EnglishConnect for Missionaries
ບົດ​ຮຽນ​ທີ 5: ຄອບ​ຄົວ ແລະ ໝູ່​ເພື່ອນ


“ບົດ​ຮຽນ​ທີ 5: ຄອບ​ຄົວ ແລະ ໝູ່​ເພື່ອນ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 5,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ພວກ​ຜູ້​ຊາຍ​ກຳ​ລັງ​ຍິ້ມ​ຢູ່​ນອກ

Lesson 5

Family and Friends

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ຮູ້​ວິ​ທີ​ປຽບ​ທຽບ​ລະ​ຫວ່າງ​ຜູ້​ຄົນ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Learn by Study and by Faith

ຮຽນ​ຮູ້​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ

In EnglishConnect, we rely on God to learn by study and by faith.

ໃນ EnglishConnect, ເຮົາ​ເພິ່ງ​ອາ​ໄສ​ພຣະ​ເຈົ້າ ເພື່ອ​ຮຽນ​ຮູ້​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ.

ໃນ​ປີ 1832, ໂຈ​ເຊັບ ສະ​ມິດ ແລະ ຜູ້​ນຳ​ໃນ​ສະ​ໄໝ​ເລີ່ມ​ຕົ້ນ​ບາງ​ຄົນ​ຂອງ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ຖືກ​ຊີ້​ນຳ​ໃຫ້​ເລີ່ມ​ຕົ້ນ​ໂຮງ​ຮຽນ. ພຣະ​ເຈົ້າ ຕ້ອງ​ການ​ໃຫ້​ພວກ​ເພິ່ນ​ຮຽນ​ຮູ້, ເຕີບ​ໂຕ, ແລະ ກຽມ​ພ້ອມ​ທີ່​ຈະ​ນຳ​ພາ​ຄົນ​ອື່ນ. ສະ​ມາ​ຊິກ​ກຸ່ມ​ນີ້​ບໍ່​ມີ​ປະ​ລິນ​ຍາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ, ຫລື ແມ່ນ​ແຕ່​ໄດ້​ຮຽນ​ສູງ. ພວກ​ເພິ່ນ​ບໍ່​ມີ​ຊັບ​ສິນ ຫລື ຊັບ​ພະ​ຍາ​ກອນ​ຢ່າງ​ຫລວງ​ຫລາຍ. ໃນ ພຣະ​ຄຳ​ພີ, ພຣະ​ເຈົ້າ​ໄດ້​ສິດ​ສອນ​ພວກ​ເພິ່ນ​ເຖິງ​ແບບ​ແຜນ​ສຳ​ລັບ​ການ​ຮຽນ​ຮູ້:

“ແລະ ເນື່ອງ​ຈາກ​ວ່າ​ຄົນ​ທັງ​ປວງ​ບໍ່​ມີ ສັດ​ທາ, ພວກ​ເຈົ້າ​ຈົ່ງ​ສະ​ແຫວງ​ຫາ​ຢ່າງ​ພາກ​ພຽນ ແລະ ສິດ​ສອນ​ຖ້ອຍ​ຄຳ​ແຫ່ງ​ປັນ​ຍາ​ໃຫ້​ກັນ​ແລະ​ກັນ; ແທ້​ຈິງ​ແລ້ວ, ພວກ​ເຈົ້າ​ຈົ່ງ​ສະ​ແຫວງ​ຫາ​ຖ້ອຍ​ຄຳ​ແຫ່ງ​ປັນ​ຍາ​ຢູ່​ໃນ ປຶ້ມ​ທີ່​ດີ​ທີ່​ສຸດ; ຈົ່ງ​ສະ​ແຫວງ​ຫາ​ການ​ຮຽນ​ຮູ້, ແມ່ນ​ແຕ່​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ​ນຳ​ອີກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:118).

