EnglishConnect for Missionaries
ບົດ​ຮຽນ​ທີ 11: ກິດ​ຈະ​ວັດ​ປະ​ຈຳ​ວັນ ແລະ ປະ​ຈຳ​ອາ​ທິດ


“ບົດ​ຮຽນ​ທີ 11: ກິດ​ຈະ​ວັດ​ປະ​ຈຳ​ວັນ ແລະ ປະ​ຈຳ​ອາ​ທິດ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 11,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຄອບ​ຄົວ​ກຳ​ລັງ​ເຮັດ​ກິນ​ນຳ​ກັນ

Lesson 11

Daily and Weekly Routines

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ເຮັດ​ໃນ​ອະ​ດີດ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Exercise Faith in Jesus Christ

ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

Jesus Christ can help me do all things as I exercise faith in Him.

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ເຮັດ​ທຸກ​ສິ່ງ ຂະ​ນະ​ທີ່​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ.

ນີ​ໄຟ​ເປັນ ສາດ​ສະ​ດາ ໃນ ພຣະ​ຄຳ​ພີ​ມໍ​ມອນ. ຕອນ​ເພິ່ນ​ຍັງ​ໜຸ່ມ, ນີ​ໄຟ ແລະ ພວກ​ອ້າຍ​ຂອງ​ເພິ່ນ​ໄດ້​ຖືກ​ບັນ​ຊາ​ໃຫ້​ໄປ​ເອົາ​ໜັງ​ສື​ສັກ​ສິດ. ໜັງ​ສື​ເຫລັ້ມ​ນີ້​ສຳ​ຄັນ ເພາະ​ມັນ​ສິດ​ສອນ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ ແລະ ບົດ​ບາດ​ຂອງ ພຣະ​ເຢ​ຊູ​ຄຣິດ. ໜັງ​ສື​ເຫລັ້ມ​ນີ້​ເປັນ​ຂອງ​ຊາຍ​ຊົ່ວ​ຮ້າຍ​ຊື່ ລາ​ບານ. ນີ​ໄຟ ແລະ ພວກ​ອ້າຍ​ຂອງ​ເພິ່ນ​ໄດ້​ພະ​ຍາ​ຍາມ​ຂໍ​ເອົາ​ໜັງ​ສື. ລາ​ບານ​ບອກ​ວ່າ​ບໍ່. ນີ​ໄຟ ແລະ ພວກ​ອ້າຍ​ຂອງ​ເພິ່ນ​ໄດ້​ພະ​ຍາ​ຍາມ​ຊື້​ເອົາ​ໜັງ​ສື. ລາ​ບານ​ບອກ​ວ່າ​ບໍ່ ແລະ ໄດ້​ລັກ​ເອົາ​ເງິນ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ. ຫລັງ​ຈາກ​ລົ້ມ​ເຫລວ​ສອງ​ຄັ້ງ, ພວກ​ອ້າຍ​ຂອງ​ນີ​ໄຟ​ກໍ​ໃຈ​ຮ້າຍ ແລະ ຢາກ​ຍົກ​ເລີກ.

ນີ​ໄຟ​ໄດ້​ໃຫ້​ກຳ​ລັງ​ໃຈ​ພວກ​ອ້າຍ​ຂອງ​ເພິ່ນ ໂດຍ​ກ່າວ​ວ່າ, “ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ກັບ​ຂຶ້ນ​ໄປ​ເຢ​ຣູ​ຊາ​ເລັມ​ອີກ, ແລະ ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ຊື່​ສັດ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ເພາະ​ຈົ່ງ​ເບິ່ງ ພຣະ​ອົງ​ມີ​ອາ​ນຸ​ພາບ​ຍິ່ງ​ກວ່າ​ຊາວ​ໂລກ​ທັງ​ໝົດ” (1 ນີ​ໄຟ 4:1).

