EnglishConnect for Missionaries
ບົດ​ຮຽນ​ທີ 2: ຄຳ​ນຳ


“ບົດ​ຮຽນ​ທີ 2: ຄຳ​ນຳ,” EnglishConnect 2 ສຳ​ລັບ​ຜູ້​ຮຽນ (2022)

“ບົດ​ຮຽນ​ທີ 2,” EnglishConnect 2 ສຳ​ລັບ​ຜູ້​ຮຽນ

ຜູ້​ຍິງ​ສອງ​ຄົນ​ກຳ​ລັງ​ຍິ້ມ

Lesson 2

Introductions

ຈຸດ​ປະ​ສົງ: ຂ້ອຍ​ຈະ​ຮຽນ​ເວົ້າ​ກ່ຽວ​ກັບ​ຄົນ​ໃດ​ຄົນ​ໜຶ່ງ​ມາ​ຈາກ​ໃສ ແລະ ເຂົາ​ມັກ​ເຮັດ​ຫຍັງ.

Personal Study

ກຽມ​ຕົວ​ສຳ​ລັບ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ ໂດຍ​ການ​ເຮັດ​ກິດ​ຈະ​ກຳ A ເຖິງ E.

ໄອ​ຄອນ a
Study the Principle of Learning: Exercise Faith in Jesus Christ

ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

Jesus Christ can help me do all things as I exercise faith in Him.

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ເຮັດ​ທຸກ​ສິ່ງ ຂະ​ນະ​ທີ່​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ.

ພຣະ​ເຢ​ຊູ​ຄຣິດ ເປັນ​ພຣະ​ບຸດ​ຂອງ ພຣະ​ເຈົ້າ. ພຣະ​ເຈົ້າ​ໄດ້​ສົ່ງ​ພຣະ​ເຢ​ຊູ​ມາ​ສິດ​ສອນ ແລະ ຊ່ວຍ​ເຫລືອ​ເຮົາ. ພຣະ​ເຢ​ຊູ​ສິດ​ສອນ​ເຮົາ​ເຖິງ​ວິ​ທີ​ດຳ​ລົງ​ຊີ​ວິດ​ຢ່າງ​ແນ່ວ​ແນ່​ຕໍ່​ສັກ​ກະ​ຍະ​ພາບ​ຂອງ​ເຮົາ ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ເຈົ້າ. ພຣະ​ເຢ​ຊູ​ມີ​ອຳ​ນາດ​ຊ່ວຍ​ໃຫ້​ເຮົາ​ເອົາ​ຊະ​ນະ​ຄວາມ​ອ່ອນ​ແອ ແລະ ຄວາມ​ທ້າ​ທາຍ​ຂອງ​ເຮົາ. ພຣະ​ອົງ​ໄດ້​ສິດ​ສອນ​ເຮົາ​ວ່າ:

“ຖ້າ​ພວກ​ເຈົ້າ​ມີ ສັດ​ທາ ທໍ່​ເມັດ​ຜັກ​ກາດ, ພວກ​ເຈົ້າ​ກໍ​ຈະ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ຈົ່ງ​ເຄື່ອນ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນ; ແລະ ມັນ​ກໍ​ຈະ​ເຄື່ອນ​ໄປ; ແລະ ບໍ່​ມີ​ສິ່ງ​ໃດ​ທີ່​ພວກ​ເຈົ້າ​ເຮັດ​ບໍ່​ໄດ້” (ມັດ​ທາຍ 17:20).

ທ່ານ​ອາດ​ຮູ້​ສຶກ​ວ່າ ການ​ຮຽນ​ພາ​ສາ​ອັງ​ກິດ​ເປັນ​ພູ​ໜ່ວຍ​ໃຫຍ່—ເປັນ​ວຽກ​ງານ​ທີ່​ເປັນ​ໄປ​ບໍ່​ໄດ້. ແຕ່​ເມື່ອ​ທ່ານ​ໃຊ້​ສັດ​ທາ​ແມ່ນ​ແຕ່​ພຽງ​ເລັກ​ນ້ອຍ​ໃນ​ພຣະ​ເຢ​ຊູ​ຄຣິດ, ສັດ​ທາ​ຂອງ​ທ່ານ​ຈະ​ເຕີບ​ໂຕ​ຂຶ້ນ. ສັດ​ທາ​ທີ່​ເພີ່ມ​ຂຶ້ນ​ໃນ​ພຣະ​ອົງ​ຂອງ​ທ່ານ ຈະ​ຊ່ວຍ​ໃຫ້​ທ່ານ​ເອົາ​ຊະ​ນະ​ຄວາມ​ທ້າ​ທາຍ​ຂອງ​ທ່ານ​ໄດ້.