ພຣະ​ເຈົ້າ​ສິດ​ສອນ​ວ່າ ເຮົາ​ຕ້ອງ​ຮຽນ​ຮູ້​ໂດຍ​ການ​ສຶກ​ສາ, ແລະ ເຮົາ​ກໍ​ຕ້ອງ​ຮຽນ​ຮູ້​ໂດຍ​ສັດ​ທາ​ນຳ​ອີກ. ເຮົາ​ມອບ​ຄວາມ​ພະ​ຍາ​ຍາມ​ຢ່າງ​ດີ​ທີ່​ສຸດ​ຂອງ​ເຮົາ, ແລະ ເຮົາ​ທູນ​ຂໍ​ໃຫ້​ພຣະ​ເຈົ້າ​ສົ່ງ ພຣະ​ວິນ​ຍານ ຂອງ​ພຣະ​ອົງ ໃຫ້​ເປີດ​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ເຮົາ ເພື່ອ​ຮຽນ​ຮູ້. ພຣະ​ວິນ​ຍານ​ມອບ​ຄວາມ​ເຂົ້າ​ໃຈ​ໃຫ້​ເຮົາ ຫລາຍ​ກວ່າ​ທີ່​ຈະ​ເປັນ​ໄປ​ໄດ້​ດ້ວຍ​ຕົວ​ເຮົາ​ເອງ. ການ​ມີ​ຄູ​ສອນ​ທີ່​ດີ​ເລີດ ຫລື ມີ​ປຶ້ມ​ຮຽນ​ທີ່​ດີ​ສາ​ມາດ​ຊ່ວຍ​ໄດ້, ແຕ່​ພຣະ​ເຈົ້າ​ສາ​ມາດ​ສິດ​ສອນ​ເຮົາ​ໄດ້ ເຖິງ​ແມ່ນ​ເຮົາ​ຈະ​ບໍ່​ມີ​ສິ່ງ​ເຫລົ່າ​ນັ້ນ​ກໍ​ຕາມ. ເມື່ອ​ເຮົາ​ຮຽນ​ຮູ້​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ, ພຣະ​ເຈົ້າ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ຮຽນ​ຮູ້​ຫລາຍ​ກວ່າ​ທີ່​ເຮົາ​ຄິດ​ວ່າ​ເປັນ​ໄປ​ໄດ້.

ຜູ້​ຊາຍ​ກຳ​ລັງ​ສຶກ​ສາ

Ponder

  • ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ສະ​ແຫວງ​ຫາ​ການ​ຮຽນ​ຮູ້ “ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ”?

  • ຄິດ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ທ່ານ​ເອງ​ໃນ EnglishConnect. ພຣະ​ເຈົ້າ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ແນວ​ໃດ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ພະ​ຍາ​ຍາມ​ໃຊ້​ບັດ​ທ່ອງ​ຈຳ ເພື່ອ​ຊ່ວຍ​ໃຫ້​ທ່ານ​ຈື່​ຈຳ​ຄຳ​ສັບ​ໃໝ່ໆ. ທ່ານ​ສາ​ມາດ​ໃຊ້​ເຈ້ຍ ຫລື ໃຊ້​ແອັບ.

different

ແຕກ​ຕ່າງ

Nouns

ເບິ່ງ ພາກ​ຫ້ອຍ​ທ້າຍ​ສຳ​ລັບ family nouns.

Adjectives 1

shorter

ຕ່ຳ​ກວ່າ

taller

ສູງ​ກວ່າ

older

ແກ່​ກວ່າ

younger

ໜຸ່ມ​ກວ່າ

louder

ສຽງ​ດັງ​ກວ່າ

Adjectives 2

athletic

ນັກ​ກິ​ລາ

beautiful

ງົດ​ງາມ

energetic

ມີ​ເຫື່ອ​ແຮງ

generous

ໃຈ​ກວ້າງ

intelligent

ສະ​ຫລາດ

outgoing

ມັກ​ສັງ​ຄົມ

patient

ອົດ​ທົນ

quiet

ມິດ​ງຽບ

thoughtful

ຮອບ​ຄອບ

ໄອ​ຄອນ c
Practice Pattern 1

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: How are you and your (noun) different?A: I am (adjective 1).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເຈົ້າ ແລະ ຄຳ​ນາມ​ຂອງ​ເຈົ້າ ແຕກ​ຕ່າງ​ກັນ​ແນວ​ໃດ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຂ້ອຍ ເປັນ ຄຳ​ຄຸນ​ນາມ 1

Examples

ພໍ່​ກັບ​ລູກ​ຊາຍ​ທີ່​ສວນ​ສາ​ທາ​ລະ​ນະ

Q: How are you and your son different?A: He is shorter.

Q: How are you and your daughter different?A: I am taller.

Q: How are you and your cousins different?A: They are louder.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ພະ​ຍາ​ຍາມ​ເວົ້າ​ແບບ​ແຜນ​ອອກ​ສຽງ. ໃຫ້​ຄິດ​ທີ່​ຈະ​ອັດ​ສຽງ​ຕົວ​ເອງ. ໃຫ້​ເອົາ​ໃຈ​ໃສ່​ຕໍ່​ການ​ອອກ​ສຽງ ແລະ ຄວາມ​ຄ່ອງ​ແຄ້ວ​ຂອງ​ທ່ານ.