ຄວາມ​ໄວ້​ວາງ​ໃຈ​ຂອງ​ນີ​ໄຟ​ໃນ ພຣະ​ເຈົ້າ ໄດ້​ຊ່ວຍ​ໃຫ້​ເພິ່ນ​ລອງ​ອີກ​ເປັນ​ຄັ້ງ​ທີ​ສາມ. ຄັ້ງ​ນີ້, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ, ເຂົາ​ເຈົ້າ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ ໃນ​ການ​ໄດ້​ຮັບ​ໜັງ​ສື​ສັກ​ສິດ​ນັ້ນ. ປະ​ສົບ​ການ​ຂອງ​ນີ​ໄຟ​ສິດ​ສອນ​ເຮົາ​ວ່າ ຄວາມ​ພະ​ຍາ​ຍາມ ແລະ ບາງ​ຄັ້ງ​ຄວາມ​ລົ້ມ​ເຫລວ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ເຮັດ​ສິ່ງ​ຍາກໆ. ການ​ຮຽນ​ພາ​ສາ​ໃໝ່​ເປັນ​ເລື່ອງ​ຍາກ ແລະ ໃຊ້​ເວ​ລາ​ຫລາຍ​ຮ້ອຍ​ຊົ່ວ​ໂມງ. ບາງ​ທີ​ທ່ານ​ອາດ​ເຄີຍ​ພະ​ຍາ​ຍາມ​ຮຽນ​ພາ​ສາ​ອັງ​ກິດ​ມາ​ກ່ອນ, ແຕ່​ມັນ​ກໍ​ໄປ​ບໍ່​ໄດ້​ດີ​ປານ​ໃດ. ບາງ​ທີ​ທ່ານ​ອາດ​ພາດ​ການ​ປະ​ຊຸມ​ປະ​ຈຳ​ອາ​ທິດ ຫລື ລືມ​ຮຽນ. ພະ​ຍາ​ຍາມ​ອີກ​ຄັ້ງ​ເມື່ອ​ທ່ານ​ລົ້ມ​ເຫລວ. ເມື່ອ​ທ່ານ​ໃຊ້ ສັດ​ທາ ໃນ​ພຣະ​ເຢ​ຊູ​ຄຣິດ, ພຣະ​ອົງ​ສາ​ມາດ​ປ່ຽນ​ຄວາມ​ລົ້ມ​ເຫລວ​ເປັນ​ຄວາມ​ສຳ​ເລັດ​ໄດ້.

ຍິງ​ໜຸ່ມ​ກຳ​ລັງ​ຍິ້ມ

Ponder

  • ເຮົາ​ຈະ​ເປັນ​ເໝືອນ​ນີ​ໄຟ ແລະ ພະ​ຍາ​ຍາມ​ຕໍ່​ໄປ ເມື່ອ​ເຮົາ​ລົ້ມ​ເຫລວ​ໄດ້​ແນວ​ໃດ?

  • ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ຊ່ວຍ​ໃຫ້​ເຮົາ​ຮຽນ​ຮູ້​ຈາກ​ຄວາມ​ລົ້ມ​ເຫລວ​ໄດ້​ແນວ​ໃດ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ພະ​ຍາ​ຍາມ​ໃຊ້​ຄຳ​ສັບ​ຈາກ​ພາກ “Memorize Vocabulary” ໃນ​ການ​ຝຶກ​ປະ​ຈຳ​ວັນ​ຂອງ​ທ່ານ.

do/did

ເຮັດ/ໄດ້​ເຮັດ

Verbs Present/Verbs Past

clean/cleaned my house

ທຳ​ຄວາມ​ສະ​ອາດ/ໄດ່້​ທຳ​ຄວາມ​ສະ​ອາດ ບ້ານຂອງ​ຂ້ອຍ

cook/cooked dinner

ແຕ່ງ/ໄດ້​ແຕ່ງ ອາ​ຫານ​ຄ່ຳ

eat/ate dessert

ກິນ/ໄດ້​ກິນ ຂອງ​ຫວານ

exercise/exercised

ອອກ​ກຳ​ລັງ​ກາຍ/ໄດ້​ອອກ​ກຳ​ລັງ​ກາຍ

go/went to work

ໄປ/ໄດ້​ໄປ ເຮັດ​ວຽກ

make/made bread

ອົບ/ໄດ້​ອົບ​ເຂົ້າ​ຈີ່

play/played soccer

ຫລິ້ນ/ໄດ້​ຫລິ້ນ ກິ​ລາ​ເຕະ​ບານ

read/read a newspaper

ອ່ານ/ໄດ້​ອ່ານ ໜັງ​ສື​ພິມ

stay/stayed home

ຢູ່/ໄດ້​ຢູ່​ບ້ານ

study/studied

ຮຽນ/ໄດ້​ຮຽນ

visit/visited my family

ຢ້ຽມ​ຢາມ/ໄດ້​ຢ້ຽມ​ຢາມ ຄອບ​ຄົວຂອງ​ຂ້ອຍ

watch/watched a movie

ເບິ່ງ/ໄດ້​ເບິ່ງ ໜັງ

work/worked

ເຮັດ​ວຽກ/ໄດ້​ເຮັດ​ວຽກ

Time

a week ago

ອາ​ທິດ​ແລ້ວ​ນີ້

during the weekend

ໃນ​ຊ່ວງ​ທ້າຍ​ອາ​ທິດ

last Monday

ວັນ​ຈັນ ແລ້ວ​ນີ້

last week

ອາ​ທິດ​ແລ້ວ​ນີ້

yesterday

ມື້​ວານ​ນີ້

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: What did you do (time)?A: I (verb past) (time).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເຈົ້າ​ໄດ້​ເຮັດ​ຫຍັງ ເວ​ລາ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຂ້ອຍ ຄຳ​ກິ​ລິ​ຍາ​ອະ​ດີດ ເວ​ລາ

Examples

ຜູ້​ຍິງ​ຢູ່​ໃນ​ຫ້ອງ​ການ​ກຳ​ລັງ​ຍິ້ມ​ຈາກ​ໂຕະ​ເຮັດ​ວຽກ

Q: What did you do yesterday?A: I went to work yesterday.