ພຣະ​ເຢ​ຊູ​ກຳ​ລັງ​ກ່າວ​ກັບ​ນາງ​ມາ​ຣີ

Ponder

  • ຄວາມ​ທ້າ​ທາຍ​ບາງ​ຢ່າງ​ໃດ​ແດ່​ທີ່​ທ່ານ​ອາດ​ປະ​ເຊີນ​ໃນ​ການ​ຮຽນ​ພາ​ສາ​ອັງ​ກິດ?

  • ມີ​ວິ​ທີ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ເພີ່ມ​ພູນ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ?

ໄອ​ຄອນ b
Memorize Vocabulary

ຮຽນ​ຮູ້​ຄວາມ​ໝາຍ ແລະ ການ​ອອກ​ສຽງ​ຂອງ​ແຕ່​ລະ​ຄຳ​ສັບ ກ່ອນ​ກຸ່ມ​ສົນ​ທະ​ນາ​ຂອງ​ທ່ານ. ພຣະ​ເຈົ້າ​ຈະ​ຊ່ວຍ​ທ່ານ​ໃຫ້​ຈື່​ຈຳ​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້ ໃນ​ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ສຶກ​ສາ​ຢ່າງ​ເຕັມ​ທີ່.

Nouns

Brazil

ບຣາ​ຊິນ

Ghana

ການາ

India

ອິນເດຍ

Japan

ຍີ່​ປຸ່ນ

Mexico

ແມັກ​ຊິ​ໂກ

South Korea

ເກົາ​ຫລີ​ໃຕ້

Tonga

ຕົງ​ກາ

Verbs

cook

ເຮັດ​ອາ​ຫານ

play soccer

ຫລິ້ນ ເຕະ​ບານ

play violin

ຫລິ້ນ ໄວ​ໂອ​ລິນ

run

ແລ່ນ

sew

ຫຍິບ​ແສ່ວ

shop

ຊື້​ຂອງ

sing

ຮ້ອງ​ເພງ

watch shows

ເບິ່ງ ການ​ສະ​ແດງ

ໄອ​ຄອນ c
Practice Pattern 1

ພາ​ສາ​ອັງ​ກິດ​ມີ​ຫລາຍ​ແບບ​ແຜນ. ດ້ວຍ​ແບບ​ແຜນ​ດຽວ ແລະ ຄຳ​ສັບ​ສອງ​ສາມ​ຄຳ, ທ່ານ​ກໍ​ສາ​ມາດ​ສ້າງ​ປະ​ໂຫຍກ​ໄດ້​ຫລາຍ​ສິບ​ປະ​ໂຫຍກ​ແລ້ວ! ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ທ່ານ​ສາ​ມາດ​ແທນ​ຄຳ​ສັບ​ທີ່​ຂີດ​ກ້ອງ ດ້ວຍ​ຄຳ​ສັບ​ຢູ່​ໃນ​ພາກ “Memorize Vocabulary”.

Q: Where are you from?A: I am from (noun).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 1 ເຈົ້າ​ມາ​ຈາກ​ໃສ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 1 ຂ້ອຍ​ມາ​ຈາກ ຄຳ​ນາມ

Examples

Q: Where are you from?A: I am from Ghana.

ເດັກ​ຊາຍ​ທີ່​ອູ້ມ​ໝາກ​ບານ​ກຳ​ລັງ​ຍິ້ມ

Q: Where is he from?A: He is from Chile.

ໄອ​ຄອນ d
Practice Pattern 2

ຝຶກ​ໃຊ້​ແບບ​ແຜນ​ຈົນ​ກວ່າ​ທ່ານ​ຈະ​ສາ​ມາດ​ຖາມ ແລະ ຕອບ​ຄຳ​ຖາມ​ໄດ້​ຢ່າງ​ໝັ້ນ​ໃຈ. ຖ້າ​ຫາກ​ມີ​ບາງ​ສິ່ງ​ທີ່​ເຮັດ​ໃຫ້​ສັບ​ສົນ, ໃຫ້​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ ແລະ ພະ​ຍາ​ຍາມ​ຕໍ່​ໄປ. ພຣະ​ເຈົ້າ​ຈະ​ຊ່ວຍ​ທ່ານ​ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ຮຽນ​ຮູ້​ຢ່າງ​ເຕັມ​ທີ່.

Q: What do you like to do?A: I like to (verb).

Questions

ຄຳ​ຖາມ​ຂອງ​ແບບ​ແຜນ​ທີ 2 ເຈົ້າ​ມັກ​ເຮັດ​ຫຍັງ

Answers

ຄຳ​ຕອບ​ຂອງ​ແບບ​ແຜນ​ທີ 2 ຂ້ອຍ​ມັກ ຄຳ​ກິ​ລິ​ຍາ

Examples

ຜູ້​ຊາຍ​ກຳ​ລັງ​ເຮັດ​ກິນ

Q: What do you like to do?A: I like to cook.