Q: How are your (noun) and (noun) different?A: My (noun) is more (adjective 2).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ຄຳ​ນາມ​ຂອງ​ເຈົ້າ ແລະ ຄຳ​ນາມ​ທົ່ວ​ໄປ​ແຕກ​ຕ່າງ​ກັນ​ແນວ​ໃດ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ຄຳ​ນາມ​ຂອງ​ຂ້ອຍ​ແມ່ນ​ຄຳ​ຄຸນ​ນາມ​ທີ່​ສະ​ແດງ​ໃຫ້​ເຫັນ​ຫລາຍ​ກວ່າ 2

Examples

ຄອບ​ຄົວ​ຢູ່​ທີ່​ລັດ​ຮາ​ວາຍ

Q: How are your sisters and brother different?A: My sisters are more thoughtful.

Q: How are your mother and father different?A: My father is less outgoing.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Learn by Study and by Faith

(20–30 minutes)

ຜູ້​ຊາຍ​ກຳ​ລັງ​ສຶກ​ສາ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

Part 1

ເບິ່ງ​ຮູບ​ພາບ. ຖາມ ແລະ ຕອບ​ຄຳ​ຖາມ​ເພື່ອ​ປຽບ​ທຽບ​ຜູ້​ຄົນ​ຢູ່​ໃນ​ແຕ່​ລະ​ຮູບ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

Example: Luis and Carlos
ພໍ່​ຕູ້​ກຳ​ລັງ​ຫລິ້ນ​ເບສ​ບອນ​ກັບ​ຫລານ​ຊາຍ
  • A: How are Luis and Carlos different?

  • B: Luis is younger. Carlos is older. Luis is less athletic. Carlos is less patient.

Image 1: Susan and her mom

ແມ່ ແລະ ລູກ​ສາວ​ກຳ​ລັງ​ເກາະ​ແຂນ​ກັນ

Image 2: Sam and Rachel

ສາ​ມີ ແລະ ພັນ​ລະ​ຍາ​ກຳ​ລັງ​ວາງ​ທ່າ​ຖ່າຍ​ຮູບ

Image 3: Anya and Yash

ຄູ່​ສາ​ມີ​ພັນ​ລະ​ຍາ​ກຳ​ລັງ​ລົມ​ກັນ​ຢູ່​ເທິງ​ຫາດ​ຊາຍ​ຕອນ​ຕາ​ເວັນ​ຕົກ

Part 2

ຖາມ ແລະ ຕອບ​ຄຳ​ຖາມ​ເພື່ອ​ປຽບ​ທຽບ​ຕົວ​ທ່ານ​ເອງ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

Example
  • A: How are you and your mother different?

  • B: I am younger. She is more generous. She is less energetic.

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຖາມ ແລະ ຕອບ​ຄຳ​ຖາມ​ເພື່ອ​ປຽບ​ທຽບ​ຕົວ​ທ່ານ​ກັບ​ຄູ່​ຂອງ​ທ່ານ. ນຳ​ໃຊ້​ຄຳ​ຄຸນ​ນາມ​ຫລາຍ​ເທົ່າ​ທີ່​ຈະ​ຫລາຍ​ໄດ້. ປ່ຽນ​ຜຽນ​ກັນ.

New Vocabulary

We are both tall.

ພວກ​ເຮົາ​ທັງ​ສອງ ສູງ ຄື​ກັນ.

Example

  • A: How old are you?

  • B: I’m twenty-nine years old. How old are you?

  • A: I’m thirty-nine years old. I am older. You are younger.

  • B: Are you athletic?

  • A: Yes, I am athletic. Are you athletic?

  • B: Yes, I am. We are both athletic!

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Compare myself to others.

    ປຽບ​ທຽບ​ຕົວ​ທ່ານ​ເອງ​ກັບ​ຄົນ​ອື່ນ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Compare other people to each other.

    ປຽບ​ທຽບ​ຄົນ​ອື່ນໆ​ໃສ່​ກັນ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

“ຍ້ອນ​ຄວາມ​ໃສ່​ໃຈ​ອັນ​ສັກ​ສິດ​ຂອງ​ເຮົາ ຕໍ່​ສະ​ຕິ​ປັນ​ຍາ​ຂອງ​ມະ​ນຸດ​ແຕ່​ລະ​ຄົນ, ເຮົາ​ຈຶ່ງ​ພິ​ຈາ​ລະ​ນາ​ວ່າ​ການ​ໄດ້​ຮັບ​ການ​ສຶກ​ສາ​ຖື​ເປັນ​ຄວາມ​ຮັບ​ຜິດ​ຊອບ​ທາງ​ສາດ​ສະ​ໜາ. … ພຣະ​ຜູ້​ສ້າງ​ຂອງ​ເຮົາ​ຄາດ​ຫວັງ​ໃຫ້​ລູກໆ​ຂອງ​ພຣະ​ອົງ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ​ໃຫ້​ການ​ສຶກ​ສາ​ແກ່​ຕົວ​ຂອງ​ເຂົາ​ເອງ” (Russell M. Nelson, “Where is Wisdom?,” Ensign, Nov. 1992, 6).