ເກມ​ກິ​ລາ (ເຕະ​ບານ)

Q: What did he do during the weekend?A: He played soccer during the weekend.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ເຂົ້າ​ໃຈ​ກົດ​ໃນ​ແບບ​ແຜນ. ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ພາ​ສາ​ອັງ​ກິດ​ເໝືອນ​ກັບ ຫລື ແຕກ​ຕ່າງ​ຈາກ​ພາ​ສາ​ຂອງ​ທ່ານ​ແນວ​ໃດ.

Q: When was the last time you (verb past)?A: I (verb past) (time).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ເມື່ອ​ໃດ​ເປັນ​ຄັ້ງ​ສຸດ​ທ້າຍ​ທີ່​ເຈົ້າ ຄຳ​ກິ​ລິ​ຍາ​ອະ​ດີດ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ຂ້ອຍ ຄຳ​ກິ​ລິ​ຍາ​ເວ​ລາ ອະ​ດີດ

Examples

ຄູ່​ສາ​ມີ​ພັນ​ລະ​ຍາ​ກຳ​ລັງ​ເບິ່ງ​ໂທ​ລະ​ພາບ

Q: When was the last time you watched a movie?A: I watched a movie a week ago.

Q: When was the last time he ate dessert?A: He ate dessert yesterday.

Q: When was the last time you visited your family?A: We visited my family last Sunday.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Exercise Faith in Jesus Christ

(20–30 minutes)

ຍິງ​ໜຸ່ມ​ກຳ​ລັງ​ຍິ້ມ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

Part 1

ເບິ່ງ​ຮູບ​ພາບ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ຊີ​ວິດ​ຂອງ ໂຣ​ບິນ. ປ່ຽນ​ຜຽນ​ກັນ.

Example: Saturday
ຜູ້​ຍິງ​ກຳ​ລັງ​ອ່ານ​ໜັງ​ສື​ພິມ
  • A: What did Robyn do on Saturday?

  • B: She read the newspaper.

Image 1: last year

ຜູ້​ຍິງ​ໄວ​ລຸ້ນ​ກຳ​ລັງ​ຮຽນ​ໜັງ​ສື

Image 2: last week

ຄອບ​ຄົວ​ກຳ​ລັງ​ຫລິ້ນ​ກິ​ລາ​ເຕະ​ບານ​ຢູ່​ນອກ​ບ້ານ

Image 3: during the weekend

ກຳ​ລັງ​ສີດ​ກ່ອງ​ນ້ຳ​ຢາ​ທຳ​ຄວາມ​ສະ​ອາດ

Image 4: yesterday

ກະ​ແລັມ ຊັນ​ເດ

Part 2

ເບິ່ງ​ຮູບ​ພາບ​ໃນ​ພາກ​ທີ 1. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເວ​ລາ​ທີ່​ທ່ານ​ໄດ້​ເຮັດ​ກິດ​ຈະ​ກຳ​ແຕ່​ລະ​ຢ່າງ. ປ່ຽນ​ຜຽນ​ກັນ.

Example
  • A: When was the last time you read the newspaper?

  • B: I read the newspaper a week ago.

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ. ເວົ້າ​ກ່ຽວ​ກັບ​ແຕ່​ລະ​ຄັ້ງ​ຕາມ​ລາຍ​ການ​ຂ້າງ​ລຸ່ມ​ນີ້. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

Example

  • A: What did you do yesterday?

  • B: I ate dessert yesterday.

Times

  • yesterday

  • during the weekend

  • a week ago

  • a month ago

  • a year ago

  • last night

  • last Monday

  • last Friday

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask what others did in the past.

    ຖາມ​ວ່າ​ຄົນ​ອື່ນ​ເຮັດ​ຫຍັງ​ແດ່​ໃນ​ອະ​ດີດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about what I and others did in the past.

    ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ ແລະ ຄົນ​ອື່ນ​ເຮັດ​ໃນ​ອະ​ດີດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ເປັນ​ເພາະ​ພຣະ​ເຢ​ຊູ​ຄຣິດ, ຄວາມ​ລົ້ມ​ເຫລວ​ຂອງ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຈຳ​ກັດ​ເຮົາ. ມັນ​ສາ​ມາດ​ຫລໍ່​ຫລອມ​ເຮົາ” (Dieter F. Uchtdorf, “God among Us,” Liahona, May 2021, 9).