Q: What does he like to do?A: He likes to watch TV.

ຜູ້​ຍິງ​ກຳ​ລັງ​ຫຍິບ​ກະ​ໂປ່ງ

Q: What doesn’t she like to do?A: She doesn’t like to sew.

ໄອ​ຄອນ e
Use the Patterns

ຂຽນ​ຄຳ​ຖາມ​ສີ່​ຂໍ້​ທີ່​ທ່ານ​ສາ​ມາດ​ຖາມ​ຄົນ​ໃດ​ຄົນ​ໜຶ່ງ. ຂຽນ​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້. ອ່ານ​ມັນ​ອອກ​ສຽງ.

Additional Activities

ເຮັດ​ກິດ​ຈະ​ກຳ​ບົດ​ຮຽນ ແລະ ການ​ປະ​ເມີນ​ທາງ​ອອນ​ລາຍ​ໃຫ້​ສຳ​ເລັດ​ທີ່ englishconnect.org/learner/resources ຫລື ໃນ ປຶ້ມ​ບົດ​ຝຶກ​ຫັດ EnglishConnect 2.

Act in Faith to Practice English Daily

ທ່ານ​ຕ້ອງ​ຝຶກ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ທຸກ​ວັນ, ເພື່ອ​ເວົ້າ​ພາ​ສາ​ໃໝ່. ການ​ມີ​ເປົ້າ​ໝາຍ​ສາ​ມາດ​ຊ່ວຍ​ທ່ານ​ໄດ້. ເປົ້າ​ໝາຍ​ຂອງ​ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ຊັບ​ຊ້ອນ. ຕາມ​ຈິງ​ແລ້ວ, ເປົ້າ​ໝາຍ​ງ່າຍໆ​ມັກ​ຈະ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ກວ່າ ເພາະ​ມັນ​ຊ່ວຍ​ໃຫ້​ທ່ານ​ພັດ​ທະ​ນາ​ນິ​ໄສ​ໃນ​ການ​ຝຶກ​ພາ​ສາ​ອັງ​ກິດ​ໃນ​ແຕ່​ລະ​ວັນ.

ສືບ​ຕໍ່​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ. ໃຊ້ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ” ຂອງ​ທ່ານ. ທົບ​ທວນ​ເປົ້າ​ໝາຍ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

Conversation Group

Discuss the Principle of Learning: Exercise Faith in Jesus Christ

(20–30 minutes)

ພຣະ​ເຢ​ຊູ​ກຳ​ລັງ​ກ່າວ​ກັບ​ນາງ​ມາ​ຣີ

ໄອ​ຄອນ 1
Activity 1: Practice the Patterns

(10–15 minutes)

ທົບ​ທວນ​ລາຍ​ການ​ຄຳ​ສັບ​ກັບ​ຄູ່.

ຝຶກ​ແບບ​ແຜນ​ທີ 1 ກັບ​ຄູ່:

  • ຝຶກ​ຖາມ​ຄຳ​ຖາມ.

  • ຝຶກ​ຕອບ​ຄຳ​ຖາມ.

  • ຝຶກ​ການ​ສົນ​ທະ​ນາ​ໂດຍ​ໃຊ້​ແບບ​ແຜນ.

ເຮັດ​ຊ້ຳ​ຄືນ​ສຳ​ລັບ​ແບບ​ແຜນ​ທີ 2.

ໄອ​ຄອນ 2
Activity 2: Create Your Own Sentences

(10–15 minutes)

ເບິ່ງ​ຮູບ​ພາບ. ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ຊື່​ຂອງ​ແຕ່​ລະ​ຄົນ ແລະ ພວກ​ເຂົາ​ມາ​ຈາກ​ໃສ. ເວົ້າ​ລົມ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ມັກ ແລະ ບໍ່​ມັກ​ເຮັດ. ໃຊ້​ແບບ​ແຜນ​ຈາກ​ບົດ​ຮຽນ​ນີ້ ແລະ ບົດ​ຮຽນ​ທີ 1. ຮູ້​ຈັກ​ປະ​ດິດ​ຄິດ​ສ້າງ! ປ່ຽນ​ຜຽນ​ກັນ.

Example: Raul

  • ເດັກ​ຊາຍ​ທີ່​ອູ້ມ​ໝາກ​ບານ​ກຳ​ລັງ​ຍິ້ມ
  • A: What’s his name?

  • B: He is Raul.

  • A: Where is he from?

  • B: He is from Chile.

  • A: What does he like to do?

  • B: He likes to play soccer.

  • A: What doesn’t he like to do?

  • B: He doesn’t like to shop.

