​ເຈົ້າ​ຈະ​ພົບ; ຈົ່ງ​ໝັ່ນ​ເຄາະ, ແລ້ວ​ຈະ​ມີ​ຜູ້​ໄຂ​ປະ​ຕູ​ໃຫ້” (3 ນີ​ໄຟ 14:7).

Evaluate

Evaluate Your Progress

ຈົ່ງ​ໃຊ້​ເວ​ລາ​ບຶດ​ໜຶ່ງ​ເພື່ອ​ສະ​ທ້ອນ​ຄິດ ແລະ ສະ​ຫລອງ​ທຸກ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ສຳ​ເລັດ.

I can:

  • Describe my routines.

    ບັນ​ຍາຍ​ກິດ​ຈະ​ວັດ​ຂອງ​ຂ້ອຍ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Describe past experiences.

    ບັນ​ຍາຍ​ປະ​ສົບ​ການ​ທີ່​ຜ່ານ​ມາ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

ເພື່ອ​ຕິດ​ຕາມ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ເພີ່ມ​ເຕີມ, ໃຫ້​ໄປ​ທີ່ englishconnect.org/assessments ແລະ ເຮັດ​ການ​ປະ​ເມີນ​ຜົນ​ທີ່​ສາ​ມາດ​ເລືອກ​ເຮັດ​ໄດ້​ໃຫ້​ສຳ​ເລັດ​ສຳ​ລັບ​ໝວດ​ນີ້.

Evaluate Your Efforts

ທົບ​ທວນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ສຳ​ລັບ​ໝວດ​ນີ້​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.” ທ່ານ​ກຳ​ລັງ​ກ້າວ​ໜ້າ​ໄປ​ສູ່​ຈຸດ​ປະ​ສົງ​ຂອງ​ທ່ານ​ຫລື​ບໍ່? ທ່ານ​ສາ​ມາດ​ເຮັດ​ຫຍັງ​ທີ່​ແຕກ​ຕ່າງ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ທ່ານ?

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ​ຕໍ່​ໄປ ຂະ​ນະ​ທີ່​ທ່ານ​ກຽມ​ຕົວ​ສຳ​ລັບ EnglishConnect 3.

ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ວິ​ທີ​ທີ່ EnglishConnect ສາ​ມາດ​ຂະ​ຫຍາຍ​ໂອ​ກາດ​ຂອງ​ທ່ານ, ໃຫ້​ເຂົ້າ​ໄປ​ທີ່ englishconnect.org.