Image 1: Cho and Ji-Hu

ຜູ້​ຊາຍ​ກັບ​ຜູ້​ຍິງ​ກຳ​ລັງ​ຮ້ອງ​ເພງ

Image 2: Heather

ຜູ້​ຍິງ​ກຳ​ລັງ​ເທ​ແປ້ງ

Image 3: Kota

ເດັກ​ຊາຍ​ກຳ​ລັງ​ຫລິ້ນ​ໄວ​ໂອ​ລິນ

Image 4: Sasha and Levi

ຜູ້​ຊາຍ​ກັບ​ຜູ້​ຍິງ​ກຳ​ລັງ​ແລ່ນ

ໄອ​ຄອນ 3
Activity 3: Create Your Own Conversations

(15–20 minutes)

ຖາມ ແລະ ຕອບ​ຄຳ​ຖາມ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ມັກ ແລະ ບໍ່​ມັກ​ເຮັດ. ເວົ້າ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ປ່ຽນ​ຜຽນ​ກັນ.

Example

  • A: What do you like to do?

  • B: I like to travel. Do you like to travel?

  • A: No, I don’t like to travel. What don’t you like to do?

  • B: I don’t like to watch sports. Do you like to watch sports?

  • A: Yes, I like to watch sports.

Evaluate

(5–10 minutes)

ປະ​ເມີນ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ຕາມ​ຈຸດ​ປະ​ສົງ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຝຶກ​ພາ​ສາ​ອັງ​ກິດ​ທຸກ​ວັນ.

Evaluate Your Progress

I can:

  • Ask where others are from.

    ຖາມ​ຄົນ​ອື່ນ​ວ່າ​ພວກ​ເຂົາ​ມາ​ຈາກ​ໃສ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Say where I and others are from.

    ເວົ້າ​ວ່າ​ຂ້ອຍ ແລະ ຄົນ​ອື່ນ​ມາ​ຈາກ​ໃສ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Ask others what they like and don’t like to do.

    ຖາມ​ຄົນ​ອື່ນ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ມັກ ແລະ ບໍ່​ມັກ​ເຮັດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ
  • Talk about what I and others like and don’t like to do.

    ເວົ້າ​ລົມ​ກ່ຽວ​ກັບ​ສິ່ງ​ທີ່​ຂ້ອຍ ແລະ ຄົນ​ອື່ນ​ມັກ ແລະ ບໍ່​ມັກ​ເຮັດ.

    ສີ​ໜ້າ​ເປັນ​ກາງ, ສີ​ໜ້າ​ພໍ​ໃຈ, ສີ​ໜ້າ​ມີ​ຄວາມ​ສຸກ

Evaluate Your Efforts

ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ:

  1. ສຶກ​ສາ​ຫລັກ​ທຳ​ຂອງ​ການ​ຮຽນ​ຮູ້.

  2. ທ່ອງ​ຈຳ​ຄຳ​ສັບ.

  3. ຝຶກ​ແບບ​ແຜນ.

  4. ຝຶກ​ທຸກ​ວັນ.

ຕັ້ງ​ເປົ້າ​ໝາຍ. ພິ​ຈາ​ລະ​ນາ ຄຳ​ແນະ​ນຳ​ສຳ​ລັບ​ການ​ສຶກ​ສາ ຢູ່​ໃນ “ລະ​ບົບ​ການ​ຕິດ​ຕາມ​ການ​ສຶກ​ສາ​ສ່ວນ​ຕົວ.”

ແບ່ງ​ປັນ​ເປົ້າ​ໝາຍ​ຂອງ​ທ່ານ​ກັບ​ຄູ່.

Act in Faith to Practice English Daily

ເລີ່ມ​ຕົ້ນ​ມື້​ນີ້ ເພື່ອ​ເພີ່ມ​ສັດ​ທາ​ຂອງ​ທ່ານ. ຜ່ານ​ທາງ​ສັດ​ທາ​ຂອງ​ທ່ານ, ພຣະ​ເຢ​ຊູ​ຄຣິດ​ຈະ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ທ່ານ​ໃຫ້​ຍ້າຍ​ພູ​ເຂົາ​ໃນ​ຊີ​ວິດ​ຂອງ​ທ່ານ​ໄດ້ [ເບິ່ງ 1 ນີ​ໄຟ 7:12], ເຖິງ​ແມ່ນ​ການ​ທ້າ​ທາຍ​ສ່ວນ​ຕົວ​ຂອງ​ທ່ານ​ອາດ​ໃຫຍ່​ເທົ່າ​ກັບ​ພູ​ເຂົາ ເອ​ວີ​ເຣັດ ກໍ​ຕາມ” (Russell M. Nelson, “Christ Is Risen; Faith in Him Will Move Mountains,” Liahona, May 2021, 102–3).